ອາຊຽນຮວມຕົວ ໃຜດີ ໃຜໄດ້
2015.03.18

ຣາຍງານ ຂອງ ອົງການ ແຮງງານ ສາກົນ ຫລື ILo ແລະ ທະນາຄານ ພັທນາ ເອເຊັຽ ທີ່ ອອກ ເຜີຍແພ່ ເມື່ອ ວັນທີ 21 ສິງຫາ ປີ 2014 ມີ ຫົວຂໍ້ວ່າ ການຮວມໂຕ ຂອງ ອາຊຽນ ເຂົ້າເປັນ ປະຊາຄົມ ເສຖກິດ ອາຊຽນ ໃນທ້າຍ ປີ 2015 ນີ້ ຈະສ້າງ ໂອກາດ ແລະ ວຽກເຮັດ ງານທໍາ ໃຫ້ ຄົນຫລາຍ ຂຶ້ນ ແຕ່ ໃນຂນະ ດຽວກັນ ຄວາມ ແຕກໂຕນ ທາງ ດ້ານ ເສຖກິດ ແລະ ບັນຫາ ແຮງງານ ຈະ ຮ້າຍແຮງ ຂຶ້ນ ນອກຈາກ ວ່າ ຈະເອົາ ມາຕການ ເດັດຂາດ ໃນ ການ ຄຸ້ມຄອງ.
ສໍາລັບ ລາວ ເດ ຄວາມພ້ອມ ຂອງ ລາວ ໃນການ ຮວມຕົວ ທາງ ເສຖກິດ ກັບ ບັນດາ 9 ປະເທດ ອື່ນໆ ຈະເຮັດ ໃຫ້ ລາວ ຕົກຢູ່ ໃນຖານະ ກ້າວໜ້າ ຫລື ລ້າຫລັງ ກ່ອນ ປະເທດ ອື່ນ ໃນ ດ້ານໃດ ແດ່. ແຕ່ ກ່ອນອື່ນ ໝົດ ການ ຮວມຕົວ ຢູ່ໃນ ຕລາດ ເສຖກິດ ອາຊຽນ ດ້ານນຶ່ງ ມັນແມ່ນ ການ ຮ່ວມມື ກັນ, ແລະ ດ້ານສອງ ແມ່ນການ ແຂ່ງຂັນ ກັນ ໃນທຸກໆ ດ້ານ.
ຣາຍງານ ວ່າ ຕລາດ ປະຊາຄົມ ອາຊຽນ ອາດສ້າງ ວຽກເຮັດ ງານທໍາ ເພີ້ມ 14 ລ້ານ ໜ້າວຽກ ແລະ ຈະເຮັດໃຫ້ ການ ເຕີບໃຫຍ່ ຂອງ ເສຖກິດ ພູມີພາກ ເພີ້ມຂຶ້ນ ປະມານ 7 ສ່ວນຮ້ອຍ ພາຍໃນ ປີ 2025 ເມື່ອ ທຽບກັບ ໃນ ເວລາ ທີ່ ອາຊຽນ ບໍ່ທັນ ຮວມຕົວ ກັນ. ໃນການ ຣາຍງານ ໃຫ້ ຄໍາເຕືອນ ວ່າ ຜົນໄດ້ ຈາກ ການ ເຕີບໃຫຍ່ ຂອງ ເສຖກິດ ຈະບໍ່ຖືກ ແຈກຢາຍ ແບບ ສມໍ່າ ສເມີ. ຖ້າ ບໍ່ມີການ ຄຸ້ມຄອງ ທີ່ ເດັດຂາດ ແລ້ວ ຄວາມ ບໍ່ ສເມີພາບ ຈະມີສູງ ແລະ ເຮັດໃຫ້ ຕລາດ ແຮງງານ ເກີດ ວິກິດການ ເກີດ ມີການ ເຮັດວຽກ ນອກ ຣະບົບ ຄຸ້ມຄອງ ທີ່ຈະນໍາ ໄປສູ່ ການ ເຮັດວຽກ ແບບ ທຸກຍາກ. ດັ່ງ ທີ່ເປັນມາ ຫລາຍປີ ແລ້ວ ແລະ ຍັງເປັນຢູ່ ໃນ ທຸກມື້ນີ້, ຄົນງານ ລາວ ກໍາພູຊາ ແລະ ພະມ້າ ທີ່ ເຮັດວຽກ ຢູ່ ໃນ ປະເທດໄທ ສ່ວນຫລາຍ ຍັງບໍ່ເຂົ້າ ຣະບົບ, ຖືກ ນາຍຈ້າງ ກົດຂີ່ ຂົ່ມເຫັງ ຂູດຮີດ ແຮງງານ ແລະ ບໍ່ໄດ້ຮັບ ສວັດດີການ ຫຍັງໝົດ.
