ຣັຖບານລາວຮັບພາລະ ອາຫານ ທ່ຽງ ໃນໂຮງຮຽນ
2019.06.27
ຣັຖບານລາວ ຈະເລິ່ມໂຄງການອາຫານທ່ຽງ ໃນໂຮງຮຽນທັງໝົດ 800 ແຫ່ງ ຕັ້ງແຕ່ສົກຮຽນໃໝ່ ໃນເດືອນ ກັນຍາ 2019 ນີ້ ເປັນຕົ້ນໄປ. ໃນຈຳນວນໂຮງຮຽນ ທີ່ວ່ານັ້ນ ມີ 515 ແຫ່ງ ທີ່ທາງໂຄງການ ອາຫານໂລກ ຫລື WFP ໄດ້ໃຫ້ການຊ່ອຍເຫຼືອ ແລະ ມອບຄືນໃຫ້ຣັຖບານ ລາວ ໃນພິທີມອບຮັບຊຶ່ງມອບໂດຍທ່ານ David ເບສເລ ຜູ້ອໍານວຍການ WFP ແລະຮັບໂດຍທ່ານ ຄໍາຜາຍ ສີສະຫວັນ ຮອງຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ທີ່ໄດ້ຈັດຂຶ້ນ ຢູ່ໂຮງຮຽນບ້ານ Bor ແຂວງ ອຸດົມໄຊ ໃນມື້ວັນທີ 15 ພຶສພາ ທີ່ຜ່ານມາ ບ່ອນທີ່ WFP ໄດ້ລ້ຽງອາຫານທ່ຽງ ທີ່ມີຄຸນທາດ ມີໂພຊນາການ ສໍາລັບເດັກນ້ອຍນັກຮຽນ 200 ຄົນ ທີ່ມັກມາໂຮງຮຽນ ແບບທ້ອງເປົ່າ ນັບຕັ້ງແຕ່ປີ 2002 ເປັນຕົ້ນມາ -ຕາມບົດຂຽນຂອງທ່ານ David Martin.
ດຣ. ຄໍາໄພ ສີສະຫວັນ ກ່າວໃນພິທີຫັ້ນວ່າ ອົງການ WFP ໄດ້ສນອງ ອາຫານທ່ຽງໃຫ້ນັກຮຽນ 40 ພັນປາຍຄາບ ແຕ່ປີ 2002 ມາເປັນ ອາຫານທ່ຽງ ທີ່ເຮັດໃຫ້ເດັກນ້ອຍລາວ ມີໂພຊນາການ ແລະສຸຂພາບ ທີ່ດີຂຶ້ນຕື່ມ, ໄດ້ຊ່ອຍໃຫ້ພວກເຂົາເຕີບໃຫຍ່, ພັທນາ ແລະບັນລຸຄວາມ ສໍາເຣັດ ໃນໂຮງຮຽນ ແລະຍັງດຶງດູດເດັກນ້ອຍ ໃຫ້ມາຮຽນໜັງສື ຢູ່ໂຮງຮຽນຫລາຍຂຶ້ນ ເນື່ອງຈາກສ່ວນຫລາຍ ນັກຮຽນບໍ່ໄດ້ຮັບອາຫານ ທີ່ມີໂພຊນາການ ຢ່າງພຽງພໍ ໃນເວລາມາເຂົ້າຮຽນ, ແລະຕໍ່ມາ WFP ໄດ້ຂຍາຍອາຫານ ທ່ຽງໃນໂຮງຮຽນ ຫລາຍຂຶ້ນຊຶ່ງກວມເອົານັກຮຽນ 140 ພັນປາຍຄົນ ໃນໂຮງຮຽນ 1 ພັນ 450 ແຫ່ງທົ່ວປະເທດ.
ຜ່ານການວິໃຈເບິ່ງຜົລໄດ້ຮັບ ຈາກການລົງທຶນໃສ່ວຽກງານອາຫານທ່ຽງ ໃນໂຮງຮຽນປີ 2018 ເຫັນວ່າການລົງທຶນແຕ່ລະ 1 ໂດລາ ສະຫະຣັຖ ເຂົ້າໃນໂຄງການທີ່ວ່ານີ້ ຈະໄດ້ຮັບຜົລຕອບແທນຄືນ 6 ໂດລາຊຶ່ງ 10 ປີຜ່ານມາ ໄດ້ຊ່ອຍໃຫ້ລາວ ບໍ່ພຽງແຕ່ ມີເດັກນ້ອຍ ຈົດຊື່ເຂົ້າໂຮງຮຽນເພີ່ມຂຶ້ນ 14 ເປີເຊັນ ໂດຍສະເລັ່ຽເທົ່ານັ້ນ ແຕ່ອາຫານທ່ຽງໃນໂຮງຮຽນ ຍັງເຮັດໃຫ້ນັກຮຽນ ສືບຕໍ່ຮຽນດົນຂຶ້ນກວ່າ ນັກຮຽນ ທີ່ບໍ່ໄດ້ຮັບອາຫານທ່ຽງ ໃນໂຮງຮຽນ 1 ປີ.
