ທ.ທອງລຸນ ສັ່ງກວດກາ ຣົດເຖື່ອນ

ສິດນີ
2017.07.31
f-car ໃນປີ 2015 ແຂວງຫຼວງນໍ້າທາ ໄດ້ກວດກາ ຣົດເຖື່ອນທີ່ນຳເຂົ້າມາ ພາຍໃນແຂວງແລ້ວໃຊ້ ເອກສານປອມ ເພື່ອຫລີກລ່ຽງ ການເສັຽພາສີ
RFA/VD

ທ່ານ ທອງລຸນ ສີສຸລີດ ນາຍົກຣັຖມົນຕຣີລາວ ໄດ້ອອກຄຳສັ່ງ ໃຫ້ຫນ່ວຍງານ ທີ່ກ່ຽວຂ້ອງ ແລະ ເຈົ້າຫນ້າທີ່ແຂວງ ທົ່ວປະເທດກວດກາ ຣົດ ເຖື່ອນ ຢ່າງເຂັ້ມງວດ ແລະໃຫ້ເລື່ອນເວລາ ໃຫ້ເຈົ້າຂອງ ຣົດທີ່ຖືກຍຶດ ກ່ອນຫນ້ານັ້ນ ເຂົ້າມາຊີ້ແຈງ ເອກສານ ຕໍ່ເຈົ້າຫນ້າທີ່ ບໍ່ໃຫ້ ກາຍວັນທີ 1 ກັນຍາ 2017 ຖ້າຫາກວ່າ ເຈົ້າຂອງຣົດ ບໍ່ມາ ຣົດຄັນດັ່ງກ່າວ ຈະຕົກເປັນຂອງຣັດ. ດັ່ງເຈົ້າຫນ້າທີ່ ຣະດັບສູງ ກະຊວງ ການເງິນທ່ານນຶ່ງເວົ້າວ່າ:

"ຊ່ວງນີ້ເຂົາມັນໄປ ເຊືອກຫລາຍ ບໍ່ທັນໄດ້ຣົດລະ ຍັງມີເປົ້າຫມາຍກັນຕິດໆ ເຂົາກໍຍັງຕິດຕາມ ເອົາຂໍ້ມູນຢູ່ ຕົວເພິ່ນແຈ້ງການເພີ້ມຫັ້ນ ບໍ່ ຫມາຍຄວາມວ່າ ໃຫ້ຢຸດເຊົາໄດ້ ເພິ່ນກໍມີແຕ່ວ່າ ເພິ່ນທະວີຕະ ຫລອດໄດ໋ ຫມາຍຄວາມວ່າເພິ່ນ ຕໍ່ເວລາໄປຮອດ ວັນທີ 1 ເດືອນ 9 ນີ້ ຫມາຍຄວາມວ່າ ໃຫ້ເຂົ້າມາເສັຽ ຕົວໃດທີ່ມີບັນຊີ ຢູ່ໃນລີສ ຕົວເກົ່າຫັ້ນ ຄັນເຂົາບໍ່ມາ ຖືວ່າເຂົາສິດຳເນີນ ການຣະບຽບກົດຫມາຍ".

ຄຳສັ່ງຂອງນາຍົກ ຣັຖມົນຕຣີ ສະບັບດັ່ງກ່າວ ຣະບຸວ່າ ຫນ່ວຍງານກ່ຽວຂ້ອງ ຕາມແຂວງຕ່າງໆ ຕ້ອງໄດ້ກວດກາ ຣົດເຖື່ອນທັງຫມົດ ທີ່ ນຳເຂົ້າມາ ໃນປະເທດ ຊຶ່ງປັດຈຸບັນ ຄາດວ່າ ມີຢູ່ປະມານ 5 ພັນ ກວ່າຄັນ. ຖ້າພົບເຫັນ ຣົດຄັນໃດທີ່ບໍ່ມີ ເອກສານຖືກຕ້ອງ ຫຼືເປັນຣົດ ທີ່ນຳເຂົ້າມາຈາກ ປະເທດເພື່ອນບ້ານ ກໍຈະສົ່ງຄືນ ໃຫ້ເຈົ້າຂອງເຂົາ ໃນປະເທດ ດັ່ງກ່າວນັ້ນ. ຖ້າຣົດຄັນໃດມີ ເອກສານປອມ ທາງການ ກໍຈະຍຶດເປັນຂອງຣັດ. ແຕ່ຖ້າເຈົ້າຂອງ ຣົດ ຍັງຢາກໄດ້ຣົດ ດັ່ງກ່າວຄືນ ຕ້ອງໄປເຮັດຫນັງສື ໃຫ້ຖືກຕ້ອງ ແລະ ເສັຽພາສີອາກອນໃຫ້ຣັຖ ຮວມທັງຄ່າປັບໃຫມ.

ນາຍົກຣັຖມົນຕຣີ ແມ່ນໃຫ້ອຳນາດ ການປົກຄອງທ້ອງຖິ່ນ ກວດກາຣົດເຖື່ອນ ຢ່າງເຂັ້ມງວດ ເພາະມີຣົດເຖື່ອນ ເປັນຈໍານວນຫຼວງຫຼາຍ ທີ່ໃຊ້ເອກສານປອມ ເພື່ອຫລີກລ້ຽງ ການເສັຽພາສີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.