• ເມື່ອ 10 ປະເທດ ອາຊຽນ ຮວມຕົວ ເປັນ ປະຊາຄົມ ເສຖກິດ ອັນດຽວ ກັນ ແລ້ວ ການ ເຄື່ອນຍ້າຍ ສິນຄ້າ ການ ໝູນວຽນ ເງິນທຶນ ແລະ ແຮງງານ ເປັນໄປ ແບບ ເສຣີ, ແຕ່ ໃນຂນະ ດຽວກັນ ມີການ ຕັ້ງ ຄໍາຖາມ ຂຶ້ນວ່າ ແມ່ນໃຜ ຈະໄດ້ຮັບ ປໂຍດ ທີ່ສຸດ?
ມີຄໍາຕອບ ຈາກ ຣາຍງານ ວ່າ ກໍາພູຊາ ແລະ ວຽດນາມ ຈະໄດ້ຮັບ ປໂຍດ ຫລາຍ ທີ່ສຸດ ໃນດ້ານ ການຜລິດ ໜ້າວຽກ. ກໍາພູຊາ ຈະໄດ້ 9.8 ສ່ວນຮ້ອຍ ເທົ່າກັບ 1 ລ້ານ ກ່ວາໆ ຂອງ ໜ້າວຽກ ທັງໝົດ, ຖ້າ ເວົ້າຕາມ ຈໍານວນ ແທ້ໆ ນັ້ນ ວຽດນາມ ຈະໄດ້ 6 ລ້ານ ໜ້າວຽກ ຫລື 9.5 ສ່ວນຮ້ອຍ ພາຍໃນ ປີ 2025. ຫລຸດລົງ ມາ ແມ່ນ ຟີລິປປິນ ຈະໄດ້ 3 ລ້ານ ໜ້າວຽກ ຕື່ມ, ອິນໂດເນເຊັຽ ຈະໄດ້ ຕື່ມ 1 ລ້ານ ກັບ 9 ແສນ ໜ້າວຽກ, ໄທ ຈະໄດ້ ປະມານ 2 ລ້ານ ໜ້າວຽກ ຕື່ມ
ສ່ວນ ລາວ ບໍ່ໄດ້ ບອກ ໂຕເລກ ຢ່າງ ແຈ່ມແຈ້ງ ແຕ່ ເບິ່ງຕາມ ກຣາຟ ນັ້ນ ລາວ ຈະໄດ້ ຫນ້ອຍ ທີ່ສຸດ ປະມານ 2 ແສນ ໜ້າວຽກ ເທົ່ານັ້ນ ເພາະວ່າ ໜ້າວຽກ ໃນ ແຕ່ລະ ປະເທດ ຂຶ້ນກັບ ການ ລົງທຶນ ຂອງ ຕ່າງ ປະເທດ ແລະ ການ ລົງທຶນ ນັ້ນ ອີງຕໍ່ ແຮງງານ ຈາກ ຕ່າງ ປະເທດ ຫລາຍ ເທົ່າໃດ.
