ການຫລຸດຜ່ອນຄວາມທຸກຍາກ ໃນລາວ

ສິດນີ
2014.02.24
F-villagers ໂຄງການຫລຸດຜ່ອນຄວາມທຸກຍາກ ໃນລາວ
Gina-beana

 

ນັກຊ່ຽວຊານທ່ານນຶ່ງທີ່ເຮັດວຽກໃນໂຄງການຫລຸດຜ່ອນຄວາມທຸກຍາກໃນລາວເວົ້າວ່າໂຄງການຫລຸດຜອ່ນຄວາມທຸກຍາກໃນລາວທີ່ໄດ້ ປະຕິບັດກັນມາເປັນເວລາຍາວນານພໍສົມຄວນນັ້ນ ບໍ່ບັນລຸເປົ້າຫມາຍເທົ່າທີ່ຄວນເນື່ອງຈາກວ່າປະຊາຊົນສ່ວນໃຫຍ່ໃນເຂດຊົນນະບົດຍັງ ທຸກຍາກຄືເກົ່າພວກຂະເຈົ້າຍັງບໍ່ສາມາດສ້າງລາຍຮັບເພື່ອລ້ຽງຄອບຄົວໄດ້.ຈຸດປະສົງຂອງໂຄງການຫລຸດຜ່ອນຄວາມທຸກຍາກໃນລາວ ແມ່ນເພື່ອສ້າງວຽກເຮັດງານທຳແລະລາຍໄດ້ໃຫ້ແກ່ປະຊາຊົນທ້ອງຖີ່ນ ແຕ່ພາກປະຕິບັດຕົວຈີງນັ້ນຣັຖບານກັບສຸມໃສ່ການສ້າງຖນົນ ຫົນທາງແລະໂຄງຮ່າງພື້ນຖານປະເພດຕ່າງໆຫລາຍກວ່າຈຶ່ງເຮັດໃຫ້ປະຊາຊົນຍັງທຸກຍາກຄືເກົ່າຫລືຫລາຍກວ່າເກົ່າ:

"ຜ່ານມາເຮົາກໍແນະນຳຣັຖບານແລ້ວເນາະ ວ່າເພີ່ນຄວນຈະເນັ້ນໃນການພັທນາຫລືຫລຸດຜ່ອນຄວາມທຸກຍາກນີ້ໄປໃນທາງທີ່ວ່າເປັນ ການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນທ້ອງຖີ່ນເນາະ ຫລືບໍ່ກໍມີໂຄງການທີ່ແບບວ່າຈະສ້າງລາຍຮັບໃຫ້ແກ່ຂະເຈົ້າ ເພື່ອໃຫ້ເຂົາ ເຈົ້າຢູ່ໄດ້ດ້ວຍໂຕເອງບໍ່ຈະເປັນຕ້ອງເພີ່ງພາພາກຣັຖນີ້ຫລາຍປານໃດຫລືວ່າ ບໍ່ຊັ້ນກໍບໍ່ໃຫ້ເນັ້ນຫນັກໃນການສ້າງໂຄງຮ່າງພື້ນຖານ".

ໃນກອງປະຊຸມສະພາຄັ້ງທີ່ຜ່ານມາຣັຖບານລາວຍອມຮັບວ່າ ທີ່ຜ່ານມາຣັຖບານໄດ້ໃຊ້ຈ່າຍງົປມານໃນການສ້າງໂຄງຮ່າງພື້ນຖານຫລາຍ ເກີນໄປແທນທີ່ຈະໃຊ້ງົປມານໃນການສ້າງວຽກເຮັດງານທຳ ແລະສ້າງລາຍໄດ້ໃຫ້ແກ່ປະຊາຊົນທ້ອງຖີ່ນເພື່ອໃຫ້ຫລຸດພົ້ນຄວາມທຸກຍາກ ຕາມແຜນການ.ທ່ານບຸນເຮືອງດວງພະຈັນຣັຖມົນຕຣີ ປະຈຳຫ້ອງການຣັຖບານຜູ້ຊື່ງເປັນທັງປະທານຄນະກັມມະການຊີ້ແນະວຽກງານການ ພັທນາຊົນນະບົດແລະລຶບລ້າງຄວາມທຸກຍາກເວົ້າວ່າ ຍ້ອນງົປມານໃນການສົ່ງເສີມການສ້າງລາຍຮັບໃຫ້ແກ່ປະຊາຊົນໃນເຂດຊົນນະບົດ ຈຳກັດຈື່ງເປັນສາເຫດເຮັດໃຫ້ການແກ້ໄຂບັນຫາຄວາມທຸກຍາກໃນລາວ ບໍ່ປະສົບຜົລສຳເຣັດ.

ໃນປັດຈຸບັນ ປະຊາຊົນໃນເຂດຊົນນະບົດຍັງມີສະພາບຄວາມເປັນຢູ່ທຸກຍາກຄືເກົ່າໂດຍສ່ວນໃຫຍ່ເປັນຊາວກະສີກອນກວ່າ 70% ມີແຕ່ ເຮັດນາໃນຍາມຝົນສ່ວນໃນຍາມແລ້ງນັ້ນກໍຢູ່ລ້າໆ ບາງຄົນກໍມາເລາະຂໍທານໃນເຂດນະຄອນຫລວງວຽງຈັນ ກຸ່ມດັ່ງກ່າວຫລາຍຄົນມີ ສະພາບຊິວິດບໍ່ແນ່ນອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.