ເຂື່ອນຫຼວງພຣະບາງສ້າງ ແຄັມ ຄົນງານ
2020.07.31

ທາງການລາວ ອະນຸຍາດໃຫ້ບໍຣິສັດ ຊ.ການຊ່າງ ຂອງໄທຍ ກໍ່ສ້າງທາງ ແລະປຸກບ່ອນພັກຄົນງານ ຢູ່ໃກ້ກັບບ້ານຫ້ວຍຍໍ້ ເມືອງຈອມເພັດ ແຂວງຫລວງພຣະບາງ ເພື່ອກຽມກໍ່ສ້າງເຂື່ອນ ຫຼວງພຣະະບາງໃນໄວໆນີ້. ດັ່ງເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງກ່າວຕໍ່ RFA ໃນມື້ວັນທີ 31 ກໍຣະກະດາ ນີ້ວ່າ:
“ໄດ້ກະຕຽມເຮັດທາງ ປຸກແຄັມແມ່ນຫຍັງແລ້ວ ຄັນຖ້າ PPA (ສັນຍາຊື້ຂາຍໄຟຟ້າ) ຜ່ານເນາະ ກະເລີ່ມລົງມືເພາະວ່າ ຣັຖບານລາວ ຕາມຫລັກການເຮົາຕ້ອງ ໂຍກຍ້າບກ່ອນເນາະ ຄັນຖ້າວ່າເຮົາບໍ່ຮູ້ຜົລ ຂອງ PPA ອອກມາແນວໃດໆ ມັນກະເພິ່ນ ຍັງບໍ່ທັນໂຍກຍ້າຍ ມີແຕ່ກຽມຫັ້ນແຫລະ ກຽມໄວ້ເນາະ ຄັນຖ້າວ່າຜ່ານແລ້ວ ກະເພິ່ນກະເລີ່ມລົງມື ໂຍກຍ້າຍ.”
ທ່ານເວົ້າວ່າ ການສ້າງບ່ອນພັກຄົນງານ ສໍາລັບໂຄງການກໍ່ສ້າງເຂື່ອນຫລວງພຣະບາງ ຖືກດໍາເນີນການມາແຕ່ເດືອນ ເມສາ ຕົ້ນປີນີ້ພຸ້ນ ແລ້ວ ແລະຄາດວ່າຈະສ້າງສໍາເຣັດ ໃນອີກບໍ່ດົນ. ແລະວ່າ ມັນເປັນໄປຕາມຂັ້ນຕອນ ຂອງໂຄງການຂນາດໃຫຍ່ ທີ່ຈະຕ້ອງກຽມຄວາມ ພ້ອມໄວ້ ເມື່ອໃດຣັຖບານລາວ ອະນຸມັດໂຄງການ ກໍຈະໄດ້ເລີ່ມກໍ່ສ້າງ ເຂື່ອນທັນທີ.
ປັດຈຸບັນ ໂຄງການເຂື່ອນຫຼວງພຣະບາງ ຍັງຢູ່ໃນຂັ້ນຕອນ ການພິຈາຣະນາການ ຊື້-ຂາຍໄຟຟ້າ ຫຼື Power Purchase Agreement (PPA) ຣະຫວ່າງຣັຖບານລາວ ກັບປະເທດ ທີ່ຈະເປັນຜູ້ຊື້ໄຟຟ້າ ຄືໄທ ແລະ ວຽດນາມ ຊຶ່ງຣັຖບານລາວ ຣະບຸໄວ້ໃນຣະບຽບ ປະຕິບັດ ໃນການແຈ້ງການປຶກສາຫາຣື ລ່ວງໜ້າ.
