ເຂື່ອນຄືທ່າແຮງຣາຍຮັບ ແຕ່ກະທົບ ປະຊາຊົນ

ໄຊຍາ
2020.07.30
F-Dam-victims ປະຊາຊົນ ບ້ານຫາດສາ ເມືອງງອຍ ແຂວງຫຼວງພຣະບາງ ຖືກຜົລກະທົບ ຈາກ ເຂື່ອນນໍ້າອູ 03 ຍ້າຍໄປຢູ່ບ້ານຈັດສັນ
ນັກຂ່າວພົລເມືອງ

ເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ເມື່ອສອງປີທີ່ຜ່ານມາ ເປັນເຫດການພັຍພິບັດ ຄັ້ງທີ່ໃຫຍ່ທີ່ສຸດ ເທົ່າທີ່ເຄີຍມີມາໃນປະເທດລາວ. ເຫດການດັ່ງກ່າວ ຈົນມາຮອດປັດຈຸບັນ ກໍຍັງຟື້ນຟູຜົລເສັຽຫາຍ ຂອງເມືອງສນາມໄຊ ແລະ ເຂດໃກ້ຄຽງກັບຄືນມາສູ່ ສະພາບປົກກະຕິບໍ່ໄດ້.

ເຖິງວ່າທາງການ ຈະມີການຊ່ອຍເຫຼືອອາຫານການກິນ, ເຮືອນພັກ ແລະ ສິ່ງຈຳເປັນຕ່າງໆ ແຕ່ນັ້ນກໍ່ແມ່ນການແກ້ໄຂສະເພາະໜ້າ ເຊິ່ງ ໃນຄວາມເປັນຈິງ ປະຊາຊົນຍັງມີຊີວິດລຳບາກ.

ສ່ວນການຈ່າຍຄ່າຊົດເຊີຍຊັບສິນ ແລະ ການຈັດສັນທີ່ດິນທໍາກິນ ໃຫ້ປະຊາຊົນທີ່ໄດ້ຮັບຜົລກະທົບ ກໍຍັງບໍ່ສຳເຣັດ ໂດຍຫຼ້າສຸດທາງການ ກໍ່ໄດ້ເລັ່ງປຸກເຮືອນຖາວອນໃຫ້ແຕ່ວ່າກໍຍັງມີ ບັນຫາຫຍຸ້ງຍາກຫຼາຍ. ໂດຍໃນຈຳນວນ 111 ຫຼັງ ທີ່ໄທຍ ແລະ ຢີ່ປຸ່ນ ຊ່ອຍເຫຼືອສຳເຣັດພຽງ 30% ສ່ວນອີກ 700 ຫຼັງ ທີ່ເຈົ້າຂອງເຂື່ອນຮັບຜິດຊອບ ຍັງບໍ່ທັນໄດ້ລົງມືກໍ່ສ້າງ, ດັ່ງ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ກ່າວ ຢັ້ງຢືນຕໍ່ເອເຊັຽເສຣີ ເມື່ອກາງເດືອນກໍຣະກະດາ ວ່າ:

"ຖືວ່າພວກເຮົາມີສອງໄລຍະ ມີສອງໂຄງການ, ໂຄງການທຳອິດແມ່ນ ການຊ່ອຍເຫຼືອຂອງຣັຖບານໄທຍ ແລະ ກໍຢີ່ປຸ່ນ ເປັນເຮືອນມີຢູ່ 111 ຫຼັງ ສຳເຣັດເກືອບ 90% ນີ້ຫລະ. ໂຄງການທີສອງ, ເປັນໂຄງການຟື້ນຟູພັຍພິບັດ ຂອງບໍຣິສັດ ທີ່ໄດ້ພັທນາໂຄງການຫັ້ນ ມີຈຳນວນ 700 ຫຼັງ ຢູ່ໃນ 04 ຄຸ້ມບ້ານ."

ທ່ານໄດ້ກ່າວຕື່ມວ່າ ພາຍຫຼັງທີ່ໄດ້ຮັບອະນຸຍາດ ຈາກ ຜູ້ພັທນາມອບໃຫ້ບໍຣິສັດຜູ້ຮັບເໝົາຫັ້ນ ພວກເຮົາກໍລົງເຜີຍແຜ່ປະຊາຊົນ, ເຕົ້າໂຮມ ປະຊາຊົນເພື່ອປັບເສົາຂັວນກ່ອນ ໃນໄລຍະນຶ່ງ ເນື່ອງຈາກໂຄງການນີ້ ໄດ້ຮັບໃນຊ່ວງເດືອນ 06 ນີ້, ມາຮອດປັຈຈຸບັນໄດ້ປັບຜັງ ຢູ່ເຂດ ບ້ານດົງບາກ ໄດ້ຈຳນວນ 150 ຫຼັງ, ຢູ່ເຂດດອນບົກ ໄດ້ຈຳນວນ 32 ຫຼັງ ແລະ ຢູ່ເຂດຕຳມໍຢອດ ໄດ້ຈຳນວນ 110 ຫຼັງ. ສ່ວນຢູ່ບ້ານ ປີ່ນດົງ ນັ້ນຍັງບຸກເບີກເສັ້ນທາງ ຫລື ຕັດຕາຜ້າ ຍັງບໍ່ທັນໄດ້ສຳເຣັດ.

