ເຂື່ອນມີປໂຍດມະຫາສານ: ນັກວິຊາການ
2020.09.20

ລາວເດີນໜ້າສ້າງເຂື່ອນໄຟຟ້າຫຼວງພຣະບາງ ເທິງແມ່ນໍ້າຂອງ ຕໍ່ຈາກເຂື່ອນ ໄຊຍະບູລີ ແລະເຂື່ອນດອນສະໂຮງ ທີ່ສ້າງແລະຂາຍໄຟຟ້າ ແລ້ວ. ອີງຕາມການຣາຍງານຂອງ ນັກຂ່າວພະລັງງານບໍ່ແຮ່ ເມື່ອເດືອນສິງຫາ ຜ່ານມາວ່າ. ບໍຣິເວນກໍ່ສ້າງ ເຂື່ອນໄຟຟ້າ ທີ່ຕັ້ງຢູ່ບ້ານ ຫ້ວຍໂງ ຮ່າງຈາກໂຕເມືອງ ຫຼວງພຣະບາງ ປະມານ 25 ກິໂລແມັດ.ຢູ່ ຣະຫວ່າງ ຕົ້ນນໍ້າຂອງ.
ໂຄງການເຂື່ອນປາກແບງ ແລະ ບໍຣິເວນ ໃກ້ຄຽງກັບປາຍນໍ້າຂອງ ໂຄງການເຂື່ອນ ໄຊຍະບູລີ ນັ້ນໄດ້ລົງມືກໍ່ສ້າງ ແຄ້ມຄົນງານ ເພື່ອຕຽມ ໃສ່ການກໍ່ສ້າງ ເຂື່ອນໄຟຟ້າ ຫຼວງພຣະບາງ ຄາດວ່າ ຈະລົງມື ໃນທ້າຍປີ 2020 ນີ້.
ເຖິງວ່າຈະມີສຽງຄັດຄ້ານຈາກອົງກອນປະຊາສັງຄົມ ເປັນຕົ້ນແມ່ນໄທຍ ທີ່ໄດ້ຮັບຜົນກະທົບໂດຍກົງນັ້ນກໍ່ຕາມ, ນອກຈາກນີ້ວິຊາການຫຼາຍ ຝ່າຍຍັງເປັນຫ່ວງ ຕໍ່ເມືອງມໍຣະດົກໂລກຈະ ໄດ້ຮັບຜົນກະທົບ ຈາກການສ້າງເຂື່ອນນີ້.
ໃນຂນະທີ່ນັກວິຊາການໄຟຟ້າລາວທ່ານນຶ່ງ ທີ່ໄດ້ໃຫ້ສຳພາດ ຕໍ່ນັກຂ່າວເອເຊັຽເສຣີ ເມື່ອ ທ້າຍເດືອນສິງຫາ 2020 ຜ່ານມາວ່າ ເຂື່ອນ ແມ່ນໍ້າຂອງນີ້ໃຫ້ຜົນປໂຍດ ອັນມະຫາສານ ຕໍ່ ການພັທນາເສຖກິຈ ຂອງປະເທດ.
"ເຣື່ອງໄດ້ນີ້ມັນໄດ້ແນ່ນອນ ປະຊາຊົນກະໄດ້ຜົນປໂຍດ ໄທຍ ກະໄດ້ຜົນປໂຍດ ອ້ອມຂ້າງໄດ້ຜົນປໂຍດໝົດ ເຣື່ອງເສັຍອ້າຍນີ້ບໍ່ເຫັນ ບັນຫາຫຼືວ່າກົກໝາກກ້ວຍຢູ່ຫັ້ນ ບໍ່ໃຫ້ຖ້ວມ ກົກໝາກເພັດ ກົກໝາກກ້ວຍ ມັນບໍ່ແມ່ນບັນຫາໂຕນັ້ນ."