ເຈົ້າໜ້າທີ່ກະຊວງ ກະສິກັມ ແລະປ່າໄມ້ ທ່ານນຶ່ງກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ດຽວນີ້ຍັງບໍ່ທັນເລີ່ມ ໂຍກຍ້າຍຊາວບ້ານ ທີ່ຈະໄດ້ຮັບ ຜົລກະທົບ ນັ້ນເທື່ອ ແລະການໂຍກຍ້າຍ ຊາວບ້ານ ກໍຕ້ອງອີງໃສ່ດໍາຣັດ ເລກທີ 84/ນຍ ວ່າດ້ວຍການທົດແທນ ຄ່າເສັຽຫາຍ ແລະການ ຈັດສັນ ໂຍກຍ້າຍ ປະຊາຊົນ ຈາກທາງໂຄງການກ່ອນ:
“ເພາະວ່າທາງລາວເຮົາ ກະມີເຣື່ອງດໍາຣັດ ເລກທີ 84 ຂອງນາຍົກ ເຊັນອອກມາຫັ້ນ ເວົ້າເຣື່ອງການຈັດສັນ ໂຍກຍ້ານແມ່ນຫຍັງຕ່າງໆ ເພາະວ່າ ຂະເຈົ້າກໍຕ້ອງເວົ້າເຣື່ອງກອບ ນະໂຍບາຍ.”
ທ່ານເວົ້າວ່າ ນອກຈາກຈະກຽມຄວາມພ້ອມ ໃນການໂຍກຍ້າຍຊາວບ້ານແລ້ວ ສິ່ງສໍາຄັນ ຊາວບ້ານຈະຕ້ອງໄດ້ຮັບ ຄ່າຊົດເຊີຍ ທີ່ເປັນທັມ ແລະໄດ້ຮັບການ ຈັດສັນອາຊີບ ທີ່ໝັ້ນຄົງ ຊຶ່ງ ປັດຈຸບັນ ກໍາລັງຢູ່ໃນໄລຍະ ການປະເມີນຜົລກະທົບ ຢ່າງລະອຽດຢູ່.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຄະນະກັມມາທິການ ແມ່ນໍ້າຂອງ ສາກົລ ຫລື MRC ໄດ້ກ່າວຕໍ່ RFA ໃນມື້ວັນທີ 31 ກໍຣະກະດາ ນີ້ວ່າການ ສ້າງຫຍັງກະແລ້ວແຕ່ ສິດຂາດຂຶ້ນຢູ່ກັບ ຣັຖບານ ລາວ, MRC ບໍ່ໄດ້ເຂົ້າໄປຂ້ອງກ່ຽວ ໃນເຣື່ອງນີ້. ແຕ່ສິ່ງສໍາຄັນ ຄືການສ້າງບ່ອນພັກ ຄົນງານລ່ວງໜ້າ ທັງໆທີ່ ສັນຍາຊື້-ຂາຍ ໄຟຟ້າ ຍັງບໍ່ທັນມີ.
ທ່ານ ສົມກຽດ ປະຈໍາວົງ ເລຂາທິການ ສໍານັກງານ ຊັພຍາກອນນໍ້າ ແຫ່ງຊາດຂອງໄທ ໄດ້ກ່າວໃນກອງປະຊຸມ “ນໍ້າຂອງແຫ້ງ” ໃນວັນທີ 29 ກໍຣະກະດາ 2020 ທີ່ບາງກອກ ປະເທດໄທຍ ວ່າຣັຖບານລາວ ຈະຕ້ອງຄໍານຶງເຖິງຜົລກະທົບ, ເຖິງເຣື່ອງມາຕຖານຄວາມປອດພັຍ ຂອງເຂື່ອນ, ການຂຶ້ນ-ລົງ ຂອງຣະດັບ ນໍ້າທ້າຍເຂື່ອນ.
