ຂ.ວຽງຈັນ ກວດກາສວນກ້ວຍ ຂອງຈີນ ມ.ຫິນເຫີບ

ຈໍາປາທອງ
2019.09.12
F-Hinheub-banana ສວນກ້ວຍຂອງຈີນ ຢູ່ເມືອງຫິນເຫີບ ແຂວງວຽງຈັນ
ຮູບພາບຈາກ : ນັກຂ່າວພົລເມືອງ

ຄນະກັມມະການ ສະເພາະກິຈ ແຂວງວຽງຈັນ ຮ່ວມກັບເຈົ້າໜ້າທີ່ ເມືອງຫິນເຫີບ ຈະຮ່ວມກັນກວດກາສວນກ້ວຍຈີນ ຂອງບໍຣິສັດ ຜາລີ ຢູໄຊເຄີ ຢູ່ເມືອງຫິນເຫີບ ຢ່າງໜ້ອຍເດືອນລະເທື່ອ ເພື່ອບໍ່ໃຫ້ບໍຣິສັດນີ້ສ້າງບັນຫາມົລພິດ ແລະ ສົ່ງກິ່ນເໝັນໃສ່ຊາວບ້ານ ຄືທີ່ເຄີຍເກີດຂຶ້ນ ເມື່ອເດືອນສິງຫາ ທີ່ຜ່ານມາ, ດັ່ງເຈົ້າໜ້າທີ່ໃນຄນະກຳມະການ ສະເພາະກິຈເມືອງຫິນເຫີບ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ກັນຍາ ນີ້ວ່າ:

"ດຽວນີ້ເພີ່ນສົມທົບກັບບ້ານ ເດືອນລະນຶ່ງຄັ້ງ ໃຫ້ລົງໄປກວດຫັ້ນນະ ຖ້າວ່າມັນຫາກມີ ຜົນກະທົບດ້ານໃດດ້ານນຶ່ງ ລະແມ່ນສິໄດ້ລາຍງານ ໄປຕາມຂັ້ນຕອນຫັ້ນແຫຼະວ່າຊັ້ນສະ ຖືວ່າຂະເຈົ້າກະຮັບແລ້ວ."

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ເຈົ້າໜ້າທີ່ ກໍໄດ້ຕັກເຕືອນ ເຈົ້າຂອງສວນກ້ວຍຈີນ ແຕ່ຍັງບໍ່ທັນໄດ້ລົງໂທດ ຫລືປັບໃໝ. ແຕ່ຖ້າສ່ວນກ້ວຍ ຢູ່ເມືອງນີ້ ຍັງສົ່ງກິ່ນເໝັນ ຕໍ່ປະຊາຊົນຕື່ມອີກ ເປັນເທື່ອທີ 3 ກໍຈະຖືກທາງການລົງໂທດ ຢ່າງເດັດຂາດ ຄືທັງຈະຖືກ ປັບໃໝ ຫລືອາດ ຈະມີຄຳສັ່ງບໍ່ໃຫ້ປູກກ້ວຍເລີຍ.

ເມື່ອວັນທີ 2 ກັນຍານີ້ ເຈົ້າໜ້າທີ່ ຄນະກຳມະການສະເພາະກິດ ແຂວງວຽງຈັນ ໄດ້ໄປສວນກ້ວຍຈີນ ຢູ່ເມືອງຫິນເຫີບ ເພື່ອອົບຮົມ ພະນັກງານ ວິຊາການຈີນແລະ ຄົນງານຈີນ ກັບຄົນງານລາວ ທີ່ເຮັດວຽກໃນສວນກ້ວຍ ເພື່ອ ບໍ່ໃຫ້ເຮັດກິ່ນເໝັນ ແລະ ສ້າງບັນຫາ ອື່ນໆໃຫ້ສິ່ງແວດລ້ອມ ຕື່ມອີກ. ສວນກ້ວຍຈີນ ຂອງບໍຣິສັດ ຜາລີ ຢູໄຊເຄີ ນີ້ ເລີ້ມສົ່ງກິ່ນເໝັນມາຕັ້ງແຕ່ຕົ້ນ ເດືອນສິງຫາ ຂອງປີນີ້ມາ ຍ້ອນມີການໃສ່ຝຸ່ນຊີວະພາບ ແລະມາຮອດກາງເດືອນ ສິງຫາ ນັ້ນ ເຈົ້າໜ້າທີ່ໄດ້ໄປ   ກວດກາແກ້ໄຂບັນຫາ ດັ່ງກ່າວ ເຮັດໃຫ້ກິ່ນເໝັນ ນັ້ນຫລຸດຜ່ອນລົງ. ແຕ່ຫລັງ ຈາກນັ້ນພຽງ 3 ມື້ ກິ່ນເໝັນກໍໄດ້ເກີດຂຶ້ນໃໝ່ອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.