ເຫດການພັຍພິບັດ ເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ ເຮັດໃຫ້ມີຜູ້ເສັຍຊີວິດ 71 ຄົນ ແລະ 14,400 ຄອບຄົວ ຕ້ອງສູນເສັຍທີ່ຢູ່ອາສັຍ. ຕາມການຣານງານ ຂອງສື່ທາງການລາວ.

ນອກຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍ ຢູ່ ອັດຕະປືແຕກ ຍັງມີອີກ 03 ເຂື່ອນ ທີ່ແຕກໃນໄລຍະ 03 ປີ ຕິດຕໍ່ກັນ ເຊັ່ນ; ວັນທີ 16 ທັນວາ 2016 ອຸໂມງເຂື່ອນໄຟຟ້າເຊກະໝານ 03 ຕັ້ງຢູ່ ເມືອງດາກຈຶງ ແຂວງເຊກອງ ແຕກ, ວັນທີ 11 ກັນຍາ ປີ 2017 ເຂື່ອນນໍ້າອ້າວ ເມືອງຜາໄຊ ແຂວງຊຽງຂວາງແຕກ ແລະ ວັນທີ 04 ສິງຫາ 2019 ຜ່ານມາ ເຂື່ອນໄຟຟ້າແກ້ງຄວນ ຕັ້ງຢູ່ເມືອງແປກ ແຂວງຊຽງຂວາງ ແຕກ. ທັງ 04 ເຂື່ອນ. ການຊົດເຊີຍໃຫ້ປະຊາຊົນ ກໍຍັງບໍ່ສຳເຣັດ.

ເຂື່ອນນໍ້າທາ 1 ຕັ້ງຢູ່ເມືອງນາແລ ແຂວງຫຼວງນໍ້າທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ໂດຍເປັນເຂື່ອນ ທີ່ມີການໂຍກຍ້າຍ ປະຊາຊົນ ຫຼາຍທີ່ສຸດໃນບັນດາໂຄງການ ກໍ່ສ້າງເຂື່ອນ ປະຊາຊົນທີ່ໄດ້ຮັບຜົລກະທົບ ຖືກໂຍກຍ້າຍ ທັງໝົດ 37 ບ້ານ ຮວມ 2,098 ຄອບຄົວ ນໍາໃຊ້ທືນ 67 ລ້ານໂດລາ ສະຫະຣັຖ ໃນການໂຍກຍ້າຍ. ດັ່ງ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ໂຍກຍ້າຍອອກຈາກບ້ານເດີມ ໄດ້ກ່າວວ່າ:

"ບັນຫາທີ່ວ່າຍັງຄົງຄ້າງ ກັບບໍຣິສັດນີ້ແມ່ນ 1 ມັນເຮືອນເປ່ເພເນາະ ມັນບໍ່ໄດ້ມາຕຖານ, ແລ້ວມັນມາຈາກພວກໜ່ວຍງານກໍ່ສ້າງຫັ້ນແຫລະ, ເອົາໄມ້ທີ່ວ່າບໍ່ດີ ມັນເປັນມອດປະສົມປູນ ກໍ່ບໍ່ຖືກຕາມແບບ ເຂົາປະສົມເທພື້ນກໍ່ແຕກ."

