ທາງການລາວບໍ່ໃຫ້ສ້າງ ນໍ້າເອົ້າ ຄືນໃໝ່

ຈໍາປາທອງ
2018.10.12
F-Nam-Ao ດິນແລະຕົມ ທີ່ໄຫລລົງມາຈາກເຂື່ອນແຕກ ຖ້ວມໄຮ່ນາ ບ້ານເຮືອນ ຂອງປະຊາຊົນ
Courtesy of FB friend

ກະຊວງພລັງງານແລະບໍ່ແຮ່ ສປປລາວ ບໍ່ອະນຸມັດໃຫ້ບໍຣິສັດບໍ່ທອງ ອິນເຕີກຣຸປ ສ້າງເຂື່ອນນໍ້າເອົ້າໃໝ່ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ແທນເຂື່ອນເກົ່າ ທີ່ແຕກເມື່ອປີກາຍ. ເຖິງແມ່ນບໍຣິສັດນີ້ ຈະພຍາຍາມສເນີແຜນ ກໍ່ສ້າງໃໝ່ ມາຫລາຍເທື່ອແລ້ວ ກໍຕາມ ແຕ່ການອອກແບບ ເຂື່ອນນັ້ນ ຍັງບໍ່ໄດ້ມາຕຖານ ທີ່ທາງກະຊວງກໍານົດ. ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ແຂວງ, ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 12 ຕຸລາ ນີ້ວ່າ:

"ເຂື່ອນນໍ້າເອົ້ານີ້ ຍາມນີ້ເພິ່ນໃຫ້ໂຈະ ການກໍ່ສ້າງກ່ອນ ຢ່າງວ່າກະຍັງບໍ່ຮູ້ແຜນ ຂອງທາງກະຊວງ ເພິ່ນສິໃຫ້ເຮັດຕໍ່ຫລືສິໃຫ້ໂຈະ ເພິ່ນຢາກ ເຮັດແບບໃໝ່ ໃຫ້ເຮັດຕາມແບບ ແຕ່ວ່າບໍຣິສັດອອກແບບໄປ ແລ້ວກວດພາດ ແລ້ວຂະເຈົ້າສິເຮັດ ອອກແບບໃໝ່ ຊັ່ນນະ."

ທ່ານກ່າວຕື່ມອີກວ່າ ການສເນີແຜນ ສ້າງເຂື່ອນນໍ້າເອົ້າໃໝ່ນີ້ ອາຈໃຊ້ເວລາດົນ ພໍສົມຄວນ ຈຶ່ງຈະໄດ້ຄໍາຕອບວ່າ ຈະອະນຸມັດໃຫ້ສ້າງ ຫລືບໍ່ ເພາະຫລັງຈາກ ເຂື່ອນນໍ້າເອົ້າ ນີ້ແຕກແລ້ວ ເຂື່ອນເຊປຽນ-ເຊນໍ້ານ້ອຍ ກໍແຕກຕື່ມອີກ ເຮັດໃຫ້ທາງກະຊວງ ພລັງງານ ແລະບໍ່ແຮ່ ຕ້ອງໄດ້ກວດກາ ການອອກແບບເຂື່ອນນັ້ນ ເຂັ້ມງວດຂຶ້ນ ເພື່ອຮັບປະກັນ ບໍ່ໃຫ້ເຂື່ອນໄຟຟ້າ ແຕກຕື່ມອີກ.

ນັບຕັ້ງແຕ່ເຂື່ອນນໍ້າເອົ້າແຕກ ມາຮອດປັດຈຸບັນ ກໍເປັນເວລານຶ່ງປີ ກັບນຶ່ງເດືອນແລ້ວ ແຕ່ທາງບໍຣິສັດດັ່ງກ່າວ ກໍຍັງບໍ່ທັນໄດ້ຮັບ ອະນຸມັດ ໃຫ້ສ້າງເຂື່ອນນີ້ ໃໝ່ເທື່ອ, ມີແຕ່ ພະນັກງານ ບໍຣິສັດຈໍານວນນຶ່ງ ເຝົ້າຢູ່. ສ່ວນຄົນງານ ທີ່ເຮັດວຽກນໍານັ້ນ ພາກັນໄປ ຫາເຮັດວຽກໃໝ່.

ເວົ້າເຖິງເຣຶ່ອງການຊົດເຊີຍ ຄວາມເສັຍຫາຍຂອງປະຊາຊົນ ເມືອງທ່າໂທມ ແຂວງໄຊສົມບູນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນນໍ້າເອົ້າ ແຕກນັ້ນ ທາງບໍຣິສັດ ບໍ່ທອງ ອິນເຕີ ກຣຸປ ນີ້ ຍັງບໍ່ທັນໄດ້ຈ່າຍໃຫ້ເທື່ອ ຍ້ອນຍັງສໍາຣວດ ຄວາມເສັຍຫາຍ ນັ້ນໃໝ່ ຕື່ມອີກເທື່ອນຶ່ງ ໂດຍໃຫ້ເຫດຜົລວ່າ ຂໍ້ມູນທີ່ໄດ້ສໍາຣວດຜ່ານມາ ເປັນຕົ້ນ ຈໍານວນເນື້ອທີ່ ທໍາການຜລິດ, ສັດລ້ຽງ ແລະໜອງປານັ້ນ ບໍ່ສອດຄ່ອງ ກັບຄວາມເປັນຈິງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.