ສວັນ-ເຊໂນການລົງທຶນ ບໍ່ ຄຶກຄື້ນ
2018.12.20
ການລົງທຶນ ຢູ່ເຂດເສຖກິຈພິເສດ ສວັນ-ເຊໂນ ແຂວງສວັນນະເຂດ ຍັງໜ້ອຍ, ບໍ່ມີການລົງທຶນຕື່ມເກືອບ 2 ປີແລ້ວ ແລະຄາດວ່າ ໃນປີ ໜ້ານີ້ ຈະງຽບເຫງົາຄືເກົ່າ ເມື່ອທຽບໃສ່ໃນຣະຍະ ປີ 2016 ທີ່ຜ່ານມາ ທີ່ມີນັກລົງທຶນ ໃນປະເທດ ແລະຕ່າງປະເທດ ເຂົ້າມາລົງທຶນຫຼາຍ ກວ່າ 10 ບໍຣິສັດ, ດັ່ງເຈົ້າໜ້າທີ່ ຜແນກແຜນການແລະການລົງທຶນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ່ 19 ທັນວາ ນີ້ວ່າ:
“ປີນີ້ຍັງບໍ່ທັນມາ ເບິ່ງແນວໂນ້ມເສຖກິດ ຂອງໂລກວ່າ ຊິເປັນໄປແນວໃດ ກໍຍັງຊະລໍເບິ່ງຢູ່ ປີທີ່ຜ່ານມາ ມີຈໍານວນນຶ່ງ ແຕ່ຜູ້ທີ່ຕັດສິນໃຈ ລົງທຶນແທ້ ກໍ່ບໍ່ຍັງຫລາຍ ກໍາລັງຕັດສິນໃຈ ເບິ່ງ ທຽບກັບປະເທດອ້ອມຂ້າງຢູ່.”
ທ່ານກ່າວຕື່ມວ່າ ປັດຈັຍສໍາຄັນ ທີ່ເຮັດໃຫ້ການລົງທຶນຢູ່ເຂດເສຖກິຈພິເສດ ສວັນ-ເຊໂນ ຍັງບໍ່ຫຼາຍກໍເພາະວ່າ; ກົດໝາຍ ສົ່ງເສີມການ ລົງທຶນ ຂອງລາວ ຍັງມີຂໍ້ຫ້ຍຸງຍາກ ຫຼາຍຢ່າງ ທັງໃນດ້ານ ຂັ້ນຕອນການລົງທຶນ ທີ່ຈະຕ້ອງໃຊ້ເວລາຢ່າງນ້ອຍ 3 ເດືອນ, ງົບປະມານ ໃນການລົງທຶນທີ່ສູງ ແລະເນື່ອງຈາກໂຄງຮ່າງພື້ນຖານພາຍໃນປະເທດ ບໍ່ສະດວກສະບາຍ ຫາກລົງທຶນໄປແລ້ວ ກໍຍັງບໍ່ມີຕລາດຮອງຮັບ.
ໃນປີຜ່ານມາ ມີນັກລົງທຶນຈາກຍີ່ປຸ່ນ ແລະຈາກຈີນ ເຂົ້າມາພົວພັນ ແຕ່ກໍຍັງບໍ່ມີຄວາມຄືບໜ້າ ໃນການລົງທຶນ, ຊື່ງນັກລົງທຶນຈາກປະເທດ ເຫຼົ່ານັ້ນ ສ່ວນຫຼາຍສົນໃຈລົງທຶນໃນ ອຸດສາຫະກັມ ປະກອບຊິ້ນສ່ວນ ອິເລັກໂທຣນິກ (Electronic). ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ ເພື່ອກະຕຸ້ນການລົງທຶນໃນລາວ ໃຫ້ຫຼາຍຂຶ້ນ ທາງການລາວ ໄດ້ວາງເປົ້າໝາຍວ່າ: ຫາກນັກລົງທຶນໜ້າໃໝ່ ທີ່ຈະເຂົ້າມາລົງທຶນໃນລາວ ກໍຈະໄດ້ຮັບສັນຍາ ສັມປະທານທີ່ດິນ 50 ປີ ຕາມກົດໝາຍສົ່ງເສີມການລົງທຶນ ແລະ ຫຼຸດການ ເກັບພາສີ-ອາກອນ 50% ເພື່ອຫຼຸດຕົ້ນທຶນ ໃຫ້ກັບບໍຣິສັດຕ່າງໆນັ້ນ, ດັ່ງທີ່ທ່ານກ່າວວ່າ:
“ບໍ່ເລື່ອງສໍາຄັນ ອາຍຸການ ຈະບໍ່ມີຜົນກະທົບ ເພາະວ່າ ຜູ້ລົງທຶນ ເປັນຫ່ວງ ສໍາຄັນລະແມ່ນ (COST) ນັ້ນ ຕົ້ນທຶນ ເພາະວ່າ ຕົ້ນທຶນ ທຸກຢ່າງ ປັດໃຈການຜະຫຼິດມັນຕໍ່າ ກໍ່ຈະໄດ້ກໍາໄລໄວ ສ່ວນ 50 ປີ 75 ປີ ບໍ່ມີຜົນກະທົບຫລາຍອັນນີ້.”
ເຈົ້າໜ້າທີ່ ທ່ານນີ້ກ່າວອີກວ່າ ປັດຈຸບັນ ເຂດເສຖກິຈພິເສດ ສວັນ-ເຊໂນ ມີໂຮງງານອຸດສາຫະກັມ ປະກອບຊິ້ນສ່ວນ ອິໂລກໂທຣນິກ (Electronic) ຈາກປະເທດຝຣັ່ງເສດ, ໂຮງງານຜລິດ ເລັນ ແວ່ນຕາ (lens) ຈາກຍີ່ປຸ່ນ, ໂຮງງານປະກອບກ້ອງດີຈີໂຕ້ (Digital) ໄນຄອນ ແລະ ບໍຣິສັດ ໂຕໂຢຕາ (Toyota) ຂອງຍີ່ປຸ່ນ ແມ່ນໂຮງງານຜລິດເບາະ ຣົຖຍົນ.