ດິນຢູ່ລາວສ່ວນຫຼາຍ ຜູ້ນໍາ ເປັນເຈົ້າຂອງ

ອຸ່ນແກ້ວ ສຸກສະຫວັນ
2020.11.03
F-villager ຊາວບ້ານໃກ້ຄຽງຊີ້ມື ໄປຫາພື້ນທີ່ເຂດປາກຊ່ອງ ແຂວງຈຳປາສັກ ບໍລິເວນທີ່ຢູ່ໃກ້ດິນຂອງ ອາດີດກົມການເມືອງທີ່ໄປຈັບຈອງເອົາ. ( ຮູບຖ່າຍ 2012 )
ນັກຂ່າວພົລເມືອງ

ການຖືຄອງທີ່ດິນ ຢູ່ປະເທດລາວ ຍັງເປັນບັນຫາຊຳເຮື້ອ ແລະ ແກ້ໄຂບໍ່ຕົກ ໂດຍສະເພາະ ຜູ້ນຳລະດັບສູງຫຼາຍທ່ານ ມີການຈັບຈອງທີ່ດິນ ຈຳນວນຫຼາຍພັນເຮັກຕາ ແລະ ບາງທ່ານ ກໍມີການຈັບຈອງເພື່ອສ້າງ ໂຮງແຮມຢູ່ໃນຕົວເມືອງກໍມີ.

ປະຊາຊົນທ່ານນຶ່ງ ຢູ່ແຂວງຈຳປາສັກ ກ່າວວ່າ ອາດີດກົມການເມືອງທ່ານນຶ່ງ ໄດ້ຈັບຈອງທີ່ດິນ ຢູ່ເມືອງປາກຊ່ອງ ໃນເນື້ອທີ່ດິນ 1-2 ພັນ ເຮັກຕາ ເປັນກັມມະສິດ ຂອງຕົນເອງ.

ນັກຂ່າວ: ກ່ຽວກັບການຖືຄອງໃບຕາດິນ ຢູ່ບ້ານເຮົານີ້ນ່າ ຜູ້ໃຫຍ່ ຜູ້ທີ່ມີຕຳແໜ່ງໃຫຍ່ ຜູ້ທີ່ມີຕຳແໜ່ງສູງນິ ເພິ່ນຖືຄອງຫຼາຍບໍ່ ທີ່ດິນຢູ່ ບ້ານເຮົາ?

ປະຊາຊົນ 1: ຫຼາຍແຫຼະມີແຕ່ພວກໃຫຍ່ໆ ນິ້ີ້ແຫຼະເຮັດ ເດັກນ້ອຍຊິເຮັດໄດ້ບໍ່ວະ ມາຊື້ລະມອບໃຫ້ບໍຣິສັດ ມາຊື້ລະມອບໃຫ້ບໍຣິສັດ ມີແຕ່ ພວກໃຫຍ່ໆຫັ້ນແຫຼະເຮັດ ບາດນີ້ ເຂົາຊື້ດິນຫັ້ນນະ ໃຫ້ພວກໃຫຍ່ໆ ຫັ້ນເຮັດ ຫຼັງຈາກນັ້ນ ຂາຍໃຫ້ຈີນໃຫ້ວຽດ ພວກບໍຣິສັດວຽດ ບໍຣິສັດ ຈີນ. ອັນນີ້ ແຫ່ງເຂົ້າມາຫຼາຍ ຈີນເຂົ້າມາຫຼາຍລະ ສຳປະທານ ຢູ່ບ້ານເຮົາ ເຮັກຕານຶ່ງນິ 10 ລ້ານ 20 ລ້ານກີບ ເຂົາຊື້.

ນັກຂ່າວ: ເຂົາເຈົ້າຊື້ນຳໃຜນິ?

ປະຊາຊົນ 1: ຊື້ນຳປະຊາຊົນຫັ້ນແຫຼະ.

ນັກຂ່າວ: ດິນຜູ້ໃຫຍ່ຢູ່ແຂວງຈຳປາສັກ ເດ້ເປັນຈັ່ງໃດ?

