ທາງການສົ່ງເສີມ ລາວທ່ຽວລາວ
2020.07.02
ການທ່ອງທ່ຽວລາວ ຕົກຕໍ່າຫຼາຍ ຍ້ອນຜົລກະທົບຈາກການຣະບາດ ຂອງເຊື້ອພຍາດໂຄວິດ-19, ທຸຣະກິດໂຮງແຮມ ຮ້ານອາຫານສ່ວນ ໃຫຍ່ຍັງປິດຢູ່ ຍ້ອນບໍ່ມີ ນັກທ່ອງທ່ຽວຕ່າງປະເທດເຂົ້າມາ, ເຖິງແມ່ນວ່າຣັຖບານ ຈະໄດ້ຜ່ອນຜັນມາຕການຄວບຄຸມ ແລະສະກັດກັ້ນເຊື້ອ ພຍາດນັ້ນລົງແດ່ ແລ້ວກໍຕາມ.
ປັດຈຸບັນ ມີແຕ່ນັກທ່ອງທ່ຽວລາວທ່ຽວ ຕາມນະໂຍບາຍ ລາວຊ່ອຍລາວກ່ອນ ເພື່ອກະຕຸ້ນໃຫ້ເສຖກິດ ຄ່ອຍໆຟື້ນໂຕຂຶ້ນ. ເຈົ້າຂອງຮ້ານ ອາຫານເວົ້າວ່າ ຮ້ານອາຫານ ຍັງເປິດບໍ່ໄດ້ເທື່ອ ໂດຍສະເພາະ ຮ້ານອາຫານ ຂອງທ່ານ ຢູ່ນະຄອນຫຼວງພຣະບາງນີ້ ເພາະທີ່ຜ່ານມາ ຫາກິນນໍານັກທ່ອງທ່ຽວ ຕ່າງປະເທດ ທີ່ເຂົ້າມາແວ່ກິນທັງສວຍ ແລະແລງ.
ສ່ວນວ່ານັກທ່ອງທ່ຽວຕ່າງປະເທດທີ່ຕົກຄ້າງ ແລະກັບຄືນປະເທດ ບໍ່ທັນຍ້ອນໂຄວິດ-19 ນັ້ນ ກໍບໍ່ເຂົ້າມາຄືແຕ່ກ່ອນ, ພວກເຂົາໄປຊື້ກິນຢູ່ ຮ້ານຕາມແຄມທາງ ກິນປີ້ງໄກ່ ຍ້ອນຂະເຈົ້າປະຢັດຍ້ອນ ບໍ່ຮູ້ວ່າ ຍາມໃດຈະໄດ້ກັບຄືນປະເທດ. ຫາກຈະອາສັຍນັກທ່ອງທ່ຽວລາວນໍາກັນ ກໍຍາກທີ່ຈະໄປລອດ ເພາະຄົນລາວ ບໍ່ແມ່ນວ່າຈະພາຄອບຄົວ ເຂົ້າຮ້ານອາຫານທຸກມື້ ຈະເຂົ້າກິນເປັນຣາຍອາທິດ ຫຼື ໃນໂອກາດພິເສດ ຕ່າງໆ ຫລືເວົ້າງ່າຍໆຄື; ຄົນລາວທົ່ວໄປ ແມ່ນລຶ້ງເຄີຍກັບການກິນເຂົ້າຢູ່ບ້ານ, ອີງຕາມຄໍາເວົ້າຂອງເຈົ້າຂອງຮ້ານອາຫານທີ່ນະຄອນຫຼວງ ພຣະບາງ ທ່ານນຶ່ງ ຕໍ່ RFA ເມື່ອວັນທີ 23 ມິຖຸນາ ນີ້:
"ຄັນລາວເຂົ້າກະບໍ່ຮອດ 10% ບໍ່ແມ່ນທຸກມື້ ມື້ພິເສດຈັ່ງຊີ້ ຂະເຈົ້າເຂົ້າມັນບໍ່ເປັນກິຈກັມປະຈໍາວັນ ຂະເຈົ້າໄປກິນເຂົ້າຮ້ານອາຫານມັນແມ່ນ ນັກທ່ອງທ່ຽວ ຄົນຕ່າງປະເທດຈັ່ງຊີ້ ທີ່ກິນເຂົ້າຮ້ານ ທ່ຽວ ບາດນີ້ບໍ່ມີແລ້ວ ກໍໄດ້ປິດປິດໄປ ບໍ່ມີກໍາໜົດ ຄັນຖ້າປະເທດເຮົາ ທຸກປະເທດຍັງ lockdown ຢູ່ຈັ່ງຊີ້ເຮັດຫຍັງບໍ່ໄດ້ແຫຼະ ເຮົາຫາເງິນນໍາຕ່າງປະເທດ ເດ໋; ໝາຍຄວາມວ່າເພິ່ນຜ່ອນຜັນມາຕການ ໂຄວິດກໍບໍ່ໄດ້ຊ່ອຍຫຼາຍ ພໍປານໃດ. ແມ່ນ ທຸຣະກິດຮ້ານອາຫານທ່ອງທ່ຽວ ພວກໂຮງແຮມຈັ່ງຊີ້ ມີຜົລກະທົບ ເຕັມເລີຍ."