• ມີຄວາມ ເປັນຫ່ວງ ອີກວ່າ ການ ເຄື່ອນຍ້າຍ ຂອງ ຄົນງານ ທີ່ ມີອາຊີພ ຈະນາບຂູ່ ໜ້າວຽກ ຂອງຄົນ ທ້ອງຖິ່ນ ໃນ ປະເທດ ທີ່ ມີຣະດັບ ການ ສຶກສາ ຕໍ່າ ອັນນີ້ ຣາຍງານ ວ່າ ຈະມີຜົນ ກະທົບ ຫນ້ອຍ ທີ່ສຸດ ເພາະວ່າ ໜ້າວຽກ ສໍາລັບ ນາຍຊ່າງ ວິສວະກອນ ແພດໝໍ ພຍາບານ ນັກ ສໍາຣວດ ຈະບໍ່ເຖິງ 1.4 ສ່ວນຮ້ອຍ ຂອງ ໜ້າວຽກ ທັງໝົດ. ແຕ່ ອັນ ແນ່ນອນ ທີ່ສຸດ ນັ້ນ ຄວາມ ແຕກໂຕນ ດ້ານ ແຮງງານ ຈະມີສູງ ຂຶ້ນ. ຍົກ ໂຕຢ່າງ ໃນ ເວລາ ບໍຣິສັດ ໃດນຶ່ງ ປັບປຸງ ການ ຈັດສັນ ແຮງງານ ເຂົາເຈົ້າ ກໍຈະຄັດ ເອົາແຕ່ ຜູ້ທີ່ ຫ້າວຫັນ ແລະ ມີ ສີມື ໝາຍຄວາມ ວ່າ ຄົນງານ ທີ່ ມີສີມື ສູງ ຈະໄດ້ຮັບ ຄ່າຈ້າງ ສູງ ກວ່າ ຄົນງານ ທີ່ ສີມືຕໍ່າ ຄວາມ ແຕກໂຕນ ກໍຈະມີ ຫລາຍຂຶ້ນ.
ໂອກາດ ທີ່ ເຮັດໃຫ້ ເກີດຄວາມ ບໍ່ສເມີພາບ ດ້ານ ແຮງງານ ຈະມີ ຫລາຍຂຶ້ນ. ສະພາບການ ທີ່ ຄາດວ່າ ຈະເກີດ ຂື້ນນີ້ ຈະສວນທາງ ກັບ ຄວາມ ພຍາຍາມ ແລະ ເປົ້າໝາຍ ຂອງ ອາຊຽນ ທີ່ ຢາກໃຫ້ ເສຖກິດ ຂອງ ບັນດາ ປະເທດ ສະມາຊິກ ມີຄວາມ ແຕກໂຕນ ຫນ້ອຍລົງ.
ກ່ຽວກັບ ວ່າ ລາວ ຊຶ່ງ ມີຈໍານວນ ແຮງງານ ສີມື ຫນ້ອຍ ກວ່າ ປະເທດ ອື່ນ ຈະຕົກ ຢູ່ໃນ ຖານະໃດ ໃນເວລາ ເຂົ້າເປັນ ປະຊາຄົມ ເສຖກິດ ອາຊຽນ, ເຮົາກໍໄດ້ ມີ ໂອກາດ ໂອ້ ລົມ ກັບ ທ່ານ ອຸດົມ ຣັຕຕະນະວົງ ສາສດາຈານ ກິດຕິມະສັກ ຊາວ ຍີ່ປຸ່ນ ເຊື້ອສາຍ ລາວ ເມື່ອ ວັນທີ່ 5 ມິນາ ຜ່ານມາ ນີ້: ສຽງ...
ເວົ້າເຖິງ ລາວ ຮວມຕົວ ເຂົ້າໃນ ປະຊາຄົມ ເສຖກິດ ອາຊຽນ ຫລື ເອອີຊີ ຊຶ່ງ ເປັນ ຕລາດ ການຄ້າ ທີ່ ມີຖານ ຜລິດ ອັນດຽວ, ອະທິບາຍ ໃຫ້ຟັງ ແດ່ ຄໍາວ່າ ຖານຜລິດ ບ່ອນດຽວນີ້ ຄືອັນໃດ?
