ຊາວລາວບໍ່ໝັ້ນໃຈ BIDV
2017.06.22

ໃນອາທິດທີ່ຜ່ານມາ ຄົນລາວ ຈຳນວນນຶ່ງ ກໍພາກັນ ວິພາກວິຈານ ປະທານ ທະນາຄານ ເພື່ອ ການລົງທຶນ ແລະ ການພັທນາ ວຽດນາມ ຫລື BIDV ທີີ່ຊື່ວ່າ ເຈີ່ນ ບັກຮາ ຈະມາຂໍລົງທຶນ ຢູ່ແຂວງອັດຕະປື.
ເຫດຜົນທີ່ຄົນວິຈານ ກໍຍ້ອນວ່າ ປະທານ ທະນາຄານ ຄົນນີ້ ເຄີຍສົ່ງຄົນ ເຂົ້າມາລັກເອົາ ພະເກົ່າແກ່ ຢູ່ວັດອົງຕື້ ໃນເດືອນ ມົກກະຣາ ປີ 2015, ແຕ່ໄປບໍ່ລອດ ເລີຍເອົາພະ ກັບຄືນມາສົ່ງ ໃນເວລານັ້ນ.
ຫລັງຈາກນັ້ນເຫດການ ກໍມິດງຽບໄປເກືອບ 2 ປີ ແລະຈົນມາຮອດ ວັນທີ 16 ມິຖຸນາ ທີ່ຜ່ານມາ ປະທານ ທະນາຄານ ຄົນນີ້ ພ້ອມດ້ວຍ ນັກທຸຣະກິດ ວຽດນາມ ຈຳນວນນຶ່ງ ກໍມາປະຊຸມ ກັບ ທ່ານ ນາມ ວິຍາເກດ ເຈົ້າແຂວງ ອັດຕະປື ເພື່ອສະເໜີ ໂຄງການລົງທຶນ ໃສ່ໂຮງ -ງານ ປຸ໋ຍ ຊີວະພາບ, ໂຮງງານໄຟຟ້າ ແສງຕາເວັນ ຂນາດ 10 ເມກາວັດ, ການປູກຕົ້ນໄມ້ ໃຫ້ຫມາກ ແລະ ການລ້ຽງງົວພັນ ໃນມູນຄ່າ ການລົງທຶນ ປະມານ 80 ລ້ານໂດລາ.
ປັດຈຸບັນນີ້ ກຳລັງຢູ່ໃນຂັ້ນຕອນ ການຂໍອະນຸຍາດ ຕາມລະບຽບ ກົດໝາຍ ແລະ ທັງສອງຝ່າຍ ໄດ້ຕົກລົງ ຈະສ້າງຕັ້ງ ຄນະກຳມະການ ປະສານງານ ເພື່ອສຳຣວດ ເນື້ອທີ່ິດິນ ປະມານ 3,500 ເຮັກຕາ ຢູ່ເມືອງ ສະໜາມໄຊ ແລະ ເມືອງຊານໄຊ.
ຄາດວ່າ ໂຄງການດັ່ງກ່າວ ຈະເລີ້ມລົງມື ປະຕິບັດໃນປີ 2018 ແລະ ຈະສາມາດ ສ້າງວຽກເຮັດງານທຳ ໃຫ້ແກ່ ກຳມະກອນ ປະມານ 8 ພັນຄົນ ຊຶ່ງໂຄງການນີ້ ຈະເປັນອີກ ທ່າແຮງນຶ່ງ ໃນການສ້າງ ລາຍຮັບ ແລະການແກ້ໄຂ ຄວາມທຸກຍາກ ໃນແຂວງ ອັດຕະປື. ອີງຕາມຂໍ້ມູນ ຈາກ ເຈົ້າໜ້າທີ່ ແຂວງ ອັດຕະປື.
ກ່ຽວກັບເລື້ອງນີ້ ມັນກໍຍັງ ສ້າງຄວາມຄ່າໃຈ ໃຫ້ແກ່ ປະຊາຊົນລາວ ແລະ ຄົນລາວ ຈຳນວນນຶ່ງ ກໍຮຽກຮ້ອງ ໃຫ້ຣັຖບານ ທົບທວນຄືນ ໃນການ ໃຫ້ສຳປະທານ ຍ້ອນວ່າ ປະທານ ທະນາຄານ ຄົນນີ້ ເຄີຍມີປະຫວັດ ທີ່ມາສ້າງ ຄວາມເສັຍຫາຍ ໃຫ້ແກ່ ປະເທດລາວ.
