ການຫາລືລ່ວງໜ້າບໍມີ ປະໂຫຍດ

ຈໍາປາທອງ
2015.12.28
F-Neewat ທ່ານ ນິວັດ ຣ້ອຍແກ້ວ ແກ່ນນຳເຄືອຂ່າຍ ປະຊາຊົນ ຈາກ 8 ແຂວງ ລຸ່ມ ແມ່ນ້ຳຂອງ ຂອງໄທ
RFA

ເຄືອຂ່າຍ ພາກ ປະຊາຊົນ ໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ບໍ່ ເຫັນດີນໍາ ຂະບວນການ ປຶກສາຫາລື ລ່ວງໜ້າ ຫລື PNPCA ຊຶ່ງເປັນ ຂະບວນການ ຮັບຟັງ ຄວາມຄິດເຫັນ ຂອງ ປະຊາຊົນ ກ່ຽວກັບ ການສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ຍ້ອນວ່າ ຂະບວນການ ດັ່ງກ່າວ ບໍ່ໄດ້ເປັນໄປ ເພື່ອ ຜົລປໂຍດ ຂອງ ປະຊາຊົນ ຢ່າງແທ້ຈິງ, ເປັນ ຂະບວນການ ທີ່ໃຊ້ ປະຊາຊົນ ເປັນສິ່ງ ຮັບຮອງ ວ່າການ ສ້າງເຂື່ອນ ນັ້ນ ເປັນອັນ ຊອບທັມ. ດັ່ງທ່ານ ນິວັດ ຣ້ອຍແກ້ວ ນຶ່ງ ໃນເຄືອຂ່າຍ ພາກ ປະຊາຊົນ ໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ແລະ ເປັນນຶ່ງໃນ ຈໍານວນ ຜູ້ຟ້ອງ ໃນຄະດີ ໜ່ວຍງານ ຂອງ ຣັຖບານໄທ ທີ່ ກ່ຽວຂ້ອງ ກັບການ ຊື້-ຂາຍ ໄຟຟ້າ ເຂື່ອນ ໄຊຍະບູຣີ:

"ທ່ານກ່າວ ວ່າ ເພາະ PNPCA ຮັບຟັງ ຄວາມຄິດ ຄວາມເຫັນ ຂອງ ປະຊາຊົນ ແຕ່ບໍ່ໄດ້ ນໍາໄປ ເປັນສິ່ງທີ່ ຈະຕັດສິນ ຫຍັງເລີຍ ກົງກັນຂ້າມ ກັບເປັນສິ່ງ ສົ່ງເສີມໃຫ້ ຄົນ ທີ່ ຈະສ້າງເຂື່ອນ ບອກວ່າ ໄດ້ເຮັດຕາມ ຂັ້ນຕອນ ທຸກສິ່ງ ທຸກຢ່າງ ຮຽບຮ້ອຍ ແລ້ວ. ສລຸບແລ້ວ ພີ່ນ້ອງ ຊາວບ້ານ ເປັນພຽງຫຸ່ນ ທີ່ໄປຮັບຮອງ ກົນໄກ ຂອງ ຣັຖ ນີ້ຄື ຂໍ້ອ່ອນ ທີ່ສຸດ ຖ້າ ຂະບວນການ PNPCA ຍັງເປັນຢູ່ ຄືແນວນີ້ ແນ່ນອນ ເຂື່ອນ ຈະເກີດຂຶ້ນ ຫລາຍໃນ ແມ່ນໍ້າຂອງ".

ຄໍາເວົ້າ ຂອງ ທ່ານ ມີຂຶ້ນ ພາຍຫລັງ ທີ່ ສານອ່ານ ຄໍາ ພິພາກສາ ໃນຄະດີ ດັ່ງກ່າວ ຊຶ່ງ ປະຊາຊົນ ຟ້ອງໃຫ້ ສານ ປົກຄອງ ມີຄໍາສັ່ງ ໃຫ້ ໜ່ວຍງານ ຂອງ ຣັຖບານ ໄທ 5 ແຫ່ງ ທີ່ກ່ຽວຂ້ອງ ກັບ ການຊື້ຂາຍ ໄຟຟ້າ ຣະຫວ່າງ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທສໄທ ແລະ ບໍຣິສັດ ໄຊຍະບູຣີ ພາວເວີ ເມື່ອ ວັນທີ 25 ທັນວາ 2015 ນີ້.

ໂຄງການ ສ້າງ ເຂື່ອນ ໄຊຍະບູລີ, ຂນາດ 1,260 MW ແມ່ນ ບໍຣິສັດ ຊ.ການຊ່າງ ຂອງໄທ ເປັນ ຜູ້ກໍ່ສ້າງ ແລະ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທສໄທ ໄດ້ ລົງນາມ ໃນ ສັນຍາ ຊື້-ຂາຍ ໄຟຟ້າ ໂດຍ ຈະຮັບຊື້ ໄຟຟ້າ ນັ້ນ ປະມານ 95%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.