ເຈົ້າຂອງກິຈການເຂດ ທ່າບັກ ໜັກໃຈ

ໄຊຍາ
2020.02.21
f-nam-ou3 ເຂື່ອນໄຟຟ້າ ນໍ້າອູ 3 ທີ່ ແຂວງຫຼວງພຣະບາງ
RFA/LB

ເຈົ້າຂອງກິຈການ ເຮືອນພັກ, ຮ້ານອາຫານ ແລະບໍຣິການ ເຮືອຂົນສົ່ງຮວມທັງໝົດ 18 ຄອບຄົວ ຢູ່ບໍຣິເວນທ່າບັກ ບ້ານເມືອງຂວາ ແຂວງ ຜົງສາລີ ບໍ່ພໍໃຈທີ່ທາງຄະນະຈັດສັນ ເຂື່ອນນໍ້າອູ 3 ທີ່ຕັ້ງຢູ່ເມືອງງອຍແຂວງຫຼວງພຣະບາງ ສັ່ງໃຫ້ມ້າງເຮືອນແລະອາຄານກິຈການ ຂອງ ພວກເຂົາພາຍໃນ ທ້າຍເດືອນກຸມພາ ເນື່ອງຈາກເຂື່ອນ ຈະເຣີ້ມຕັນນໍ້າ ເພື່ອທົດລອງ ຜລິດກະແສໄຟຟ້າ ໃນເດືອນເມສາ ຄາດວ່ານໍ້າອາ ດຈະຖ້ວມ. ດັ່ງຄະນະກຳມະການ ບ້ານເມືອງຂວາ ໄດ້ກ່າວ ຕໍ່ ນັກຂ່າວ ເອເຊັຽເສຣີ ໃນວັນທີ 20 ກຸມພາ ວ່າ:

"18 ຄອບຄົວ ບ້ານພັກສອງຫຼັງເນາະ ແລະ ກໍຮ້ານອາຫານເຫຼືອນັ້ນ ແມ່ນປະຊາຊົນ ທີ່ວ່າແລ່ນເຮືອເນາະ ບໍ່ພໍໃຈແຫຼະຜູ້ໃດກໍຂະເຈົ້າວ່າ ຄັນຖ້າບໍ່ມ້າງ ໝົດນີ້ບໍ່ໄດ້ເງິນ ບໍ່ຈ່າຍເງິນໃຫ້ໝົດຫັ້ນນ່າທັງ 18 ຄອບຄົວຕ້ອງລົງມືເດືອນນີ້ ໃຫ້ສຳເຣັດ ແລ້ວນີ້."

ທ່ານກ່າວຕື່ມວ່າໃນວັນທີ 19 ກຸມພາ ທາງຄະນະຈັດສັນເຂື່ອນນໍ້າອູ 3 ພ້ອມດ້ວຍເລຂາເຈົ້າເມືອງຂວາ ເຈົ້າໜ້າທີ່ຂແນງການຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແລະໂຕແທນເຂື່ອນນໍ້າອູ 3 ໄດ້ລົງມາສັ່ງໃຫ້ຊາວບ້ານ ມ້າງເຮືອນ ແລະສິ່ງປຸກສ້າງກິຈການພາຍໃນທ້າຍ ເດືອນນີ້ ຖ້າມ້າງບໍ່ທັນເວລາທາງ ໂຄງການຈະບໍ່ຈ່າຍຄ່າເສັຽຫາຍໃຫ້.

ໃນຂນະທີ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າບໍຣິສັດນໍ້າອູ 3 ໄດ້ສັ່ງໃຫ້ພວກເຂົາເຈົ້າ ມ້າງເຮືອນມາໄດ້ສາມປີແລ້ວ ຕັ້ງແຕ່ການສ້າງເຂື່ອນ ຍັງບໍ່ທັນຄືບໜ້າພໍປານໃດ ແຕ່ພວກເຂົາເຈົ້າ ບໍ່ປະຕິບັດຕາມ ຍ້ອນບໍຣິສັດ ຕ້ອງການໃຫ້ປະຊາຊົນ ມ້າງສີ່ງປຸກສ້າງ ແລ້ວກ່ອນຈຶຶ່ງ ຈະຈ່າຍເງິນຊົດເຊີຍ ຂນະທີ່ປະຊາຊົນ ຕ້ອງການໃຫ້ຈ່າຍກ່ອນຈຶ່ງມ້າງ.

