ການປູກປ່າຢູ່ລາວຍັງຂາດ ງົບປະມານ

ໄມຊູລີ
2018.05.23
F-FOREST ປ່າໄມ້ໃນລາວ
RFA

ຣັຖບານ ສປປລາວ ມີແຜນປູກປ່າ 37 ພັນເຮັກຕາ ຕາມຍຸທສາດ ຂອງຣັຖ ໃຫ້ປົກຫຸ້ມ 70% ໃນທົ່ວປະເທດ ພາຍໃນປີ 2020, ແຕ່ ຫຼາຍແຂວງ ເປັນຕົ້ນ: ແຂວງອັຕປື, ແຂວງໄຊຍະບູຣີ, ແຂວງຄໍາມ່ວນ, ແຂວງສວັນນະເຂດ ແລະ ແຂວງເຊກອງ ຍັງບໍ່ສາມາດ ປະຕິບັດໄດ້ ຍ້ອນຂາດງົບປະມານ ແລະ ພະນັກງານ.

ຕົວຢ່າງ ແຂວງເຊກອງ ມີພະນັກງານບໍ່ເຖິງ 10 ຄົນ ຮັບຜິດຊອບປູກປ່າ 5 ພັນເຮັກຕາທົ່ວແຂວງ ໄດ້ງົບປະມານພຽງ 30 ລ້ານກີບຕໍ່ປີ ການ ປູກປ່າປີຜ່ານມາ ໄດ້ບໍ່ຮອດ 1 ພັນເຮັກຕ່າ ດັ່ງເຈົ້າໜ້າທີ່ ຜແນກກະສິກັມແລະປ່າໄມ້ ແຂວງເຊກອງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ:

“ກໍ່ສະເພາະລັດແທ້ ມັນກໍບໍ່ຫລວງຫລາຍດອກ ຍັງໄດ້ນ້ອຍຢູ່ ເພາະງົບນັ້ນ ມັນບໍ່ມີສະເພາະປູກໄມ້ ຄັນວ່າຂື້ນແຜນ ມັນກໍຫລາຍຢູ່ ຖືວ່າ ສູນກາງເພີ່ນ ຄູນມາໃຫ້ມັນກໍນ້ອຍດຽວນີ້ນະ ບໍ່ຫຼາຍດອກ ມັນກໍສໍ່າ 20-30ລ້ານ ຂື້ນກັບກອງທຶນພັທນາເພີ່ນ.”

ສໍາລັບແຂວງອັຕປື ມີ ແຜນປູກປ່າ ທັງໝົດ 18 ພັນເຮັກຕ່າ ນັບແຕ່ປີ 2015 ມາຮອດປັຈຈຸບັນ ປະຕິບັດໄດ້ພຽງແຕ່ 5 ພັນເຮັກຕ່າ ແລະ ນັບແຕ່ທ້າຍ ປີ 2017 ມາຮອດປັດຈຸບັນນີ້ ທາງແຂວງ ໄດ້ເຊົາປູກປ່າແລ້ວ ຍ້ອນງົບປະມານບໍ່ພໍ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມແລະປ່າໄມ້ ແຂວງອັຕຕະປື ກ່າວຕໍ່ວິທຍຸ ເອເຊັຍ ເສຣີວ່າ:

“ທີ່ຜ່ານມາ ພວກເຮົາເຮັດໄດ້ແຕ່ 5 ພັນກັບ 52 ເຮັກຕ່າ ໃນປີ 2016 ນີ້ແຫລະ ຄືວ່າແຜນນີ້ ຄືຊິບໍ່ບັນລຸຕາມເບີ່ງ ປັດຈຸບັນນີ້ ກໍຂໍ້ມູນ ພວກເຮົາ ກໍຍັງຂາດໆເຂີນໆຢູ່ເນາະ ເພາະວ່າໃນ 18 ພັນນີ້ ພວກເຮົາກໍມີໂຄງການແລ້ວ ແຕ່ວ່າຕ້ອງໄດ້ເພີ້ມທຶນ.”

ສໍາລັບການປູກປ່າ ຈະຕ້ອງປູກໄມ້ ທີ່ທາງການລາວ ໄດ້ຈັດຕຽມໄວ້ ຕາມຄວາມເໝາະສົມ ຂອງພື້ນທີ່ ໃນແຕ່ລະທ້ອງຖິ່ນ ຄືປູກໃນ ພື້ນທີ່ ວ່າງເປົ່າ ຫຼື ຣັຖບານຈັດສັນໄວ້ໃຫ້ ເຊັ່ນ ໃນປ່າສງວນ, ປ່າໂຄກ ເພື່ອ ເພີ້ມຄວາມປົກຫຸ້ມ ປ່າໄມ້ ໃຫ້ໄດ້ 70% ໃນປີ 2020 ຕາມທີ່ກໍາໜົດໄວ້ ໃນຍຸທສາດ. ດັ່ງທ່ານ ທອງລູນ ສີສຸລິດ ນາຍຍົກຣັຖມົນຕຣີ ສປປລາວ ກ່າວວ່າ:

”ຂ້າພະເຈົ້າ ຈະອະທິບາຍແນວນັ້ນແຫລະ ເປັນຫຍັງຈິ່ງມີ ຄໍາສັ່ງ 15 ຕ້ອງເດັດຂາດ ປ້ອງກັນປ່າໄມ້ ຂອງພວກເຮົາ ປ້ອງກັນທຳມະຊາດ ຂອງພວກເຮົາ ພວກເຮົາມີນະໂຍບາຍຮອດ 2020 ຊິໃຫ້ໄດ້ 70% ຂອງປ່າໄມ້ ກວມເອົາ ປະເທດຍ່ານ 70% ຍັງແຕ່ ຊາວໜື່ງ ເຮົາສິ ຢູ່ໄດ້ແນວໃດ.”

ປັດຈຸບັນ ປ່າສງວນ ໃນລາວ ມີເນື້ອທີ່ ທັງໝົດ 4.7 ລ້ານເຮັກຕາ, ປ່າປ້ອງກັນ 8.2 ລ້ານເຮັກຕາ, ປ່າຜລິດ 3.1 ລ້ານເຮັກຕາ ສາມາດ ຟື້ນຟູ ປ່າທັມມະຊາດ 6 ລ້ານ ເຮັກຕາ ແລະ ປູກປ່າໄດ້ 5 ແສນເຮັກຕ່າ ດ້ວຍການສົ່ງເສີມ ຂອງອົງການຕ່າງປະເທດ ເປັນຕົ້ນ ກອງທຶນ ຫຸ້ນສ່ວນ Carbon ປ່າໄມ້ ຫຼື Forest Partnership Facility.

ອີງຕາມ ມາຕຖານປ່າໄມ້ລາວ ມາຮອດປີ 2017 ມີເນື້ອທີ່ ປ່າໄມ້ປົກຫຸ້ມ 60.4% ແຕ່ຖ້າອີງໃສ່ ມາຕຖານສາກົນ ຄື 79% ມີເນື້ອທີ່ປູກປ່າ ທັງໝົດ 4 ແສນປາຍເຮັກຕາ ນັບແຕ່ປີ 2010 ເປັນຕົ້ນມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.