ແຕ່ເຖິງແນວໃດກໍມີທາງອອກຢູ່ທ່ານກ່າວ, ການທ່ອງທ່ຽວໂຮງແຮມຮ້ານອາຫານ ຊຶ່ງທາງສະມາຄົມທ່ອງທ່ຽວ ຫຼືສະມາຄົມຮ້ານອາຫານ ກໍຊ່ອຍກັນໂຄສະນາ ມີ promotion ຫລຸດຣາຄາຄ່າ ເຊົ່າຫ້ອງ ແລະຣາຄາອາຫານ ເພື່ອດຶງດູດຄົນລາວ ຊຶ່ງກໍຊ່ອຍໄດ້ຢູ່ ຄັນຖ້າວ່າຮ້ານ ນັ້ນໆມີເປົ້່າໝາຍຢູ່ ທີ່ຄົນລາວ ຍ້ອນວ່າຄົນລາວ ຂະເຈົ້າໄປໄທຍ ໄປໃສກໍຍັງບໍ່ໄດ້:
"ຂະເຈົ້າກະມີສະມາຄົມ ຂອງຂະເຈົ້າ ດຽວນີ້ເອົາຄົນລາວ ເງິນຈາກຄົນລາວກັນເອງ ເຣື່ອງຄົນໄປທ່ຽວນີ໊ ມັນກະມີບາງຈໍາພວກທີ່ມີຄວາມ ພ້ອມຈະໄປທ່ຽວ ມີທຸຣະກິດຫລັກໝັ້ນຄອບຄົວ ມີຣາຍໄດ້ ພຽງພໍໄປທ່ຽວໄດ້ ໄປວັງວຽງໄປທ່າແຂກ ທີ່ມີບ່ອນທ່ຽວເນາະ ສໍາລັບຄົນທີ່ຫາ ເຊົ້າກິນຄໍ່າ ກິນເງິນມື້ ເປັນພະນັກງານ ໂຮງຈັກໂຮງງານ ຂະເຈົ້າກະບໍ່ມີເງິນ ມັນກະເປັນບາງກຸ່ມ ຄົນທົ່ວໄປສ່ວນຫລາຍ ຂອງສັງຄົມ ສິໄປໃສກະໄປໄດ້ແຕ່ຍ້ອນ ມັນບໍ່ມີເງິນບໍ່ມີວຽກ ນັກທຸຣະກິດ ກະຢຸດໂຕ ໄປຊື່ໆ ຄັນເຂົາຢຸດລະ ພະນັກງານນີ໊ ສິເອົາເງິນໃສໄປທ່ຽວ ມັນກະກະທົບຫລາຍໆຢ່າງ ເຣື່ອງຢາກທ່ຽວກະຢາກ ທ່ຽວ ແຕ່ມັນບໍ່ມີເງິນນີ້ລະ."