"ຈີນກ່າ ເຂົ້າໄປ ອາເມຣິກາ ກ່າ ເຂົ້າໄປ ເອີໂຣບ ກ່າເຂົ້າໄປ ໃຫ້ ກໍາລັງ ດ້ານຜລິດ ດ້ານ ເທັກໂນໂລຈີ. ຄໍາວ່າ ບ່ອນດຽວ ນີ້ ຂ້າພະເຈົ້າ ເຂົ້າໃຈວ່າ 10 ປະເທດ ນີ້ ເຂົາເນັ້ນໃສ່ ບ່ອນໃດ ແລະ 2015 ນີ້ ເຂົາຕັ້ງ ເປັນ ເອອີຊີ ແມ່ນບໍ່ ຂ້າພະເຈົ້າ ເຫັນວ່າ ຜູ້ທີ່ມີ ກໍາລັງ ແມ່ນຈີນ ໄທ ພວກ ມາເລເຊັຽ ພວກນີ້ ຜູ້ໃດມີ ກໍາລັງ ເຂົາເຈົ້າ ກ່າ ຜລິດ ຂອງ ເຂົາຂາຍ ຂາຍໃຫ້ ປະເທດ ທີ່ ເຮັດບໍ່ໄດ້ ຄື ເມືອງລາວ ຂ້າພະເຈົ້າ ເຫັນວ່າ ສະດວກ ຢູ່ ສໍາລັບ ການຄ້າ ສໍາລັບ ຜູ້ທີ່ມີ ເທັກໂນໂລຈີ ພວກທີ່ ມີເງິນ ມີຄໍາ, ແຕ່ ຄົນລາວ ທີ່ບໍ່ມີທຶນ ມີຫຍັງນີ້ ນະ ມີແຕ່ເປັນ ຜູ້ນໍາ ເຂົາ ມີແຕ່ໃຊ້ ຂອງເຂົາ ຊື່ໆ ທີ່ ເຂົາສ້າງມາ ຫັ້ນເກາະ ອັນນີ້ ຂ້າພະເຈົ້າ ຄິດວ່າ ມັນ ບໍ່ກໍ້າເກິ່ງ ບໍ່ສະເໝີ ກັນ".
ທ່ານ ຄິດວ່າ ລາວນີ້ ຈະໄດ້ ປະໂຍດ ຫນ້ອຍ ຫລື ຫລາຍ ໃນເວລາ ເຂົ້າໄປຢູ່ ໃນ ປະຊາຄົມ ເສຖກິດ ອາຊຽນ?
"ໄດ້ນ້ອຍນຶ່ງ ກ່າເສັຽ ຫລາຍ".
ເສັຽໃນດ້ານໃດ?
"ອ້າວ ຄື ຂ້າພະເຈົ້າ ເວົ້ານັ້ນ ແຫລະ ເຮົາບໍ່ມີ ໂຮງງານ ສ້າງສາ ມີແຕ່ໃຊ້ ຂອງເພິ່ນ ທີ່ ຜລິດມາ ຊື້ມາ ແຫລະເງິນ ສີ່ຊື້ ກ່າບໍ່ມີ ອີກ ຫັນນະ ອັນນີ້ ແມ່ນ ຈຸດດ້ອຍ ຂອງເຮົາ, ປະຊາກອນ ລາວ ກ່າຍັງ ຫນ້ອຍ ຢູ່ ເພິ່ນວ່າ ປະຊາກອນ ລາວ ມີ 6 ລ້ານ 5 ແສນ ຂ້າພະເຈົ້າ ບໍ່ເຊື່ອໃດ ມີແຕ່ຄົນ ຕ່າງ ປະເທດ ເຂົ້າມາ ມີຊາວ ຕ່າງດ້າວ ເຂົ້າມາ ຢູ່ລາວ ເຮົາຫລາຍ ໃດ".
ບັດນີ້ ອັນໃດ ທີ່ ລາວ ສາມາດ ແຂ່ງຂັນ ກັບ ປະເທດອື່ນ ໄດ້ ໃນເວລາ ລາວ ເຂົ້າໄປ ຢູ່ໃນ ປະຊາຄົມ ເສຖກິດ ອາຊຽນ?
"ດຽວນີ້ ເນື່ອງຈາກ ປະຊາຊົນ ກ່ານ້ອຍ ແຮງງານ ກໍໄຫລ ອອກໄປ ເຮັດວຽກ ຢູ່ ຕ່າງ ປະເທດ ຢູ່ ເມືອງໄທ ຢູ່ ປະເທດ ອື່ນ ນີ້ຫລາຍ ອັນນີ້ ມັນແມ່ນ ຈຸດດ້ອຍ ຂອງເຮົາ ເຮົາບໍ່ມີ ແຮງ ຕໍ່ສູ້ ນະ ເຮົານີ້ ສີ່ເປັນ ເຄື່ອງ ສໍາຮອງ ແລະ ຮັບໃຊ້ ຂອງ ເພິ່ນ ຊື່ໆໃດ".
