ການລຶບລ້າງຄວາມທຸກຍາກ ບໍ່ໄດ້ຜົລ: ນາຍົກ ສປປ ລາວ

ໄຊຍາ
2019.11.19
f-thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ
Screen captured

ໂຄງການລຶບລ້າງຄວາມທຸກຍາກ ແລະ ການພັທນາຊົນນະບົດໃນລາວ ຍັງບໍ່ມີປະສິດທິຜົລ ບໍ່ສາມາດຍົກຣະດັບ ຣາຍຮັບຄົນລາວໃຫ້ສູງຂຶ້ນ ແລະ ບໍ່ສາມາດຈັດສັນອາຊີບ ທີ່ໝັ້ນຄົງໄດ້, ດັ່ງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປ ລາວ ໄດ້ກ່າວຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາດໃນວັນທີ 15 ພຶສຈິກາ ຜ່ານມາວ່າ:

"ການພັທນາຊົນນະບົດ ລຶບລ້າງຄວາມທຸກຍາກ ຣັຖບານມີຄວາມພຍາຍາມມາຫຼາຍປີ ແຕ່ວ່າຄວາມພຍາຍາມອັນນີ້ ຍັງບໍ່ທັນໄດ້ຕາມ ຈິດໃຈຂອງປະຊາຊົນ, ແຕ່ສຳຄັນທີ່ສຸດອັນນຶ່ງ ຂໍໃຫ້ທ່ານທີ່ຢູ່ບັນດາແຂວງຫັ່ນ ພຍາຍາມດືງດູດການລົງທຶນ ເຂົ້າໄປສູ່ ຊົນນນະບົດ."

ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຕື່ມວ່າ ເມື່ອເກີດມີການລົງທຶນ ສ້າງຕັ້ງຫົວໜ່ວຍທຸຣະກິດ ໃນເຂດນັ້ນແລ້ວກໍ່ໃຫ້ປະຊາຊົນ ໃນເຂດດັ່ງກ່າວ ເຂົ້າໄປເຮັດວຽກ ເພື່ອໃຫ້ເຂົາເຈົ້າມີຣາຍຮັບ ບໍ່ແມ່ນປ່ອຍໃຫ້ບໍຣິສັດ ເຮັດຕາມໃຈແຕ່ບໍ່ຈ້າງປະຊາຊົນ ໃນເຂດທ້ອງຖິ່ນເຮັດວຽກ.

ທ່ານ ນາຍົກຣັຖມົນຕຣີ ຣະບຸຕື່ມວ່າ ພາກສ່ວນກ່ຽວຂ້ອງ ຕ້ອງສ້າງເງື່ອນໄຂ ເອື້ອອຳນວຍ ໃຫ້ກັບປະຊາຊົນ ເຊັ່ນການສ້າງຖນົນຫົນທາງ ໃຫ້ໄປມາສະດວກ, ຕ້ອງສ້າງຕລາດເພື່ອຮອງຮັບ ຜລິຕພັນຂອງປະຊາຊົນ ແລະການເຂົ້າເຖິງສິນເຊື່ອ. ຕໍ່ບັນຫາດັ່ງກ່າວເຈົ້າໜ້າທີ່ຫ້ອງການ ລຶບລ້າງຄວາມທຸກຍາກ ກະຊວງແຜນການ ແລະການລົງທຶນ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 19 ພຶສຈິກາ ວ່າ. ປັຈຈຸບັນ ໂຄງການລຶບລ້າງຄວາມທຸກຍາກ ຍັງມີບັນຫາຫຍຸ້ງຍາກຫຼາຍ ເປັນຕົ້ນ ການສ້າງຖນົນ ຫົນທາງ, ໄຟຟ້າ, ນໍ້າສະອາດ, ການສຶກສາ, ສາທາຣະນະສຸຂ ແລະ ສວັດດີການຕ່າງໆ ຕ້ອງເຂົ້າເຖິງປະຊາຊົນ.

"ດຽວນີ້ີຣັຖບານມອບໃຫ້ ກະຊວງກະສິກັມ ເປັນໃຈກາງໃນການຈັດຕັ້ງປະຕິບັດ ເຣື່ອງຫຼຸດຜ່ອນຄວາມທຸກຍາກຫັ້ນນ່າ ແຕ່ວ່າມັນບໍ່ພຽງແຕ່ວ່າ ໄປສົ່ງເສີມກະສິກັມກັບສ້າງອາຊີບ ແຕ່ມັນກໍ່ມີເຣື່ອງຖນົນຫົນທາງ ເຣື່ອງການສຶກສາສາທາຣະນະສຸຂ ເຣື່ອງປະຊາສົງເຄາະຕ່າງໆຫັ້ນນ່າ."