ດັ່ງພະນັກງານ ບຳນານ ທ່ານນຶ່ງ ໄດ້ໃຫ້ ສຳພາດວ່າ: ສຽງ…
ການລົງທຶນແມ່ນສ້າງຄວາມເຂັ້ມແຂວງ ໃຫ້ປະເທດ ແຕ່ຕ້ອງໄດ້ກວດຄືນ ເພາະວ່າ ນາຍທຶນ ມາທຸກຮູບແບບ ທີ່ມີສິ່ງ ແອບແຝງ ຍ້ອນວ່າ ສ່ວນຫລາຍ ນັກລົງທຶນ ບໍ່ໄດ້ຄຳນຶງ ເຖີງຜົນກະທົບ ໄລຍະຍາວ, ແຕ່ຖ້າວ່າ ນັກລົງທຶນ ເຄີຍມາສ້າງ ຄວາມເປີເປື້ອນ ໃຫ້ ປະເທດລາວ ແລະ ແບບບໍ່ມີ ມາລະຍາດ ຣັຖບານ ກໍບໍ່ສົມຄວນ ຮັບເອົາ.ດັ່ງນັກວິຊາການ ທາງດ້ານກົດໝາຍ ທ່ານນຶ່ງໄດ້ໃຫ້ ສຳພາດວ່າ: ສຽງ…
ອັນນັ້ນເປັນຄຳຄິດເຫັນຂອງ ພະນັກງານ ບຳນານຮຽກຮ້ອງ ໃຫ້ກວດເບິ່ງ ເພາະວ່າ ປະຫວັດຂອງ ປະທານ ທະນາຄານ ຄົນນີ້ ບໍ່ຈະແຈ້ງ ແລະ ຮຽກຮ້ອງໃຫ້ ພັກຄຳນຶງ ເຖິງຄວາມຮູ້ສຶກ ຂອງ ປະຊາຊົນ. ສ່ວນວ່າ ນັກວິຊາການ ທາງດ້ານ ກົດໝາຍ ກໍໃຫ້ ເຫດຜົນອີກວ່າ ຖ້າ ເປັນຢ່າງຈິງ ຄືດັ່ງຄົນ ວິພາກ ວິຈານ ກໍບໍ່ຄວນ ຮັບເອົາການ ລົງທຶນນັ້ນ.
ນອກຈາກນີ້ ວິທຍຸເອເຊັຍເສຣີ ໄດ້ພຍາຍາມ ຕິດຕໍ່ຫາ ທ່ານ ແຄນທອງ ສີສຸວົງ ຮອງເຈົ້າແຂວງ ອັດຕະປື ໃນວັນທີ 21 ທີ່ຜ່ານມາ ເພື່ອ ສອບຖາມຂໍ້ມູນເພີ້ມເຕີມ, ແຕ່ ທ່ານ ບໍ່ຮັບໂທຣະສັບ.
ຫວນຄືນເຖິງເຫດການ ທີ່ຄົນວຽດນາມຈຳນວນນຶ່ງ ຫາມພະພຸດທະຮູບ ອັນເກົ່າແກ່ ຄູ່ບ້ານຄູ່ເມືອງຂອງລາວ ຂຶ້ນໃສ່ຣົດ ແລ້ວຂັບອອກໄປ ໂດຍ ທີ່ບໍ່ໄດ້ ເຄົາຣົບຕໍ່ ກົດລະບຽບ ໂດຍ ທີ່ບໍ່ໄດ້ ເຄົາລົບຕໍ່ ກົດໝາຍ ບ້ານເມືອງ ໂດຍທີ່ບໍ່ໄດ້ ເຄົາລົບ ຕໍ່ຄວາມຮູ້ສຶກ ຂອງຄົນລາວ.
ແຕ່ຫລັງຈາກທີ່ ເກີດເຫດການ ນີ້ຂຶ້ນມາ ກໍບໍ່ມີ ເຈົ້າໜ້າທີ່ ບ້ານເມືອງຄົນໃດ ອອກມາ ຖະແຫລງການ ເຖິງບັນຫາ ດັ່ງກ່າວ ແລະ ບໍ່ມີ ເຈົ້າໜ້າທີ່ ທາງການ ວຽດນາມ ຫລື ປະທານ ທະນາຄານ ທີ່ ຊື່ ເຈີ່ນ ບັກຮາ ອອກຖະແຫລງການ ເພື່ອຂໍໂທດ ເຖິງການກະທຳ ທີ່ເກີດຂຶ້ນ ແຕ່ຢ່າງໃດ. ເປັນແບບນີ້ ຄົນລາວ ຫລາຍຄົນ ກໍຍັງຕັ້ງ ຄໍາຖາມວ່າ ເຮົາຍັງຈະຮັບເອົາ ການລົງທຶນ ຈາກຄົນ ປະເພດນີ້ ຢູ່ບໍ?