ມ.ວຽງຄຳຈັດຝຶກອົບຮົມ ອາຊີບ
2017.10.19

ເມື່ອບໍ່ດົນມານີ້ທາງການເມືອງວຽງຄໍາ ແຂວງຫຼວງພຣະບາງ ໄດ້ຈັດຝຶກອົບຮົມອາຊີບຕ່າງໆໃຫ້ປະຊາຊົນ ເພື່ອຫຼຸດຜ່ອນບັນຫາ ຄົນວ່າງງານ ແລະສົ່ງເສີມວຽກເຮັດງານທໍາ ໃຫ້ປະຊາຊົນ ເປັນຕົ້ນຊາວໜຸ່ມ ເພື່ອທີ່ຈະບໍ່ຕ້ອງໄດ້ ໄປຊອກວຽກເຮັດ ຢູ່ຕ່າງແຂວງ ຄືທີ່ຜ່ານມາ. ດັ່ງເຈົ້າ ໜ້າທີ່ ເມືອງຄໍາ ເວົ້າໃນມື້ວັນທີ 18 ຕຸລານີ້ວ່າ:
"ມີອັນໜ່າຝຶກອົບຮົມ ຕັດຫຍິບ ເສີມສວຍ ປຸງແຕ່ງອາຫານ ອັນນັ້ນອັນນີ້ ແປຮູບອາຫານບໍ່ ຍົກລະດັບສີມື ການປຸງແຕ່ງ ຢູ່ຂັ້ນຄອບຄົວຫັ້ນ ເລັກໆນ້ອຍໆສິໜ່າ ເຮັດພຽງແຕ່ວັນດຽວບໍ ວັນເຄິ່ງບໍ ຍົກລະດັບຄວາມຮູ້ທັນ ຄວາມຕ້ອງການ ຂອງອັນໜ່າເສຖກິດ ຫັ້ນ ການຊື້ການຂາຍ ຫັ້ນນະ ເລັກໆນ້ອຍໆ".
ການຈັດຝຶກອົບຮົມສົ່ງເສີມອາຊີບຄັ້ງນີ້ ນອກຈາກມີເປົ້າໝາຍເຮັດໃຫ້ ປະຊາຊົນຮູ້ຈັກອາຊີບ ທີ່ກຳລັງເປັນທີ່ຕ້ອງການ ໃນປັດຈຸບັນ ຄືທີ່ວ່າ ນັ້ນແລ້ວ ກໍຍັງມີການຝຶກແອບ ເຣຶ່ອງການແປຮູບ ເຄື່ອງປ່າຂອງດົງ ທີ່ມີໃນທ້ອງຖິ່ນ ຊຶ່ງເປັນອາຊີບ ທີ່ເຮັດໄດ້ ທັງຍິງແລະຊາຍ ເພື່ອຫາ ຣາຍໄດ້ເຂົ້າຄອບຄົວ.
ການຈັດຝຶກອົບຮົມວິຊາຊີບ ໃຫ້ປະຊາຊົນ ຂອງເຈົ້າໜ້າທີ່ຢູ່ເມືອງວຽງຄຳນີ້ ມີທັງໝົດເກົ້າບ້ານ ຊຶ່ງແຕ່ລະຄອບຄົວ ທີ່ມີຄວາມຕ້ອງການ ກໍ ໄດ້ຮັບການຝຶກອົບຮົມ ແລະສາມາດ ປະກອບອາຊີບໄດ້ ໃນທ້ອງຖິ່ນຂອງຕົນ ຊຶ່ງທີ່ຜ່ານມາ ຊາຍໜຸ່ມຍິງສາວ ໃນເມືອງນີ້ ມັກພາກັນໄປ ຊອກຫາວຽກເຮັດ ໃຊ້ແຮງງານ ຢູ່ແຂວງອື່ນ ຍ້ອນບໍ່ມີອາຊີບ ຕິດຕົວ. ດັ່ງທີ່ທ່ານກ່າວຕື່ມ ອີກວ່າ:
"ຫລັ່ງໄຫລໄປເຮັດວຽກ ຢູ່ຕ່າງແຂວງ ຍ້ອນວ່າຂະເຈົ້າບໍ່ມີອາຊີບ ຂະເຈົ້າບໍ່ມີວຽກເຮັດງານທຳນໍ ໄປວຽງຈັນບໍ່ ໄປຕ່າງແຂວງສິນະ ສາມາດ ຈຳກັດໄດ້ ກໍຕ້ອງໄດ້ລົງບ້ານ ເດືອນສິບ ມີອັນສົ່ງເສີມຂະເຈົ້ານໍ ສີໄມ້ລາຍມືບໍ່ ມີຜລິດຕະພັນໜ້ອຍນຶ່ງ ຢູ່ບ້ານຫັ້ນນະ ຈຶ່ງສາມາດມີວຽກ ເຮັດງານທຳໄດ້".
ປັດຈຸບັນ ເມືອງວຽງຄໍາ ແຂວງຫລວງພຣະບາງ ຍັງບໍ່ມີສູນຝຶກອົບຮົມວິຊາຊີບ ດັ່ງນັ້ນຈຶ່ງຈັດໃຫ້ ເຈົ້າໜ້າທີ່ໄປຝຶກອົບຮົມ ໃຫ້ປະຊາຊົນ ຕາມບ້ານຕ່າງໆ ແຕ່ກໍເຮັດບໍ່ໄດ້ ທຸກປີ ຍ້ອນງົບປະມານບໍ່ຫລາຍ.