ບັນຫາທີ່ດິນຍັງຍືດເຍື້ອ ຢູ່ລາວ
2018.01.12

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ໄດ້ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງທຸກຂແນງ ໃຫ້ປິດຊ່ອງໂວ່ ການໃຊ້ທີ່ດິນ ແລະການ ບໍຣິຫານຈັດການ ທີ່ບໍ່ຖືກຕ້ອງແລະວ່າ ທີ່ດິນຕ້ອງຮັກສາໄວ້ເພື່ອຄົນລຸ້ນຕໍ່ໄປ. ທ່ານໄດ້ກ່າວກ່ຽວກັບເຣື້ອງນີ້ ໃນກອງປະຊຸມແຫ່ງຊາດ ກ່ຽວກັບທີ່ດິນ.
ທ່ານວ່າ ການບໍຣິການຈັດການທີ່ດິນ ແບບບໍ່ຖືກຕ້ອງ ມີມາແຕ່ດົນແລ້ວ, ຫນວ່ຍງານຂອງຣັຖ ຕ້ອງໄດ້ກວດກາການໃຊ້ທີ່ດິນຢ່າງເຂັ້ມງວດ ຫລັງຈາກໃຫ້ສຳປະທານ ແກ່ບໍຣິສັດເອກຊົນ ເພື່ອຫລີກລຽງບໍ່ໃຫ້ ບໍຣິສັດເຫລົ່ານັ້ນ ເອົາດິນຣັດເກີນຂອບເຂດ ທີ່ຂະເຈົ້າຕ້ອງການ.
ທ່ານ ທອງລຸນ ເວົ້າວ່າ ຖ້າບັນດາເຈົ້າແຂວງ ແລະອຳນາດການປົກຄອງບ້ານ ມີສິດໃນການໃຫ້ສຳປະທານທີ່ດິນ ໃນເຂດທ້ອງຖິ່ນ ແລ້ວສິດ ຂອງເຈົ້າຫນ້າທີ່ຣັດຂັ້ນແຂວງ ແລະຂັ້ນສູນກາງ ກ່ຽວກັບການບັງຄັບໃຊ້ ທີ່ດີນໃນເຂດທ້ອງຖິ່ນນັ້ນ ມີຫຍັງແດ່.
ທ່ານໄດ້ຕັກເຕືອນບັນດາ ຜູ້ເຂົ້າຮ່ວມກອງປະຊຸມ ກ່ຽວກັບການໃຫ້ສຳປະທານທີ່ດິນ ໃນການປູກກ້ວຍຈາກເຈົ້າຫນ້າທີ່ທ້ອງຖິ່ນ ຊຶ່ງໃນທີ່ສຸດ ຜົລຂອງມັນ ກໍເປັນການທຳຮ້າຍປ່າໄມ້ ແມ່ນ້ຳລຳທານ ແລະຊີວິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນ ຍ້ອນການ ໃຊ້ສານເຄມີທີ່ເປັນພິດ ຊຶ່ງສານເຄມີບາງຊນິດ ກໍຖືກກວດຮູ້ ແຕ່ຍັງມີຫລາຍຊນິດ ທີ່ຍັງບໍ່ຮູ້ເລີຍ.
ທ່ານ ທອງລຸນເວົ້າວ່າ ມາຕການຢ່າງເຂັ້ມງວດຕ້ອງຖືກເອົາມາບັງຄັບໃຊ້ ໂດຍສະເພາະກ່ຽວກັບມາຣະຍາດ ທີ່ບໍ່ຖືກຕ້ອງໃນການໃຊ້ທີີ່ດິນ ໃນລາວ ທ່ານໃຫ້ຕົວຢ່າງ ການກວມເອົາດິນຣັດ ທີ່ແຂວງຈຳປາສັກ ຊຶ່ງເຈົ້າຫນ້າທີ່ທ້ອງຖິ່ນ ກໍເວົ້າວ່າຈະດຳເນີນການ ຕາມກົດຫມາຍ ຕໍ່ຜູ້ລະເມີດ ແຕ່ເທົ່າເຖິງປັດຈຸບັນ ຍັງບໍ່ມີການແກ້ໄຂເລີຍ.