ເວົ້າສະເພາະຮ້ານອາຫານຂອງທ່ານເອງ ທີ່ເລີ່ມປິດມາແຕ່ມື້ວັນທີ 28 ມິນາ ຈົນເທົ່າຮອດມື້ນີ້ ກໍຍັງບໍ່ເປີດເທື່ອ ຍ້ອນວ່າລູກຄ້າ 90 ປາຍ ເປີເຊັນ ເປັນຄົນຕ່າງປະເທດ, ເປີດດຽວນີ້ ເປັນໄປບໍ່ໄດ້ດອກ ຄົງບໍ່ມີຄົນເຂົ້າຮ້ານ. ແຕ່ເຖິງຈະບໍ່ເປີດແຕ່ກໍຍັງມີຣາຍຈ່າຍທຸກເດືອນ ຢູ່ຕາມ ເຄີຍເປັນລ້ານປາຍ 2 ລ້ານສະເພາະຄ່ານໍ້າຄ່າໄຟ ຍ້ອນຍັງມີເຄື່ອງແຕ່ງກິນແຊ່ແຂງ ສະຕັອກໄວ້ເປັນປີ ກະມີຢູ່ຫັ້ນ ເພາະຕ້ອງສັ່ງເຂົ້າມາ ຈາກຕ່າງປະເທດ. ຫາກເປີດປຶບທາງຣັຖເພິ່ນກໍມາເກັບ ຄ່າອາກອນຄ່າ tax ທຸກຢ່າງບໍ່ຜ່ອນຜັນ ຊຶ່ງການກັບມາເປີດຄືນນັ້ນຄົງລໍຖ້າເບິ່ງປີ 2021 2022 ພຸ້ນລະ ທ່ານກ່າວ:
"ເປີດເປັນໄປບໍ່ໄດ້ ຮ້ານຄ້າເຮົາແມ່ນຕ່າງປະເທດເດ໋, ບໍ່ແມ່ນຄົນທ້ອງຖິ່ນ ກະພຸ້ນລະ 2021 ພຸ້ນແຫຼະ 2022 ພຸ້ນລະເບິ່ງການທ່ອງທ່ຽວ ການເສຖກິດໂລກ ສິຫັນໄປແນວໃດ ຕາມເພິ່ນຫັ້ນລະ."
ທ່ານເວົ້າວ່າ ເຖິງທຸກປະເທດເປີດປະເທດຂອງຕົນ ແລະຜູ້ຄົນໄດ້ເຮັດວຽກເຮັດງານມີຣາຍໄດ້ ແຕ່ກໍຕ້ອງໄດ້ໃຊ້ເວລາຢ່າງໜ້ອຍກໍເປັນປີ ກ່ອນທີ່ຈະທ້ອນເງິນ ໄປທ່ຽວປະເທດອື່ນໆໄດ້.
ທ່ານເວົ້າຕື່ມວ່າ ຮ້ານອາຫານບາງຮ້ານ ຢູ່ເຂດຮ້ານຂອງ ທ່ານ ກໍເລີ່ມເປີດ ແຕ່ຫາກເຮັດແບບສັ່ງ ເອົາໄປກິນບ້ານຫຼາຍກວ່າ, ໃນທຸກມື້ນີ້ ຜູ້ທີ່ຫາເງິນໄດ້ໂດຍບໍ່ຕ້ອງລົງທຶນຫຼາຍ ກໍຄືພວກທີ່ຮັບສົ່ງ ເຄື່ອງກິນຈາກຮ້ານ ເຖິງເຮືອນຜູ້ສັ່ງ ຊຶ່ງມີຈໍານວນເພີ່ມຂຶ້ນຫລາຍກວ່າ 50% ເພາະຂະເຈົ້າຢູ່ເປັນຈຸດເປັນຈຸດ ແລະສົ່ງເຖິງບ້ານຜູ້ສັ່ງໄວ, ທ່ານກ່າວ:
"ທຸຣະກິດ delivery ຈະໄດ້ດີກວ່າດຽວນີ້ນະ ພວກ Grap ພວກ Food Panda ໄວກ riders ອິຫຍັງຫັ້ນ ຂະເຈົ້າມີ application ແບບພວກ uber ດຽວນີ້ ມັນກໍາລັງດັງແບບພວກ Food Panda Go Teddy ໝີນ້ອຍ ຊຶ່ງພວກນີ້ ຈະຄິດຄ່າສົ່ງເອົາຈາກເຈົ້າຂອງ ຮ້ານອາຫານ 30% ຂອງຣາຄາເຄຶ່ອງກິນທີ່ລູກຄ້າສັ່ງ ແລະເອົານໍາຜູ້ສັ່ງອີກ 6 ພັນກີບຕໍ່ເທື່ອ ຫລືຄິດເປັນຫລັກ ຫລັກນຶ່ງ ພັນກີບ."
