ຖນົນເຂົ້າຫາເຂື່ອນ ຫຼວງພຣະບາງ ໃກ້ສໍາເຣັດ

ອຸ່ນແກ້ວ ສຸກສະຫວັນ
2020.10.29
F-Luangprabang-dam ຄົນງານ-ນັກວິຊາການ ທີ່ເຂົ້າໄປເລີ້ມບຸກພື້ນທີ່ ເຂົ້າຫາເຂດກໍ່ສ້າງ ເຂື່ອນ ຫຼວງພຣະບາງ ເມື່ອເດືອນ ກໍຣະກະດາ 2020
ນັກຂ່າວພົລເມືອງ

ການສ້າງຖນົນເຂົ້າໄປເຂດກໍ່ສ້າງເຂື່ອນຫລວງພຣະບາງ ຄືບໜ້າກາຍເຄິ່ງນຶ່ງ, ກໍ່ສ້າງຖນົນຢູ່ເຂດເມືອງຈອມເພັດ ແລະ ເມືອງປາກອູ ແຂວງຫລວງພຣະບາງ ທີ່ມີຄວາມຍາວ 14 ກິໂລແມັດ ເຂົ້າໄປເຂດກໍ່ສ້າງ ເຂື່ອນ ຫລວງພຣະບາງ ທີ່ເປັນເຂື່ອນສ້າງໃສ່ແມ່ນ້ຳຂອງ ມີຄວາມຄືບໜ້າເກືອບ 60 ເປີເຊັນ. ເຈົ້າໜ້າທີ່ຜແນກພະລັງງານ ແລະ ບໍ່ແຮ່ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ຕຸລາ ວ່າ:

"ເພິ່ນເຮັດວຽກລ່ວງໜ້າຈຳນວນນຶ່ງດອກ ສ້າງເສັ້ນທາງໄກຜ່ານ ເມືອງປາກອູ ເຂົ້າມາປະມານ 14 ກິໂລແມັດ ໃກ້ຈະສຳເລັດແລ້ວ ລະກໍໂຮງໂມ້ ໂຮງອີ່ຫຍັງຕ່າງໆແຄ້ມຄົນງານ ຂະເຈົ້າຫັ້ນແຫຼະເຂົາຢູ່ໃນ ເມືອງຈອມເພັດນັ້ນແຫຼະ ບ່ອນທີ່ຍົກຍ້າຍບ້ານຫັ້ນແຫ໌ະ ເຮັດຂົວທ່າບັກ ຂ້າມນ້ຳພອງ."

ທ່ານ ກ່າວຕື່ມວ່າ ເລື່ອງຂອງແຜນການຍົກຍ້າຍຊາວບ້ານ ບໍລິເວນທີ່ມີການກໍ່ສ້າງເຂື່ອນນັ້ນ ຍັງບໍ່ໄດ້ມີກຳນົດວ່າ ຈະເປັນເມື່ອໃດ ຊຶ່ງພາກ ສ່ວນກ່ຽວຂ້ອງກຳລັງປະຊຸມ ປຶກສາຫາລືກັນ. ຊາວເມືອງຈອມເພັດ ແຂວງຫລວງພຣະບາງ ທ່ານນຶ່ງ ໄດ້ກ່າວກຕໍ່ເອເຊັຽເສຣີ ວ່າບໍ່ຢາກ ຍ້າຍອອກໄປ ຍ້ອນເຂົາເຈົ້າຢ້ານວ່າ ຊິບໍ່ມີດິນທຳກິນ:

"ກໍ ບໍ່ຢາກຍ້າຍຫັ້ນແຫຼະ ຂໍຮ້ອງເພິ່ນວ່າ ເປັນຕົ້ນວ່າ ຖ້າຫາກວ່າຈົບໂຄງການແລ້ວ ພື້ນດິນທີ່ເພິ່ນໄດ້ບຸກເບີກ ເປັນຕົ້ນວ່າ ການປຸກແຄ້ມ ປຸກຫຍັງຫັ້ນນາ ຢາກໃຫ້ທາງບໍຣິສັດເພິ່ນຂຸດຄົ້ນຄືນ ເປັນນາໄດ້ ກໍຂໍໃຫ້ ເປັນເນື້ອທີ່ດິນ ປູກພືດຕ່າງໆ."

ທ່ານ ກ່າວຕື່ມວ່າ ນອກຈາກເລື່ອງການຫາດິນໃຫ້ຊາວບ້ານ ແລະ ການເຮັດວຽກແລ້ວ ຍັງກັງວົນເລື່ອງຄ່າຊົດເຊີຍນຳອີກ ຢາກໄດ້ສົມຄ່າ ຊົດເຊີຍທີ່ສົມເຫດສົມຜົລ ເພື່ອຈະໄດ້ສ້າງຄອບຄົວ ໃນອະນາຄົດ.

ຊາວບ້ານເມືອງຈອມເພັດ ອີກທ່ານນຶ່ງກ່າວວ່າ ຢາກໃຫ້ເຈົ້າຂອງໂຄງການເຂື່ອນ ຊົດເຊີຍຄ່າເສັຍຫາຍພື້ນທີ່ຖືກນ້ຳຖ້ວມ ແລະເລື່ອງທີ່ດິນ ທຳການຜລິດ:

"ເປັນໄປໄດ້ນິ ຜົນການກະທົບ ເສັຍຫາຍທີ່ວ່າຖືກພື້ນທີ່ນ້ຳຈະຖ້ວມຫັ້ນ ກໍຢາກໃຫ້ໂຄງການຫັ້ນ ຊົດເຊີຍໃຫ້ ມັນອາດຈະຫຍຸ້ງຍາກ ໃນການ ທຳມາຫາກິນ ໄດ້ດິນເລີ່ມຕົ້ນຍາກ ເຮັດນາ ເຮັດສວນຄືເກົ່າ ດຽວນີ້ ມັນອາດຈະບໍ່ງ່າຍ ບັນຫາອຸກໃຈ ວ່າທີ່ເຮັດນາ ໄດ້ຮັບຜົນຊົດເຊີຍ ເປັນບັນຫາ ທີ່ວ່າຫຍຸ້ງຍາກບໍ່." 

ທ່ານ ກ່າວຕື່ມອີກວ່າ ຕົນ ແລະ ຊາວບ້ານຜູ້ອື່ນ ຢາກໃຫ້ທາງການດູແລ ຂໍ້ກັງວົນທີ່ໄດ້ກ່າວໄປນັ້ນ ແຕ່ມາຮອດໃນມື້ນີ້ ກໍຍັງບໍ່ມີຄຳຕອບທີ່ ຊັດເຈນວ່າ ຈະມີການຍົກຍ້າຍເມື່ອໃດ.

ໂຄງການເຂື່ອນໄຟຟ້າ ຫລວງພຣະບາງ ມີຂນາດ 1,460 ເມກາວັດ ອອກແບບເປັນຝາຍນ້ຳລົ້ນ ຫຼື Run of River ຄືກັນກັບເຂື່ອນ ໄຊຍະບູລີ ຄາດການວ່າ ຈະເລີ່ມລົງມືກໍ່ສ້າງພາຍ ໃນປີ 2020 ແລະ ສ້າງສຳເລັດ ໃນປີ 2027, ມີມູນຄ່າ 3 ຕື້ ໂດລາ ຊຶ່ງຈະຜລິດ ໄຟຟ້າຂາຍໃຫ້ປະເທດໄທ ແລະ ວຽດນາມ.

ອີງຕາມການຣາຍງານຂອງສື່ມວນຊົນລາວ ໃນວັນທີ 26 ຕຸລາ 2020, ທ່ານ ສີນາວາ ສຸພານຸວົງ ຮອງຣັຖມົນຕຼີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລົງຕິດຕາມໂຄງການ ເຂື່ອນ ໄຟຟ້າຫລວງພຣະບາງ ໂດຍ ມີເຈົ້າເມືອງຈອມເພັດ ແລະ ເຈົ້າເມືອງປາກອູ ຮ່ວມເດີນທາງນຳ.

ການກໍ່ສ້າງຖນົນ ຈາກຖນົນເລກທີ 13 ເໜືອ ໄປຫາເຂດກໍ່ສ້າງ ເຂື່ອນ ມີຄວາມຍາວ 14 ກິໂລແມັດ ແລະ ເສັ້ນທາງອ້ອມ ໂຄງການ ມີຄວາມຄືບໜ້າ ເກືອບ 60 ເປີເຊັນ, ກໍ່ສ້າງຂົວຄອນກຼີດ ເສີມເຫຼັກ ຂ້າມນ້ຳຂອງ ຄວາມຍາວ 500 ແມັດ ລະຫວ່າງ ເມືອງປາກອູ ຫາ ເມືອງຈອມເພັດ ສຳເຣັດແລ້ວ ເກືອບ 8 ເປີເຊັນ, ກໍ່ສ້າງທ່າເຮືອບັກ ສຳເຣັດ 100 ເປີເຊັນ. ນອກຈາກນີ້ ຍັງມີການສຳຫຼວດ ບ່ອນຕັ້ງແຄ້ມ ຄົນງານ, ໂຮງບົດຫີນ, ປ້ຳນ້ຳມັນ ແລະ ຮ້ານອາຫານ.

ທ່ານ ສິນາວາ ຮອງຣັັຖມົນຕຼີກະຊວງພະລັງານ ແລະ ບໍ່ແຮ່ ໄດ້ເນັ້ນຢ້ຳວ່າ ໃຫ້ຜູ້ຮັບຜິດຊອບໂຄງການ ໃສ່ໃຈຄຸນນະພາບ ຂອງວຽກງານ ເພື່ອຮັບປະກັນ ດ້ານຄຸນນະພາບ ລວມໄປເຖີງການພັທນາ ຊີວິດການ ເປັນຢູ່ ຂອງປະຊາຊົນ ທີ່ຖືກຜົນກະທົບ ແລະ ການຟື້ນຟູສະພາບ ແວດລ້ອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.