ທາງການພິຈາຣະນາ ແຮງງານ ຂັ້ນຕໍ່າ
2018.01.17
ກະຊວງແຮງງານແລະສວັດດີການສັງຄົມ ສປປລາວ ຈະປະຊຸມປຶກສາຫາລື ກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເພື່ອຂຶ້ນຄ່າແຮງງານຂັ້ນຕ່ຳ ໃຫ້ຄົນງານ ກໍາມະກອນ ທີ່ເຮັດວຽກ ໃນລາວ ຕາມຄຳສເນີ ຂອງສະຫະພັນ ກຳມະບານລາວຈາກ 9 ແສນກີບເປັນ 1 ລ້ານ 2 ແສນກີບ ຕໍ່ເດືອນ. ແຕ່ກໍຍັງບໍ່ແນ່ວ່າຈະປັບ ຂຶ້ນໄດ້ຄືແນວນັ້ນຫລືບໍ່. ດັ່ງເຈົ້າຫນ້າທີ່ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະສວັດດີການສັງຄົມ ເວົ້າໃນມື້ວັນທີ 9 ມົກກະຣາ 2018 ນີ້ວ່າ:
"ເຈົ້າ, ແຕ່ອັນນັ້ນເຮົາຍັງບໍ່ທັນຕົກລົງກັນເທື່ອວ່າ ຈະປັບຂື້ນທໍ່ໃດເທື່ອ ເຈົ້າ, ເຮົາຍັງປະຊຸມກັນຢູ່ ຍັງບໍ່ທັນຮະບຸກັນວ່າຈະຂື້ນທໍ່ໃດຫັ້ນນ່າ ຍັງສິເຮັດແຈ້ງການໄປຢູ່ ແຕ່ທາງເຮົາຍັງປະຊຸມກັນອີກ ເພາະວ່າເຮົາສິປະຊຸມກັນທ້າຍເດືອນນຶ່ງນີ້."
ນາງກ່າວຕື່ມວ່າ ການຂຶ້ນຄ່າແຮງງານຂັ້ນຕ່ຳໃຫ້ເປັນ 1 ລ້ານ 2 ແສນກີບຕໍ່ເດືອນ ຕາມຄຳສເນີຂອງສະຫາພັນກຳມະບານລາວນັ້ນ. ແມ່ນ ຕ້ອງໄດ້ລໍຖ້າຄວາມເຫັນ ແລະການອະນຸມັດຈາກທາງຣັຖບາລກ່ອນ.
ສະຫະພັນກຳມະບານລາວ ໄດ້ສເນີໃຫ້ຂຶ້ນຄ່າແຮງງານຂັ້ນຕ່ຳ ມາແຕ່ປີ 2017 ທີ່ຜ່ານມາຍ້ອນເຫັນວ່າ ຜູ້ອອກແຮງງານ ໄດ້ຮັບເງິນເດືອນ ຂັ້ນຕໍ່າພຽງແຕ່ 9 ແສນກີບຕໍ່ເດືອນ ເມື່ອທຽບໃສ່ຄ່າຄອງຊີບ ປະຈໍາວັນແລ້ວຖືວ່າບໍ່ພຽງພໍ ກັບຄ່າໃຊ້ຈ່າຍຈໍາເປັນ ພື້ນຖານໃນການດໍາລົງ ຊີວິດຂອງຄອບຄົວພວກເຂົາເຈົ້າ.
ແຕ່ເຖິງຢ່າງໃດກໍຕາມ ທ່ານກໍເວົ້າວ່າ ກອງປະຊຸມພິຈາຣະນາ ຂຶ້ນຄ່າແຮງງານຂັ້ນຕ່ຳ ຂອງຄົນງານ ຊຶ່ງເປັນຄັ້ງທີ 3 ໃນເທື່ອນີ້ ຖ້າທຸກຝ່າຍ ເຫັນພ້ອມຮ່ວມກັນ ຮວມທັງຣັຖບາລແລ້ວ ກໍຈະປະກາດໃຊ້ໃນທ້າຍເດືອນກຸມພາປີ 2018 ນີ້ ແລະຈະແຈ້ງໃຫ້ ຜູ້ປະກອບການ, ຫ້າງຮ້ານ, ບໍຣິສັດເອກຊົນ ໃນທົ່ວປະເທດຮັບຮູ້ ແລະປະຕິບັດຕາມ.