ປະຊາຊົນ 1: ຫ້ວຍກະຍັງຄືເກົ່າຫັ້ນແຫຼະ ຊິມີໃຜແຕະຕ້ອງໄດ້ ເພິ່ນຫັ້ນແຫຼະຫຼາຍກວ່າໝູ່ ຢູ່ໃນເຂດເມືອງປາກຊ່ອງ ດິນເພິ່ນຫັ້ນແຫຼະ ໃຫຍ່ກວ່າ ຫຼາຍກວ່າໝູ່ຢູ່ເມືອງປາກຊ່ອງ ບໍ່ມີຜູ້ໃດໄດ້ຫຼາຍດອກ ມີແຕ່ເພິ່ນຫັ້ນແຫຼະໄດ້ຫຼາຍ.

ນັກຂ່າວ: ດິນເພິ່ນຢູ່ແຖວ ແຖວບ້ານເຮົາກະມີຫວະ?

ປະຊາຊົນ 1: ມີດິນລ້ຽງສັດ ເປັນ 1000 ເຮັກຕາ 2000 ເຮັກຕາ ພຸ້ນ ເດັກນ້ອຍຊິຕ້ອງໄດ້ເບາະ ຂະໜາດປະຊາຊົນຜູ້ທີ່ມີດິນ ກະຍັງຕ້ອງ ບໍ່ໄດ້ນະ. ເຂົາພຽງແຕ່ອະນຸຍາດໃຫ້ຄອບຄົວນຶ່ງ 3 ເຮັກຕາ ບາດນີ້ ດິນລ້ຽງສັດຫັ້ນກະຕ່າງ.

ປະຊາຊົນ ອີກທ່ານ ນຶ່ງກໍກ່າວວ່າ ເຈົ້າໜ້າທີ່ຜູ້ທີ່ຕຳແໜ່ງໃຫຍ່ ມີການຈັບຈອງເອົາດິນ ເປັນປະຈຳ ແລະ ຍັງບໍ່ຮູ້ວ່າ ເຈົ້າໜ້າທີ່ເຫຼົ່ານັ້ນ ຈ່າຍອາກອນທີ່ດິນ ຫຼື ບໍ່.

ປະຊາຊົນ 2: ເທົ່າທີ່ຮູ້ສ່ວນຕົວນີ້ ກະໂຢະ ອັນນີ້ເຮົາກະງົງວ່າ ເຂົາເຈົ້າເອົາເງິນມາແຕ່ໄສ ມາຊື້ ບາງນາຍກະບໍ່ຫຼຸດໃດລະ 20 ເຮັກຕາ, 30 ເຮັກຕາ ວ່າຊັ້ນຊະ ຢ່າງໜ້ອຍຫັ້ນນະເນາະ ເທົ່າທີ່ຮູ້ນີ້ນ່າ ອາດຈະຫຼາຍ ກວ່ານັ້ນ ເຮົາກະງົງຢູ່ໃດ ເງິນເດືອນເຂົາເທົ່ານັ້ນ ລະເຂົາເອົາເງິນ ໃສຊື້. ແມ່ນຜູ້ໃດຊື້ໃຫ້ ແລະ ເຂົາກະເສັຽພາສີ ຖືກຕ້ອງຕາມກົດໝາຍເບາະ ເຮົາກະມານັ່ງຄິດຜູ້ດຽວຢູ່ນີ້ ຫຼືວ່າ ແນວໃດກັນເນາະ.

ນັກຂ່າວ: ຝ່າຍປົກຄອງເດ້ ຜູ້ທີ່ມີຕຳແໜ່ງໃຫຍ່ໆເດ້?

