ບ້ານຈັດສັນ ເຂື່ອນນໍ້າທາ 1 ເປ່ເພ
2019.03.26
ໂຄງການເຂື່ອນນໍ້າທາ 1 ເມືອງນາແລ ແຂວງຫລວງນ້ຳທາ ໃຊ້ວັດຖຸ ບໍ່ໄດ້ມາຕຖານ ສ້າງເຮືອນໃຫ້ ປະຊາຊົນບ້ານຈັດສັນພູຄາ ເຊິ່ງເປັນ ເຂດທີ່ມີຜູ້ໄດ້ຮັບຜົລກະທົບ ຈາກເຂື່ອນນໍ້າທາ 1 ອາສັຍຢູ່ນັ້ນ, ປັດຈຸບັນ ເຮືອນປະຊາຊົນ ຢູ່ເຂດດັ່ງກ່າວ 64 ຫລັງ ເປ່ເພແລ້ວ, ດັ້ງ ຊາວບ້ານຈັດສັນແຫ່ງນີ້ ໄດ້ເວົ້າເມື່ອວັນທີ 26 ມິນາ ວ່າ:
"ບັນຫາທີ່ວ່າຍັງຄ້າງ ກັບບໍຣິສັດນີ້ແມ່ນ 1 ມັນເຮືອນເປ່ເພເນາະ, ມັນບໍ່ໄດ້ມາຕຖານ, ແລ້ວມັນມາຈາກພວກໜ່ວຍງານກໍ່ສ້າງຫັ້ນແຫລະ, ເອົາໄມ້ອັນທີ່ວ່າບໍ່ດີເນື້ອໄມ້ ທີ່ວ່າບໍ່ດີມັນເປັນມອດ ປະສົມປູນ ກໍ່ບໍ່ຖືກຕາມແບບເຂົາ ປະສົມເທພື້ນກໍ່ແຕກ."
ບ້ານພູຄາ ເປັນບ້ານຈັດສັນຂນາດນ້ອຍ, ອີກແຫ່ງນຶ່ງຂອງຜູ້ໄດ້ຮັບຜົລກະທົບ ຈາກເຂື່ອນນໍ້າທາ 1 ມີປະຊາຊົນ 80 ປາຍຄອບຄົວມາຈາກ ບ້ານຫາດແຕ້ 2, ບ້ານ ຕົກລະຫ້າງ ແລະ ບ້ານຫ້ວຍເຄື່ອງ ຊາວບ້ານຖືກຍົກຍ້າຍ ມາຕັ້ງແຕ່ປີ 2016.
ປັດຈຸບັນບ້ານຈັດສັນເຂື່ອນສ້າງໃຫ້ 80 ປາຍຫຼັງເຮືອນເປ່ເພໄປແລ້ວ 64 ຫລັງຄາເຮືອນ ໂດຍຮູບແບບເຮືອນ ຂອງຊາວບ້ານ ບໍ່ຖືກກັບທີ່ ໄດ້ເຊັນສັນຍາກັນ. ໃນສັນຍາຕ້ອງໄດ້ໃຊ້ໄມ້ເນື້ອແຂງ ແຕ່ໂຕຈິງເຮືອນສ້າງດ້ວຍໄມ້ເກົ່າໆ, ໃນສ່ວນທີ່ເຮັດ ດ້ວຍຊີມັງກໍ່ເປ່ເພ ແຕກງ່າຍ. ກ່ຽວກັບເຣື່ອງນີ້ ຊາວບ້ານໄດ້ຮ້ອງຮຽນ ໄປຍັງທາງການ ໃຫ້ລົງມາແກ້ໄຂຜ່ານໄປ 4 ເດືອນແລ້ວ ກໍ່ຍັງບໍ່ມີພາກສ່ວນໃດ ລົງມາເທື່ອ.
"ອັນນີ້ມັນບົດບັນທຶກແຕ່ເບື້ອງຕົ້ນ ບໍຣິສັດຮັບຮອງ ໃຫ້ດຽວນີ້ເຮົາກໍ່ຍັງລໍຖ້າ ປະຊາຊົນນີ້ກໍ່ມີການສເນີເນາະ ແຕ່ທາງບໍຣິສັດນີ້ ຮັບທາງ ບໍຣິສັດວ່າຮັບຮອງ ທີ່ວ່າມາສ້ອມແປງຄືນດຽວນີ້ ເຮົາສົ່ງນໍ້ມູນແລ້ວ ເຂົາຍັງບໍ່ມາຮອດຕອນນີ້."
ສ່ວນເຈົ້າໜ້າທີ່ປົກຄອງ ເມືອງນາແລ ໃຫ້ຄວາມເຫັນກັບເຣື່ອງນີ້ວ່າ ທາງຫ້ອງການ ຍັງບໍ່ທັນຮູ້ເຣື້ອງນີ້ ແຕ່ຈະປະສານຫາ ພາກສ່ວນ ກ່ຽວຂ້ອງໃຫ້, ຖ້າເປັນຄືດັ່ງປະຊາຊົນເວົ້າແທ້, ກໍຈະກວດຄືນສັນຍາ ການກໍ່ສ້າງບ້ານຈັດສັນແຫ່ງນີ້ໃໝ່.
ເຂື່ອນນໍ້າທາ 1 ມີຜູ້ໄດ້ຮັບຜົລກະທົບຢູ່ສອງເມືອງ ເມືອງຜາອຸດົມ ແຂວງບໍ່ແກ້ວ ແລະ ເມືອງນາແລ ແຂວງຫລວງນໍ້າທາ ໂດຍຜູ້ໄດ້ຮັບ ຜົລກະທົບ ແບ່ງເປັນສາມເຂດ ໃນນັ້ນມີ ບ້ານຈັດສັນ ເຂື່ອນນາແລ ມີປະຊາຊົນ 9 ບ້ານ, ບ້ານຈັດສັນເຂດພູຄາ ມີປະຊາຊົນ 3 ບ້ານ ແລະ ບ້ານຈັດສັນເຂດ ຜາອຸດົມ ມີປະຊາຊົນ 11 ບ້ານ.