ຖ້າຫາກເຂື່ອນຫລວງພຣະບາງ ຖືກສ້າງຂຶ້ນແທ້ ນະຄອນຫລວງພຣະບາງ ຊຶ່ງເປັນເມືອງມໍຣະດົກໂລກ ທີ່ຢູ່ໃກ້ເຂື່ອນນັ້ນ ກໍອາຈໄດ້ຮັບ ຜົລກະທົບ ໜັກຫາກບໍ່ໄດ້ຮັບ ການສຶກສາ ຜົລກະທົບ ຢ່າງລະອຽດ. ສ່ວນປະເທດໄທຍ ຈະບໍ່ໄດ້ຮັບຜົລກະທົບ ໜັກຍ້ອນມີເຂື່ອນ ໄຊຍະບູຣີ ກັ້ນໄວ້ຢູ່:
“ເຂື່ອນຫລວງພຣະບາງ ຕ້ອງຄໍານຶງເຖິງ ເມືອງຫລວງພຣະບາງ ເມືອງມໍຣະດົກໂລກ ເພາະມັນຢູ່ໃກ້, ເພາະສະນັ້ນ ກົລໄກ ທີ່ຈະຮັບ ຜິດຊອບ ຜົລກະທົບນັ້ນ ຣັຖບານ ຕ້ອງຄໍານຶງເຖິງ ຈຸດນີ້ ເປັນກໍຣະນີພິເສດ ຫລາຍກວ່າເຂື່ອນ ໄຊຍະບູຣີ. ປະເດັນສໍາຄັນ ຄືເຣື່ອງ ມາຕການຄວາມປອດພັຍຂອງເຂື່ອນ, ດັ່ງນັ້ນ ເຂື່ອນຫຼວງພຣະບາງ ຈະຕ້ອງປະຕິບັດຕາມຂໍ້ຮຽກຮ້ອງ.”
ທ່ານເວົ້າວ່າ ເຖິງວ່າເຂື່ອນຫຼວງພຣະບາງ ຈະບໍ່ສົ່ງຜົລກະທົບ ຂ້າມຊາຍແດນໜັກ ຄືກັບເຂື່ອນໄຊຍະບູຣີ ແຕ່ທາງການລາວກໍຈະຕ້ອງ ດໍາເນີນການ ແກ້ໄຂບັນຫາຕ່າງໆ ເພືຶ່ອ ຫລຸດຜ່ອນ ຜົລກະທົບ ຕາມຄໍາຮຽກຮ້ອງ ຂອງປະເທດສະມາຊິກ ລຸ່ມນໍ້າຂອງ ເຊັ່ນວ່າ ມາຕຖານເຂື່ອນ, ການໄຫລຂອງຝຸ່ນຕົມ ທີ່ ອຸດົມສົມບູນ, ທາງຜ່ານຂອງປາ ແລະການແຈ້ງ ກ່ຽວກັບການເຮັດ ໃຫ້ຣະດັບນໍ້າ ຂຶ້ນ-ລົງ.
ທ່ານ ສຸວິດ ກຸຫລາບວົງ ຜູ້ປະສານງານເຄືອຂ່າຍ ປະຊາຊົນ ລຸ່ມນໍ້າຂອງ ພາກອິສານ ຂອງໄທ ກ່າວຕໍ່ RFA ໃນວັນທີ 31 ກໍຣະກະດາ 2020 ນີ້ວ່າ ການສຶກສາຜົລກະທົບ ດ້ານ ສິ່ງແວດລ້ອມ ແລະ ສັງຄົມຂອງເຂື່ອນ ຫລວງພຣະບາງ ຍັງບໍ່ທັນມີຣາຍງານ ກ່ຽວກັບການ ສລຸບຜົລທີ່ລະອຽດຈະແຈ້ງ ໂດຍສະເພາະ ການແກ້ໄຂຕາມຂໍ້ຮຽກຮ້ອງ ຂອງປະເທດສະມາຊິກ ລຸ່ມນໍ້າຂອງ ຈາກທາງການລາວ ອອກມາ ເທື່ອ, ແຕ່ພັດອະນຸຍາດ ໃຫ້ເຂົ້າໄປສ້າງ ບ່ອນພັກຄົນງານ ສ້າງເສັ້ນທາງ ເພື່ອກຽມສ້າງເຂື່ອນ ຊຶ່ງສະແດງໃຫ້ເຫັນວ່າ ຣັຖບານລາວ ບໍ່ສົນໃຈນໍາຄໍາຮຽກຮ້ອງ ຂອງປະຊາຊົນ ໃນປະເທດລຸ່ມນໍ້າຂອງ ເລີຍ. ດັ່ງທີ່ທ່ານກ່າວວ່າ:
“ຄືຂ້າພະເຈົ້າຄຶດວ່າ ຣັຖບານລາວ ບໍ່ໄດ້ສົນໃຈປະຊາຄົມໂລກ ຫລື ໃນສ່ວນຂອງຄົນ ທີ່ກ່ຽວຂ້ອງເຣື່ອງນີ້. ຄືຂະບວນການຕ່າງໆ ທີ່ ເຂົາບອກວ່າ ການປຶກສາຫາຣືເບື້ອງຕົ້ນ ຫຼືແມ່ນຫຍັງ ຕ່າງໆ ຣັຖບານລາວ ເຊື່ອວ່າແນວໃດກໍແລ້ວແຕ່ ມັນກະຜ່ານໄປ ແຕ່ມັນບໍ່ໄດ້ ນໍາໄປສູ່ ການຕັດສິນໃຈ ຈະສ້າງ ຫລືບໍ່ສ້າງ.”
