ໂຄວິດ-19 ປັ່ນປ່ວນ ການທ່ອງທ່ຽວລາວ
2020.08.05
ຜູ້ປະກອບການຈົ່ມ ຣາຍໄດ້ຫຼຸດລົງ ຍ້ອນການຣະບາດ ຂອງໄວຣັສໂຄວິດ-19 ເຮັດໃຫ້ບໍ່ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ອງທ່ຽວໃນລາວ ນັບແຕ່ໄລຍະ ຕົ້ນປີ 2020 ເຖິງວ່າທາງການລາວ ຈະມີນະໂຍບາຍ ສນັບສນູນ ການທ່ອງທ່ຽວ ພາຍໃຕ້ຄຳຂວັນ “ລາວທ່ຽວລາວ”, ແຕ່ການທ່ອງທ່ຽວ ກໍບໍ່ດີຂຶ້ນ. ດັ່ງຜູ້ປະກອບການ ທ່ານນຶ່ງ ໃນແຂວງວຽງຈັນ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 28 ກໍຣະກະດາ ນີ້ວ່າ:
“ກໍງຽບເຫງົາ ສະຖານທີ່ທ່ອງທ່ຽວ ເຂົາກໍເປີດ ປົກກະຕິແລ້ວ, ແຕ່ວ່າ ຄົນໄປທ່ຽວ ບໍ່ຄ່ອຍມີ. ກໍມີແຕ່ຄົນລາວ ນີ້ລະທ່ຽວກັນ ມັນມີເສົາ-ອາທິດ. ງຽບ, ຂອງຂ້ອຍເອງ ກໍເຮັດບໍຣິສັດທ່ອງທ່ຽວ ແລະ ກໍບໍຣິການຣົດເຊົ່າດ້ວຍ. ປີທີ່ແລ້ວ ເດືອນກໍຣະກະດາ-ສິງຫາ ນີ້ ຂອງເອື້ອຍ ກໍມີປະມານ 85% ແລ້ວ. ໄລຍະນີ້ ບໍ່ມີເລີຍ ຕອນນີ້ ທີ່ເຮັດໄດ້ ກະຄື ລາວທ່ຽວລາວ ກໍເອົາລູກຄ້າລາວ.”
ຜູ້ປະກອບການ ທ່ານນີ້ ກ່າວຕື່ມວ່າ ໄລຍະນີ້ ລູກຄ້າໜ້ອຍຫຼາຍ ຍ້ອນໄວຣັສໂຄວິດ-19 ຣະບາດ ເຮັດໃຫ້ມີການປິດດ່ານ ຊາວຕ່າງປະເທດ ກໍເຂົ້າມາບໍ່ໄດ້. ສ່ວນກຸ່ມທີ່ຕົກຄ້າງ ຢູ່ໃນລາວ ກໍລໍຖ້າເວລາກັບປະເທດ ຂອງພວກເຂົາ ແລະ ບໍ່ໄດ້ອອກມາທ່ອງທ່ຽວ. ສ່ວນລູກຄ້າ ທີ່ເປັນຄົນລາວນຳກັນ ກໍທ່ຽວໃນໄລຍະສັ້ນໆ ເທົ່ານັ້ນ, ເປັນຕົ້ນວ່າ ໄປເຊົ້າແລງກັບ ຫຼືມາແຕ່ໄລຍະມື້ພັກ ທ້າຍສັປດາ ເສົາ-ອາທິດ.
