ໂຮງງານປຸງແຕ່ງໄມ້ຖືກປິດ ຍ້ອນຜິດ ລະບຽບ
2018.11.20
ຜແນກອຸດສາຫະກັມ ແລະການຄ້າ ແຂວງຄຳມ່ວນ ຍົກເລີກທະບຽນທຸຣະກິດ ໂຮງງານປຸງແຕ່ງໄມ້ 18 ແຫ່ງ ຈາກທັງໝົດ 89 ແຫ່ງ ໃນແຂວງຄຳມ່ວນ ຍ້ອນຂັດຄຳສັ່ງ ນາຍົກຣັຖມົນຕຣີ ເລກທີ 15/ນຍ ເປັນທຸຣະກິດໂຮງງານໄມ້ ບໍ່ໄດ້ມາຕຖານ ເປັນຕົ້ນ ຊຸກເຊື່ອງໄມ້ ແລະດຳເນີນກິຈການ ທີ່ຜິດກົດໝາຍ. ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງຄຳມ່ວນ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອ ວັນທີ 19 ພຶສຈິກາ ວ່າ:
"ມາຮອດປັດຈຸບັນຍົກເລີກທາງດ້ານທະບຽນທຸຣະກິດ 18 ແຫ່ງ ຍ້ອນຂັດຄຳສັ່ງນາຍົກ ເລກທີ 15 ກ່ຽວກັບການດຳເນີນ ທຸຣະກິດໄມ້ ໃນ ສປປລາວ ຂະເຈົ້າບໍ່ມີວັດຖຸດິບ ເຄື່ອນໄຫວໄມ້ແບບບໍ່ຖືກຕ້ອງ ມີການຊຸກເຊື່ອງໄມ້ ບໍ່ຖືກຕ້ອງ ເຂົາໃຫ້ຢຸດດຳເນີນ ທຸຣະກິດ."
ທ່ານກ່າວຕື່ມວ່າ ການຍົກເລີກທະບຽນທຸຣະກິດແມ່ຍົກເລີກພຽງແຕ່ທະບຽນ ການດຳເນີນທຸຣະກິດ ປຸ່ງແຕ່ງໄມ້ ເທົ່ານັ້ນ ແຕ່ເຂົາເຈົ້າສາມາດ ເຮັດທຸຣະກິດແນວໃໝ່ ໃນພື້ນທີ່ດັ່ງກ່າວໄດ້:
"ຢຸດທະບຽນບໍ່ໃຫ້ດຳເນີນການທາງໄມ້ ປຸງແຕ່ງໄມ້ ຢຸດດຳເນີນທຸຣະກິດ ແຕ່ໂຮງງານຍັງຢູ່ຄືເກົ່າ ສາມາດໝູນໃຊ້ໄປເຮັດແນວໃໝ່ໄດ້ ຍົກຕົວຢ່າງຂາຍກິຈການໄມ້ ໄປເຮັດຂາຍຣົດຂາຍລາ."
ສຳລັບໂຮງງານປຸງແຕ່ງໄມ້ ອີກຈຳນວນ 71 ແຫ່ງ ທີ່ເຫລືອຜແນກອຸດສາຫະກັມ ແລະການຄ້າແຂວງ ໄດ້ລົງໄປກວດກາ ໃນຂັ້ນຕອນຕໍ່ໄປ ຖ້າພົບວ່າໂຮງງານປຸງແຕ່ງໄມ້ໃດ ເຮັດຜິດກົດໝາຍ ກໍ່ຢຸດການດຳເນີນ ທຸຣະກິດທັນທີ:
"71 ແຫ່ງ ນີ້ເຮົາກໍ່ມີການເຄື່ອນໄຫວສືບຕໍ່ ກວດກາໂຮງງານ ວ່າຍັງສາມາດປຸງແຕ່ງໄມ້ ໄດ້ມາຕຖານ ເລກທີ 15 ກໍ່ຈະສົ່ງເສີມ ແຕ່ວ່າ ໂຮງງານໃດ ມີການລັກລອບບໍ່ຖືກຕ້ອງ ຕາມກົດໝາຍ ເລກທີ 15 ເຮົາກໍ່ຈະມີການຢຸດຕິ ການດຳເນີນທຸຣະກິດຂອງເຂົາ ເພາະໃນໄລຍະ ຜ່ານມາ ຫລາຍໂຮງານປຸງແຕ່ງ ແຕ່ວ່າຊຸກເຊື່ອງໄມ້."
ອີງຕາມຣາຍງານ ໃນຈຳນວນໂຮງງານປຸງແຕ່ງໄມ້ 71 ແຫ່ງ ໃນນັ້ນມີຢູ່ເມືອງທ່າແຂກ 7 ແຫ່ງ, ເມືອງຫີນບູນ 2 ແຫ່ງ, ເມືອງມະຫາໄຊ 4 ແຫ່ງ, ເມືອງບົວລະພາ 6 ແຫ່ງ ແລະ ເມືອງໄຊບົວທອງ 8 ແຫ່ງ.