ທາງການລາວສັ່ງກວດກາ ເຂື່ອນ ທັງໝົດ
2019.07.01
ກະຊວງ ພລັງງານ ແລະ ບໍ່ແຮ່ ໄດ້ຣາຍງານຕໍ່ກອງປະຊຸມ ເປີດກວ້າງຂອງຣັຖບານ ເມື່ອວັນທີ 26-27 ມິຖຸນາ ຜ່ານມາວ່າໄດ້ແຕ່ງຕັ້ງ ຄນະກັມມະການແກ້ໄຂ ພັຍພິບັດ ຫຼື ຄນະກັມມະການຄຸ້ມຄອງ ຄວາມປອດພັຍຂອງເຂື່ອນ ອອກກວດກາເຂື່ອນ ທົ່ວປະເທສ ໂດຍມີ ອົງການເຂື່ອນສາກົລ ຮ່ວມອອກກວດການຳ, ດັ່ງເຈົ້າໜ້າທີ່ ກະຊວງພລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ຜູ້ສື່ຂ່າວ RFA ເມື່ອວັນທີ 01 ກໍຣະກະດາ ວ່າ:
"ກະຊວງໄດ້ລົງກວດທົ່ວປະເທສ ແຫຼະເພື່ອຄວາມປອດພັຍ ຂອງໂຕເຂື່ອນ ບໍ່ໃຫ້ມັນເກີດມີບັນຫາພາຍຫຼັງ ທີ່ວ່າມີບັນຫາ ເຣື່ອງໂຄງການ ເຊປຽນ-ເຊນໍ້ານ້ອຍນີ້ນ່າ ເຊິ່ງຈະກວດແບບຄືນ ເພື່ອໃຫ້ການດຳເນີນການ ແຜນການກໍ່ສ້າງໄປຕາມຂັ້ນຕອນ ເພື່ອຈະຕ້ອງໃຫ້ມີຄວາມພ້ອມ ເຊັກມາຕຖານ ໃຫ້ມັນໄດ້ທັງໝົດ."
ທ່ານໄດ້ກ່າວຕື່ມວ່າ ໃນການກວດເຂື່ອນນີ້ ເຈົ້າໜ້າທີ່ໄດ້ກວດກາໂຄງສ້າງ ການອອກແບບ ເທັກນິກ ຮວມເຖີງກວດກາ ປະກັນພັຍ ແລະ ມີທີ່ປຶກສາຊ່ຽວຊານ ຫຼືບໍ່ ຜົລປະກົດວ່າເຂື່ອນສ່ວນຫຼາຍ ບໍ່ມີທີ່ປຶກສາ ແລະ ບໍ່ມີປະກັນພັຍ:
"ພົບເຫັນບາງເຂື່ອນນ້ອຍ ບໍ່ໄດ້ມາຕຖານ ເຂົາເຈົ້າບໍ່ມີບໍຣິສັດ ທີ່ປຶກສາໃຫຍ່ ບໍ່ມີປະກັນພັຍຊື່ໆດອກ ແລ້ວກວດເບິ່ງການອອກແບບ ທັງດ້ານມາຕຖານ ເທັກນິກ ຄວາມສັ່ນສະເທືອນ ມັນເທົ່າໃດ ມັນເອງຕ້ານເທົ່າໃດ ທັງກວດເບິ່ງເຂົາເຈົ້າ ມີທີ່ປຶກສາບໍ່ ມີປະກັນພັຍ ແລ້ວເຮົາຈະໄປກວດ ທາງດ້ານເອກກະສານນັ້ນ."
ອີງຕາມບົດຣາຍງານ ຂອງກະຊວງພລັງງານ ແລະບໍ່ແຮ່ ໃນກອງປະຊຸມເປີດກວ້າງ ຂອງຣັຖບານ ມາຮອດປັດຈຸບັນ ລາວປະກອບມີແຫຼ່ງ ຜລິດ ໄຟຟ້າ ທັງໝົດ 63 ແຫ່ງ ໃນນັ້ນມີ 55 ໂຄງການເຂື່ອນໄຟຟ້າ ໄດ້ມອບໃຫ້ 6 ທີມງານກ່ຽວຂ້ອງອອກກວດກາ ຄວາມປອດພັຍ ຂອງແຕ່ລະເຂື່ອນ ໂດຍສົມທົບກັບຜູ້ລົງທຶນ ຂອງເຂື່ອນທີ່ຕ້ອງມີຊ່ຽວຊານ ຂອງຕົນເອງ ເພື່ອກວດກາຄວາມປອດພັຍ ຂອງເຂື່ອນ.
ສ່ວນເຂື່ອນໄຟຟ້າ ທີ່ດຳເນີນການກໍ່ສ້າງຢູ່ລາວ ໃນປັດຈຸບັນແມ່ນໄດ້ມີການຕິດຕາມເຊັ່ນກັນ ໂດຍມີອົງການກວດກາເຂື່ອນສາກົລຮ່ວມອອກ ກວດກາ. ສ່ວນບັນດາເຂື່ອນທີ່ກຽມກໍ່ສ້າງນັ້ນ ໄດ້ມີການຕິດຕາມເປັນຣະບົບຄົບຊຸດ ຖ້າພົບເຫັນວ່າຜູ້ລົງທຶນ ບໍ່ມີມາຕຖານພຽງພໍ ກໍ່ຈະສເນີ ໃຫ້ຣັຖບານ ບໍ່ອະນຸມັດ ໃຫ້ນັກລົງທຶນເຫຼົ່ານັ້ນ ຢ່າງເດັດຂາດ.
ປັດຈຸບັນແຫຼ່ງໄຟຟ້າ ຢູ່ໃນລາວ ມີທັງໝົດ 63 ແຫ່ງຮວມກຳລັງຕິດຕັ້ງລວມ 7,213 ເມກາວັດ ເຊິ່ງສາມາດຜລິດພລັງງານໄຟຟ້າ ໄດ້ 37 ຕື້ ກິໂລວັດໂມງຕໍ່ປີ.
ເຖິງແນວໃດກໍຕາມ ສປປລາວ ປະສົບກັບບັນຫາ ເຂື່ອນແຕກມາແລ້ວ 3 ຄັ້ງ. ຄັ້ງທີ 1 ແມ່ນ ເຫດການອຸມົງໄຟຟ້າ ເຂື່ອນເຊກະໝານ 3 ຢູ່ເມືອງ ດາກຈຶງ ແຂວງເຊກອງ ແຕກ ໃນເດືອນທັນວາປີ 2016. ຄັ້ງທີ 2 ແມ່ນເຂື່ອນໄຟຟ້ານໍ້າອ້າວ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ແຕກ ໃນເດືອນກັນຍາ ປີ 2017 ແລະ ຄັ້ງທີ 3 ແມ່ນຄູກັນນໍ້າອ່າງເກັບນໍ້າສຳຮອງ ຂອງໂຄງການ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ແຕກ ເມື່ອ ວັນທີ 23 ກໍຣະກະດາ ປີ 2018.