ພະນັກງານເຮືອນພັກ ທ່ານນຶ່ງ ໃນແຂວງຫຼວງພຣະບາງ ກ່າວວ່າ ນັບແຕ່ຕົ້ນປີນີ້ ທີ່ເຊື້ອໄວຣັສໂຄວິດ-19 ຣະບາດ ແລະ ມີການປິດປະເທດ, ຈຳນວນລູກຄ້າ ທີ່ມາພັກ ກໍຫຼຸດລົງຫຼາຍ ເພາະທີ່ພັກສ່ວນໃຫຍ່ ຈະເປັນນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາພັກ. ຫາກປຽບທຽບກັບ ເມື່ອປີກາຍ ມີລູກຄ້າເຂົ້າມາພັກ ບໍ່ຂາດສາຍ, ແຕ່ຕົກມາໄລຍະນີ້ ມີແຕ່ລູກຄ້າ ທີ່ເປັນຄົນລາວ ແລະ ມາພັກ ໃນໄລຍະມື້ພັກເທົ່ານັ້ນ. ເຖິງແມ່ນວ່າຕອນນີ້ ຈະມີນະໂຍບາຍ ລາວທ່ຽວລາວ ອອກມາ, ແຕ່ກໍຍັງບໍ່ມີລູກຄ້າ ຫຼາຍຂຶ້ນເລີຍ. ດັ່ງທ່ານກ່າວວ່າ:
“ມັນກະຫຼຸດແຫຼະ ຕັ້ງແຕ່ເຣີ່ມໂຄວິດມາ ກະບໍ່ມີນັກທ່ອງທ່ຽວເຂົ້າມາ. ເດືອນ 4 ເນາະ ເດືອນ 4 ມາ, ຕັ້ງແຕ່ປິດ ຕອນນີ້ ກະຍັງບໍ່ທັນໄດ້ເປີດ ປະເທດເທື່ອ. ນັກທ່ອງທ່ຽວ ທີ່ຢູ່ພາຍໃນ ກະມີແຕ່ ລາວທ່ຽວລາວ ໄລຍະນີ້ ຈະມີກິຈກັມ ລາວທ່ຽວລາວ.”
ຕາງໜ້າສະມາຄົມ ທຸຣະກິຈທ່ອງທ່ຽວ ໃນແຂວງຫຼວງພຣະບາງ ກໍກ່າວວ່າ ຈຳນວນນັກທ່ອງທ່ຽວ ຫຼຸດລົງຫຼາຍ ເນື່ອງຈາກວ່າ ບໍ່ມີນັກທ່ອງທ່ຽວ ຕ່າງປະເທດເຂົ້າມາເລີຍ ນັບຕັ້ງແຕ່ ເກີດການຣະບາດ. ສ່ວນການທ່ອງທ່ຽວ ພາຍໃນປະເທດ ກໍຖືວ່າ ສາມາດກະຕຸ້ນໄດ້ ພຽງໜ້ອຍນຶ່ງ ເທົ່ານັ້ນ ຍ້ອນນັກທ່ອງທ່ຽວລາວ ບໍ່ຄ່ອຍມີຫຼາຍ ແລະ ເງິນກໍບໍ່ຫຼາຍ. ດັ່ງທ່ານກ່າວວ່າ:
“ກະງຽບເຫງົາຫັ້ນແຫຼະ ເພາະວ່າເຮົາອາສັຍ ນັກທ່ອງທ່ຽວ ພາຍໃນເນາະ. ຫຼັກໆຂອງມັນ ພົລເມືອງກະໜ້ອຍ ອັນ 2 ມາ ກະອີງໃສ່ຈຳນວນ GDP ຂອງພົລເມືອງ. ມີຜູ້ທີ່ ມີກຳລັງຊື້ ກຳລັງທ່ອງທ່ຽວໄດ້ ຫຼາຍໜ້ອຍສ່ຳໃດ ຫັ້ນເນາະ. ຈາກນັ້ນ, ມັນຈຶ່ງເຮັດໃຫ້ ການເຄື່ອນເໜັງກະໜ້ອຍ ບໍ່ຫຼາຍປານໃດ, ວ່າຊັ້ນສາ.”
ທ່ານກ່າວຕື່ມວ່າ ເຖິງວ່າຈະມີນະໂຍບາຍ ລາວທ່ຽວລາວ, ແຕ່ກໍບໍ່ສາມາດ ກະຕຸ້ນໃຫ້ຄົນລາວ ອອກມາທ່ຽວ ໄດ້ຫຼາຍປານໃດ, ແຕ່ຢ່າງໜ້ອຍ ກໍຖືວ່າ ພໍເຮັດໃຫ້ ຜູ້ປະກອບການ ມີຣາຍໄດ້ ຂຶ້ນມາໜ້ອຍນຶ່ງ, ທຸຣະກິຈຂນາດນ້ອຍ ແລະ ຂນາດກາງ ກໍພໍມີ ໂອກາດຢູ່ລອດ, ແຕ່ທຸຣະກິຈໃຫຍ່ ກໍອາຈຝືດເຄືອງ ຫຼາຍສົມຄວນ ຖ້າບໍ່ມີເງິນສຳຮອງ.