ທ່ານ David Beasley ກ່າວວ່າ WFP ມີແຜນການຈະມອບວຽກງານອາຫານທ່ຽງ ໃນໂຮງຮຽນ ຂອງຣັຖໃຫ້ສໍາເຣັດ ໃນປີ 2021 ແລະ ເລີ່ມແຕ່ເດືອນກັນຍາ ປີ 2019 ນີ້ເປັນຕົ້ນໄປ WFP ຈະຮ່ວມກັບຣັຖບານລາວ ສນອງ ງົບປະມານ ໃຫ້ໂຮງຮຽນ 800 ແຫ່ງທີ່ WFP ໄດ້ມອບ-ຮັບ ໃນຄັ້ງນີ້ 515 ແຫ່ງນໍາດ້ວຍ.
ພ້ອມດຽວກັນ ກໍຍັງຈະສືບຕໍ່ສ້າງຄວາມສາມາດ ແລະການເປັນເຈົ້າການ ໃຫ້ຣັຖບານເພື່ອການພັທນາ ແບບຢືນຢົງ ຮວມເຖິງການຕໍ່ນໍ້າ ເຂົ້າໂຮງຮຽນ ວຽກງານພື້ນຖານດ້ານ ສຸຂອະນາມັຍ ແລະ ສຸຂພິບານຂອງໂຮງຮຽນ ສວນຄົວຂອງໂຮງຮຽນ ສວນຄົວເຮືອນຂອງຊຸມຊົນ ແລະໜອງປາ ນໍາດ້ວຍ. ແລະຕາມຄໍາເວົ້າຂອງເຈົ້າໜ້າທີ່ລາວ ທີ່ກ່ຽວຂ້ອງທ່ານນຶ່ງຕໍ່ RFA ເມື່ອໄວໆມານີ້, ອົງການອາຫານໂລກ ໄດ້ປະກາດມອບໂອນໂຄງການ ທີ່ວ່ານີ້ໃຫ້ຣັຖບານລາວ ຮັບຜິດຊອບຕໍ່ ນັບຕັ້ງແຕ່ສົກຮຽນໃໝ່ ຄືເດືອນ ກັນຍາ 2019 ນີ້ນັ້ນ ມີຂຶ້ນ ພາຍຫັລງ ທີ່ທາງຣັຖບານລາວ ຢືນຢັນວ່າ ເສຖກິດຂອງລາວ ເຕີບໂຕ ກຸ້ມຢູ່ກຸ້ມກິນແລ້ວເ
"ຣັຖບານເຮົາກະຢືນຢັນວ່າ ເສຖກິດເຮົາກະພໍພຽງ ກຸ້ມຢູ່ກຸ້ມກິນແລ້ວລະຂະເຈົ້າກະບໍ່ສືບຕໍ່ອີກ ເພາະວ່າເຮົາກະສາມາດຄໍ້າປະກັນໄດ້ແລ້ວ ເພິ່ນກະວ່າຫລັກໆກະວ່າສິເຮັດໄດ້ຄື ອາຫານໂລກໄດ້ເຮັດ ເຮັດໃຫ້ມັນໄດ້ຫັ້ນລະ ໄດ້ບໍ່ໄດ້ກະໃຫ້ມັນໄດ້ ເພາະວ່າ ເດັກກະຄືຜູ້ໃຫຍ່ ໃນອະນາຄົດ."
