ເຈົ້າຂອງທຸຣະກິຈກັງວົນ ມາຕການ ປິດເມືອງ
2021.01.25
ຄະນະສະເພາະກິຈ ຄວບຄຸມເຊື້ອພຍາດໂຄວີດ-19 ຖແລງຫຼ້າສຸດພົບຜູ້ຕິດເຊື້ອເພີ່ມສາມຄົນ. ຕໍ່ກັບສະພາບທີ່ມີການຣະບາດ ໃນຮອບສອງເຮັດໃຫ້ບັນດາ ຜູ້ປະກອບການທຸຣະກິຈ ຂນາດນ້ອຍ ເປັນກັງວົນຢ້ານວ່າ, ທາງການຈະໃຊ້ມາຕການຄວບຄຸມ ດ້ວຍການປິດເມືອງ, ເຊີ່ງຈະສົ່ງຜົລກະທົບໂດຍກົງຕໍ່ທຸຣະກິຈ; ດັ່ງຜູ້ປະກອບຮ້ານອາຫານຢູ່ນະຄອນປາກເຊ ແຂວງຈຳປາສັກ ໄດ້ກ່ວຕໍ່ເອເຊັຽເສຣີ ເມື່ອວັນທີ 25 ມົກຣາ 2021 ວ່າ:
"ຢ້ານເຂົາລ໊ອກດາວ, ແຕ່ກາເປີດຄືເກົ່າຫັ້ນແຫຼະ, ເພາະວ່າອັນນັ້ນເດ້, ມັນບໍ່ມີແຂກນັ້ນລະເບີດຽວນີ້ນະສຽ່ງໆ ແຕ່ວ່າເຮົາຫາກບໍ່ມີ ແຂກໃໝ່ມາເນາະ, ມີແຕ່ຄົນລາວນີ້ແຫຼະ ບາງເທື່ອ ຄົນລາວກະມາ 2-3 ຄົນ ເອື້ອຍກະຢ້ານໄດ໋ຫັ້ນ, ນຶກວ່າຂະເຈົ້າຊິລ໊ອກດາວ."
ປີຜ່ານມາແຂວງຫຼວງພຣະບາງ ກໍພົບຜູ້ຕິດເຊື້ອພຍາດໂຄວິດ-19 ສາມຄົນ ແລະ ການປິດເມືອງໃນເທື່ອນັ້ນ, ສົ່ງຜົລໃຫ້ການ ທ່ອງທ່ຽວພາຍໃນງຽບເຫງົາ ໄລຍະຜ່ານມາທາງ ຣັຖບານກໍມີມາຕການຜ່ອນຜັນ, ໃຫ້ທຸຣະກິດຂແນງບໍຣິການ ກັບມາເປີດໄດ້ກໍ ເຮັດໃຫ້ຟື້ນຂຶ້ນມາບໍ່ຫຼາຍ. ດັ່ງຜູ້ປະກອບການເຮືອນພັກ ແລະ ຮ້ານອາຫານ ໃນແຂວງຫຼວງພຣະບາງ ໄດ້ກ່າວວ່າ:
"ເສຖກິຈໂດຍຫຼັກ, ກະອີງໃສ່ການທ່ອງທ່ຽວ ຂະເຈົ້າກະທ່ຽວພາຍໃນກະຖືວ່າຍັງສາມາດຟື້ນໂຕໄດ້ເນາະ. ອັນຕະລາຍສົມຄວນເນາະ ມີຄວາມຢ້ານຢູ່ຫັ້ນນ່າ ບາງເທື່ອມັນບໍ່ມີໂຣຄ ແລ້ວກະຢ່າ."
ຂ່າວການກວດພົບວ່າມີຜູ້ຕິດເຊື້ອ ປະຊາຊົນໃນນະຄອນຫຼວງວຽງຈັນ ກໍເປັນກັງວົນເຊັ່ນກັນ ຖ້າຫາກວ່າເຈົ້າໜ້າທີ່ ບໍ່ເຂັ້ມງວດໃນ ການກວດ ເກີດວ່າມັນຫຼຸດອອກໄປ ມັນຈະເຮັດໃຫ້ ການຣະບາດ ຍິ່ງຮ້າຍແຮງກວ່າທີ່ເປັນຢູ່. ດັ່ງຊາວນະຄອນຫຼວງໃຫ້ຄຳເຫັນວ່າ:
"ກະເປັນຕາຢ້ານຫັ້ນແຫຼະ, ຄັນມັນຫຼຸດລາວໄປຫັ້ນກະໜັກໄດ໋, ເພາະວ່າ ລາວ-ໄທຍ ມັນກະໄປນໍາກັນຫັ້ນແຫຼະ, ສົມມຸດວ່າເຮົາແຮງ ປະເທດ ນ້ອຍຫັ້ນນ່າຄັນຊິເວົ້າ."