ນອກຈາກນີ້ ທາງບໍຣິສັດຍັງຂໍປ່ຽນແປງ ຂໍ້ຕົກລົງໃໝ່ ໃນນັ້ນແມ່ນຈະຫຼຸດຄ່າຊົດເຊີຍ ລົງຈົນຊາວບ້ານບໍ່ພໍໃຈ ໂຕຢ່າງກິຈການເຮືອນພັກ ແຕ່ກ່ອນຈະໃຫ້ 1 ຕື້ ກີບ, ດຽວນີ້ຈະຈ່າຍພຽງ 300 ປາຍລ້ານກີບ ເທົ່ານັ້ນ.

"ຂະເຈົ້າຈ່າຍເງິນຖືວ່າບໍ່ໄດ້ຈ່າຍ ຕາມຕົກລົງກັນມາຢູ່ໃນສັນຍາເນາະ ຣາຄາໂຄງສ້າງເຮືອນນີ້ໄມ້ບໍ່ໂຕຢ່າງໄມ້ນີ້ 8 ແສນແລ້ວບາດນີ້ຂະເຈົ້າ ຈະໃຫ້ຫຼຸດ ແລ້ວກໍເຮັດໃຫ້ຫຍູ້ງຍາກ ຄືບ້ານພັກ ແຄມອູນີ້ຕາມມາຕຖານ ມັນຈະໄດ້ຢູ່ປະມານ ຕື້ປາຍບາດນີ້ມັນໄດ້ຢູ່ 300 ປາຍລ້ານກີບນີ້ ສະເພາະ ແຕ່ຄ່າເຮືອນ ເນາະ ຄ່າສວນຫຍັງກໍຫຼຸດຣາຄາຫຼາຍ ແບບວ່າຜູ້ໃດບໍ່ເຊັນຮັບນີ້ ສິບໍ່ໄດ້ເລີຍກໍເລີຍຈຳເປັນຕ້ອງຍອມໝົດ."

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ຜແນກຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແລະຫ້ອງການປົກຄອງເມືອງຂວາ ຍັງບໍ່ທັນມີຄຳເຫັນຕໍ່ ບັນຫານີ້ ສ່ວນບໍຣິສັດ ນໍ້າອູ 3 ນ້ັ້ນພວກເຮົາ ກໍບໍ່ໄດ້ຮັບຄຳຕອບເຊັ່ນກັນ. ເມື່ອທ້າຍເດືອນ ມົກຣາ ປີນີ້ ຜູ້ຮັບຜິດຊອບຈັດສັນ ແລະການ ຊົດເຊີຍຂອງເຂື່ອນນໍ້າອູ 3 ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ທາງບໍຣິສັດ ເຮັດຕາມແຜນ ແລະຄຳຊີ້ນໍາຂອງທາງພາກ-ຣັຖ.

"ຕັນເຂື່ອນເນາະ ມັນຍາວບໍ່ຍາວ ມັນກໍຖ້ວມຢູ່ແລ້ວ ແຕ່ວ່າເຮົາສິຊົດເຊີຍໝົດ ແຕ່ວ່າປະຊາຊົນເນາະ ຄວາມອັນນັ້ນກໍບໍ່ເຂົ້າໃຈ ການພັທນາ ຂອງພັກຣັຖ ເຮົາຫັ້ນນ່າ ເຂົາອາດຈະແບບວ່າບໍ່ເຂົ້າໃຈ ແລ້ວເຂົາກໍເວົ້າໄປຫັ້ນນ່າ ປະຊາຊົນ ຫັ້ນນ່າ ພັກຣັຖເຮົາບໍ່ຫຼືວ່າ ພາກສ່ວນເມືອງ ເຮົາຮັບຜິດຊອບ ເພີ່ນກໍໃກ້ຊິດຢູ່ສິຊົດເຊີຍໝົດໂຕນີ້ນ່າ."

ປັດຈຸບັນຂັ້ນຕອນດຳເນີນການກໍສ້າງເຂື່ອນນໍ້າອູ 3 ສຳເຣັດ 100% ແລ້ວ ຍັງເຫຼືອແຕ່ການທົດລອງຜລິດໄຟຟ້າ ເຊິ່ງຈະເຣີ້ມໃນຕົ້ນເດືອນ ເມສາ ທີ່ຈະມາເຖີງນີ້. ນອກຈາກເມືອງຂວາ ປະຊາຊົນເມືອງງອຍ ແຂວງຫຼວງພຣະບາງ 300 ປາຍຄອບຄົວໄດ້ຍ້າຍ ຢູ່ບ້ານຈັດສັນ ແລ້ວແຕ່ຍັງຂາດອາຊີບ ແລະ ບ່ອນທຳມາຫາກິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.