ເວົ້າສະເພາະແຂວງ ໄຊຍະບູຣີ ການປະກາດມອບ ໂຄງການອາຫານທ່ຽງ ຂອງອົງການອາຫານໂລກ ໃຫ້ຢູ່ໃນຄວາມຮັບຜິດຊອບ ຂອງ ຣັຖບານລາວນັ້ນ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ແຂວງ ໄຊຍະບູຣີ ທ່ານນຶ່ງ ຕໍ່ RFA ແລ້ວແມ່ນວ່າ ຣັຖບານ ຈະຊື້ ອາຫານ ມາແຕ່ງກິນ ຢູ່ໂຮງຮຽນ ໃນອັດຕຣາ 800 ກີບຕໍ່ຄົນຕໍ່ມື້ ສໍາລັບເດັກນ້ອຍອານຸບານ ແລະນັກຮຽນປະຖົມ ຢູ່ໂຮງຮຽນ 21 ແຫ່ງໃນ 21 ບ້ານ ທີ່ມີ ນັກຮຽນ 2 ພັນປາຍຄົນ ຢູ່ໃນເຂດຊົນນະບົດຫ່າງໄກ ຂອງມືອງໄຊສະຖານ ຊຶ່ງຈະເລີ່ມໃນເດືອນ ກັນຍາ ສົກຮຽນໃໝ່ 2019-2020:
"ລະມອບໃຫ້ຣັຖບານສືບຕໍ່ ແຕ່ວ່າຣັຖບານບໍ່ມີເງິນ ສນອງເຂົ້າເປືອກໃຫ້ ມີແຕ່ຈະສນອງເປັນອາຫານທ່ຽງ ຢ່າງດຽວ ເຂົ້ານີ້ແມ່ນຈະໃຫ້ ນັກຮຽນ ແຕ່ລະຄົນ ຖືມາແຕ່ບ້ານ ເອົາເຂົ້າສຸກທີ່ວ່າໜຶ້ງແລ້ວ ເອົາມາພ້ອມ ມາໂຮງຮຽນ ຈະມີແຕ່ແມ່ຄົວ ເຮັດອາຫານ ໃຫ້ກິນຫັ້ນນະ."
ໃນການຊ່ອຍອາຫານທ່ຽງ ໃຫ້ເດັກນ້ອຍນັກຮຽນ ຂອງຣັຖບານລາວ ແມ່ນຈະຊ່ອຍແຕ່ເຄຶ່ອງກິນ ສ່ວນວ່າເຂົ້າແມ່ນນັກຮຽນຖືມາເອງ, ຜູ້ບໍ່ມີເຂົ້າມານຳ ກໍຈະມີການແບ່ງປັນກິນນຳໝູ່. ຕັ້ງແຕ່ເດືອນກັນຍາຫາເດືອນ ຕຸລານີ້ ຈະມີຄວາມຫຍູ້ງຍາກແດ່ ເນື່ອງຈາກ ຍັງບໍ່ທັນ ຮອດຣະດູ ເກັບກ່ຽວເຂົ້າໃໝ່ ເທື່ອ, ພໍ່ແມ່ ຈໍານວນນຶ່ງ ກໍມີເຂົ້າກຸ້ມກິນ, ແຕ່ອີກຈໍານວນນຶ່ງ ກໍຂາດໆເຂີນໆ ອັນຈະເຮັດໃຫ້ເດັກນ້ອຍ ນັກຮຽນອາດຈະໄດ້ແບ່ງປັນ ເຂົ້າກິນກັນ ໃນໂຮງຮຽນ.
ສໍາລັບແມ່ຄົວ ແຕ່ງກິນໃຫ້ເດັກນ້ອຍ ອົງການອາຫານໂລກ ໃຫ້ຄ່າແຮງງານ ຄົນນຶ່ງ 150 ພັນກີບຕໍ່ເດືອນ ແຕ່ເມື່ອຕົກມາເປັນພາຣະ ຂອງຣັຖບານລາວ ແລ້ວ ຣັຖບານບໍ່ມີງົບປະມານ ທີ່ຈະຈ້າງແມ່ຄົວ ຊຶ່ງທ່ານເວົ້າວ່າຕ້ອງໄດ້ ຣະດົມພໍ່ແມ່ ຜູ້ປົກຄອງ ປ່ຽນຜຽນກັນໄປ ເປັນແມ່ຄົວ ແຕ່ງກິນໃຫ້ເດັກນ້ອຍ. ແລະວ່າ ບໍ່ແມ່ນມີແຕ່ຢູ່ເມືອງ ໄຊສະຖານ ເທົ່ານັ້ນ ທີ່ເດັກ ນ້ອຍອານຸບານ ແລະນັກຮຽນປະຖົມ ຈະຕ້ອງໄດ້ຖືເຂົ້າສຸກມາກິນຕອນກາງເວັນ ເດັກນ້ອຍນັກຮຽນ ເມືອງຫຼ້າ ແຂວງອຸດົມໄຊ ເມືອງຂວາ ແຂວງຜົ້ງສາລີ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ແລະແຂວງຫົວພັນ 6 ເມືອງ ກໍຈະໄດ້ເຮັດຄືກັນນັ້ນ.
