ເຂື່ອນນ້ຳອູ 3 ສ້າງຣະບົບ ນ້ຳປະປາ ແບບປະຢັດ
2019.04.04
ໂຄງການເຂື່ອນນ້ຳອູ 3 ເມືອງງອຍ ແຂວງຫຼວງພຣະບາງ ໃຊ້ທໍ່ນ້ຳປະປາທີ່ບໍ່ໄດ້ມາຕຖານ ມາສ້າງເປັນຣະບົບຊົລປະທານເພື່ອກະຈາຍ ນ້ຳສະອາດໃຫ້ປະຊາຊົນ ຜູ້ທີ່ຖືກໃຫ້ໂຍກຍ້າຍ, ເຮັດໃຫ້ທໍ່ນ້ຳປະປາ ໃນເຂດບ້ານຈັດສັນເປ່ເພໄປກວ່າ 30% ແລະ ບາງສ່ວນກໍໃຊ້ການ ບໍ່ໄດ້, ຕາມຄຳເວົ້າຂອງປະຊາຊົນ ຜູ້ທີ່ຖືກໃຫ້ໂຍກຍ້າຍ ຈາກໂຄງການເຂື່ອນນ້ຳອູ 3 ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 1 ເມສາ ນີ້:
“ເວົ້າເຣື້ອງນີ້ ກໍຄືວ່ານ້ຳຫັ້ນນ່າ ໂອ້ມັນຂາດຕລອດ ມັນມັກຂາດນະ ຍ້ອນວ່າ ທໍ່ແຕກ ຄົນຈີນເຮັດ ບໍ່ໄດ້ມາຕຖານ ທໍ່ແຕກ ທາງບໍຣິສັດ ທາງຈີນເຮັດນະ ກໍຂາດບໍ່ມີນ້ຳໃຊ້ ກໍເປັນທຸກເປັນຍາກ ຫລຸດຂາດ ຫລຸດຂາດນ້ຳນີ້ນະ.”
ທ່ານກ່າວຕື່ມວ່າ ໃນຣະຍະທໍ່ນ້ຳແຕກຫຼາຍ ຣະຫວ່າງເດືອນມົກກະຣາຫາເດືອນມີນາ ປີນີ້ ປະຊາຊົນໄດ້ຮັບຄວາມເດືອດຮ້ອນຫຼາຍ ຕ້ອງໄດ້ ພາກັນຍ່າງໄປຕັກນ້ຳ ມາກິນມາໃຊ້ ຈາກຫ້ວຍທີ່ຢູ່ໄກເກືອບ 2 ຫລັກ; ສຳລັບຄອບຄົວ ທີ່ປູກຜັກ ແລະລ້ຽງສັດ ຍິ່ງມີຄວາມຫຍຸ້ງຍາກ ເພາະຕ້ອງການໃຊ້ນໍ້າຫລາຍ. ດັ່ງນັ້ນຈຶ່ງຂໍໃຫ້ທາງການຊ່ອຍສ້ອມແປງ ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ມີການສ້ອມແປງ ໃຫ້ໄດ້ມາຕຖານເທື່ອ.
ກ່ຽວກັບເຣື້ອງທີ່ວ່ານີ້ ເຈົ້າຫນ້າທີ່ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ, ເຈົ້າຫນ້າທີ່ຫ້ອງການ ພລັງງານແລະບໍ່ແຮ່ ແຂວງ ຫລວງພຣະບາງ ຊຶ່ງເປັນພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ສາມາດ ໃຫ້ຄຳເຫັນໄດ້ເທື່ອ ຍ້ອນຕ້ອງໄດ້ປະສານກັບທາງຝ່າຍ ຈີນ ກ່ອນ.
ເຂື່ອນໄຟຟ້ານ້ຳອູ 3 ສ້າງໂດຍບໍຣິສັດ ຊີໂນໄຣດໂຣ ຂອງຈີນ, ເປັນ 1 ໃນຈຳນວນ 7 ເຂື່ອນນ້ຳອູ ທີ່ຈີນຈະສ້າງ. ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການເຂື່ອນນ້ຳອູ 3 ນີ້ມີ 5 ບ້ານ ປະມານ 300 ປາຍຄອບຄົວ ທີ່ໄດ້ໂຍກຍ້າຍ ໄປຢູ່ບ້ານຈັດສັນ ມາຕັ້ງແຕ່ ເດືອນ ພຶສພາປີກາຍ. ປັດຈຸບັນ ນອກຈາກຂໍໃຫ້ຊ່ອຍສ້ອມແປງ ທໍ່ນ້ຳທີ່ເປ່ເພນັ້ນແລ້ວ ປະຊາຊົນຍັງຮຽກຮ້ອງ ໃຫ້ທາງການອອກໃບຕາດິນ ໃນເນື້ອທີ່ດິນ ທີ່ທາງການຈັດສັນໃຫ້ ເຖິງແມ່ນວ່າມັນຈະບໍ່ພຽງພໍ ສຳລັບການກະສິກັມກໍຕາມ.