ໃນຂນະທີ່ເຂື່ອນໄຟຟ້ານໍ້າອູ 01 ຫາ 07 ກໍເປັນໂຄງການນຶ່ງ ທີ່ສ້າງຄວາມໜັກໃຈໃຫ້ ຄະນະກັມມະການໂຍກຍ້າຍຈັດສັນ ແລະຟື້ນຟູຊີວິດ ການເປັນຢູ່ຂອງປະຊາຊົນ, ໂດຍ ແຂວງຜົ້ງສາລີ ປະຊາຊົນໄດ້ຮັບຜົລກະທົບ ຈາກເຂື່ອນນໍ້າອູ 4, 5, 6 ແລະ 7, ໃນນີ້ເຂື່ອນນໍ້າອູ 05 ແລະ 06 ປະຊາຊົນໄດ້ຮັບຜົລກະທົບ 17 ບ້ານ 132 ຄອບຄົວ ທີ່ຍ້າຍໄປຢູ່ບ້ານ ຈັດສັນໃໝ່ ແລະຈັດສັນ ທີ່ດິນສຳເຣັດ 100%, ສ່ວນເຂື່ອນນໍ້າອູ 04 ແລະ 05 ຜູ້ໄດ້ຮັບຜົລກະທົບກວມ 05 ເມືອງ ຕົກເປັນ 40 ບ້ານ ຮວມ 1,421 ຄອບຄົວ ເຊິ່ງໃນທ້າຍ ປີ 2019 ຜ່ານມາຫາກໍສຳເຣັດ ຕັ້ງເຮືອນໃໝ່ ຢູ່ບ້ານຈັດສັນ 07 ບ້ານ 164 ຫຼັງ ແລະ ແລ່ນໄຟຟ້າເຂົ້າ 06 ບ້ານ, ກໍ່ສ້າງນໍ້າລິນ, ສ້າງສຸຂສາລາ, ສ້າງເສັ້ນທາງເຂົ້າບ້ານ, ສ້າງຫ້ອງການບ້ານ, ຕລາດໃນຊຸມຊົນ, ສ້າງໂຮງຮຽນປະຖົມ ແລະ ກຳນົດເຂດການຜລິດ ຂອງປະຊາຊົນ. ດັ່ງ ປະຊາຊົນໃນເຂດ ບ້ານຈັດສັນນໍ້າອູ 03 ໄດ້ກ່າວໃນຕົ້ນເດືອນ ກໍຣະກະດາ ວ່າ:

"ຍັງຄາຫຼາຍຢ່າງ, ນຶ່ງມາຫັ້ນເຂົາເຈົ້າດຸດດິນ ບ້ານຈັດສັນນີ້ໄປຖົມສວນ ປະຊາຊົນຫັ້ນ ແລ້ວກໍຍັງເນື້ອທີ່ທໍາການຜລິດ ໄດ້ລ້ອມຮົ້ວລ້ອມສວນ ນໍ້າຖ້ວມເຂົາເຈົ້າກໍຍັງ ບໍ່ທັນຊົດເຊີຍເທື່ອ ແລ້ວກໍຍັງເຮືອນ ທີ່ຢູ່ເກາະຫ້ອຍບາງຄົນ ກໍມີຖຽງເລົ້າຖຽງແຄ ແລ້ວກໍຍັງປ່າຊ້າ ນີ້ເຂົາກໍຍັງບໍ່ ເອົາເງິນ ໃຫ້ຄ່າໂຍກຍ້າຍຫັ້ນນ່າ. "

ທ່ານ Song Hui Hong ຜູ້ອຳນວຍການໃຫຍ່ ບໍຣິສັດໄຟຟ້ານໍ້າອູ ຈຳກັດ ຣາຍງານຜົລການດຳເນີນງານ ແລະ ຄວາມຄືບໜ້າການກໍ່ສ້າງ ເຂື່ອນໄຟຟ້ານໍ້າອູ ໃນໂອກາດ ທີ່ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຼີ ກະຊວງພະລັງງານ ແລະບໍ່ແຮ່ ລົງກວດກາໂຄງການ ໃນວັນທີ 19 ກໍຣະກະດາ 2020 ຜ່ານມາ ຢູ່ເຂື່ອນໄຟຟ້ານໍ້າຕົກ ນໍ້າອູ 06.

ທ່ານ Song ກ່າວວ່າການພັທນາໂຄງການໄຟຟ້າ ຕາມສາຍນໍ້າອູ ປະກອບມີ 07 ເຂື່ອນລວມກຳລັງການຕິດຕັ້ງທັງໝົດ 1,272 ເມກາວັດ ສາມາດຜລິດພະລັງງານໄດ້ ທັງໝົດ 05 ຕື້ ກິໂລວັດໂມງ ຕໍ່ປີ ຮວມມູນຄ່າການລົງທຶນ ທັງໝົດ 2,800 ລ້ານໂດລາ ສະຫະຣັຖ.