ຫາກເວົ້າເຖິງໂຮງແຮມ ຕາມຄໍາເວົ້າຂອງເຈົ້າຂອງຮ້ານອາຫານ ຜູ້ດຽວກັນນີ້ແລ້ວແມ່ນວ່າ, ຂະເຈົ້າເອົາພະນັກງານອອກຫຼາຍເພາະມັນບໍ່ ມີແຂກ. ຄັນຖ້າເປັນບ້ານພັກ ເປັນ guest house ກະພໍມີແຂກຢູ່ ເພາະວ່າພະນັກງງານພັກ-ຣັຖ ຂະເຈົ້າຍັງໄປຕ່າງແຂວງໄປເຮັດວຽກ ນັ້ນນີ້ຢູ່.
ຄັນຖ້າເປັນໂຮງແຮມໃຫຍ່ 5 ດາວ 3 ດາວ ກໍບໍ່ຄ່ອຍໄດ້ຮັບແຂກ ເພາະມັນເວົ້າເຣື່ອງແຂກຕ່າງປະເທດ ທີ່ຍັງເຂົ້າມາບໍ່ໄດ້. ທ່ານເວົ້າຕື່ມ ເຖິງຮ້ານອາຫານຂອງທ່ານວ່າ ກ່ອນເກີດການຣະບາດ ຂອງ ໂຄວິດ-19 ຄືແຕ່ເດືອນ 9 ຫາເດືອນ 11 ການທ່ອງທ່ຽວຫຼວງພຣະບາງ ກໍາລັງໄປດີ ຮວມທັງໂຮງແຮມ ແລະຮ້ານອາຫານ ຕ່າງກໍມີແຂກຄົນເຕັມ ເປັນໄລຍະທີ່ຫາເງິນໄດ້:
"ກ່ອນໂຄວິດ ມັນກະເປັນຊ່ວງຂອງມັນ pick season ຢູ່ແລ້ວ ຊ່ວງນັ້ນເປັນປົກຕິຢູ່ແລ້ວວ່າ LP ຊ່ວງ pick season ມັນກະຕ້ອງ ມີແຂກມີຄົນ ຢູ່ແລ້ວ ກໍາລັງໄດ້ເງິນ. ແຕ່ຕົກມາເດືອນ 12 ກໍເລີ່ມລົງ ຕໍ່ເນື່ອງມາ ໂດຍສະເພາະເດືອນ 3 ພາຍຫລັງທາງການລາວ ປະກາດພົບຜູ້ຕິດເຊື້ອໂຄວິດ-19 ຢູ່ ຫລວງພຣະບາງ, ຢູ່ໜ້າຮ້ານ ບໍ່ມີນັກທ່ອງທ່ຽວຕ່າງປະເທດຈັກຄົນເລີຍ."
ຕອນປິດຮ້ານທໍາອິດ ຄືວັນທີ 28 ເດືອນ 3 ນັ້ນ ຄິດວ່າຄົງຈະໄດ້ປິດແຕ່ 2 ອາທິດແລ້ວປີໃໝ່ລາວວັນທີ 20 ກໍຈະເປີດຄືນໄດ້ແລະຄົນ ງານໃນຮ້ານທັງ 14 ຄົນກໍຈະເອີ້ນຄືນມາຊ່ອຍກັນຄືເກົ່າ ແຕ່ແລ້ວຈົນຮອດມື້ນີ້ ກໍຍັງບໍ່ເຫັນວ່າຈະເປີດໄດ້ ແມ່ນແຕ່ໃນປີໜ້າກໍຈະຄືກັນ.