ໂຮງງານອຸດສາຫະກັມແຫ່ງນຶ່ງ ທີ່ຈຳເປັນຕ້ອງເປີດໂຮງງານນັ້ນ, ກໍປະເຊີນກັບບັນຫາຫຍຸ້ງຍາກໃນຂັ້ນຕອນການເຂົ້າເຮັດວຽກ, ເພາະຕ້ອງໄດ້ກວດກາຢ່າງເຂັ້ມງວດ, ໂດຍກ່ອນໜ້ານີ້ ສະຖານະການກໍຜ່ອນຄາຍ ແຕ່ການຣະບາດຮອບສອງ, ມັນຍິ່ງເຮັດໃຫ້ ການຜລິດ ໃນໂຮງງານພົບຄວາມຫຍຸ້ງຍາກ ຫຼາຍຂັ້ນ. ດັ່ງເຈົ້າໜ້າທີ່ໄດ້ກ່າວວ່າ:
"ດຳເນິີນກິຈການປົກກະຕິຫັ້ນແຫຼະ, ແຕ່ວ່າກະຫຍຸ້ງຍາກໃນການສົ່ງອອກນີ້ແຫຼະ, ແລ້ວກັມມະກອນຈຳນວນນຶ່ງ ກະຜະຫວາແດ່ ນ້ອຍນຶ່ງຂະເຈົ້າກະມີຄວາມຈຳເປັນ ຕ້ອງໄດ້ກວດ ເຂັ້ມ ແລະໃຜກະຢ້ານມັນຣະບາດໂຕນັ້ນແຫຼະ."
ໃນວິກິຈການເຊື້ອພຍາດໂຄວີດ-19, ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ, ໄດ້ສຳຣວດຜົລກະທົບເມື່ອກາງປີ 2020 ຕໍ່ຜູ້ປະກອບການວ່າ: ມີປະມານ 65% ເຫັນວ່າ ທຸຣະກິຈຂອງຕົນມີຄວາມສ່ຽງ ທີ່ຈະປິດກິຈການ, ໂດຍສະເພາະຜູ້ປະກອບການ ທີ່ພັກພາອາສັຍ, ຂົນສົ່ງແລະການຄ້າ. ສ່ວນການເງິນ ແລະ ປະກັນພັຍຄາດວ່າຈະບໍ່ປິດກິຈການ.
ໃນໄລຍະ ການຣະບາດວິສາຫະກິຈ, ມີອຸປສັກບໍ່ສາມາດຈ່າຍເງິນເດືອນໃຫ້ ພະນັກງານ, ບໍ່ສາມາດຊໍາຣະ ດອກເບັ້ຽ-ຕົ້ນທຶນເງິນກູ້ ແລະ ການບໍຣິການສິນຄ້າ ຫຼຸດລົງ 71%.
ວິສາຫະກິຈຈຳນວນນຶ່ງ ໄດ້ປົດພະນັກງານອອກ 50% ຣາຍຮັບໄຕຼມາຕ 1 ໃນປີ 2020 ຫຼຸດລົງ 83% ສຳລັບວິສາຫະກິຈ, ໃນນີ້ 27,5% ມີຣາຍຮັບຫຼຸດລົງເຖີງ 80-100%.
ການສຳຣວດໄດ້ວິເຄາະວ່າ ຜົລກະທົບ ຕໍ່ຣາຍຮັບຂອງທຸຣະກິຈ ໃນໄຕຼມາຕ 01 ປີ 2020, ແມ່ນຄາດຄະເນ ເທົ່າກັບ ປະມານ 1,17 ຕື້ໂດລາ ສະຫະຣັຖ. ບໍ່ຮວມຂແນງ ພະລັງງານ ໄຟຟ້າ ແລະ ບໍ່ແຮ່ ຫຼື ເທົ່າກັບປະມານ 6% ຂອງ ຈີດີພີ ທີ່ຄາດຄະເນໃນປີ 2019.
ປັຈຈຸັນໂຕເລກສະສົມ ຂອງ ຜູ້ຕິດເຊື້ອພຍາດໂຄວິດ-19 ໃນລາວ ມີທັງໝົດ 44 ຄົນ ປົວເຊົາແລ້ວ 41 ຄົນ ຍັງປີ່ນປົວຢູ່ 3 ຄົນ ບໍ່ມີຜູ້ເສັຽຊີວິດ.