ການຂຶ້ນເງິນເດືອນຂັ້ນຕໍ່າທີ່ວ່ານັ້ນ ເບື້ອງຕົ້ນມີການຄິດໄລ່ກັນວ່າ ອາຈຈະຂຶ້ນໃຫ້ເຖິງ 1 ລ້ານ 5 ແສນກີບຕໍ່ເດືອນ ໃນປີ 2017 ທີ່ຜ່ານມາ ຍ້ອນຄ່າຄອງຊີບ ຖີບຕົວຂຶ້ນສູງ, ຣາຄາສິນຄ້າອຸປໂພກບໍຣິໂພກ ໃນທ້ອງຕລາດແພງຂຶ້ນນໍາເລື້ອຍໆ ຂະນະທີ່ເງິນເດືອນຂັ້ນຕໍ່ ຍັງຢູ່ເທົ່າເກົ່າ ຄື 9 ແສນກີບຕໍ່ເດືອນ ເຮັດໃຫ້ຜູ້ອອກແຮງງານ ຫຍຸ້ງຍາກລໍາບາກ ໃນການດໍາລົງຊີວິດ ຂອງພວກເຂົ້າເຈົ້າ.
ໃນຣະຍະ 5 ປີຜ່ານມານີ້ ຣັຖບາລລາວ ຂຶ້ນເງິນເດືອນຂັ້ນຕໍ່າ ຂອງຄົນງານມາແລ້ວ 2 ຄັ້ງ ຄືໃນປີ 2012 ໄດ້ຂຶ້ນຈາກ 3 ຮ້ອຍ 80 ພັນ ກີບມາເປັນ 6 ແສນ 26 ພັນກີບຕໍ່ເດືອນ, ໃນປີ 2015 ໄດ້ຂຶ້ນອີກເປັນ 9 ແສນກີບຕໍ່ເດືອນຍ້ອນຄ່າຄອງຊີບສູງຂຶ້ນ ໃນຂະນະທີ່ຣັຖບາລ ບໍ່ສາມາດຄວບຄຸມ ຣາຄາສິນຄ້າ ໃນທ້ອງຕລາດໄດ້, ເຮັດໃຫ້ກັມກອນ ຄົນງານທົ່ວໄປ ເຖິງຈະປະຢັດມັທຍັດ ພຽງໃດ ກໍບໍ່ກຸ້ມຢູ່ບໍ່ກຸ້ມກິນ ໃນຂະນະທີ່ຄົນງານ ຈໍານວນນຶ່ງ ບາງເທື່ອກໍພໍຢູ່ພໍກິນ ບາງເທື່ອກໍບໍ່ພໍ ດັ່ງກັມກອນໂຮງງານ ຕັດຫຍິບແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ກໍຣະກະດາ ທີ່ຜ່ານມາວ່າ:
"ບາງເທື່ອກະພໍ ບາງເທື່ອກະຈັບໜ້າເປັນຫລັງຈັ່ງຊີ້ ເອີສິ ວ່າເຫລືອຫລາຍກະບໍ່ເຫລືອ ເດືອນໃດທີ່ບໍ່ມີການເຈັບການເປັນ ອີກກະພໍກຸ້ມພໍ ຍາມໃດບໍ່ສະບາຍ ກະແປວ່າເດືອນນັ້ນກໍບໍ່ພໍ."