ຕໍ່ໂຄງການດັ່ງກ່າວ ທ່ານ ລຽນທິແກ້ວ ຣັຖມົນຕຣີ ກະຊວງກະສິກັມ ແລະປ່າໄມ້ ໄດ້ຣາຍງານໃນກອງປະຊຸມ ສະພາແຫ່ງຊາດເມື່ອກາງປີ ທີ່ຜ່ານມາວ່າ. ຣັຖບານໄດ້ວາງຄາດໝາຍ ແຜນພັທນາຊົນນະບົດ ແລະລຶບລ້າງຄວາມທຸກຍາກໃນປີ 2019 ໂດຍມີການຈັດສັນງົບປະມານ 2,548 ຕື້ກີບ ເພື່ອສ້າງຄອບຄົວ ໃຫ້ມີເງື່ອນໄຂມາຕຖານພົ້ນທຸກໃຫ້ໄດ້ 4,469 ຄອບຄົວ ສ້າງບ້ານໃໝ່ໃຫ້ມີເງື່ອນໄຂ ພົ້ນທຸກ 220 ບ້ານ ແລະ ສ້າງບ້ານພັທນາ 100 ບ້ານ. ໃນນີ້ ເຄີ່ງສມັຍຜ່ານມາ ຣັຖບານໄດ້ຈັດສັນ ແລະ ຣະດົມທຶນຮອນ ທັງໝົດ 3,373 ຕື້ກີບ ມີ 2005 ກິຈກັມ ແລະ ໂຄງການຍ່ອຍ ໂດຍມີງົບປະມານ ປະກອບໃສ່ 546 ຕື້ກີບ ນອກຈາກນີ້ ຖືວ່າເປັນທຶນຊ່ອຍເຫຼືອລ້າ ແລະກູ້ຢືມຈາກຕ່າງ ປະເທດ.

ປັຈຈຸບັນສາມາດລຶບລ້າງຄວາມທຸກຍາກໄດ້ 5,179 ຄອບຄົວ. ຍັງເຫຼືອ 64,593 ຄອບຄົວ. ສາມາດລຶບລ້າງບ້ານທຸກຍາກໄດ້ 153 ບ້ານ ຍັງເຫຼືອ 1,536 ບ້ານ ແລະ ບ້ານພັທນາໄດ້ 253 ບ້ານ ເມືອງທຸກຍາກຍັງເຫຼືອ 23 ເມືອງ ແລະ ສ້າງບ້ານໃຫຍ່ ໃຫ້ມີລັກສນະ ໂຕເມືອງ ນ້ອຍ ໃນຊົນນະບົດໄດ້ 28 ບ້ານ.

ໃນຂນະທີ່ ສາສດາຈານ  Phillipe Alston ຜູ້ຣາຍງານພິເສດ ຂອງອົງການ ສະຫະປະຊາຊາດ ໄດ້ກ່າວຣາຍງານ ໃນໂອກາດທີ່ເຂົ້າມາ ເຮັດວຽກ ຢູ່ລາວ ນັບແຕ່ 18-28 ມີນາ 2019 ວ່າ : ສປປ ລາວ ບໍ່ສາມາດບັນລຸເປົ້າໝາຍ ສະຫະສະວັດຕາມແຜນ ການພັທນາ ເພື່ອ ໃຫ້ຫຼຸດພົ້ນ ຈາກສະຖານະປະເທດ ດ້ອຍພັທນາທີ່ສຸດ ໃນໂລກໃນປີ 2020.

ແຕ່ເຖີງວ່າການເພີ່ມຂຶ້ນຂອງ GDP ຈະສູງຂຶ້ນແຕ່ມີລັກສນະບໍ່ຍືນຍົງ ການເພີ່ມຂຶ້ນທັງໝົດແມ່ນ ຈາກປະເທດເພື່ອນບ້ານ ເຊັ່ນການສ້າງ ເຂື່ອນໄຟຟ້າ, ການສ້າງທາງຣົດໄຟ , ເງິນຊ່ອຍເຫຼືອລ້າ ທີີ່ມີເງິນໄຫຼເຂົ້າປະເທດຈຳນວນຫຼາຍ ແລະ ເງິນເລົ່ານັ້ນ ເປັນພຽງການ ຊື້ວັດຖຸ ອຸປກອນ ຍານພາຫະນະ ການຈ້າງວິຊາການ ຕ່າງປະເທດ ເຊິ່ງມັນບໍ່ແມ່ນຣາຍຮັບ ທີ່ກະຈາຍເຂົ້າໃນຣະບົບເສຖກິຈ ທີ່ເກີດການຈາກການ ຜລິດສິນຄ້າອຸປໂພກ ບໍຣິໂພກ ແລະ ການບໍຣິການ ເພື່ອເຮັດໃຫ້ເກີດການຈ້າງງານ ເປັນຣະບົບຍືນຍົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.