ການກໍ່ສ້າງ ບໍຣິສັດໄດ້ອອກແບບ ການກໍ່ສ້າງເປັນ 02 ໄລຍະ, ໄລຍະທຳອິດປະກອບມີ ເຂື່ອນໄຟຟ້ານໍ້າຕົກນໍ້າອູ 2, 5, 6 ຮວມກຳລັງ ຕິດຕັ້ງ 540 ເມກາວັດ. ເຣີ້ມດຳເນີນການກໍ່ສ້າງ ມາແຕ່ປີ 2012 ແລະ ກໍ່ສ້າງສຳເຣັດ ປີ 2017. ໂຄງການໄລຍະທີ 02 ເຣີ້ມດຳເນີນ ມາແຕ່ປີ 2016 ຮວມມີ 04 ເຂື່ອນ ຄື; ເຂື່ອນນໍ້າອູ 1, 3, 4, 7 ຄາດວ່າຈະກໍ່ສ້າງ ສຳເຣັດພ້ອມເປີດ ຂາຍໄຟຟ້າຢ່າງເປັນທາງການ ໃນປີ 2021.

ທ່ານ Song ກ່າວຕື່ມວ່າ: ການພັທນາໂຄງການ ເຂື່ອນໄຟຟ້ານໍ້າຕົກ ຕາມສາຍນໍ້າອູ ໄດ້ສ້າງຜົລປໂຍດ ຢ່າງຫລວງຫລາຍໃນການ ປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນ ບ່ອນໂຄງການຕັ້ງຢູ່ ໃນນີ້ໄດ້ກໍ່ສ້າງບ້ານ ແລະ ທີ່ຢູ່ໃໝ່ ຈຳນວນ 30 ບ້ານ, 1,965 ຫລັງຄາເຮືອນ, 10,697 ຄົນ ໄດ້ມີຊີວິດໃໝ່, ມີເຮືອນຢູ່ແບບຖາວອນ, ມີໄຟຟ້າ, ນໍ້າສະອາດ, ຖນົນຫົນ ທາງຍາວ 560 ກິໂລແມັດ, ກໍ່ສ້າງໂຮງຮຽນ, ສຸຂສາລາ.

ຜ່ານມາໂຄງການໄດ້ໃຊ້ງົບປະມານ 118,2 ຕື້ກີບ ເພື່ອຈ່າຍຄ່າອຸດໜູນ ສະບຽງອາຫານ, ສ້າງວຽກເຮັດງານທໍາໂດຍມີ ພະນັກງານ ກວມເອົາ 60% ເປັນຄົນທ້ອງຖິ່ນ.

ພາຍຫຼັງເຂື່ອນໄຊຍະບູລີ ແລະ ເຂື່ອນດອນສະໂຮງ ສອງ ເຂື່ອນແມ່ນໍ້າຂອງ ທີ່ສ້າງສຳເຣັດແລ້ວ ຫລ້າສຸດວັນທີ 17 ກໍຣະກະດາ 2020 ໂຄງການເຂື່ອນແມ່ນໍ້າຂອງແຫ່ງ ທີ 03 ຕັ້ງຢູ່ ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ຫ່າງຈາກປາກນໍ້າອູ 1,5 ກິໂລແມັດ ເຣີ້ມ ດຳເນີນການກໍ່ສ້າງແລ້ວ ໃນນັ້ນມີການກໍ່ສ້າງເສັ້ນທາງ ເຂົ້າໂຄງການ, ກໍສ້າງແຄັມຄົນງານ, ປັບໜ້າດິນ ເພື່ອກໍ່ສ້າງຂົວ ຂ້າມນໍ້າ. ຕໍ່ກັບໂຄງການດັ່ງກ່າວ, ຊ່ຽວຊານເຂື່ອນລາວ ໄດ້ກ່າວວ່າ ເຂື່ອນແມ່ນໍ້າຂອງນີ້ ຈະນໍາມາເຊິ່ງຜົລປໂຍດມະຫາສານ:

"ເຣື່ອງໄດ້ ນີ້ມັນໄດ້ແນ່ນອນ, ປະຊາຊົນກະໄດ້ຜົລປໂຍດ ໄທຍກະໄດ້ຜົລປໂຍດ ອ້ອມຂ້າງໄດ້ຜົລປໂຍດໝົດ ເຣື່ອງເສັຽນີ້ນ່າ ຊິວ່າກົກ ໝາກກ້ວຍ ຢູ່ຫັ້ນຕ້ອງບໍ່ໄດ້ ໃຫ້ຖ້ວມກົກ ໝາກເຜັດ ກົກໝາກກ້ວຍຢູ່ຫັ້ນ ມັນບໍ່ແມ່ນບັນຫາ ເຈົ້າເອົາບັນຫາລວມ ສ່ວນໃຫຍ່ແມ້ມາ, ຄັນເຈົ້າບໍ່ເຮັດນໍ້າກາໄຫຼຖີ້ມຊື່ໆ ບໍ່ມີຜົລປໂຍດຫຍັງ."

