ຫລັກການກູ້ຢືມເງິນ ຂອງຣັຖບານລາວ
2013.07.29
ຣັຖບາລ ລາວ ຍັງເຫລືອ ໂຄຕາ ທີ່ ຈະກູ້ຢືມເງິນ ຈາກ ຕ່າງປະເທສໄດ້ ໃນມູນຄ່າ ທັງໝົດ ບໍ່ເກີນ 1,000 ລ້ານ ໂດລາ ສະຫະຣັດ ຫລື 10% ຂອງ ລວມຍອດ ມູນຄ່າ ຜລິຕພັນ ພາຍໃນ ຫລື GDP ເທົ່ານັ້ນ.
ເຈົ້າໜ້າທີ່ ຣະດັບສູງ ກະຊວງ ການເງິນ ຂອງລາວ ຜູ້ບໍ່ປະສົງ ອອກຊື່ ທ່ານນຶ່ງ ເປີດເຜີຍຕໍ່ ວິທຍຸ ເອເຊັຍເສຣີ ເມື່ອມໍ່ໆມານີ້ ໂດຍຍອມຮັບວ່າ ຄວາມສາມາດ ຂອງ ຣັຖບາລລາວ ໃນການ ກູ້ຢືມເງິນທຶນ ຈາກ ຕ່າງປະເທສ ໃນເວລານີ້ ຫລຸດໜ້ອຍລົງ ຢ່າງຕໍ່ເນື່ອງ ຍ້ອນ ຣັຖບາລລາວ ໄດ້ກູ້ຢືມ ເງິນທຶນ ຈາກ ຕ່າງປະເທສ ໃນອັດຕຣາ ສ່ວນ ສູງເຖິງ 30% ຂອງ ລວມຍອດ ມູນຄ່າຜລິຕພັນ ພາຍໃນ ຫຼື GDP ຫຼືເກີນກວ່າ 3,500 ລ້ານ ໂດລາ ສະຫະຣັດ ແລ້ວ ໃນປັດຈຸບັນນີ້.
ຫລັກການ ການເງິນ ການຄັງ ສາກົນ ກໍານົດໄວ້ວ່າ ຣັຖບາລ ແຕ່ລະປະເທສ ສາມາດ ກູ້ຢືມເງິນທຶນ ຈາກ ຕ່າງປະເທສໄດ້ ໃນສັດສ່ວນ ບໍ່ເກີນ 40% ຂອງລວມ ຍອດມູນຄ່າ ຜລິຕພັນ ພາຍໃນ ຂອງປະເທສຕົນ. ດັ່ງນັ້ນ ຈຶ່ງເຮັດໃຫ້ ຣັຖບາລລາວ ຍັງເຫລືອໂຄຕາ ທີ່ຈະຂໍກູ້ຢືມ ເງິນທຶນ ຈາກ ຕ່າງປະເທສໄດ້ ຕື່ມອີກພຽງ 10% ຫລື ຄິດເປັນມູນຄ່າ ບໍ່ເກີນ 1,000 ລ້ານ ໂດລາ ສະຫະຣັດ ເທົ່ານັ້ນ ໃນປັດຈຸບັນນີ້.
ຍິ່ງໄປກວ່ານັ້ນ ຖ້າເວົ້າເຖິງໜີ້ ທີ່ ຣັຖບານລາວ ຕິດ ຕ່າງປະເທສ, 96% ຂອງໜີ້ເງິນ ກູ້ຈາກ ຕ່າງປະເທສ ທັງໝົດ ຂອງຣັຖບານລາວ ເປັນໜີ້ ກູ້ຢືມ ຣະຍະຍາວ 25 ປີ - 30 ປີ ທີ່ຈະຕ້ອງຜ່ອນ ຊໍາຣະຄືນ ພ້ອມທັງດອກເບັ້ຍ ໃນອັດຕຣາ 2% ຕໍ່ປີ ຂະນະທີ່ ຣັຖບາລ ລາວ ມີຄວາມສາມາດ ຜ່ອນຊໍາຣະ ໜີ້ນັ້ນ ຄິດເປັນສັດສ່ວນ ພຽງ 3% ຂອງມູນຄ່າ ການສົ່ງອອກ ໃນແຕ່ລະປີ ເຮັດໃຫ້ ຣັຖບາລລາວ ຕ້ອງຖືກຈໍາກັດ ສິດ ກູ້ຢືມ ໃນມູນຄ່າລວມ ບໍ່ເກີນ 225 ລ້ານ ໂດລາ ສະຫະຣັດ ຕໍ່ປີເທົ່ານັ້ນ.
ນອກຈາກນີ້ ກໍຍັງມີອີກ ປັດໃຈນຶ່ງ ທີ່ເຮັດໃຫ້ ຕ່າງປະເທສ ຕ້ອງຈໍາກັດ ສິດ ກູ້ຢືມ ຂອງ ຣັຖບາລລາວ ຄືການພັທນາ ໂຄງການ ທີ່ຣັຖບາລ ໃຫ້ພາກສ່ວນ ເອກະຊົນ ລົງທຶນໃຫ້ກ່ອນ ແລ້ວຈຶ່ງ ຜ່ອນຊໍາຣະຄືນ ໃນພາຍຫລັງ ຊຶ່ງ ຕ່າງປະເທສ ຖືວ່າ ເປັນໂຄງການ ທີ່ບໍ່ໄດ້ ມາຕຖານ ທັງໃນດ້ານ ຄຸນນະພາບ ແລະ ໃນດ້ານ ການກວດສອບ ການໃຊ້ຈ່າຍ ງົບປະມານ ແລະ ມີການທຸຈຣິດ ເກີດຂຶ້ນໄດ້ ຢ່າງງ່າຍດາຍ.