ສປປລາວໄດ້ຮັບທຶນຊ່ອຍເຫລືອ

ມະນີຈັນ
2014.05.15
F-students ສປປລາວ ໄດ້ຮັບທຶນ ຊ່ອຍເຫລືອ ຈາກ ທະນາຄານ ໂລກ ເພື່ອການສຶກສາ ເດັກນ້ອຍ ໃນຊົນນະບົດ
Citizen Journalist

 

ຣັຖບານ ລາວ ແລະ ທະນາຄານ ໂລກ ລົງນາມ ໃນ ຂໍ້ຕົກລົງ ດ້ານ ການເງິນ ໃນວັນ ທີ 14 ພຶສພາ 2014 ເພື່ອ ໂຄງການ ການ ສຶກສາ ຂອງ ເດັກນ້ອຍ ແລະ ປົກປ້ອງ ເຂດປ່າ ສງວນ ແລະ ສັດປ່າ. ຂໍ້ຕົກລົງ ທີ່ເຊັນ ກັນ ຣະຫວ່າງ ຍານາງ ທິບພະກອນ ຈັນທະວົງສາ ຮອງ ຣັຖມົນຕຣີ ການເງິນ ຂອງລາວ ແລະ ທ່ານ Ulrich Zachau ຫົວໜ້າ ທະນາຄານ ໂລກ ປະຈໍາ ພາກພື້ນ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ບົ່ງໄວ້ ວ່າ ສະມາຄົມ ສາກົລ ເພື່ອ ການ ພັທນາ IDA ຈະຊ່ວຍ 28 ລ້ານ ໂດລາ ສະຫະຣັຖ ສໍາລັບ ໂຄງການ ການ ສຶກສາ ຂອງ ເດັກນ້ອຍ ຊຶ່ງ ໃນນັ້ນ 14 ລ້ານ ໂດລາ ເປັນເງິນ ຊ່ວຍເຫລືອ ລ້າ ແລະ ອີກ 14 ລ້ານ ເປັນເງິນ ກູ້ຢືມ ດອກເບັ້ຽ ຕໍ່າ. ແລະ ເປັນ ໂຄງການ ທີ່ເພີີ້ມ ທັງ ຈໍານວນ ເດັກນ້ອຍ ແລະ ທັງ ຄຸນນະພາບ ການ ສຶກສາ ສໍາລັບ ເດັກນ້ອຍ ໃນຊຸມຊົນ ທຸກຍາກ ຂາດເຂີນ.

ອີກ 23 ລ້ານ 830 ພັນ ໂດລາ ນັ້ນ ແມ່ນ ສໍາລັບ ໂຄງການ ປົກປ້ອງ ເຂດປ່າ ສງວນ ແລະ ສັດປ່າ ຊຶ່ງ ໃນນັ້ນ ເປັນເງິນ ກູ້ຢືມ ດອກເບັ້ຽ ຕໍ່າ 12 ລ້ານ 5 ແສນ ໂດລາ ຈາກ ອາຍອີເອ, ແລະ 4 ລ້ານ 5 ແສນ ໂດລາ ເປັນເງິນ ຊ່ວຍເຫລືອ ລ້າ ຈາກ ອາຍດີເອ. ແລະ ຊ່ວຍເຫລືອ ລ້າ ອີກ 6 ລ້ານ 830 ພັນ ໂດລາ ຈາກ ອົງການ ເພື່ອ ສະພາບ ແວດລ້ອມ ໂລກ GEF.  ທ່ານ Ulrich Zachau ກ່າວວ່າ ການ ປັບປຸງ ການ ສຶກສາ ແລະ ເສີມຂຍາຍ ຣະບົບ ຄຸ້ມຄອງ ດ້ານ ສະພາບ ແວດລ້ອມ ເປັນທີ່ ສໍາຄັນ ສໍາລັບ ການ ພັທນາ ຍືນຍົງ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.