ທ່ານຍັງໄດ້ກ່າວກ່ຽວກັບອາຍຸການ ໃຫ້ສຳປະທານທີີ່ດິນນຳອີກ ຊຶ່ງໃນບາງກໍຣະນີ ການໃຫ້ສຳປະທານທີ່ດິນ ເປັນເວລາ 50-70 ປີ ແຕ່ກຸ່ມ ນັກລົງທຶນ ຍັງຂໍຕໍ່ອາຍຸການສຳປະທານ ໄປຮອດ 90 ປີ ແລະຕໍ່ໄປເລື້ອຍໆ. ບັນຫາທີ່ດິນ ເປັນບັນຫາຊຳເຮື້ອ ມາດົນນານ ນອກຈາກທີ່ດິນ ຂອງຣັຖແລ້ວ ກໍຍັງມີທີີ່ດິນຂອງປະຊາຊົນ ທີ່ຍັງບໍ່ມີການ ແກ້ໄຂເລີຍ ດັ່ງທ່ານກ່າວໃນກອງປະຊູມສະພາ ວ່າງຫລັງໆມານີ້ວ່າ:
"ແຕ່ການປະຕິບັດກົດໝາຍ ນິຕິກັມກ່ຽວກັບ ທີ່ດິນມີຊ່ອງຫວ່າງຫຼາຍ ພາໃຫ້ການສວຍໃຊ້ ສວຍໂອກາດ ເອົາລະບຽບການຕ່າງໆມາປັບປ່ຽນ ແອບແຝງໃຫ້ເປັນ ຜົນປະໂຫຍດຂອງບຸກຄົນ, ກຸ່ມຄົນ ຫຼືວ່ານັກທຸຣະກິດຈໍານວນນຶ່ງ ທົ່ານັ້ນ ໄດ້ຮັບຜົນປໂຍດ ແຕ່ວ່າກຸ່ມຄົນ ຈໍານວນນຶ່ງ ບຸກຄົນ ປະຊາຊົນ ຊໍ້າພັດເສັຍຜົນປະໂຫຍດ ຫລືວ່າ ອັບປະໂຫຍດ."
ຕາມການຢືນຢັນຂອງທ່ານທອງລຸນ, ຣັຖບານຊຸດຂອງທ່ານໄດ້ ສະເໜີຕໍ່ກົມການເມືອງສູນກາງພັກ ເພື່ອຂໍອອກມະຕິ ກ່ຽວກັບການຄຸ້ມຄອງ ທີ່ດິນໃຫ້ຣະອຽດ ແລະເປັນໄປຕາມກົດໝາຍ ເພື່ອບໍ່ໃຫ້ມີການສວຍໂອກາດ ຈາກນັກລົງທຶນ ຜູ້ຫວັງຜົລປະໂຫຍດ ຈາກການສຳປະທານ ທີ່ດິນ ຂອງຣັຖແລະຂອງປະຊາຊົນ ມາສ້າງຄວາມລ້ຳລວຍແກ່ຕົນເອງ.
ຣັຖບານຍອມຮັບ ການປະຕິບັດ ນະໂຍບາຍທີ່ດິນ ຜ່ານມາມີຊ່ອງຫວ່າງຫລາຍ ແລະຣັຖບານ ຈະມີການອອກມະຕິ ໃນການຄຸ້ມຄອງທີ່ດິນ, ທ່ານກ່າວເພີ້ມວ່າ:
"ຣັຖບານເຫັນຊ່ອງຫວ່າງຫລາຍອັນນີ້ ຈຶ່ງໄດ້ສະເໜີ ຕໍ່ກົມການເມືອງ ສະເໜີຕໍ່ສູນກາງ ໃຫ້ອອກມະຕິ ກ່ຽວກັບທີ່ດິນ ຮັບຮອງເອົາຢູ່ ກອງປະຊຸມສູນກາງ ຄັ້ງທີ່ແລ້ວນີ້ແລ້ວ ແລະ ກະຣັຖບານ ຈະເອົາມະຕິນີ້ ມັນຜັນຂະຫຍາຍ ໃຫ້ເປັນການລະອຽດ ເພື່ອຄຸ້ມຄອງທີ່ດິນ ໃຫ້ເປັນໄປຕາມກົດໝາຍ ຢ່າງເຂັ້ມງວດ."