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງຫຼວງພຣະບາງ ກ່າວວ່າ ໃນໄລຍະ ເຄິ່ງປີທຳອິດນີ້, ການທ່ອງທ່ຽວ ໃນແຂວງຫຼວງພຣະບາງ ງຽບເຫງົາຫຼາຍ ຍ້ອນການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ທາງການລາວ ຈຶ່ງປິດປະເທດ ແລະ ບໍ່ໃຫ້ ຊາວຕ່າງປະເທດ ເຂົ້າມາ ແລະ ເຖິງວ່າ ຈະມີນະໂຍບາຍ ກະຕຸ້ນການທ່ອງທ່ຽວ ລາວທ່ຽວລາວ, ແຕ່ກໍຍັງບໍ່ສາມາດ ເຮັດໃຫ້ຈຳນວນ ນັກທ່ອງທ່ຽວ ເພີ່ມຂຶ້ນໄດ້.
“ການທ່ອງທ່ຽວ ຫຼວງພຣະບາງ ພວກເຮົາ ມັນກະງຽບເຫງົາຫັ້ນແຫຼະ, ແຕ່ກະໄລຍະນີ້ ມັນກະມີນັກທ່ອງທ່ຽວ ພາຍໃນນີ້ແຫຼະ ມາທ່ຽວຢູ່. ແຕ່ວ່ານັກທ່ອງທ່ຽວ ຕ່າງປະເທດ ບໍ່ໄດ້ມາ ເພາະວ່າບໍ່ທັນ ໄດ້ເປີດປະເທດເດ. ນັກທ່ອງທ່ຽວປີນີ້ ຫຼຸດຫຼາຍເປີເຊັນ ຫຼຸດລົງຮອດ 80% ພຸ້ນແຫຼະ ເພາະວ່າເຮົາ ອາສັຍນັກທ່ອງທ່ຽວ ຕ່າງປະເທດ.”
ອີງຕາມການຣາຍງານ ຈາກໜັງສືພິມ ວຽງຈັນທາມສ໌ ໃນວັນທີ 24 ກໍຣະກະດາ 2020 ໄດ້ຣະບຸເຖິງ ການທ່ອງທ່ຽວໃນລາວ ທີ່ງຽບເຫງົາວ່າ ນັກທ່ອງທ່ຽວ ຕ່າງປະເທດ ທີ່ເດີນທາງເຂົ້າມາທ່ຽວ ໃນປະເທດລາວ ໃນໄລຍະ 6 ເດືອນທຳອິດ ຂອງປີ 2020 ຫຼຸດລົງເຖິງ 60% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2019 ເນື່ອງຈາກ ມີການປິດດ່ານຊາຍແດນ ເພື່ອປ້ອງກັນ ການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19.
ນອກຈາກນີ້, ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ກໍໄດ້ຣາຍງານວ່າ ເຄິ່ງປີ ຂອງປີ 2020 ນີ້, ມີນັກທ່ອງທ່ຽວ ເດີນທາງເຂົ້າມາ ປະເທດລາວ ພຽງແຕ່ 886,447 ຄົນ ຖືວ່າຫຼຸດລົງຫຼາຍ ຈາກໂຕເລຂ ນັກທ່ອງທ່ຽວ ໃນໄລຍະດຽວກັນ ເມື່ອປີ 2019 ທີ່ມີເຖິງ 2,228,459 ຄົນ ເຮັດໃຫ້ທຸຣະກິຈ ໃນຂແນງທ່ອງທ່ຽວ ຂາດຣາຍໄດ້ຢ່າງໜັກ.