ຜູ້ສ້າງເຂື່ອນຕ້ອງຮັບຜິດຊອບ

ຮູປຈໍາລອງ ຂອງ ເຂື່ອນ ດອນສະໂຮງ ທີ່ ຈະສ້າງໃສ່ ແມ່ນໍ້າຂອງ ແຂວງຈໍາປາສັກ
ຮູປຈໍາລອງ ຂອງ ເຂື່ອນ ດອນສະໂຮງ ທີ່ ຈະສ້າງໃສ່ ແມ່ນໍ້າຂອງ ແຂວງຈໍາປາສັກ (Courtesy of World map)

0:00 / 0:00

ເຄືອຂ່າຍ ປະຊາຊົນ 8 ແຂວງ ຕິດແຄມ ນໍ້າຂອງ ຂອງໄທ ເວົ້າວ່າ ຈະຕໍ່ສູ້ ເພື່ອ ໃຫ້ ປະເທດ ທີ່ ສ້າງເຂື່ອນ ຮັບຜິດຊອບ ເຣື້ອງ ຜົນກະທົບ ຕໍ່ ສິ່ງແວດລ້ອມ, ໂດຍ ຫວັງວ່າ ຄະດີ ຟ້ອງຮ້ອງ ເຣື້ອງ ເຂື່ອນ ໄຊຍະບູຣີ ກາຍເປັນ ຄະດີ ມາຕຖານ ພູມີພາກ, ຈະເສັຽ ຫລື ຊນະ ກໍດີ, ປະເທດ ທີ່ ສ້າງ ເຂື່ອນ ກໍຕ້ອງ ຮັບຜິດຊອບ ຖ້າພິສູດ ເຫັນວ່າ ການສ້າງ ເຂື່ອນ ແຕ່ລະ ແຫ່ງ ສ້າງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ, ຕາມການ ເປີດເຜີຍ ຂອງ ຍານາງ ອ້ອມບຸນ ທິພສຸນາ, ນຶ່ງ ໃນ ແກນນໍາ ເຄືອຂ່າຍ ປະຊາຊົນ 8 ແຂວງ ຕິດແຄມ ນໍ້າຂອງ.

"ເຮົາ ຄາດຫວັງວ່າ ຄະດີ ນີ້ ຈະເປັນ ຄະດີ ມາຕຖານ ໃນ ຣະດັບ ພູມີພາກ. ສິ່ງທີ່ ເຮົາ ຄາດຫວັງ ກ່າ ຄືວ່າ ໃຫ້ ລາວ ນີ້ ໄດ້ ສຶກສາ ຜົນກະທົບ ຂ້າມ ພົມແດນ ໄດ້ສຶກສາ ມາຕການ ການ ປ້ອງກັນ ຜົນກະທົບ ທາງ ດ້ານ ສິ່ງແວດລ້ອມ ແລະວ່າ ຄັນພິສູຕ ຊາບໄດ້ວ່າ ມັນເກີດ ຈາກ ເຂື່ອນ ທີ່ຢູ່ ໃກ້ ອີ່ຫລີ ພໍ ໄຊຍະບູຣີ ແລ້ວ ໂຕເລກ ເສັຽຫາຍ ຈັ່ງຊີ້ ພໍ ດອນສະໂຮງ ແລ້ວ ໂຕເລກ ເສັຽຫາຍ ຈັ່ງຊີ້ ເຮົາ ຊິຟ້ອງ ຕູເຈົ້າ ອີກ ພວກເຈົ້າ ຊິພ້ອມ ເສັຽຄ່າ ເສັຽຫາຍ ບໍ ຊົດເຊີຍ ຄ່າ ຢຽວຢາ ບໍ".