ທ່ານໄດ້ກ່າວຕື່ມວ່າ: ເຈົ້າເອົາບັນລວມສ່ວນໃຫຍ່ແມ່ນ, ຄັນເຈົ້າບໍ່ເຮັດນໍ້າກະໄຫຼຖີ້ມຊື່ໆ ບໍ່ມີຜົນປໂຍດຫຍັງ ຄົນເດີນເຮືອກະບໍ່ໄດ້ ຄົນໄປ ທ່ອງທ່ຽວກະບໍ່ມີ. ວຽກເຮັດງານທໍາການບໍ່ມີ ນັບມື້ນັບເຂົາເຈົ້າ ຊິໄປຖາງປ່າ ເຂດນັ້ນເຮັດໄຮ່ເລື່ອນລອຍ ຢູ່ຫັ້ນແຫຼະຕົ້ນໄມ້ດີເຂົາກະໄປ ບັກເອົາໝົດ.ເພາະວ່າຄົນມັນ ທຸກຍາກເດ້ ໄມ້ບັກມາແລ້ວແມ່ນ ກະໄປຂາຍໃຫ້ໄທຍ ຫັ້ນ, ໄມ້ດູ່, ໄມ້ຂະຍຸງ ໄມ້ແຕ້ຄ່າ ແຖບນັ້ນຂຶ້ນໄປ ໂຄກກະດອກ ພຸ້ນແຫຼະ ປາກເຫືອງຂື້ນໄປຫັ້ນ.
ສ່ວນປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບ ເວົ້າວ່າເຂື່ອນສ້າງມາຫຼາຍ ແຕ່ບໍ່ໄດ້ຄຳນຶງເຖິງຜົນເສັຍ ດັ່ງເຊັ່ນເຂື່ອນ ແຕກໄລຍະຜ່ານມາ.
"ຄູ່ມື້ນີ້ຍັງບໍ່ຢຸດສ້າງສ້າງໄດ້ 73 ແຫ່ງແລ້ວ ເຂື່ອນລາວ ລະມັນກະຊິສ້າງໄປເຣື້ອຍໆ ຈົນປະເທດລາວ ບໍ່ມີຊິສ້າງຍົກໂຕຢ່າງ ສອງປີ ຜ່ານມາຄື ເຂື່ອນ ເຊປຽນເຊ ນໍ້ານ້ອຍແຕກ ເມື່ອສ້າງເຂື່ອນ ແລ້ວເຂື່ອນເຊປຽນເຊນໍ້ານ້ອຍແຕກເສັຍທີ່ດິນ ໄຮ່ດິນນາເສັຍທັງເຮືອນ ທັງຊານຖືກນໍ້າເຂື່ອນ ພັດໄປໝົດທຸກສີ່ງທຸກຢ່າງ ຊັບສົມບັດເງິນຄຳ ຫາມາຖືກນໍ້າຖ້ວມ ໄປບໍ່ເຫຼືອມາ."
ທາງດ້ານເຄືອຂ່າຍປະຊາຊົນໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ທີ່ຄັດຄ້ານການສ້າງເຂື່ອນໃສ່ ແມ່ນໍ້າຂອງນັ້ນ ເມື່ອທ້າຍເດືອນ ສິງຫາ 2020 ສື່ໄທຍ ຣາຍງານວ່າ ທາງກຸ່ມໄດ້ຮັບຈົດໝາຍ ຊີ້ແຈງຈາກການໄຟຟ້າ ຝ່າຍຜລິດແຫ່ງປະໄທຍ ຕອບຂໍ້ຊີ້ແຈງ ກໍຣະນີສັນຍາຊື້ຂາຍໄຟຟ້າ ຈາກ ໂຄງການເຂື່ອນ ຫຼວງພຣະບາງ ວ່າບໍ່ໄດ້ຮັບຊື້ ໄຟຟ້າ ຈາກໂຄງການນີ້.