ຕໍ່ກັບຜົລກະທົບໂຄງການ ດັ່ງກ່າວ ຊື່ສັງຄົມອອນລາຍ ໄດ້ລົງຂ່າວວ່າ ບ້ານລາດຫານ ເມືອງງາ ແຂວງອຸດົມໄຊ ຈະຖືກໂຍກຍ້າຍອອກ ຈາກບ້ານເດີມທີ່ປະຊາຊົນອາສັຍຢູ່ ນັບເປັນຮ້ອຍປີ. ບ້ານລາດຫານ ເປັນໝູ່ບ້ານຢູ່ລຽບແມ່ນໍ້າຂອງ ມີວັດສອງແຫ່ງ ວັດບ້ານເໜືອ ແລະ ວັດບ້ານໃຕ້ ມີທັງໝົດ 168 ຄອບຄົວ. ນອກຈາກນີ້ຍັງມີບ້ານຫ້ວຍແຂ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ທີ່ຕັ້ງຢູ່ຝັ່ງກົງກັນຂ້າມກັນ ກໍຈະຖືກໂຍກຍ້າຍເຊັ່ນກັນ. ເນື່ອງຈາກທັງສອງບ້ານ ຈະເປັນອ່າງເກັບນໍ້າຂນາດໃຫຍ່.

ນອກຈາກເຂື່ອນ ທີ່ພວກເຮົາກ່າວມາແລ້ວ ກໍຍັງມີເຂື່ອນນໍ້າເທີນ 2 ມີ 16 ບ້ານ ໄດ້ຮັບການໂຍກຍ້າຍ ຮວມ 1,310 ຄອບຄົວ, ເຂື່ອນ ນໍ້າຂອງໄຊຍະບູລີ ກວມເອົາສອງແຂວງ ຄື; ແຂວງໄຊຍະບູລີ ແລະ ແຂວງຫລວງພຣະບາງ ຮວມ 15 ບ້ານ ມີ 899 ຄອບຄົວ ແລະ ເຂື່ອນນໍ້າເທີນ-ຫີນບູນ ກວມເອົາແຂວງບໍລີຄຳໄຊ ແລະ ຄຳມ່ວນ ມີ 12 ບ້ານ ຮວມ 841 ຄອບຄົວຖືກໂຍກຍ້າຍ.

ປັດຈຸບັນສລຸບໂຕເລກປະຊາຊົນ ທີ່ຖືກໂຍກຍ້າຍໄປຢູ່ບ້ານຈັດສັນຍ້ອນສ້າງເຂື່ອນ ໃນຂອບເຂດທົ່ວປະເທດ ທາງການລາວຣາຍງານວ່າມີ 73 ແຫ່ງ ໂດຍມີ 200 ປາຍບ້ານ 12 ພັນຄອບຄົວ ຕົກເປັນ 60 ພັນປາຍຄົນ.

ປະເທດລາວເລືອກການສ້າງເຂື່ອນໄຟຟ້າ ເປັນທ່າແຮງ ໃນການພັທນາເສຖກິຈ-ສັງຄົມ ປັຈຈຸບັນ ທົ່ວປະເທດມີເຖີງ 73 ເຂື່ອນ ມີກຳລັງ ຕິດຕັ້ງໄຟຟ້າ 9.531 ເມກາວັດ ສາມາດ ຜລິດກະແສໄຟຟ້າໄດ້ 50 ຕື້ ກິໂລວັດໂມງ ຕໍ່ປີ.

ໃນນີ້ສົ່ງຂາຍໃຫ້ຕ່າງປະເທດພຽງ 6,000 ເມກາວັດ. ສະເພາະປີ 2019 ມີ 12 ເຂື່ອນ ໄດ້ຮັບການສ້າງສຳເຣັດ ແລະ ສາມາດຜລິດ ໄຟຟ້າໄດ້ແລ້ວ ເປັນຕົ້ນເຂື່ອນໄຊຍະບູລີ: ເຂື່ອນນໍ້າງຽບ 2 , ເຂື່ອນ ເຊປຽນ-ເຊນໍ້ານ້ອຍ, ເຂື່ອນດອນສະໂຮງ ແລະ ແຫ່ງອື່ນໆ , ໃນຣະຫວ່າງປີ 2020 - 2021 ມີ 27 ໂຄງການ ກຳລັງດຳເນີນການສ້າງຢູ່.

ເມື່ອສັງລວມຈາກການຣາຍງານ ຂອງທາງການລາວ ເຫັນວ່າໂຄງການສ້າງເຂື່ອນ ໃນອະນາຄົດ ອາດຈະເຖີງ 100 ເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.