ທ່ານວ່າ ເຈົ້າໜ້າທີ່ລະດັບແຂວງ ມັກໃຫ້ສຳປະທານທີ່ດິນ ເກີນທີ່ກົດໝາຍ ກຳນົດໄວ້ ໂດຍຈະແຍກອອກເປັນຫຼາຍໂຄງການ ແຕ່ໃນ ຄວາມເປັນຈິງແລ້ວ ກໍເປັນໂຄງການອັນດຽວກັນ:
"ທີ່ຜ່ານມານີ້ ແຂວງມີສິດທໍ່ນີ້ ມັນພັດບໍ່ແມ່ນສິດ 100 ເຮັກຕາ ລະເຮັດເປັນຫລາຍ ມັນເປັນ 1,000 ເຮັກຕາ ພຸ້ນແຫຼະ ແຕ່ເຮັດເປັນ ຫຼາຍໂຄງການ ສຸດທ້າຍລະໂຄງການ ດຽວຫັ້ນແຫລະ ກະບໍ່ໃຫ້ເຮັດ ໃນຕໍ່ໄປອັນໃດ ກະໃຫ້ມັນເປັນ ອັນນັ້ນ."
ບັນຫາຄວາມຂັດແຍ່ງທາງດ້ານທີີ່ດິນໃນລາວ ເປັນບັນຫາທີ່ຫລໍ່ແຫລມ ແລະທາງການລາວ ກໍບໍ່ເອົາໃຈໃສ່ ໃນການແກ້ໄຂ ເທົ່າທີ່ຄວນ ຊາວບ້ານຜູ້ທີ່ໄປຂໍຄວາມເປັນທັມ ກໍຖືກຈັບກຸມແລະລົງໂທດ ເປັນຕົ້ນ ການຈັບຊາວບ້ານຍຶບ ເມືອງທ່າແຕງ ແຂວງເຊກອງ 14 ຄົນ ໃນວັນທີ 25 ກໍຣະກະດາ ຜ່ານມາ ກ່ຽວກັບຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດ ຢາງພາຣາວຽດນາມ.
ຂໍ້ຂັດແຍ່ງທີ່ດິນທີ່ແຂວງຊຽງຂວາງ ເຈົ້າໜ້າທີ່ຕໍາຣວດ ກໍເອົາຣົດດຸດໄປທຸບມ້າງ ພັດຕາຄານ ເມືອງພວນ ຕັ້ງຢູ່ບ້ານ ໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໃນເດືອນພຶສພາ ປີ 2015, ຊຶ່ງເປັນຂໍ້ຂັດແຍ່ງ ຣະຫວ່າງຜູ້ສຳປະທານ ກັບເຈົ້າໜ້າທີ່ແຂວງ ທີ່ຈະເອົາ ດິນຕອນດັ່ງກ່າວ ໄປປຸກຕຶກ ທະນາຄານກາງ ສາຂາແຂວງພາກເໜືອ.
ຂໍ້ຂັດແຍ່ງ ທີ່ດິນຢູ່ ບ້ານນ້ອຍຊຽງດາ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ຣະຫວ່າງ ນາຍທຶນກັບຊາວບ້ານ 7 ຄອບຄົວ, ຊຶ່ງກຸ່ມນາຍທຶນ ເອົາທີ່ດິນຊາວບ້ານ ໂດຍບໍ່ໄດ້ຮັບອະນຸຍາດ ແລະບອກວ່າໄດ້ທີ່ດີນ ດັ່ງກ່າວ ຈາກ ທາງການລາວ.
ຄວາມຂັດແຍ່ງທີ່ດິນທີ່ເມືອງປາກຊ່ອງ ແຂວງຈຳປາສັກພາກໃຕ້ຂອງລາວ ຊາວບ້ານກໍໄດ້ຂຽນຈົດໝາຍ ເຖິງສະພາແຫ່ງຊາດລາວ ເມື່ອຕົ້ນປີນີ້ ເພື່ອຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫາເຣື່ອງຄ່າຊົດເຊີຍ ຫລືສົ່ງທີ່ດິນຄືນໃຫ້ ພວກເຂົາເຈົ້າ ແຕ່ເທົ່າເຖີງປັດຈຸບັນ ກໍຍັງບໍ່ມີການແກ້ໄຂເລີຍ.