ໃນຈໍານວນຄົນງານໃນຮ້ານທັງໝົດນັ້ນ ຊຶ່ງສ່ວນໃຫຍ່ເປັນຄົນຊົນເຜົ່າ, ມີ 2 ຄົນລົງໄປເຮັດວຽກຢູ່ນະຄອນຫລວງວຽງຈັນ ແຕ່ພວກເຂົາກໍ ຕິດຕໍ່ມາວ່າ ພ້ອມທີ່ຈະກັບມາເຮັດວຽກຢູ່ຮ້ານນໍາ ຍາມໃດ ຮ້ານເປີດ.
ແລະຕາມຄໍາເວົ້າຂອງເຈົ້າຂອງຮ້ານຄ້າ ຢູ່ເຂດເມືອງປາກອູ ທ່ານນຶ່ງເມື່ອວັນທີ 23 ມິຖຸນາ ວ່າ, ຮ້ານອາຫານເຮືອແພຢູ່ເຂດເມືອງປາກອູ ຍັງບໍ່ທັນເຫັນຮ້ານໃດເປີດເທື່ອ ມີແຕ່ຮ້ານຢູ່ຖໍ້າຜາແອ່ນ ທີ່ຢູ່ຫ່ອມພູຫ່ອມຜາ ຕາມລ່ອງນໍ້າອູ ເປັນຕູບໆ ແຄມແມ່ນໍ້າອູ ຂະເຈົ້າກະມີແພ ລ່ອງຂຶ້ນ ເບິ່ງຜາແຄມນໍ້າ ທີ່ກໍຫາເປີດຊຶ່ງຄົນລາວ ເລີ່ມນິຍົມກັນໄປທ່ຽວ ເມື່ອປະມານທ້າຍ ເດືອນ 10 ປີກາຍມາ:
"ມີແຕ່ຮ້ານອາຫານຜາແອ່ນຫັ້ນ ທາງເໜືອເຮືອແພພຸ້ນເປີດ ເຮືອແພບໍ່ໄດ້ເປີດເທື່ອ ມີແຕ່ຮ້ານຜາແອ່ນທາງເໜືອ ເຮືອແພພຸ້ນເປີດ."
ເວົ້າເຣື່ອງການທ່ອງທ່ຽວ ຢູ່ນະຄອນຫລວງພຣະບາງ ໃນປັດຈຸບັນນີ້ ຄົນຂາຍ ເຄື່ອງຂອງທີ່ລະຣຶກ ນາງນຶ່ງເວົ້າວ່າ ຄົນຕ່າງປະເທດ ກໍຍັງມາຢູ່ ແຕ່ບໍ່ແມ່ນນັກທ່ອງທ່ຽວ ຫາກເປັນຄົນທີ່ເຮັດວຽກ ຢູ່ລາວ ກ່ອນແລ້ວ. ສ່ວນຄົນທີ່ນອນຢູ່ບ້ານພັກ ແລະຂີ່ເຮືອຂຶ້ນລ່ອງ ຢູ່ເຂດເມືອງປາກອູ ກໍເຫັນແຕ່ຄົນລາວ ແຕ່ບໍ່ຫລາຍ. ເຄື່ອງຂອງກໍບໍ່ໄດ້ຂາຍແລ້ວດຽວນີ້, ນາງກ່າວ:
"ກ່ອນນີ້ກໍໄດ້ຂາຍດີຢູ່ ແຕ່ດຽວນີ້ບໍ່ໄດ້ຂາຍແລ້ວ ມິດຈີ່ລີ່ລະ ຫລວງພຣະບາງ ບໍ່ມີນັກທ່ອງທ່ຽວ."