ທ່ານ ອຸດົມ ເວົ້າວ່າ ປະເທດ ທີ່ ມີກໍາລັງ ແຮງທາງ ດ້ານ ເສຖກິດ ຈະເປັນຜູ້ ໄດ້ປຽບ ຫລາຍ ທີ່ສຸດ ໃນເວລາ ອາຊຽນ ຮວມຕົວ ເຂົ້າ ເປັນ ປະຊາຄົມ ເສຖກິດ ອາຊຽນ. ກ່ຽວກັບ ເຣື້ອງນີ້ ຂ້າພະເຈົ້າ ໄດ້ຖາມ ຄວາມເຫັນ ເຈົ້າໜ້າທີ່ ລາວ ທີ ບໍ່ປະສົງ ອອກຊື່ ແລະ ອອກສຽງ ເພິ່ນ ກໍວ່າ: ນະໂຍບາຍ ສ້າງ ປະຊາຄົມ ເສຖກິດ ອາຊຽນ ມັນເປັນ ນະໂຍບາຍ ທີ່ດີ, ແຕ່ເມື່ອ ມາເບິ່ງ ທາງດ້ານ ຈັດຕັ້ງ ປະຕິບັດ ໃນເວລາ ກະຕຽມ ເຂົ້າ ປະຊາຄົມ ນີ້ແລ້ວ ມັນ ກໍສະແດງ ອອກມາ ໂລດວ່າ ບໍ່ຄືກັນ ກັບທີ່ ນະໂຍບາຍ ວາງອອກ.
ທ່ານວ່າ ປະເທດ ເພື່ອນບ້ານ ຊຶ່ງເປັນ ປະເທດ ທີ່ ມີ ເສຖກິດ ໃຫຍ່ ແລະ ຂຍາຍໂຕ ທີ່ສຸດ ໃນ ຈໍານວນ ບັນດາ ປະເທດ ສະມາຊິກ ອາຊຽນ, ກ່ອນອື່ນ ໝົດ ພວກເພິ່ນ ກໍມີແຕ່ ຢາກເຮັດ ໃຫ້ ປະເທດ ຂອງພວກ ເພິ່ນ ໄດ້ ປໂຍດ ຫລາຍ ເທົ່າທີ່ ຈະ ຫລາຍໄດ້ ຍົກ ໂຕຢ່າງ ເພິ່ນ ຕັດສິນໃຈ ສ້າງເຂດ ເສຖກິດ ພິເສດ ຢູ່ຕາມ ເຂດ ຊາຍແດນ ທີ່ ຕິດກັບ ລາວ ຕັ້ງແຕ່ ເໜືອ ຮອດໃຕ້ ຢ່າງຫນ້ອຍ 4 ເຂດ ແລ້ວ, ສ້າງ ເຂດ ເສຖກິດ ພິເສດ ຂຶ້ນຢູ່ ຕາມ ຊາຍແດນ ທີ່ ຕິດກັບ ກໍາພູຊາ, ຢູ່ເຂດ ທີ່ຕິດ ກັບ ພະມ້າ, ແລະ ຢູ່ເຂດ ທີ່ ຕິດກັບ ມາເລເຊັຽ.