ຕາມຣາຍງານ Vientiane Times ຂອງທາງການລາວ ວັນທີ 24 ກໍຣະກະ ດາ 2017, ທ້າວ ວົງ ຄົນງານໂຮງງານຕັດຫຍິບແຫ່ງນຶ່ງ ທີ່ນະຄອນຫຼວງວຽງຈັນ ເວົ້າວ່າເງິນເດືອນ 9 ແສນກີບ ບໍ່ພຽງພໍສໍາລັບການເປັນຢູ່ ແລະການຢູ່ລອດໄດ້ຍ້ອນວ່າຣາຄາ ເຄື່ອງຂອງຕ່າງໆ ແພງຂຶ້ນຫຼາຍ. ລາວເວົ້າຕື່ມວ່າ ໃນຂະນະນີ້ ລາວບໍ່ຍັງເຫຼືອຫຍັງເລີຍ ທີ່ຈະທ້ອນຫອມໄວ້ ເວລາຮອດທ້າຍເດືອນມາ ເງິນທັງໝົດທີ່ໄດ້ມາ ສ່ວນໃຫຍ່ແມ່ນໃຊ້ຈ່າຍ ເປັນຄ່າອາຫານການກິນ. ລາວຕ້ອງການທ້ອນໂຮມເງິນໄວ້ໃຊ້ຈ່າຍ ແນວທີ່ຈໍາເປັນເຊັ່ນ; ເຄື່ອງນຸ່ງຫົ່ມແລະຢາປົວ ພຍາດໃນຍາມເຈັບປ່ວຍ ແຕ່ກໍບໍ່ມີເງິນພໍທີ່ຈະທ້ອນໂຮມໄວ້ໄດ້ ຍ້ອນເງິນເດືອນບໍ່ກຸ້ມກິນຄືແນວນັ້ນ ກັມກອນ ແລະຄົນງານລາວທັງຫຼາຍ ຈຶ່ງໄດ້ຮຽກຮ້ອງໃຫ້ ຣັຖບາລ ສປປລາວ ເພີ້ມເງິນເດືອນຂັ້ນຕໍ່າ ໃຫ້ເພື່ອລົດຜ່ອນຄວາມລໍາບາກ ທີ່ພວກເຂົາເຈົ້າ ປະສົບຢູ່ນີ້.
ເວົ້າເຖິງການຂຶ້ນເງິນເດືອນຂັ້ນຕໍ່າ ຂອງຄົນງານຢູ່ ສປປລາວ ທີ່ວ່າຈະເພີ້ນຂຶ້ນໃຫ້ນັ້ນ ກໍາມະກອນໂຮງງານຕັດຫຍິບ ດັ່ງກ່າວເວົ້າວ່າດີໃຈ ແຕ່ວຽກງານທີ່ຈະໄດ້ເຮັດ ກໍຈະເພີ້ມຂຶ້ນເຊັ່ນກັນ:
"ຂຶ້ນໃຫ້ກະດີໃຈເພາະມັນໄດ້ເພີ້ມຂຶ້ນ ດີໃຈຫັ້ນແຫລະໄດ້ເງິນຫລາຍ ແຕ່ວ່າວຽກງານມັນກໍເພີ້ມຂຶ້ນຫຼາຍ ມັນກະມີ ແນວແລກປ່ຽນກັນ ກ່ອນສິຂຶ້ນເງິນເດືອນໃຫ້ ເພິ່ນກະຕ້ອງໃຫ້ເຮົາເຮັດ ເພີ້ມງານຂຶ້ນກ່ອນ ເພີ້ມງານໃຫ້ເຮົາໃດ ແບບທິມງານເພິ່ນ ເອົາມາໃຫ້ເຮົາ ເຮົາກໍ ຕ້ອງເຮັດ ໃຫ້ມັນໄດ້ເປົ້າ ຫາກບໍ່ໄດ້ເປົ້າ ກະອາດສິຂຶ້ນໃຫ້ ແຕ່ບໍ່ເຕັມເມັດເຕັມໜ່ວຍ ເທົ່າທີ່ວ່າເອີກົດໝາຍວາງມາ."
ຕາມຂໍ້ມູນຂອງສະຫະພັນກັມບານລາວ, ເມື່ອປີ 2016 ປະເທສລາວ ມີຄົນງານປະມານ 551,200 ຄົນທີ່ເຮັດວຽກໃນທຸຣະກິດ ຕ່າງໆ ຊຶ່ງໃນນັ້ນຈໍານວນຫລວງຫຼາຍ ບໍ່ມີວິຊາສະເພາະ.