ປັດຈຸບັນລາວກຳລັງເດີນໜ້າ ສ້າງເຂື່ອນຫຼາຍໂຄງການ ແຕ່ໃນປັດຈຸບັນໂຄງການເຂື່ອນສຳເຣັດແລ້ວ 73 ແຫ່ງ ແລະຂາຍອອກໄປພຽງ 6 ພັນ ເມກາວັດ. ດັ່ງທ່ານ ຄຳມະນີ ອິນທິລາດ ໄດ້ກ່າວເຖີງບັນຫາໄຟຟ້າ ໃນລາວວ່າ:
"ໃນຂນະທີ່ເຈົ້າໜ້າຫຼາຍພາກສ່ວນ ທີ່ໄດ້ຮັບຜິດຊອບ ກຽມໂຍກຍ້າຍ ຈັດສັນຊາວບ້ານ ທີ່ໄດ້ຮັບ ຜົນກະທົບ ຈາກການສ້າງເຂື່້ອນ ຫຼວງພຣະບາງ ອີງຕາມເອກກະສານ ລົງວັນທີ 04 ສິງຫາ 2020 ມີຈຳນວນ 26 ບ້ານໄດ້ຮັບຜົນກະທົບ ເຊິ່ງໄດ້ຈັດແບ່ງ ອອກເປັນ 4 ກຸ່ມ ໄດ້ແກ່ 6 ບ້ານ ຈົມຢູ່ໃຕ້ມີບ້ານຫ້ວຍຫຍໍ້, ນາສັງ, ຫ້ວຍແຂ້ພູດຳ, ແກ້ງແຄນ ທີ່ຂຶ້ນກັບ ເມືອງຈອມ ແລະ ບ້ານໂຄກຂາມ ເມືອງປາກອູ ຈອມເພັດ ແຂວງຫຼວງພຣະບາງ. ສ່ວນບ້ານລາດຫານ ຂື້ີນກັບເມືອງງານ ແຂວງອຸດົມໄຊ."
ສ່ວນບ້ານທີ່ຈົມນໍ້າ ບາງສ່ວນ ມີ 9 ບ້ານ ເຊັ່ນ; ໂຄກຫຼວງ, ບ້ານຕອນ ຂຶ້ນກັບເມືອງຈອມເພັດ ແຂວງຫຼວງພຣະບາງ, ບ້ານໂຄກພູ, ຍອຍໄຮ, ຫ້ວຍຫີນ, ໂພນສວ່າງ, ລາດຂະມູນ, ລາດກືມ, ລາດແອ່ນ ຂື້ນກັບເມືອງງາ ແຂວງອຸດົມໄຊ.
ແລະ ນອກຈາກນີ້ຍັງມີອີກ 8 ບ້ານ ເສັຍເນື້ອທີ່ປູກຝັງ ທີ່ບໍ່ຍ້າຍຖິ່ນຖານ ໃນນີ້ກວມເອົາ 3 ແຂວງ ຄືຫຼວງພຣະບາງ, ອຸດົມໄຊ ແລະ ໄຊຍະບູລີ ແລະ ບ້ານຖືກກະທົບ ທາງສີ່ງແວດລ້ອມ ມີ 3 ບ້ານ ນອນຢູ່ໃນສອງເມືອງ ຂອງ ແຂວງຫຼວງພຣະບາງ.
ສື່ທາງການລາວ ຣາຍງານ ເມື່ອວັນທີ 31 ກໍຣະກະດາ 20 ເຂື່ອນແມ່ນໍ້າຂອງ ຫຼວງພຣະບາງ ຈະເຣິ້ມລົງມືກໍ່ສ້າງ ພາຍໃນປີນີ້ຄາດວ່າ ຈະສຳເຣັດ ໃນປີ 2027 ໂດຍມີກຳລັງການຜລິດ 1,460 ເມກາວັດ. ລົງທືນກໍ່ສ້າງໂດຍ ບໍຣິສັດໄຟຟ້າ ຫຼວງພຣະບາງຈຳກັດ ເຊິ່ງເປັນ ການຮ່ວມທືນ ຣະຫວ່າງລາວກັບບໍຣິສັດ Petro Vietnam Power Corperation ແລະ ຊ ການຊ່າງ. ມູນຄ່າການລົງທືນ 3 ພັນ ລ້ານໂດລາ ສະຫະຣັຖ.