ເຂື່ອນເຊປຽນແຕກຍ້ອນຂາດ ມາຕຖານ
2018.10.29
ບໍຣິສັດ SK ຂອງເກົາຫລີໃຕ້ ຢາກປະຢັດເງິນ ແລະປ່ຽນການອອກແບບແຜນ ການສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ຊຶ່ງເປັນສາເຫດ ເຮັດໃຫ້ ເຂື່ອນດັ່ງກ່າວແຕກ ເມື່ອເດືອນ ກໍຣະກະດາ ທີ່ຜ່ານມາ.
ນັ້ນແມ່ນຄຳເວົ້າ ຂອງທ່ານ ກິມຈຸງຢັບ ສະມາຊິກສະພາ ເກົາຫລີໃຕ້ ສັງກັດ ພັກ ປະຊາທິປະຕັຍ ທີ່ໄດ້ຮັບ ເອກກະສານລັບ ຂອງບໍຣິສັດ SK ແລ້ວ ໜັງສືພິມເກົາຫລີໃຕ້ ຮັ່ນກ່ຽວເຣ ໄດ້ພິມ ເຜີຍແຜ່ ເມື່ອອາທິດທີ່ຜ່ານມາ.
ທ່ານ ກິມຈຸງຢັບ ເປີດເຜີຍອີກວ່າ ຕາມການອອກແບບ ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນເບື້ອງຕົ້ນ, ບໍຣິສັດ SK ຈະສ້າງຄູກັນນ້ຳສູງເຖິງ 20 ແມັດ; ແຕ່ເພື່ອປະຢັດເງິນ 15 ລ້ານດອນລ່າ ສະຫະຣັດ ໃນເວລາສ້າງຕົວຈິງ ບໍຣິສັດ SK ສ້າງຄັນຄູ ສູງພຽງແຕ່ 13 ເຄິ່ງ ຕ່ຳກວ່າ ແຕ່ກ່ອນເຖິງ 6 ແມັດເຄິ່ງ.
ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ຂອງລາວ ກໍຖແລງສີ່ມື້ ຫລັງຈາກເຂື່ອນແຕກ ວ່າ ເຂື່ອນເຊປຽນ- ເຊນ້ຳນ້ອຍ ແຕກ ກໍ່ຍ້ອນການກໍ່ສ້າງບໍ່ໄດ້ມາຕຖານ.
ເຊັ່ນດຽວກັນ ທ່ານ ນິວັດ ຣ້ອຍແກ້ວ ແກນນຳ ກຸ່ມຮັກ ຊຽງຂອງໃນໄທ ກ່າວໃນກອງກະຊຸມ ຫລັງຈາກເຂື່ອນລາວ ແຕກວ່າ:
“ມາຕການ ຂອງການສ້າງມີບໍ່ ຕົວຢ່າງ ເຂື່ອນເຊປຽນ-ເຊນ້ຳນ້ອຍ ເຂື່ອນຍັງບໍ່ແລ້ວ ເກັບນ້ຳແລ້ວ. ທັມມະດາ ກໍຕ້ອງທົດລອງກ່ອນ; ຜູ້ສ້າງເຂື່ອນ ກໍບໍ່ມີມາຕຖານ ແລະ ຣັຖບານ ກໍອະນຸຍາດ ໃຫ້ສ້າງ ມີຄວາມລັບ ແນວໃດແນວນຶ່ງ.”
ຕໍ່ບັນຫາການສ້າງເຂື່ອນ ບໍ່ໄດ້ມາຕຖານນີ້ ວິທຍຸ ເອເຊັຍເສຣີ ໄດ້ ຕິດຕໍ່ຖາມຜູ້ຕາງໜ້າ ບໍຣິສັດພລັງງານ ເຂື່ອນເຊປຽນ-ເຊນ້ຳນ້ອຍ ທີ່ ຊີ້ແຈງວ່າ:
“ຣັຖບານລາວເປັນຜູ້ກວດກາຫາສາເຫດ ເຂື່ອນແຕກ ແລະຣັຖບານກໍໄດ້ ແຕ່ງຕັ້ງ ນັກຊ່ຽວຊານຕ່າງປະເທດ ເປັນຜູ້ສຳຣວດກວດກາ ຊື່ງ ປັດຈຸບັນກຳລັງຂຸດເອົາ ດິນສັນເຂື່ອນໄປວິຈັຍຢູ່. ຣັຖບານຄາດວ່າ ຈະຖແລງຜົນ ຂອງການກວດກາ ພາຍໃນເດືອນ ສອງປີໜ້າ.”
ຕໍ່ບັນຫາທີ່ວ່າ ບໍຣິສັດ SK ຢາກປະຢັດ ແລ້ວ ຫລຸດຄວາມສູງຂອງການ ສ້າງສັນເຂື່ອນ ລົງນັ້ນ ຜູ້ຕາງໜ້າ ບໍຣິສັດພລັງງານ ເຂື່ອນເຊປຽນ-ເຊນ້ຳນ້ອຍ ຕອບວ່າ ບໍ່ແມ່ນ, ບໍຣິສັດ ບໍ່ໄດ້ຫລຸດ ຄວາມສູງ ຫລື ຂນາດອັນໃດ ຂອງເຂື່ອນ ເຮັດຕາມ ການອອກແບບ ທຸກຢ່າງ.
ຍ້ອນໂຄງການສ້າງ ເຂື່ອນເຊປຽນ-ເຊນ້ຳນ້ອຍ ນີ້ ເປັນໂຄງການ ຊ່ອຍເຫຼືອຂອງຣັຖບານ ເກົາຫລີໃຕ້ນຳ ນັກຂ່າວພວກເຮົາ ກໍໄດ້ຕິດຕໍ່ ເຖິງສະຖານທູດ ເກົາຫລີໃຕ້ ຢູ່ນະຄອນຫລວງ ວຽງຈັນ ແຕ່ ເຈົ້າໜ້າທີ່ ທີ່ຮັບຜິດຊອບ ບໍ່ສດວກ ໃນການ ໃຫ້ສຳພາດ.