ເວົ້າເຖິງການປັບປຸງເງິນເດືອນຂັ້ນຕໍ່າ ຂອງຄົນງານລາວຄັ້ງທີ 3 ນີ້ ທ່ານ ອາພິລັດ ອູດົມເດດ ເຈົ້າໜ້າທີ່ອາວຸໂສ ສະຫະພັນກັມບານລາວ ກ່າວຕໍ່ສື່ມວນຊົນ ທາງການລາວ ໃນມື້ວັນທີ 21 ກໍຣະກະດາ 2017 ວ່າ ເພື່ອໃຫ້ເໝາະສົມ ກັບຄ່າຄອງຊີບ ໃນປັດຈຸບັນ ອົງການຈັດຕັ້ງ ຂອງທ່ານ ໄດ້ສເນີໃຫ້ເພີ້ມ ເງິນເດືອນຂັ້ນຕໍ່າ ຈາກ 9 ແສນກີບຂຶ້ນເປັນ ຣະຫວ່າງ 1 ລ້ານ 2 ແສນກີບຫາ 1ລ້ານ 5 ແສນກີບ.
ແຕ່ໃນຂະນະດຽວກັນ ເຈົ້າຂອງໂຮງງານຕັດຫຍິບ ແລະວິສາຫະກິຈ ຫຼາຍຂແນງການຢູ່ ສປປລາວ ພາກັນບໍ່ເຫັນດີນໍາ ການທີ່ຈະມີການ ປັບເງິນຄ່າແຮງງານຂັ້ນຕ່ຳຂຶ້ນ ດັ່ງທີ່ວ່ານັ້ນ ຍ້ອນມັນຈະມີຜົລກະທົບຕໍ່ທຸຣະກິດ. ດັ່ງເຈົ້າຂອງໂຮງງານຕັດຫຍິບ ແຫ່ງນຶ່ງໃນນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ກໍຣະກະດາ ທີ່ຜ່ານມາວ່າ:
“ມັນຜົລກະທົບຫຼາຍທີ່ສຸດ ມັນຊິໄປບໍ່ໄດ້ເລີຍຖ້າເຈົ້າຊິມາບົ່ງວ່າ ຕ້ອງຂຶ້ນລ້ານສອງ ຫຼືວ່າລ້ານ ຫ້າເດີ້. ບັນຫາສຳຄັນ ລະກະຕົ້ນຕໍທີ່ສຸດ ຈະເຮັດໃຫ້ ກັມມະກອນ ຂີ້ຄ້ານ, ຂ້ອຍເຮັດວຽກ ຂ້ອຍກະໄດ້ ຂ້ອຍບໍ່ເຮັດວຽກ ຂ້ອຍກະໄດ້ເງິນໂຕນີ້ນ່າ, ລະທາງກຸ່ມ ຕັດຫຍິບທັງໝົດ ທຸກໆໂຮງງານ ໃນປະເທສລາວ ນີ້ນ່າ ກະບໍ່ເຫັນດີ. ເຮົາຢາກໃຫ້ 9 ແສນຄືເກົ່າ ເງິນພື້ນຖານຫັ້ນນ່າ."
ນາງກ່າວຕື່ມວ່າ ວິສາຫະກິຈຕ່າງໆ ຫຼືໂຮງງານຕັດຫຍິບ ມີລັກສນະແຕກຕ່າງຈາກຣັຖວິສາກິຈ ແລະອົງການຣັຖທົ່ວໄປ ທີ່ມີເງິນເຂົ້າຫຼາຍ ທາງ, ແຕ່ພາກສ່ວນໂຮງງານຕິດຫຍິບ ຊ້ຳພັດມີເງິນອອກຫຼາຍທາງ ບໍ່ວ່າຈະເປັນຄ່າທີ່ພັກ, ຄ່ານ້ຳຄ່າໄຟ, ຄ່າອາຫານ, ຄ່າເດີນທາງ ເຮັດວຽກໄປ-ມາ ແລະຄ່າປິ່ນປົວສຸຂພາບ ຂອງຄົນງານນັ້ນ ລ້ວນແລ້ວແຕ່ແມ່ນທາງໂຮງງານ ເປັນຜູ້ຈ່າຍໃຫ້ໝົດ ໂດຍບໍ່ຫັກເງິນຄ່າ ແຮງງານຂັ້ນຕ່ຳ 9 ແສນກີບຕໍ່ເດືອນ. ແລະວ່າ ຈະອ້າງວ່າຄ່າຄອງຊີພສູງ ແລ້ວມາບີບໃຫ້ ເຈົ້າຂອງໂຮງຈັກໂຮງງານ ຂຶ້ນຄ່າແຮງຂັ້ນຕ່ຳ ຄົງເປັນສິ່ງທີ່ບໍ່ສົມເຫຕສົມຜົລ.