ອັນນີ້ ມັນ ສວນທາງ ກັບ ເປົ້າໝາຍ ຂອງ ປະຊາຄົມ ເສຖກິດ ອາຊຽນ ທີ່ ຢາກໃຫ້ ທຸກ ປະເທດ ສະມາຊິກ ມີ ໂອກາດ ຂຍາຍໂຕ ດ້ານ ອຸດສາຫະກັມ ຂອງຕົນ ມັນກໍເລີຍ ເຮັດໃຫ້ ເຮົາ ເຂົ້າໃຈວ່າ ສິ່ງ ທີ່ຂຽນລົງ ຢູ່ໃນ ນະໂຍບາຍ ນັ້ນ ເປັນພຽງ ຄໍາເວົ້າ ທີ່ ສວຍງາມ ຊື່ໆ ທັ້ງໆທີ່ ປະເທດ ນີ້ ມີ ໂຮງງານ ຫລາຍສິບ ພັນ ແຫ່ງແລ້ວ ກໍຄວນ ຊຸກຍູ້ ໃຫ້ ມີການ ໄປຕັ້ງ ໂຮງງານ ຢູ່ ປະເທດ ທີ່ ຕ້ອງການ ຂຍາຍໂຕ ທາງດ້ານ ອຸດສາຫະກັມ ມັນ ຈິ່ງຈະເຮັດ ໃຫ້ ຕລາດ ປະຊາຄົມ ອາຊຽນ ມີການ ຂຍາຍໂຕ. ປະເທດ ອື່ນໆ ກໍ ເຊັ່ນດຽວກັນ ໃນ ຣະຍະ ການ ກະຕຽມ ນີ້ ປະເທດໃດ ກໍຫລຽວເຫັນ ແຕ່ ຜົນປໂຍດ ຂອງຕົນ ເອງ ກ່ອນ ວ່າ ຈະຫາ ວິທີ ທາງ ແນວໃດ ຕົນຈະໄດ້ ປຽບ ຄູ່ແຂ່ງ.
ປະເທດ ທີ່ ຢູ່ທາງ ດ້ານ ຕະເວັນອອກ ຂອງລາວ ເຊັ່ນວ່າ ວຽດນາມ ກໍຂຍາຍ ຖານຜລິດ ໂດຍ ສ້າງເຂດ ເສຖກິດ ພິເສດ ຫລືວ່າ ເຂດ ອຸດສາຫະກັມ ຂຶ້ນ ພາຍໃນ ປະເທດ ຂອງຕົນ ຫລາຍ ທີ່ສຸດ. ຍັງບໍ່ ເທົ່ານັ້ນ ການ ຂຍາຍ ໂຮງຈັກ ໂຮງ ງານ ຫລື ການລົງທຶນ ຂອງ ເຂົາເຈົ້າ ຢູ່ ໃນລາວ ພັດມີ ຈຸດປະສົງ ເອົາ ຄົນງານ ຈາກ ປະເທດ ຂອງຕົນ ເຂົ້າມາ ຫລາຍ ເທົ່າທີ່ ຈະຫລາຍ ໄດ້ ໂດຍໃຊ້ ອິດທິພົນ ທາງ ການເມືອງ ໃຊ້ ຊັພຍາກອນ ໃນລາວ ເປັນທຶນ ຂອງ ເຂົາເຈົ້າ ແທນທີ່ ຈະ ຊ່ວຍເຫລືອ ລາວ ໃຫ້ ເພິ່ງພາ ຕົນເອງ ໄດ້.
ຖ້າ ຫາກວ່າ ປະເທດ ທີ່ ຮັ່ງມີແດ່ ນັ້ນ ຍັງສຸມໃສ່ ຕັ້ງ ໂຮງຈັກ ໂຮງງານ ຢູ່ໃນ ປະເທດ ຂອງຕົນ ບ່ອນທີ່ ອຸດສາຫະກັມ ຂຍາຍໂຕ ແລ້ວນັ້ນ ຫລື ຊອກຫາ ວິທີທາງ ອື່ນໆ ທີ່ ຕົນ ຈະໄດ້ປຽບ ໃນ ການຄ້າ ການ ລົງທຶນ ແລະ ຢູ່ໃນຖານະ ຜູ້ ແຂ່ງຂັນ ທີ່ ໄດ້ປຽບ ມັນກໍຈະ ເປັນການ ຖ່ວງດຶງ ຄວາມ ກ້າວໜ້າ ຂອງ ປະເທດ ທຸກຍາກ ທີ່ ພຍາຍາມ ບຸກບືນ ຢາກໃຫ້ ອຸດສາຫະກັມ ເກີດຂຶ້ນ ໃນ ປະເທດ ຂອງຕົນ ໂດຍສະເພາະ ສປປ ລາວ. ການເຮັດ ແນວນີ້ ມັນກໍ ເທົ່າກັບ ວ່າ ກວາດເອົາ ແຮງງານ ຈາກ ປະເທດ ອື່ນ ໄປໃນຕົວ. ໃນ ທໍານອງ ດຽວກັນ ປະເທດ ທີ່ ນໍາເອົາ ແຮງງານ ເຂົ້າໄປ ໃນລາວ ຈໍານວນ ຫລາຍ ໂດຍ ບໍ່ມີ ຈຸດປະສົງ ຊ່ວຍສ້າງ ສີມື ແຮງງານ ລາວ ມັນກໍ ເທົ່າກັບ ວ່າ ແຮງງານ ລາວ ຖືກ ຈໍາແນກ ໄປໃນ ຕົວ, ໃນ ທີ່ສຸດ ແຮງງານ ລາວ ກໍຈະກາຍ ເປັນ ແຮງງານ ທີ່ ເລືອກ ເຮັດວຽກ ນອກ ຣະບົບ ຖືກນາຍ ຈ້າງ ຂູດຮີດ ບໍ່ມີ ສວັດດີການ ແລະ ຈະກາຍເປັນ ແຮງງານ ທຸກຍາກ ກ່ວາ ແຮງງານ ຂອງ ປະເທດ ອື່ນໆ.
ຄໍາເຫັນ ຂອງ ສາສດາຈານ ອຸດົມ, ແລະ ຄໍາເຫັນ ຂອງ ເຈົ້າໜ້າທີ່ ລາວ ເບິ່ງໄປ ໃນມຸມ ທີ່ ແຕກຕ່າງ ກັນ ແຕ່ເມື່ອ ສລຸບແລ້ວ ມັນ ກໍຄ້າຍ ຄືກັນ ກັບ ຣາຍງານ ການສຶກສາ ຂອງ ອົງການ ແຮງງານ ສາກົນ ທີ່ ເວົ້າວ່າ ປະຊາຄົມ ເສຖກິດ ອາຊຽນ ໂດຍລວມ ແລ້ວ ຈະໃຫ້ ປໂຍດ ທາງດ້ານ ເສຖກິດ ຢ່າງ ໃຫຍ່ຫລວງ, ແຕ່ ພ້ອມດຽວ ກັນນັ້ນ ຈະ ປະປ່ອຍ ໃຫ້ ປະເທດ ຈໍານວນ ນຶ່ງ ລ້າຫລັງ ແລ້ວ ຈະເຮັດ ໃຫ້ ມີຄວາມ ບໍ່ ສເມີພາບ ດ້ານ ເສຖກິດ ແລະ ດ້ານອື່ນໆ ທີ່ ຕາມມາ ນັ້ນ ເພີ້ມຂຶ້ນ.
ຣາຍງານ ຂອງ ອົງການ ແຮງງານ ສາກົນ ໃຫ້ ຄໍາແນະນໍາ ວ່າ ເພື່ອ ເຮັດໃຫ້ ແຮງງານ ຈາກ ຫລາຍຝ່າຍ ໄດ້ຮັບ ຜົນ ປໂຍດ ຈາກ ຄວາມ ມັ່ງຄັ່ງ ຂອງ ປະຊາຄົມ ເສຖກິດ ອາຊຽນ ນີ້ ມັນຕ້ອງໄດ້ ເຊື່ອມໂຍງ ຣະບົບ ການ ສຶກສາ ແລະ ການ ຝຶກ ອົບຮົມ ແຮງງານ ເຂົ້າກັບ ຄວາມ ຕ້ອງການ ຂອງ ພາກ ເອກກະຊົນ ໂດຍ ລົງທຶນ ສ້າງ ໂຄງຮ່າງ ແລະ ຣະບົບ ການ ເຊື່ອມໂຍງ ກັນ, ພ້ອມນັ້ນ ຕ້ອງຕັ້ງ ຣະບົບ ປົກປ້ອງ ສວັດດີພາບ ຄົນງານ ຂຶ້ນ ຮ່ວມທັງ ຄົນງານ ເຄື່ອນຍ້າຍ ນໍາດ້ວຍ.