ຫລັງຈາກທີ່ມີການຈັດພິທີ ມອບໂອນໂຄງການດັ່ງກ່າວ ໃນເດືອນ ມິຖຸນາ ທີ່ຜ່ານມາ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລາວ ທ່ານເດີມຕໍ່ RFA ແລ້ວແມ່ນວ່າ ບັນຫານຶ່ງ ທີ່ກັງວົນກັນ ໃນການຮັບຊ່ວງຕໍ່ ຂອງຣັຖບານລາວ ຈາກອົງການ ອາຫານໂລກ ຄືເຣື່ອງງົບປະມານ -ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:
"ຄວາມໜັກໃຈກະຄື ພາຍຫລັງທີ່ວ່າທາງໂຄງການໝົດລະ ຣັຖບານເຮົາສິຮັບເປັນທາງການ ເຮົາກໍຄຶດຢ້ານວ່າທາງດ້ານງົບປະມານ ຢ້ານບໍ່ມີງົບປະມານ ບໍ່ພໍຫັ້ນນະ."
ທ່ານເວົ້າວ່າ ຖ້າຈະໃຫ້ຊາວບ້ານປະກອບສ່ວນຫລາຍ ກໍຄົງຈະຍາກ ເພາະວ່າປົກຕິແລ້ວ ຊາວບ້ານຂະເຈົ້າ ກໍຂາດໆເຂີນໆຢູ່ແລ້ວ. ແລະວ່າເຣື່ອງການແຕ່ງກິນ ໃຫ້ເດັກນ້ອຍນັກຮຽນ ໄດ້ກິນອາຫານທ່ຽງ ຢູ່ໃນໂຮງຮຽນນັ້ນ ກໍມີຄວາມລໍາບາກໃຈຢູ່:
"ອາຫານທ່ຽງຫັ້ນທີ່ຜ່ານມາ ໂຄງການຂະເຈົ້າມີເງິນ 800 ໃຫ້ຜູ້ເປັນແມ່ຄົວ ແຕ່ດຽວນີ້ຣັຖບານເຮົາ ສິໃຫ້ໄດ້ສໍ່ານັ້ນບໍ່ ຖ້າວ່າບໍ່ມີສິ່ງຕອບແທນ ໃຫ້ຊາວບ້ານແມ່ຄົວ ແຕ່ງກິນໃຫ້ນັກຮຽນກິນ ບາງເທື່ອກໍລໍາບາກໃຈ ຢູ່ດ້ານນີ້ ບໍ່ມີສິ່ງຕອບແທນ ກະສິບໍ່ມີ ຜູ້ແຕ່ງກິນ ໃຫ້ນັກຮຽນຫັ້ນນະ."
ທ່ານເວົ້າຕື່ມວ່າ ໂຄງການອາຫານທ່ຽງ ສໍາລັບເດັກນ້ອຍນັກຮຽນ ໂດຍສະເພາະ ໃນເຂດຊົນນະບົດ-ຫ່າງໄກ ປະຊາຊົນທຸກຍາກ ຂາດເຂີນນັ້ນ ເປັນທີ່ຈໍາເປັນ ແລະກໍມີຄວາມສໍາຄັນ ມີຄຸນປະໂຫຍດຫລາຍ ສໍາລັບເດັກນ້ອຍນັກຮຽນ ສຳລັບສັງຄົມ ແລະ ປະເທດຊາດ ຍ້ອນວ່າຈະເຮັດໃຫ້ ເດັກນ້ອຍ ມາໂຮງຮຽນ ປົກກະຕິ:
"ສອງ ກໍຄືນັກຮຽນໄດ້ຮັບສານອາຫານ ທີ່ມີໂພຊນາການ ເຮັດໃຫ້ການຂຶ້ນຫ້ອງ ຂອງນັກຮຽນ ການຄົນຄວ້າ ຂອງນັກຮຽນມີສະມາທິ ລະກະເຮັດໃຫ້ການຈະເຣີບເຕີບໂຕ ຂອງຮ່າງການສົມບູນດີ. ສຸຂພາບແຂງແຮງ."
ໂຄງການອາຫານທ່ຽງ ໃນໂຮງຮຽນອານຸບານ ແລະໂຮງຮຽນປະຖົມ ໃນເຂດແຂວງຕ່າງໆ ຂອງລາວ ຕາມຄໍາເວົ້າຂອງເຈົ້າໜ້າທີ່ລາວ ທ່ານນີ້ ແລ້ວແມ່ນວ່າ ເບື້ອງຕົ້ນ ຄືແຕ່ປີ 2002 ຫາ 2016 ອົງການອາຫານໂລກ ໄດ້ຊ່ອຍເຫລືອ ອາຫານຫວ່າງ ໃຫ້ເດັກນ້ອຍ ນັກຮຽນກິນ. ແລະແຕ່ປີ 2016 ມາຮອດປີ 2019 ແມ່ນຊ່ອຍເປັນໂຄງການ ອາຫານທ່ຽງ.