ແຕ່ເຖິງຢ່າງໃດກໍຕາມເຈົ້າໜ້າທີ່ອາວຸໂສ ສູນກາງສະຫະພັນກັມບານລາວ ກໍໄດ້ຊີ້ແຈງເຖິງຄວາມຈຳເປັນ ຂອງການປັບຂຶ້ນເງິນຄ່າແຮງງານ ຂັ້ນຕ່ຳໃນເທື່ອນີ້ ຕໍ່ວິທຍຸເອເຊັຽເສຣີ ໃນວັນດຽວກັນນັ້ນວ່າ:
"ໃນນາມທີ່ພວກເຮົາເປັນຕົວແທນ ຜູ້ອອກແຮງງານ ເຫັນຄວນວ່າສເນີສ່ຳນີ້ເນາະ. ແຕ່ວ່າຊິຂຶ້ນໜ້ອຍຫຼືຫຼາຍ ແມ່ນຂຶ້ນກັບການຕົກລົງຂອງ ກອງປະຊຸມ 3 ຝ່າຍເນາະ ຫຼືວ່າຂຶ້ນນຳກະຊວງແຮງງານ ເພິ່ນເປັນຜູ້ຕັດສິນເນາະ."
ໂດຍທົ່ວໄປແລ້ວ ການຂຶ້ນເງິນຄ່າແຮງງານຂັ້ນຕ່ຳ ຂອງຄົນງານເປັນບັນຫາຍາກບໍ່ໜ້ອຍ ທີ່ຈະແກ້ໄຂໄດ້ ຍ້ອນມັນພົວພັນກັບຫຼາຍພາກສ່ວນ ທັງເຈົ້າຂອງ ໂຮງຈັກໂຮງງານ ທີ່ພຍາຍາມເຮັດໃຫ້ຕົ້ນທຶນ ການຜລິດຕໍ່າ, ມີກໍໄລ ແລະແຂ່ງຂັນກັບ ຕ່າງ ປະເທສໄດ້, ຄົນງານກໍຕ້ອງການ ມີຣາຍໄດ້ ພໍສົມມາສົມຄວນ ຈາກຄ່າແຮງງານຂອງພວກຕົນ ໃນແຕ່ລະເດືອນ ທຽບໃສ່ຄ່າຄອງຊີບ ເພື່ອພໍໃຫ້ຢູ່ໄດ້ ແລະຣັຖບາລກໍຫວັງ ເກັບຣາຍຮັບຈາກຄ່າພາສີອາກອນ ໃນຂະນະທີ່ຣາຄາສິນຄ້າ ທຸກຢ່າງໃນທ້ອງ ຕລາດສູງຂຶ້ນ ຢ່າງບໍ່ຢຸດຢັ້ງ ຄືທີ່ຜ່ານມາ ແລະໃນປັດຈຸບັນ. ດັ່ງນັ້ນຫລາຍຄົນຈຶ່ງເວົ້າວ່າ ມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ປັບ ຂຶ້ນຄ່າແຮງງານຂັ້ນຕ່ຳ ຂອງຄົນງານຕື່ມອີກ ເຖິງແມ່ນຈະໄດ້ມີການປັບຂຶ້ນ ມາແລ້ວ 2 ຄັ້ງ ເມື່ອປີ 2012 ແລະປີ 2015 ນັ້ນກໍຕາມ.