ນາຍົກໃໝ່ສັ່ງຫ້າມແຕະຕ້ອງ ໄມ້
2016.05.18
ນາຍົກ ຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ໄດ້ອອກຄຳສັ່ງ ວ່າດ້ວຍ ການເພີ້ມ ທະວີ ຄວາມເຂັ້ມງວດ ໃນການ ຄຸ້ມຄອງ ແລະ ກວດກາ ການຕັດໄມ້, ເຄື່ອນຍ້າຍໄມ້ ແລະ ທຸຣະກິຈ ໄມ້. ຄຳສັ່ງ ດັ່ງກ່າວ ອອກມາ ໃນວັນທີ 13 ພຶສພາ ທີ່ຜ່ານມາ ມີທັງໝົດ 17 ຂໍ້ ຊຶ່ງເນື້ອໃນ ບາງຕອນ ໄດ້ຣະບຸ ເອົາໄວ້ວ່າ.
-ໃຫ້ຢຸດການສົ່ງອອກໄມ້ ຄື: ໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກໄມ້ ຫລື ເຫງົ້າໄມ້, ຕໍ່ໄມ້, ປູດໄມ້, ງ່າໄມ້ ແລະ ໄມ້ຢືນຕົ້ນ ຫລື ໄມ້ປະດັບ ທີ່ຂຸດຈາກປ່າໄມ້ ທຳມະຊາດ ໄປ ຕ່າງປະເທດ ໃນທຸກ ກໍຣະນີ ຢ່າງເດັດຂາດ.
-ໃຫ້ສືບຕໍ່ ປະຕິບັດ ຕາມຄຳສັ່ງ ຂອງນາຍົກ ຣັຖມົນຕຣີ ສະບັບເລກທີ 31 ລົງວັນທີ 5 ພຶສຈິກາ 2013 ວ່າດ້ວຍ ການຍຸຕິ ຊົ່ວຄາວ ການຂຸດຄົ້ນໄມ້ ຢູ່ເຂດ ປ່າຜລິດ ແລະ ໃຫ້ສືບຕໍ່ວາງແຜນ ຈັດສັນ ປ່າຜລິດ ໃຫ້ສຳເຣັດ ແລະໃຫ້ ຣາຍງານ ຣັຖບານ ເພື່ອ ພິຈາຣະນາ.
-ຫ້າມອະນຸຍາດ ໃຫ້ ຜູ້ພັທນາໂຄງການ ຫລື ຫົວໜ່ວຍຮັບເໝົາ ກໍ່ສ້າງ ພື້ນຖານໂຄງລ່າງ ຕ່າງໆ ເປັນຜູ້ດຳເນີນ ການ ຂຸດຄົ້ນໄມ້, ແຕ່ຣັຖບານ ຈະເປັນ ຜູ້ຮັບຜິດຊອບ ໂດຍກົງ ໃນການ ຂຸດຄົ້ນໄມ້ ແລະ ຂາຍໄມ້. ແລະ ຫ້າມບໍ່ໃຫ້ ເອົາໄມ້ ຊຳຣະໃຊ້ໜີ້ ໂຄງການພັທນາ ພື້ນຖານ ໂຄງລ່າງ ໂດຍກົງ ຫລື ເອົາໄມ້ຕຸບກັບ ໂຄງການ.
-ໃຫ້ຍຸຕິການສະເໜີ ແລະ ອະນຸຍາດ ເກັບກູ້, ທ້ອນໂຮມ ໄມ້ກິ່ງງ່າ, ໄມ້ທ່ອນສັ້ນ, ໄມ້ນອນ ຂອນຕາຍ ແລະ ບໍ່ ອະນຸຍາດ ໃຫ້ເອົາໄມ້ ແກ້ໄຂ ນະໂຍບາຍ ໃຫ້ແກ່ ບຸກຄົນໃດນຶ່ງ.
-ສ່ວນວ່າ ໄມ້ທີ່ຂຸດຄົ້ນ ໂດຍ ບໍ່ໄດ້ຮັບ ອະນຸຍາດ, ຜິດຕໍ່ ຣະບຽບ ກົດໝາຍ ແລະ ຍັງຄ້າງຢູ່ ສະໜາມ 1 ແມ່ນບໍ່ໃຫ້ ເກັບກູ້ ຫລື ທ້ອນໂຮມອີກ ເພາະຈະເປັນ ຊ່ອງວ່າງ ໃຫ້ແກ່ ການລັກລອບ ຕັດໄມ້ ອີກຕໍ່ໄປ.