ປະຊາຊົນ 2: ພວກນີ້ກະຄືກັນຫັ້ນແຫຼວ ເຮົາວ່ານະ ບັນດາເຈົ້ານາຍເນາະ ເປັນຕົ້ນກະຄືກຳມະການ ສູນກາງ ທ່ານ ກໍ ທ່ານ ຂໍ ກະໄປມີ ສວນຢູ່ຫັ້ນຢູ່ໜີ້ ເພິ່ນເອົາເງິນໄສຊື້ ຖາມວ່າຫຼາຍເບາະ ບະເຮົາກະວ່າ ນາຍນຶ່ງກະບໍ່ຫຼຸດແຫຼະ 20 ເຮັກຕາ, 30 ເຮັກຕາ ພຸ້ນເຮົາວ່າ ແຕ່ວ່າ ເຈົ້າໜ້າກະຖືຮອດ 60 ເຮັກຕາ 70 ເຮັກຕາ ບາງເທື່ອ ກະຮອດ 100 ເຮັກຕາ ເຮັດຈັ່ງໃດລະ. ບາງເທື່ອກະຈອງດິນປ່າໄມ້ ອີ່ຫຍັງໄວ້ ເຫັນບໍ່ ຄືທາງໄປຕາດມູນຈັ່ງຊິ ປ່າໄມ່ໄລ່ຈັ່ງຊິ ກະບໍ່ແມ່ນດິນສາທາລະນະ ໃດຫັ້ນ ເປັນດິນບຸກຄົນໃດຫັ້ນ.

ນັກຂ່າວ: ຂັ້ນຜູ້ໃຫຍ່ໄມ້ສູງ ຜູ້ທີ່ມີຖານະຕຳແໜ່ງ ມີທີ່ດິນຫຼາຍນິ ເຈົ້າຂອງທີ່ດິນມັນຊິ ບໍ່ກາຍເປັນສັກດີນາ ໃນໂຕຫວະຊັ້ນນະ?

ປະຊາຊົນ 2: ມັນກະມີລະເດ້ ມັນກະສັກດີນາ ເຈົ້າທີ່ດິນລະເດ້ ບ່ອນໃດກະສວນລຸງ ບ່ອນໃດ ກະ ກະເຟລຸງຊັ້ນນະ ເນາະຢູ່ທາງໃຕ້ກະໃດ ໜອງປາ ກະໜອງປາລຸງ.

ນັກຂ່າວ: ລຸງໃນທີ່ນີ້ໝາຍເຖີງຜູ້ມີ ຖານະຕຳແໜ່ງໃຫຍ່ ແລະ ຄົນທົ່ວໄປເຂົາເຈົ້ານະຍົມ ກັນຮ້ອງລຸງແມ່ນເບາະນິ.

ປະຊາຊົນ 2: ໂອ້ ຂັ້ນແມ່ນລຸງ ຂ້າພະເຈົ້າວ່າ ຫ້ວຍບໍ່ແມ່ນ 1,000 ເຮັກຕາ ພຸ້ນເບາະ ຄື ຢູ່ປາກຊ່ອງ ຢູ່ຫຼັກ 19 ຈັ່ງຊີ້ເນາະ ແຂວງ ຈຳປາສັກ. ອ້າວ ໜອງປາ ກະໜອງປາລຸງເນາະ ບາດນີ້ສວນຫົວຊິໄຄເດ້ ກະສວນຫົວຊິໄຄລຸງ ໄຂ່ນົກກະຈອກ ກະໄຂ່ນອກກະຈອກລຸງ.

ນອກຈາກນີ້ ປະຊາຊົນ ຢູ່ນະຄອນຫລວງວຽງຈັນ ອີກທ່ານນຶ່ງ ໄດ້ໃຫ້ສຳພາດວ່າ ມີຄອບຄົວຂອງອາດີດ ຜູ້ນຳລະດັບກົມການເມືອງ ທ່ານນຶ່ງ ຈະໄປຈັບຈອງເອົາດິນ ຢູ່ບ້ານຫັດສະດາ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເພື່ອສ້າງໂຮງແຮມ 5 ດາວ, ແຕ່ວ່າ ປະຊາຊົນທີ່ ເປັນເຈົ້າຂອງທີ່ດິນ ບໍ່ຍອມຍ້າຍອອກ ເພາະວ່າ ເຂົາເຈົ້າຕ້ອງການຄ່າຊົດເຊີຍ ທີ່ສົມເຫດສົມຜົນ.

