ຂ.ອຸດົມໄຊ ມີຣົດເຖື່ອນ ເພີ່ມຂຶ້ນ

ໄຊຍາ
2019.06.04
f-car ໃນປີ 2015 ແຂວງຫຼວງນໍ້າທາ ໄດ້ກວດກາ ຣົດເຖື່ອນທີ່ນຳເຂົ້າມາ ພາຍໃນແຂວງແລ້ວໃຊ້ ເອກສານປອມ ເພື່ອຫລີກລ່ຽງ ການເສັຽພາສີ
RFA/VD

ແຂວງອຸດົມໄຊ ເປັນແຂວງນຶ່ງ ທີ່ມີຈໍານວນຣົດເຖື່ອນ ເພີ້ມຂຶ້ນຫຼາຍ ໂດຍສະເພາະ ຣົດ ທີ່ລັກລອບນໍາເຂົ້າມາຈາກປະເທດຈີນ ແລະ ປະເທດໄທ, ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ພຶສພາ ຜ່ານມາ ນີ້ວ່າ:

“ປັດຈຸບັນນີ້ ເວົ້າເຣື່ອງຣົດເຖື່ອນ ຢູ່ແຂວງອຸດົມໄຊ ນີ້ ກະຖືວ່າເພີ່ມຂຶ້ນຫຼາຍ ຖ້າທຽບໃສ່ປີຜ່ານມາ ສ່ວນຫຼາຍແມ່ນເຂົ້າທາງຈີນ ຜ່ານມາ ທາງດ່ານສາກົນບໍ່ເຕັນ ມັນມີຄົນຈີນແດ່ ຄົນລາວແດ່ ສ່ວນຫຼາຍກະເອົາມາຂາຍຫັ້ນແຫຼະ ມັນມີຜູ້ສັ່ງແລ້ວກະເອົາມາ ສົ່ງໃຫ້.”

ທ່ານກ່າວຕື່ມອີກວ່າ ຣົດທີ່ນຳເຂົ້າມາສ່ວນຫຼາຍ ແມ່ນນໍາເຂົ້າຈາກປະເທດຈີນ ແລະ ປະເທດໄທ ເຊິ່ງຜ່ານເຂົ້າມາທາງດ່ານຊາຍແດນ ໂດຍມີເຈົ້າໜ້າທີ່ບາງສ່ວນ ເປັນຜູ້ອຳນວຍຄວາມສະດວກ ໃນການນຳເຂົ້າ. ປັດຈຸບັນ ແຂວງອຸດົມໄຊ ມີຣົດເຖື່ອນ ທັງໝົດເກືອບ 500 ປາຍຄັນ ໂດຍເພີ່ມຂຶ້ນຈາກປີ 2018 ເຖີງ 200 ປາຍຄັນ.

ຣົດເຖື່ອນ ທີ່ນຳເຂົ້າມານັ້ນ ສ່ວນຫຼາຍເປັນປະເພດຣົດເກັງ ແລະຣົດກະບະ, ຣົດກະບະ ແມ່ນນຳເຂົ້າຈາກປະເທດໄທ ສ່ວນວ່າຣົດເກັງນັ້ນ ແມ່ນນໍາເຂົ້າຈາກປະເທດຈີນ. ພາຍຫຼັງທີ່ນໍາເຂົ້າມາແລ້ວ, ເຈົ້າຂອງຣົດບາງຄົນ ກໍເອົາມາຂາຍຕາມຮ້ານຂາຍຣົດ, ບາງຄົນກໍເອົາມາໃຊ້ ສ່ວນໂຕ.

ໃນຂນະທີ່ ເຈົ້າໜ້າທີ່ ອີກທ່ານນຶ່ງໄດ້ເວົ້າວ່າ ໃນລະຍະຜ່ານມາ ຍັງບໍ່ທັນໄດ້ປະຕິບັດ ຕາມຣະບຽບ ມັນຈຶ່ງເຮັດໃຫ້ຫຼາຍຄົນ ໄປຊື້ຣົດເຖື່ອນ ມາໃຊ້ ແຈ້ງການນີ້ມີ ແຕ່ວ່າບໍ່ມີຜູ້ປະຕິບັດ ສ່ວນຫຼາຍແມ່ນພະນັກງານຕຳຣວດ ກັບພາສີນໍາເຂົ້າ.

ໃນປີທີ່ຜ່ານມາ ແຂວງອຸດົມໄຊ ໄດ້ເປີດໃຫ້ເຈົ້າຂອງຣົດ ທີ່ນໍາເຂົ້າມາແບບບໍ່ຖືກຕ້ອງ, ແຕ່ກໍມີພຽງແຕ່ຈຳນວນນ້ອຍ ທີ່ເອົາຣົດໄປເສັຽພາສີ ເນື່ອງຈາກວ່າ ການຄິດໄລ່ຄ່າເສັຽພາສີນັ້ນ ແພງເກີນໄປ, ດັ່ງປະຊາຊົນ ຜູ້ນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ມັນກະໄປຕາມປີນ໋າ ປີໃໝ່ຫຼາຍມັນກໍເສັຽຫຼາຍ ໄລ່ເປັນປີແດ່ ແລະກໍມັນມີຣະບຽບຂອງເຂົາຢູ່ຫັ້ນນ໋າ ມີຄ່າປັບໃໝ ປັບເອີ່ຍຫຼາຍໂອ່ ມັນໜັກນະດຽວນີ້ນະ 40 ລ້ານນີ້ ເສັຽບໍ່ໄດ້ແຫຼະ ປະມານ 80 ລ້ານ ມັນມີນຳຮ້ານກໍມີ ນຳບຸກຄົນກໍ່ມີ ເຂົາກະມີຈຸເຂົາ ເລາະຄ້າຂາຍຣົດ ຫັ້ນເນາະ.”

ແຂວງອຸດົມໄຊ ເຣີ່ມນໍາຣົດເຖື່ອນເຂົ້າມາ ຂາຍແຕ່ປີ 2010 ເປັນຕົ້ນມາ, ແລະ ນອກຈາກນີ້ ຍັງມີແຂວງຫລວງນໍ້າທາ ແລະ ບໍ່ແກ້ວ ທີ່ນຳຣົດເຖື່ອນເຂົ້າມາ ຈຳນວນຫຼາຍ ແຕ່ກໍຍັງບໍ່ທັນ ມີການຈັບ ຫລື ຍຶດຣົດເຖື່ອນນັ້ນຈັກເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.