ໃບຕາດິນຊໍ້າກັນນັບ 100 ໃນປີ ຜ່ານມາ

ໄຊຍາ
2018.12.04
F-land ການແກ້ໄຂ ບັນຫາທີ່່່່ດິນ ໃນທົ່ວປະເທດ ສປປລາວ ຍັງຈະແກ່ຍາວ
RFA/Lx

ເມື່ອປີຜ່ານມາໜ່ວຍງານ ກ່ຽວຂ້ອງໄດ້ກວດເຫັນ ການນໍາໃຊ້ໃບຕາດິນທັບຊ້ອນຫຼາຍກ່ວາ 100 ກໍຣະນີໃນນັ້ນຮວມທັງການຈັບຈອງທີ່ດິນ ໂດຍໃຊ້ໃບຕາດິນປອມ, ການແບ່ງເຂດຄຸ້ມຄອງທີ່ດິນຣະຫວ່າງ ບ້ານກັບບ້ານ, ເມືອງກັບເມືອງ ແລະການເອົາ ໃບຕາດິນໄປຄໍ້າປະກັນ ກູ້ຢືມເງິນຈາກທະນາຄານ ຫລື Copy ໃບຕາດິນທີ່ຂາຍແລ້ວໄປຂາຍອີກທອດນຶ່ງ. ດັ່ງເຈົ້າໜ້າທີ່ກະຊວງ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມໄດ້ເວົ້າວ່າ:

ສ່ວນຫລາຍຂະເຈົ້າຈະໃຊ້ໃບຕາດິນປອມຫັ້ນ ອັນເອົາໄປຈຳນໍາ ຫລືວ່າເອົາໄປຈໍານຳກັບທະນາຄານ ເພື່ອກູ້ຢືມເງິນອອກມາຈັ່ງຊີ້ຫັ້ນນ່າ ທົ່ວປະເທສ 100 ກວ່າ ກໍຣະນີ ໃບຕາດິນປອມນີ້ມັນເກີດຂຶ້ນ ແພ່ຫລາຍນີ້ມັນກໍຍ້ອນມາຈາກ ຫຼາຍພາກສ່ວນນີ້ທີ່ວ່າ ມີສ່ວນຮ່ວມຢູ່ນໍາ ນຳຂະບວນການທີ່ເຮັດໃບຕາດິນປອມນີ້ຫັ້ນນ່າ."

ທ່ານກ່າວຕື່ມວ່າ ສຳລັບການຈັບຈອງທີ່ດິນຣັຖ ໂດຍບໍ່ມີການພັທນາ ບໍ່ມີການເຄື່ອນໄຫວ ທຸຣະກິດໃດໆເລີຍ ປະດິນໄວ້ ທົ່ວປະເທດ ກວດເຫັນໃນຈຳນວນ 1,758 ໂຄງການໃນນັ້ນມີ 201 ໂຄງການບໍ່ມີການເຄື່ອນໄຫວຫຍັງເລີຍ, 160 ໂຄງການເຊົາກ່ອນ ກຳນົດແລະ 77 ໂຄງການ ປະລະບໍ່ເອົາໃຈໃສ່ ຮວມທັງ 438 ໂຄງການ ແລະ ຫລາຍໂຄງການຈັບຈອງ ເພື່ອເອົາດິນໄປຂາຍ ຕໍ່ໃຫ້ນາຍທຶນ ອີກທອດນຶ່ງ ບາງກໍຣະນີ ທີ່ເປັນໃບຕາດິນທັບຊ້ອນ.

"ນາຍທຶນຫັ້ນນ່າ ບໍ່ມີຄວາມຊັດເຈັນໃນການລົງທຶນ ໃນການພັທນາ ໝາຍຄວາມວ່າມີແຜນ ທີ່ຈະພັທນາບ່ອນນີ້ ແຕ່ວ່າມັນມີແຕ່ແຜນ ແຕ່ ບໍ່ມີການພັທນາ ນາຍທຶນບໍ່ພັທນາທີ່ດິນຫັ້ນ ແທ້ໆຫັ້ນນ່າ ມີແຕ່ຈອງເອົາ ແຕ່ວ່າໄປຂາຍໃຫ້ກັບນາຍທຶນ ບຸກຄົນອື່ນ ມັນກໍ່ຈະມີຫລາຍ."

ອີງຕາມແຈ້ງການຈາກທະນາຄານແຫ່ງຊາດລາວ ສະບັບເລກທີ 302/ທຫລ ລົງວັນທີ 09 ສິງຫາ ປີ 2017 ກ່ຽວກັບໃບຕາດິນຊໍ້າຊ້ອນ ຈາກການເອົາໄປຄໍ້າປະກັນ ກັບທະນາຄານຕ່າງໆ ມີທັງໝົດ 100 ປາຍກໍຣະນີ ໃນນັ້ນທະນາຄານ ສົ່ງເສີມກະສິກັມ ມີ 67 ກໍຣະນີ, ທະນາຄານພັທນາລາວ 23 ກໍຣະນີ, ທະນາຄານນະໂຍບາຍ 4 ກໍຣະນີ, ທະນາຄານການຄ້າຕ່າງປະເທສ 1 ກໍຣະນີ, ທະນາຄານເອສທີ 1 ກໍຣະນີ ແລະ ທະນາຄານ ພົງສະຫວັນ 1 ກໍຣະນີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.