ຈະມີເວທີຫາລືເຣື້ອງເຂື່ອນ ດອນສະໂຮງ

ສິດນີ
2014.12.05
F-Donsahong-new ໃນເຂດນີ້ ແມ່ນສະຖານທີ່ ຕັ້ງ ຂອງໂຄງການເຂື່ອນ ດອນສະໂຮງ ຮູປຖາຍວັນທີ 11-11-2013
RFA

 

ຄນະ ກັມມະການ ແມ່ນ້ຳຂອງ ທີ່ ມີສູນກາງ ຢູ່ ນະຄອນ ຫລວງ ວຽງຈັນ ຈະຈັດ ກອງປະຊຸມ ປຶກສາ ຫາລື ກັບ ປະຊາຊົນ ໃນຂົງເຂດ ກ່ຽວກັບ ໂຄງການ ເຂຶ່ອນ ດອນສະໂຮງ ໃນລາວ ໃນ ກາງເດືອນ ນີ້.

ເວທີ ດັ່ງກ່າວ ຈະ ປະກອບດ້ວຍ ອົງກອນ ຊຸມຊົນ ແລະ ກຸ່ມ ທີ່ ມີສ່ວນ ກ່ຽວຂ້ອງ ເຂົ້າມາ ສະແດງ ຄວາມຄິດ ຄວາມເຫັນ ແລະ ຄວາມເປັນຫ່ວງ ກ່ຽວກັບ ຜົລ ກະທົບ ຈາກ  ໂຄງການ ເຂື່ອນ ດອນສະໂຮງ. ອີງຕາມ ຄຳເວົ້າ ຂອງ ຄນະ ກັມມະການ ແມ່ນ້ຳຂອງ ໃນ ຖແລງການ.

ເວທີ ປຶກສາ ຫາລື ດັ່ງກ່າວ ເປັນ ພາກສ່ວນ ຂອງ ຂັ້ນຕອນ ແຈ້ງການ ລ່ວງຫນ້າ ທີ່ ຖືກ ຣະບຸໄວ້ ໃນສັນຍາ ແມ່ນ້ຳຂອງ ປີ 1995 ທີ່ ໄດ້ກຳນົດ ໃຫ້ 4 ປະເທດ ສະມາຊິກ ແມ່ນ້ຳຂອງ ຄື: ກຳພູຊາ ສປປລາວ ໄທ ແລະ ວຽດນາມ ຕ້ອງ ແຈ້ງການ ແລະ ປຶກສາ ກັບ ປະເທດ ສະມາຊິກ ກ່ອນ ໃນໂຄງການ ສ້າງເຂື່ອນ ຕາມລຳ ແມ່ນ້ຳຂອງ ໃນແຕ່ລະ ປະເທດ.

ກອງປະຊຸມ ໃນ ວັນທີ 12 ທັນວາ ປີນີ້ ຈະເປີດ ໂອກາດ ໃຫ້ ສປປ ລາວ ໄດ້ປ້ອງກັນ ຕົນເອງ ໃນ ໂຄງການ ເຂື່ອນ ດອນສະໂຮງ ໃນຂນະ ດຽວກັນ ກໍເປີດ ໂອກາດ ໃຫ້ທຸກ ພາກສ່ວນ ທີ່ກ່ຽວຂ້ອງ ແລະ ປະເທດ ສະມາຊິກ ໄດ້ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ຜົລກະທົບ ຕໍ່ ຣະບົບ ນິເວດ ແລະ ວິຖີ ຊິວິດ ການເປັນຢູ່ ຂອງ ປະຊາຊົນ ໃນ ປະເທດ ຂອງຕົນ ຈາກ ໂຄງການ ສ້າງເຂື່ອນ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.