ເຫດການດັ່ງກ່າວ ມີທີ່ດິນຂອງປະຊາຊົນ ໃນຫລາຍບ້ານ ຖືກທາງການຍຶດເອົາໄປໃຫ້ ສັມປະທານແກ່ບໍຣິສັດ ປູກກາເຟຈາກ ສິງກະໂປ. ທາງສະພາແຫ່ງຊາດ ກໍໄດ້ຮັບຈົດໝາຍ ຮຽກຮ້ອງດັ່ງກ່າວ ແຕ່ຍັງບໍ່ທັນ ແກ້ໄຂແນວໃດເທື່ອ.
ຊາວບ້ານທ່ານນຶ່ງເວົ້າວ່າ ບໍຣິສັດ ສິງກະໂປ ຂຍາຍພື້ນທີ່ປູກກາເຟ ອອກໄປກວມເອົາທີ່ດິນ ຂອງປະຊາຊົນໃນສີ່ບ້ານ ໃນເມືອປາກຊ່ອງ ເຊັ່ນ; ບ້ານໜອງທຽມ ບ້ານໜອງເມັກ ແລະບ້ານໜອງຫີນ. ຊຶ່ງປາສຈາກຄວາມເຫັນພ້ອມ ຈາກຊາວບ້ານແຕ່ຢ່າງໃດ ຊາວບ້ານທັງຫມົດ ກໍພໍໃຈຍ້ອນເປັນບ່ອນ ທຳມາຫາກິນ ຂອງພວກຂະເຈົ້າ ແລະຍັງມີຫລາຍແຂວງທີ່ ປະຊາຊົນໄດ້ຮັບ ຄວາມເດືອດຮ້ອນ ຈາກການຍຶດທີ່ດີນ ຂອງພວກຂະເຈົ້າໄປ ໃຫ້ນັກລົງທຶນ ສຳປະທານ.
ນັກວິຊາການທ່ານນຶ່ງເວົ້າວ່າ ໂຄງການພັທນາຕ່າງໆໃນລາວ ເກືອບທຸກໂຄງການ ໄດ້ລ່ວງລໍ້າທີ່ດິນຂອງປະຊາຊົນ ຜ່ານມາບັນຫາຕ່າງໆ ທີ່ເກີດຂຶ້ນ ກໍຍັງບໍ່ສາມາດ ແກ້ໄຂໄດ້. ການລ່ວງລໍ້າ ບ່ອນທໍາມາຫາກິນ ຂອງປະຊາຊົນ ກໍຍັງມີຫລາຍຢູ່ ການໃຫ້ ສັມປະທານ ທີ່ດິນ ຖືກສັ່ງຢຸດ 3 ຄັ້ງແລ້ວ ຫລັງຈາກ ມີສຽງຕໍານິຈາກສັງຄົມ ແຕ່ກໍຍັງບໍ່ເຫັນວ່າ ແກ້ໄຂອັນໃດໄດ້.
ນອກຈາກນັ້ນກໍຍັງມີບັນຫາ ເຣື່ອງທີ່ດິນທັບຊ້ອນ ຣະຫວ່າງດິນຂອງປະຊາຊົນ ແລະດິນຂອງຣັດ ໃນຫລາຍພື້ນທີ່ ໂຄງການທີ່ໄດ້ຮັບ ສັມປະທານ, ທີ່ທາງການລາວເວົ້າວ່າ ຊາວບ້ານໃຊ້ດິນຂອງຣັຖ ມາເຮັດຢູ່ທຳກິນ ແລະປຸກບ້ານເຮືອນໃສ່ ແຕ່ປະຊາຊົນ ກໍບອກວ່າເປັນດິນ ຊາວບ້ານ ບັນຫາດັ່ງກ່າວ ຕ້ອງໄດ້ກວດກາ ຄືນໃໝ່ຢ່າງຖີ່ຖ້ວນ ແລະກໍເປັນບັນຫາ ທີ່ແກ້ໄຂໄດ້ຍາກ ດັ່ງເຈົ້າໜ້າທີ່ ຈາກຫ້ອງກາຣອົງກາຣ ຄຸ້ມຄອງທີ່ດິນ ທ່ານນື່ງ ກ່າວໃນຣະຍະ ທີ່ຜ່ານວ່າ:
“ຫລາຍສາເຫຕ ເຊັ່ນວ່າ ລົງຣອຍກັນບໍ່ໄດ້ ອັນທີ່ສອງມາ ມັນກໍມີເຂົາເອົາຂໍ້ມູລ ບໍ່ຈະບໍ່ແຈ້ງບໍ? ຫລືວ່າມັນມີແນວໃດ ມັນຫລາຍໆປັຈຈັຍ ຕ້ອງໄດ້ສຶກສາ ແຕ່ລະໂຄງການ ຕົວນີ້ຕ້ອງໄດ້ກວດຄືນ ຈະແກ້ໄຂບ່ອນບັນຫາໃດ ຖ້າວ່າເຫັນສົມຄວນ ແກ້ໄຂບໍ່ໄດ້ ມັນບາງເທື່ອ ກໍຍົກເລີກ ໂຄງການ."