ເວົ້າເຣຶ່ອງການຊື້-ຂາຍ ໄຟຟ້າ RFA ພຍາຍາມຕິດຕໍ່ໄປຫາ ບໍຣິສັດ ຊ.ການຊ່າງ ຂອງໄທ ເພື່ອຖາມເຖິງລາຍລະອຽດ ໃນການຫາຣື ກ່ຽວກັບສັນຍາ ຊື້-ຂາຍ ໄຟຟ້າ ຣະຫວ່າງ ທາງການລາວ ກັບທາງການໄທຍ. ແຕ່ເຈົ້າໜ້າທີ່ ບໍ່ໃຫ້ຄໍາເຫັນ.
ຢ່າງໃດກໍຕາມ ທ່ານ ທະນະວັດ ຕຣີວິສວະເວດ ກັມການຜູ້ຈັດການ ບໍຣິສັດ ຊ.ການຊ່າງຂອງໄທຍ ເປີດເຜີຍຕໍ່ສໍານັກຂ່າວມິຕິຫຸ້ນ ວັນທີ 29 ກໍຣະກະດາ 2020 ນີ້ວ່າ ເຣຶ່ອງນີ້ຍັງຢູ່ໃນ ຂັ້ນຕອນ ການເຈຣະຈາກັນ.
ໂຄງການກໍ່ສ້າງເຂື່ອນໄຟຟ້າ ຫລວງພຣະບາງ ເຮັດໃຫ້ມີຜົລກະທົບ ຕໍ່ປະຊາຊົນ 6 ບ້ານ ຄືບ້ານຫ້ວຍຍໍ້, ບ້ານຫ້ວຍແຂ້, ລາດຫານ, ແກ້ງແຄນ, ນາຊັງ ແລະ ບ້ານໂຄກຫລວງ ຊຶ່ງມີ ປະຊາຊົນຢູ່ທັງໝົດ 2.285 ຄົນ ທີ່ຈະໄດ້ຮັບຜົລກະທົບ ທັງໝົດ ແລະຈະຖືກໂຍກຍ້າຍ ອອກຈາກບ້ານເດີມ ໄປຢູ່ບ່ອນຈັດສັນ ໃນທ້າຍປີ 2020 ນີ້. ນອກຈາກນັ້ນ ຍັງຈະມີອີກປະມານ 20 ບ້ານ ທີ່ຈະໄດ້ຮັບຜົລກະທົບ ບາງສ່ວນ ເປັນຕົ້ນ ເສັຽດິນນາ ແລະດິນສວນ.
ໂຄງການເຂື່ອນໄຟຟ້າ ຫລວງພຣະບາງ ຂນາດ 1.460 ເມກາວັດ ຈະເປັນເຂື່ອນແບບຝາຍນໍ້າລົ້ນ ຄືກັນກັບເຂື່ອນ ໄຊຍະບູຣີ, ຄາດວ່າ ຈະເລີ່ມກໍ່ສ້າງໃນປີ 2020 ແລະຈະສ້າງແລ້ວ ໃນປີ 2027, ເປັນການຮ່ວມທຶນ ຣະຫວ່າງ ຣັຖບານລາວ, ບໍຣິສັດ Petro Vietnam Power Corporation ຂອງວຽດນາມ ແລະ ບໍຣິສັດ ຊ.ການຊ່າງ ຂອງໄທ ຊຶ່ງຈະເປັນຜູ້ຮັບເໝົາ ກໍ່ສ້າງ, ມູນຄ່າ 3 ພັນລ້ານ ໂດລາ ສະຫະຣັຖ.