ອີງຕາມຄໍາເວົ້າຂອງນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ຕໍ່ກອງປະຊຸມສະພາແຫ່ງຊາດ ໃນມື້ວັນທີ 24 ມິຖຸນານີ້, ໃນໄລຍະ 5 ເດືອນ ທໍາອິດ ຂອງປີນີ້ຫາກທຽບໃສ່ ໄລຍະດຽວກັນຂອງປີກາຍ ຈໍານວນ ນັກທ່ອງທ່ຽວ ໃນລາວຫລຸດລົງ 17% ຊຶ່ງເຈົ້າໜ້າທີ່ທ່ານນຶ່ງ ທີ່ບໍ່ ປະສົງອອກຊື່ ກ່າວຕໍ່ຂ່າວວຽງຈັນທາມສ ເມື່ອວັນພະຫັດຜ່ານມານີ້ວ່າ ສາເຫດທີ່ເຮັດໃຫ້ຈໍານວນນັກທ່ອງທ່ຽວຫຼຸດລົງຄື ການຣະບາດ ຂອງເຊື້ອພຍາດ ໂຄວິດ-19 ທີ່ກະທົບໃສ່ຫລາຍຂແນງການທີ່ ກ່ຽວຂ້ອງກັບການທ່ອງທ່ຽວ ເປັນຕົ້ນເຣື່ອງການບໍຣິການ ສິ່ງອໍານວຍ ຄວາມສະດວກ ແລະຮ້ານອາຫານຕ່າງໆ.
ແຕ່ເຖິງຢ່າງໃດກໍຕາມ ທາງການລາວ ກໍເວົ້າວ່າ ຈະສົ່ງເສີມໃຫ້ປະຊາຊົນລາວ ທ່ອງທ່ຽວຢູ່ພາຍໃນປະເທດ ແລະເອົາບາດກ້າວດຶງດູດ ນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາລາວຫລາຍຂຶ້ນ ພາຍຫລັງ ຄວບຄຸມ ການຣະບາດຂອງເຊື້ອພຍາດໂຄວິດ-19 ໄດ້ແລ້ວ.
ແລະຕາມຣາຍງານຂອງກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍາລັງຮ່າງແຜນກະຕຸ້ນໃຫ້ເສຖກິດລາວ ຄ່ອຍໆຟື້ນໂຕຂຶ້ນ ຊຶ່ງຄາດວ່າ ຮ່າງນັ້ນຈະແລ້ວເສັດໃນ ໄວໆນີ້.
ແລະລ່າສຸດນີ້ ຫ້ອງວ່າການສໍານັກງານນາຍົກ ຣັຖມົນຕຣີ ກໍໄດ້ອອກແຈ້ງການ ເລກທີ 697 ວັນທີ 30 ມິຖຸນາ 2020 ກ່ຽວກັບການສືບຕໍ່ ມາຕການ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນແລະແກ້ໄຂ ການຣະບາດຂອງໂຄວິດ-19 ໃນໄລຍະແຕ່ວັນທີ 1 ຫາວັນທີ 31 ມິຖຸນາ 2020 ຊຶ່ງມີເນື້ອໃນສໍາຄັນ ດັ່ງນີ້: ການຮັກສາໄລຍະຫ່າງ 1 ແມັຕຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລືເຈວລ້າງມື, ໃສ່ຜ້າອັດປາກ ອັດດັງ, ແທກອຸນຫະພູມ ແລະອະນາມັຍສະຖານທີ່, ໃຫ້ເປີດກາຊີໂນ, ໃຫ້ຈັດກິຈກັມຊຸມນຸມ ຕ່າງໆ, ງານສັງສັນ, ງານປະເພນີແລະງານ ແຕ່ງດອງແຕ່ໃຫ້ປະຕິບັດຕາມມາຕການ ດັ່ງກ່າວ, ປິດຮ້ານບັນເທີງ, ຮ້ານຄາຣາໂອເກ໋ແລະຮ້ານເກມ, ປິດດ່ານປະເພນີແລະດ່ານທ້ອງຖິ່ນ, ຍົກເວັ້ນບາງດ່ານໃຫ້ຣົດຂົນສົ່ງສິນຄ້າ ເຂົ້າ-ອອກ, ແລະດ່ານສາກົລ ຍັງປິດແບບເກາ, ໂຈະການ ອອກວິຊາທ່ອງທ່ຽວ ແລະຢ້ຽມຢາມ ສໍາລັບຄົນທົ່ວໄປ. ແຈ້ງການສະບັບນີ້ ມີຜົລສັກສິດ ແຕ່ວັນທີ 1 ຫາວັນທີ 31 ກໍຣະກະດາ 2020.