ເຈົ້າຂອງ KP ພ້ອມຫາລື ຄ່າຫົວ
2018.11.14

ບໍຣິສັດ KP ຈໍາກັດ ຈາກຈີນ ຊື່ງເປັນເຈົ້າຂອງສວນກ້ວຍ ຢູ່ບ້ານ ທົ່ງພຽງວິໄລ ເມືອງນານ ແຂວງຫລວງພຣະບາງ ພ້ອມທີ່ຈະຫາລື ຄ່າຊົດເຊີຍ ໃຫ້ກັບຄອບຄົວ ຄົນງານ 4 ຄົນ ທີ່ເສັຍຊີວິດ ຈາກເຫດການອ່າງນໍ້າແຕກ ເມື່ອເດືອນຜ່ານມາ ແຕ່ປັຈຈຸບັນ ຄອບຄົວຂອງ ຄົນງານດັ່ງກ່າວ ຊຶ່ງສ່ວນໃຫຍ່ເປັນຊົນເຜົ່າ ທີ່ຢູ່ຕ່າງແຂວງ ຍັງບໍ່ທັນເດີນທາງມາຫາລື ຄ່າຊົດເຊີຍນັ້ນເທື່ອ, ດັ່ງເຈົ້າໜ້າທີ່ ຫ້ອງການ ແຮງງານ ແລະ ສວັດດິການສັງຄົມ ເມືອງນານ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 14 ພຶສຈິກາ ນີ້ວ່າ:
“ເວົ້າເຣື້ອງຊົດເຊີຍນີ້ ກໍແມ່ນພຸ້ນແຫລະ ທາງບໍຣິສັດພຸ້ນແຫຼະ ໄດ້ຍິນເພີ່ນວ່າ ຖ້າພາກສ່ວນພີ່ນ້ອງ ຂອງຜູ້ເສັຍຊີວິດຫັ້ນນະ ແລ້ວເບື້ອງ ຮິດຄອງປະເພນີແລ້ວ ເພິ່ນຈຶ່ງຄ່ອຍລົງມາ ເວົ້າກັນ ນັດເວົ້າກັນ ພວກເຮົາກໍຖ້າຢູ່ນີ້ແຫລະ ເພິ່ນຊິລົມກັນຕື່ມ.”
ເຈົ້າໜ້າທີ່ທ່ານນີ້ ເວົ້າຕື່ມວ່າ ສໍາລັບຄ່າຊົດເຊີຍ ທີ່ວ່າ ທາງຄອບຄົວຂອງຄົນງານ ຜູ້ເສັຍຊີວິດຈະໄດ້ ຫລາຍປານໃດນັ້ນ ທາງຫ້ອງການ ແຮງງານແລະສວັດດິການສັງຄົມ ບໍ່ສາມາດກໍນົດໄດ້ ຍ້ອນວ່າ ຕາມກົດໝາຍວ່າດ້ວຍຄຸ້ມຄອງແຮງງານ ບໍ່ມີມາຕຣາໃດ ຣະບຸຄ່າຊົດເຊີຍ ຈາກເຫດການ ໄວ້ຄັກແນ່ ແຕ່ໃນກໍຣະນີນີ້ ໄດ້ມອບໃຫ້ທາງ ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫຼວງພຣະບາງ ເປັນຜູ້ຮັບຜິດ ຊອບແລ້ວ ເພາະແມ່ນຢູ່ໃນຄະດີ ອາຍາ ຊຶ່ງທາງເຈົ້າໜ້າທີ່ ຕໍາຣວດ ກໍມີການນົດຫາຣືກັນ ຣະຫວາງ ເຈົ້າຂອງສວນກ້ວຍ ແລະຄອບຄົວ ຂອງຜູ້ເສັຍຊີວິດ.
ຫລ້າສຸດນີ້ ມີຣາຍງານວ່າ ເຈົ້າໜ້າທີ່ຫ້ອງການ ໂຍທາທິການ ແລະຂົນສົ່ງ ເມືອງນານ ໄດ້ລົງພື້ນທີ່ ໄປກວດເບິ່ງອ່າງແຕກ ໃນສວນກ້ວຍ ດັ່ງກ່າວ ພ້ອມກັບແນະນໍາ ໃຫ້ເຈົ້າຂອງສວນກ້ວຍ ສ້າງອ່າງນໍ້າໃໝ່ ແຕ່ຕ້ອງສ້າງແບບທີ່ ທາງຫ້ອງການກໍານົດໃຫ້ ເທົ່ານັ້ນ ເພື່ອຮັບປະກັນ ຄວາມປອດພັຍ.