ທ່ານວ່າ ບັນຫາທີ່ດິນທັບຊ້ອນ ກໍເປັນຍ້ອນວ່າເຣື່ອງກາຣຈັດສັນທີ່ດິນ ໃນ ສປປລາວ ຍັງບໍ່ເປັນໄປ ຕາມຣະບຽບ ຈຶ່ງເກີດມີຊ່ອງວ່າງ ດ້ານຄວາມບໍ່ເປັນທັມເກີດຂື້ນ:
ນອກຈາກນັ້ນ ກໍຍັງມີຫລາຍຂໍ້ຂັດແຍ່ງ ທາງດ້ານທີ່ດິນກັບຊາວບ້ານ ໃນຫລາຍໂຄງການໃນລາວ ທີ່ຣັຖບານ ໃຫ້ນັກລົງທຶນ ສຳປະທານ ດັ່ງບ່ອນຫລິ້ນກາຊີໂນ ທີ່ແຂວງບໍ່ແກ້ວ, ເຂດເສຖກິດພິເສດ ຫລາຍແຫ່ງ ດັ່ງ ສວັນ-ເຊໂນ, ບ່ອນຫລິ້ນການພະນັນ ສວັນ-ເວກັສ ທີ່ ສວັນນະເຂດ, ໂຄງການສ້າງຖນົນຫົນທາງ ຕຶກອາຄານຂອງຣັຖບານ, ເຂດພັທນາທີ່ຣັຖບານ ແລະນັກລົງທຶນຕ້ອງການໃນຫຼາຍແຂວງ.
ອີງຕາມຂໍ້ມູນຈາກກະຊວງ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ, ຣັຖບານໄດ້ໃຫ້ ນັກລົງທຶນ ສໍາປະທານທີ່ດິນ ປູກໄມ້ເສຖກິດ ຫລາຍກວ່າ 1 ລ້ານເຮັກຕາ ໃນທົ່ວປະເທດ ໃນນັ້ນດິນບາງສວ່ນ ແມ່ນດິນ ຂອງປະຊາຊົນ, ຊຶ່ງຍັງບໍ່ລວມເອົາເນື້ອທີ່ດິນ ສໍາປະທານ ສ້າງເຂື່ອນ, ຂຸດຄົ້ນບໍ່ແຮ່ທດ ແລະໂຄງການອື່ນໆ ຂອງຣັຖບານ ຊຶ່ງໃນຫຼາຍໂຄງການ ທີ່ນັກລົງທຶນສຳປະທານ ກໍບໍ່ປະຕິບັດຕາມສັນຍາ ແລະບໍ່ມີໂຄງການເລີຍ ພຽງແຕ່ ສຳປະທານທີ່ດິນ ເພື່ອຕັດໄມ້ອອກໄປຂາຍ ຫລືສຳປະທານ ເພື່ອຂາຍໃຫ້ນາຍທຶນ ກຸ່ມອື່ນອີກທອດນຶ່ງ ຖ້າບໍ່ມີຜູ້ຊື້ກໍປະດິນໄວ້ລ້າໆ.
ປະຊາຊົນຜູ້ທີ່ໄດ້ຮັບເຄາະ ກໍຖືກໂຍກຍ້າຍ ບໍ່ມີບ່ອນທຳມາຫາກິນ ຈົນຮອດທຸກມື້ນີ້ ຫລາຍຄອບຄົວ ຍັງໄດ້ຮັບຄວາມທຸກຍາກຢູ່ ແລະ ຫລາຍກວ່າເກົ່າ.