ນະຄອນຫຼວງຕ້ອງຈ່າຍໜີ້ ຄ່າໄຟ ເຍືອງທາງ
2019.02.05
ຣັຖບານລາວໄດ້ສັ່ງໃຫ້ຫ້ອງວ່າການນະຄອນຫຼວງວຽງຈັນ, ຈ່າຍໜີ້ຄ່າໄຟຟ້າເຍືອງທາງ 40 ຕື້ກີບ ທີ່ຄ້າງຄາບໍ່ຈ່າຍມາແຕ່ປີ 2002 ໃຫ້ແກ່ ຣັຖວິສາຫະກິດໄຟຟ້າລາວຢ່າງຮີບດ່ວນ. ດັ່ງຄຳເວົ້າຂອງເຈົ້າໜ້າທີ່ ຣັຖວິສາຫະກິດໄຟຟ້າລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ກຸມພາ ນີ້ວ່າ:
"ທາງຣັຖບານເພິ່ນວ່າບໍ່ຊ່ອຍໃນເຣື່ອງສຳຣະ, ແຕ່ຈະມອບໃຫ້ນະຄອນຫຼວງວຽງຈັນ ເປັນຜູ້ສຳຣະ, ແຕ່ວ່າຊິສຳຣະແນວໃດໜິ, ໃຫ້ ນະຄອນ ຫຼວງວຽງຈັນ ຊອກແຫຼ່ງງົບປະມານທາງອື່ນ, ສ່ວນໜີ້ແຕ່ປີ 2019 ເປັນຕົ້ນໄປນີ້, ຣັຖບານຊິເຂົ້າມາຊ່ອຍ."
ທ່ານກ່າວຕື່ມວ່າ, ແຕ່ປີນີ້ເປັນຕົ້ນໄປ, ຣັຖບານຈະຊ່ອຍນະຄອນຫຼວງວຽງຈັນ, ຈ່າຍຄ່າໄຟຟ້າ 5 - 10 ສ່ວນຮ້ອຍ, ສ່ວນໜີ້ເກົ່າທີ່ຄ້າງຄາ, ນະຄອນຫຼວງວຽງຈັນໄດ້ສເນີຕໍ່ກອງປະຊຸມສະພາ ເມື່ອເດືອນພຶສຈິກາ ປີກາຍໃຫ້ເກັບເງິນເພີ່ມ ຈາກປະຊາຊົນ 3 ພັນ ຫາ 5 ພັນກີບ ຕໍ່ ຄອບຄົວຕໍ່ເດືອນ, ເພື່ອເປັນການແບ່ງເບົາ ການຈ່າຍໜີ້ ແຕ່ມາຮອດປັດຈຸບັນ ສະພາຍັງບໍ່ອະນຸມັດ.
"ແຕ່ວ່າວິທີການແກ້ໄຂ ຢູ່ນະຄອນຫຼວງວຽງຈັນດຽວນີ້, ເພິ່ນຍັງກຽມຜ່ານສະພາແກ້ໄຂຢູ່, ນະຄອນຫຼວງວຽງຈັນນີ້ກໍ່ຄືວ່າຄ່າໄຟເຍືອງທາງ, ເພິ່ນໃຫ້ຄົວເຮືອນ, ໃຫ້ປະຊາຊົນຈ່າຍຊ່ອຍເດືອນລະ 3 ພັນ ຫາ 5 ພັນກີບນີ້ແຫຼະ, ໃຫ້ທຸກຄົນມີສ່ວນຮ່ວມ ໃນການຈ່າຍໜີ້, ແຕ່ວ່າຕອນນີ້, ເພິ່ນຍັງບໍ່ອະນຸມັດເທື່ອ, ເພາະວ່າເພິ່ນຍັງນຳສເນີສະພາ, ແຕ່ສະພາບໍ່ອະນຸມັດ, ຍັງເຮັດບໍ່ໄດ້."
ເຖິງແນວໃດກໍຕາມ ທາງຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ, ກໍກຳລັງຊອກຫາແຫຼ່ງທຶນ, ເພື່ອມາຈ່າຍໜີ້ຄ່າໄຟຟ້າສາທາຣະນະ ຫຼື ໄຟເຍືອງທາງ ດ້ວຍການຂໍຄວາມຊ່ອຍເຫຼືອລ້າ, ຈາກຄນະກັມມາທິການຮ່ວມມື ລາວ-ຈີນ, ນອກນີ້ຍັງຕ້ອງໄດ້ ຊອກຫາແຫຼ່ງທຶນອື່ນ, ຈາກ ທາງພາກເອກກະຊົນ ທັງພາຍໃນ ແລະຕ່າງປະເທດ ເພື່ອມາສຳຣະໜີ້ ແຕ່ຍັງບໍ່ເຊັດເຈັນ ເພາະຕອນນີ້ ຢູ່ໃນຂັ້ນຕອນການສເນີເທົ່ານັ້ນ.