ປະຊາຊົນ 3: ຈັ່ງວ່າ ເຂົາກະເວົ້າກັນຢູ່ເດ້ ເຂົາຂັດຂ້ອງເດ້ ອັນເມັຽເຈົ້ານາຍມາຊື້ເອົາໝົດ ໃຫ້ຄ່າຊົດເຊີຍເຂົາບໍ່ສົມເຫດສົມຜົນ ເຂົາກະບໍ່ ບໍ່ເຫັນດີ ອັນນີ້ກະຄາກັນຊັ້ນເດ້ ເພິ່ນຕັ້ງໂຮງແຮມ 5 ດາວ ຊັ້ນເດ້.

ຢູ່ຫັດສະດີນີ້ເດ້ ລາຍລົມນີ້ເດ້ ມັນຄາກັນຢູ່ແຫຼດຽວນີ້ ເຂົາບໍ່ເຫັນດີເດ້ ເພາະມັນມີພວກອັນນາ ເຮືອນເຂົາເດ້ ຂັ້ນມ້າງແລ້ວນີ້ ການຊົດເຊີຍ ເຂົາ ມັນກະຕ້ອງໃຫ້ເຂົາສາມາດຊື້ບ່ອນໃໝ່ ໄດ້ແມ່ນເບາະ ອັນນີ້ ມັນກະຄາຢູ່ເດ້.

ນັກຂ່າວ: ຢູ່ບ້ານຫັດສະດີ ຢູ່ຈຸດໃດ?

ປະຊາຊົນ 3: ອ້າວ ຫັດສະດາ ສາຍລົມນີ້ນະ.

ນັກຂ່າວ: ຂະເຈົ້າວ່າຈັ່ງໃດ ຜູ້ທີ່ດິນຊິຖືກເວນຄືນຫັ້ນນະ?

ປະຊາຊົນ 3: ໂອ້ ກະຄາກັນແຫຼະ ເຂົາບໍ່ເຫັນດີເດ້ ເວົ້າເລື່ອງການຊົດເຊີຍ ເຂົາກະວ່າ ຂັ້ນຖ່າສົມມາສົມຄວນ ເຮົາສາມາດຊື້ບ່ອນໃໝ່ໄດ້ ກະຊິເຫັນດີຍ້າຍໃຫ້ຢູ່ ແຕ່ວ່າໃຫ້ບໍ່ສົມມາສົມຄວນ ເຮົາບໍ່ເຫັນດີຍ້າຍ ຊິເຮັດແນວໃດກໍເຮັດ.

ກ່ຽວກັບເລື່ອງນີ້ ສະພາແຫ່ງຊາດ ກໍສະແດງ ຄວາມເປັນຫ່ວງ ເພາະວ່າ ມີກົດໝາຍແລ້ວ ແຕ່ພະນັກງານ ບາງທ່ານ ກຳນຳຍັງຈັບຈອງ ທີ່ດິນຢູ່. ຍານາງ ບົວຄຳ ທິບພະວົງ ປະທານກຳມາທິການຍຸຕິທັມ ສະພາ ແຫ່ງຊາດ ໄດ້ກ່າວຢູ່ໃນກອງປະຊຸມ ສະພາແຫ່ງຊາດ ໃນກາງປີ 2020 ທີ່ຜ່ານມາ ຕອນນຶ່ງວ່າ: ມີຫຼາຍທ່ານ ຫຼືວ່າ ຜ່ານມານີ້ກະເຫັນຫຼາຍ ທ່ານທີ່ວ່າ ໄປຈັບຈອງໄວ້ ມີລະກົດໝາຍໄດ້ລະບຸຈະແຈ້ງ ລະກົດ ໝາຍທີ່ດິນ ເປັນ 100 ເຮັກຕາ, 200 ເຮັກຕາ, 300 ເຮັກຕາ ກໍມີ ຮຽກຮ້ອງໃຫ້ບັນດາ ທ່ານ ຜູ້ທີ່ມີອຳນາດ ຜູ້ທີ່ມີຖານະການເງິນ ປະສານກັນ 2 ອ້າຍນ້ອງ ຮ່ວມກັນເຮັດ ຮ່ວມກັນຈັບຈອງ ຮ່ວມກັນສ້າງພາບ ພົດທີ່ບໍ່ດີ ໃຫ້ຄົນທຸກອັປໂຍດ ນ່າ ຄືບັນດາ ທ່ານ ສສ ໄດ້ເວົ້າມາຫັ້ນ.