ຍານາງ ອ້ອມບຸນ ໄດ້ ໃຫ້ ສັມພາດ ກັບ ເອເຊັຽ ເສຣີ ໃນ ວັນ ສຸດທ້າຍ ຂອງ ກອງປະຊຸມ ເຄືອຂ່າຍ ປະຊາຊົນ 8 ແຂວງ ທີ່ ຈັດຂຶ້ນ ຢູ່ ແຂວງ ບຶງການ ໃນ ວັນທີ 23 ກໍຣະກະດາ ນີ້. ນຶ່ງ ໃນ ຈຸດຢືນ 4 ຂໍ້ ທີ່ ເຄືອຂ່າຍ ຖແລງອອກ ນັ້ນ ແມ່ນ ຄະດີ ເຂື່ອນ ໄຊຍະບູຣີ ຊຶ່ງ ໄດ້ຟ້ອງ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ແລະ 4 ໜ່ວຍງານ ຂອງ ຣັຖບານ ທີ່ ລົງນາມ ສັນຍາ ຊື້ຂາຍ ໄຟຟ້າ ກັບລາວ. ປັດຈຸບັນ ສານ ປົກຄອງ ຂອງໄທ ສັ່ງ ງົດ ຮັບເອົາ ເອກກະສານ ຂໍ້ເທັດຈິງ ຈາກ ຝ່າຍຟ້ອງ ແລະ ຝ່າຍ ຖືກຟ້ອງ ແລ້ວ ນັບແຕ່ ວັນທີ່ 24 ກໍຣະກະດາ ເປັນຕົ້ນໄປ. ຈາກນັ້ນ ສານ ປົກຄອງ ຈະ ພິຈາຣະນາ ຄະດີ ຊຶ່ງ ອາດໃຊ້ ເວລາ ເຖິງ 2 ເດືອນ. ຄະດີ ດັ່ງກ່າວ ຝ່າຍ ເຄືອຂ່າຍ ປະຊາຊົນ ຫວັງວ່າ ຈະເປັນ ການສ້າງ ມາຕຖານ ເຣື້ອງ ຄວາມ ຮັບຜິດຊອບ ຂ້າມແດນ. ພ້ອມນີ້ ຍານາງ ອ້ອມບຸນ ຢາກ ສົ່ງຂ່າວ ມາຍັງ ຣັຖບານ ລາວ ດັ່ງນີ້.

"ຕໍ່ ຣັຖບານ ລາວ ສິ່ງ ທີ່ເຮົາ ຢາກ ຮຽກຮ້ອງ, ນອກຈາກ ເຂື່ອນ ໄຊຍະບູຣີ ທີ່ ເຮົາ ຄາດຫວັງ ໃຫ້ ເປັນ ຄະດີ ຣະດັບ ພູມີພາກ, ຊິ ເຮັດຫຍັງ ກ່າໃຫ້ ຄໍານຶງ ເຖິງ ຜົນກະທົບ ເຣື້ອງ ຄວາມ ຮັບຜິດຊອບ ຂ້າມ ພົມແດນ ແຫລະນໍ. ກໍຣະນີ ເຂື່ອນ ດອນສະໂຮງ ຄືກັນ ນະຄະ ແລະ ກ່າ ເຂື່ອນ ອື່ນໆ ທີ່ ສ້າງຂຶ້ນ ໃນ ພູມີພາກ ນີ້ ຜູ້ໃດເຮັດ ຄົນນັ້ນ ຕ້ອງເປັນ ຄົນ ຮັບຜິດຊອບ".

ຖແລງການ ຂອງ ເຄື່ອຂ່າຍ 8 ແຂວງ ຍັງໄດ້ເວົ້າ ເຖິງ ຄວາມເປັນຫ່ວງ ເຣື້ອງ ການໃຊ້ນໍ້າ ໃນ ແມ່ນໍ້າຂອງ ຕື່ມອີກ ຫລັງຈາກ ທາງການ ໄທ ໄດ້ ປະກາດ ຈະສ້າງ ເຂດ ເສຖກິດ ພິເສດ ຂຶ້ນ ຕາມ ຊາຍແດນ ໄທ-ລາວ ຢ່າງນ້ອຍ 4 ແຫ່ງ ຊຶ່ງ ຄາດວ່າ ຈະມີການ ສ້າງ ນິຄົມ ອຸດສະຫະກັມ, ຈະມີການ ດູດນໍ້າ ຈາກ ແມ່ນໍ້າຂອງ ຂຶ້ນມາໃຊ້ ຫລາຍຂຶ້ນ ທັງ ຈະເຮັດໃຫ້ ນໍ້າໃນ ແມ່ນໍ້າຂອງ ເປິເປື້ອນ.