ຜູ້ເຄາະຮ້າຍ ເຂື່ອນແຕກ ຈະມີດິນ ປູກຝັງ
2019.03.25

ປັດຈຸບັນທາງການລາວໄດ້ບຸກເບີກເນືື້ອທີ່ດິນ ກະສິກັມ 2 ພັນ ປາຍເຮັກຕ້າ ເພື່ອທົດແທນຄືນດິນ ການຜລິດທີ່ເສັຍຫາຍໄປ, ໃຫ້ແກ່ຊາວ ກະສິກອນ ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ເມື່ອປີກາຍ. ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕປື ເມື່ອວັນທີ 25 ມີນາວ່າ.
"ບາງຈຸດ ເຂົາຈະ ນາເຂົາເຮັດບໍ່ໄດ້ ກໍຫັນໄປປູກອັນນັ້ນ ແຕ່ວ່າບໍ່ແມ່ນປູກໃນພື້ນທີ່ນາໄດ້ເດີ້, ໄປປູກພື້ນທີ່ໃໝ່ ເພາະວ່າມີບາງບ່ອນ, ຣັຖບານ ເພິ່ນໄປຢາມບຸກເບີກພື້ນທີ່ ໃຫ້ຈັດສັນໃຫ້ເຂົາເຈົ້າປູກ ໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບໃນເຂດຜູ້ບຸກເບີກ 2,140ເຮັກຕ້າ."
ພາຍຫລັງທີ່ບຸກເບີກຮຽບຮ້ອຍແລ້ວ ເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ກໍຈະລົງໄປກວດກາຈັດສັນເນື້ອທີ່ ອອກໃບຕາດິນໃຫ້ຊາວບ້ານ ເຊິ່ງໃນຂນະນີ້, ຍັງບໍ່ທັນໄດ້ຂໍ້ສລຸບວ່າ ແຕ່ລະຄອບຄົວທີ່ໄດ້ຮັບຜົລກະທົບ ຈະໄດ້ເນື້ອທີ່ຈັກເຮັກຕ້າ.
"ເຮົາຈະໄປຈັດສັນໃຫ້ເຂົາເຈົ້າເດ້, ດິນທີ່ເຮົາບຸກເບີກເຮົາຈະເອົາໄປມອບໃຫ້ເຂົາ, ໃຫ້ປະຊາຊົນເດ້ ໃຫ້ເຂົາປົກປ້ອງ, ບໍ່ໃຫ້ປະຊາຊົນເຊົ່າ, ກໍມອບໃຫ້ເຂົາເນາະ ຈັດສັນໃຫ້ເຂົາໂລດ, ແບ່ງໃຫ້ເຂົານັ້ນແລ້ວ ໂຕ 2+3 ນັ້ນເດ້ ໂຕ 2 ນັ້ນເດ້ ປະຊາຊົນເປັນດິນ ກັບແຮງງານ."
ເຈົ້າໜ້າທີ່ກະສິກັມ ແລະ ປ່າໄມ້ ກ່າວຕອນທ້າຍວ່າ ໂຄງການ ບຸກເບີກພື້ນທີ່ການ ຜລິດໃຫ້ປະຊາຊົນ ເພື່ອທົດແທນຄືນນັ້ນ ຫາກໍ່ເຣີ່ມ ໃນປີນີ້ ໃນຈຳນວນ 2140 ເຮັກຕ້າ. ໂດຍຣັຖບານໄດ້ຈັດສັນເນື້ອທີ່ ໂຄງການຢູ່ 4 ຈຸດໃຫຍ່ ຄື ຈຸດບ້ານດົງບາກ, ບ້ານບົກ, ບ້ານປີ່ນດົງ ແລະ ບ້ານຕຳມໍຢອດ.