ຍານາງ ບົວຄຳ ທິບພະວົງ ກ່າວອີກວ່າ ເລື່ອງການຖືຄອງທີ່ດິນມັນຈະແຈ້ງໂພດ:

ຄັນເຮັດຄືຜ່ານມາ ບໍ່ໄດ້ແຫຼວ ຂ້າພະເຈົ້າວ່າ ມັນຈະແຈ້ງໂພດໃດ໋ ເລື່ອງການຈັບຈອງ ເລື່ອງການທີ່ມີທີ່ດິນຫຼາຍ ໃນເມືອງນີ້ ກະມີຮອດ 10 ຕອນພຸ້ນ ບັນດາທ່ານ ຊັ້ນລະ ຂ້າພະເຈົ້າ ສະເໜີວ່າ ບັນຫາ ທີສອງ ໃຫ້ກວດກາກ່ອນ ໃຫ້ກວດກາກ່ອນ ກວດກ່ອນ ຂັ້ນຜູ້ໃດຈິງໃຈ ມາສະເໜີ ຈິງໃຈມາຍອມຈຳນົນວ່າ ຂ້ອຍມີດິນທໍ່ນີ້ ຂ້ອຍຂໍສົ່ງໃຫ້ຣັຖຕາມກົດໝາຍ ນີ້ແນວນີ້ ຄົນນີ້ ຍ້ອງຍໍຊົມເຊີຍ.

ແລະ ຍານາງ ບົວຄຳ ຍັງກ່າວຢ້ຳອີກວ່າ: ບໍ່ ບໍ່ຈິງໃຈ ບໍ່ກ້າເວົ້າຄວາມຈິງຂອງໂຕອອກ ຍັງກໍໄວ້ ຍັງຖ່າຍທອດໄປຈັ່ງຊັ້ນ ຈັ່ງຊີ້ຫັ້ນ ຜູ້ໃຫຍ່ ກະບໍ່ຄວາມເປັນຜູ້ໃຫຍ່ ບໍ່ເປັນຜູ້ນຳໄດ້  ອັນຜູ້ທີ່ວ່າຈິງໃຈຫັ້ນ ຂໍມອບໂຕນ່າ ຜ່ານມານີ້ ບໍ່ມີກົດໝາຍສະບັບນີ້ ຂໍມອບ [ດິນຄືນ] ອັນນັ້ນ ຂໍໃຫ້ເປັນຜູ້ໃຫຍ່ ຂຶ້ນໄປເລື້ອຍໆ.

ການຈັບຈອງທີ່ດິນ ຢູ່ປະເທດລາວຫຼາຍບ່ອນ ໂດຍການນຳລາວ ບາງທ່ານ ເພື່ອເອົາທີ່ດິນດັ່ງກ່າວໃຫ້ ເອກະຊົນເຂົ້າ ມາລົງທຶນ. ອີກກໍຣະນີ ອາດີດ ຜູ້ນຳກົມການເມືອງທ່ານນຶ່ງ ໄດ້ໄປຈອບຈອງ ເອົາດິນ ຢູ່ຄ້າຍທະຫານ ຢູ່ບ້ານຄຳຮຸ່ງ ຢູ່ແຄມເສັ້ນທາງ ໂພນຕ້ອງ-ດົງໂດກ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.

ຜູ້ທີ່ຮູ້ເຫດການ ກ່ຽວກັບເລືອ່ງນີ້ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ທີ່ດິນເຂດດັ່ງກ່າວ ຖືກອ້ອມກຳແພງມາໄດ້ຫຼາຍປີແລ້ວ, ແຕ່ຍັງບໍ່ມີການກໍ່ສ້າງ ຫຍັງ ໃສ່ທີ່ດິນດັ່ງກ່າວ ຍ້ອນວ່າ ເຈົ້າໜ້າທີ່ຂັ້ນສູງ ກະຊວງປ້ອງກັນ ປະເທດ ປັດຈຸບັນ ໄດ້ທວງເອົາດິນຕອນດັ່ງກ່າວຄືນ ແລະ ຍັງບໍ່ ອະນຸຍາດ ໃຫ້ມີການປຸກສ້າງຫຍັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.