ຂ.ຈໍາປາສັກ ມີບໍຣິສັດ ບໍ່ເສັຽພັນທະ ເຂົ້າຣັຖ
2020.08.10

ປັດຈຸບັນ ທາງການແຂວງຈໍາປາສັກ ກໍາລັງແກ້ໄຂບັນຫາ ຫຼາຍບໍຣິສັດພາຍໃນແຂວງ ຕິດໜີ້ຈໍານວນຫຼາຍ ແລະບໍ່ຍອມເສັຍພັນທະເຂົ້າ ງົບປະມານຂອງຣັຖ ເປັນເວລາຫຼາຍປີ ແຕ່ກ່ອນທີ່ ຈະມີການຣະບາດ ຂອງເຊື້ອໄວຣັສ ໂຄວິດ-19, ດັ່ງ ເຈົ້າໜ້າທີ່ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 10 ສິງຫາ ນີ້ວ່າ:
“ກໍາລັງດໍາເນີນ ດໍາເນີນການຢູ່ເດ້ນິ່ ເອີ້ນແຕ່ລະບໍຣິສັດ ບໍຣິສັດ ເຂົ້າໄປປຶກສາຫາລື ຊິແກ້ກັນຈັ່ງໃດ ເຮັດວິທີໃດ ງົບປະມານກະຝືດເຄືອງ ແຫຼະ ມັນບໍ່ໄດ້ເຮັດ ທຸຣະກິຈ ມັນບໍ່ມີເງິນເສັຍໃຫ້ ກັນຕິ ເຮົາກະເກັບພາສີບໍ່ໄດ້ເດ້ ບາງບໍຣິສັດ ມັນກະລົ້ມລະລາຍ ໄປເລີຍຫັ້ນແຫຼ້ວ.”
ທ່ານກ່າວວ່າ ນອກຈາກນັ້ນແລ້ວ ທາງການແຂວງ ກໍກໍາລັງແກ້ໄຂບັນຫາ ບໍຣິສັດຂນາດໃຫຍ່ບາງແຫ່ງ ທີ່ປະສົບບັນຫາຕິດໜີ້ສິນຈໍານວນ ຫຼາຍ ໂດຍສະເພາະກຸ່ມບໍຣິສັດ ຍິ່ງໂຊກໄຊ ຈໍາກັດ ອະດີດເຈົ້າຂອງໂຄງການ ພັທນາແຫຼ່ງທ່ອງທ່ຽວ ຢູ່ນໍ້າຕົກຕາດຄອນພະເພັງ ແລະ ນໍ້າຕົກຕາດ ສົມພະມິດ ເຊິ່ງຕິດໜີ້ຫຼາຍກວ່າ 3 ຕື້ ກີບ.
ກ່ຽວກັບປະເດັນນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ກຸ່ມບໍຣິສັດ ຍິ່ງໂຊກໄຊ ຈໍາກັດ ທີ່ເປັນບໍຣິສັດ ທີ່ຍັງຄ້າງຈ່າຍພັນທະອາກອນ ເພື່ອຖາມ ເຖິງຣາຍລະອຽດ ກ່ຽວກັບ ການແກ້ໄຂໜີ້ສິນ ພາຍໃນ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຂອງບໍຣິສັດ ບໍ່ສະດວກໃຫ້ຂໍ້ມູນ.
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ເຈົ້າຂອງທຸຣະກິຈຫ້າງຮ້ານ ບໍ່ມີເງິນຈ່າຍຄ່າພັນທະອາກອນ ເຮັດໃຫ້ການເກັບຣາຍຮັບຂອງແຂວງ ບໍ່ໄດ້ຕາມ ເປົ້າໝາຍ ເຊິ່ງໄດ້ມອບໝາຍໃຫ້ຫ້ອງການ ການເງິນເມືອງ ແຕ່ລະເມືອງ ເປັນພາກສ່ວນ ຕິດຕາມກວດກາ ບໍຣິສັດຕ່າງໆ.
ເມື່ອສັປດາທີ່ຜ່ານມາ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງ ແຂວງຈໍາປາສັກ ໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນ ກ່ຽວກັບການແກ້ໄຂບັນຫາ ການຕິດໜີ້ ແລະບໍ່ຍອມເສັຍພັນທະ ຂອງຫຼາຍ ບໍຣິສັດ ໃນຕອນນຶ່ງວ່າ:
“ຊິເກັບແນວໃດ ບໍຣິສັດອັນ ອັນນັ້ນບໍ່ເສັຍເງິນຕື້ປາຍແລ້ວ ຄັນຫາກວ່າ ບໍ່ໄດ້ຖອກພັນທະ ເຮັດແນວໃດ ແກ້ໄຂບັນຫານີ້ ຢາກໃຫ້ອົງການ ປົກຄອງ ເມືອງຫັ່ນ ໄດ້ສົມທົບ ໂດຍສະເພາະ ຫ້ອງການ ການເງິນເມືອງຫັ່ນ ກວດຄືນເບິ່ງດຸ ຄັນໄດ້ເອີ້ນບໍຣິສັດ ມາສອງສາມເທື່ອ ບໍ່ເຮັດບົດບັນທຶກ ບໍ່ແກ້ໄຂ ເຮົາຈະໄດ້ດໍາເນີນຕາມກົດໝາຍ.”
ທ່ານເຈົ້າແຂວງ ກ່າວອີກວ່າ ສໍາລັບບັນດາ ບໍຣິສັດຕ່າງໆ ທີ່ຕິດໜີ້ ແລະບໍ່ຍອມເສັຍພັນທະເຂົ້າງົບປະມານ ເປັນເວລາຫຼາຍປີ ຊ້ອນນັ້ນ ຕ້ອງໄດ້ແກ້ໄຂຢ່າງເດັດຂາດ ບໍ່ໃຫ້ແກ່ຍາວອີກ ຕໍ່ໄປ ຈຶ່ງຕ້ອງໄດ້ປຸກຣະດົມ ໃຫ້ຫົວໜ່ວຍທຸຣະກິຈ ມີຄວາມເສັຽສຣະ ດ້ວຍການຍອມຈ່າຍ ເງິນເຂົ້າງົບປະມານຂອງຣັຖ.
ໃນຂນະທີ່ ເຈົ້າຂອງບໍຣິສັດແຫ່ງນຶ່ງ ໃນແຂວງຈໍາປາສັກ ກ່າວວ່າຜ່ານມາ ໄດ້ຍິນຂ່່າວວ່າ ມີຫຼາຍບໍຣິສັດ ບໍ່ໄດ້ເສັຍພັນທະໃຫ້ແກ່ຣັຖບານ ແທ້ ສ່ວນນຶ່ງຍ້ອນໄດ້ຮັບຜົລກະທົບ ຈາກໄວຣັສ ໂຄວິດ-19 ສ່ວນບໍຣິສັດຂອງຕົນ ຍັງມີຣາຍໄດ້ພຽງພໍ ແລະສາມາດເສັຍພັນທະໄດ້ຕາມ ປົກກະຕິຢູ່:
“ກະມີຫຼາຍບໍຣິສັດຢູ່ ບໍ່ເສັຍພັນທະອາກອນເຂົ້າຣັຖບານ ກະຄືໂຕໂຄວິດນີ້ແຫຼະ ເຂົ້າມາເຮັດໃຫ້ບໍຣິສັດ ບໍ່ມີຣາຍຮັບ ກະບໍ່ມີເງິນໄປເສັຍ ອາກອນພັນທະອາກອນ ໃຫ້ຣັຖບານ.”
ເຈົ້າຂອງບໍຣິສັດອີກແຫ່ງນຶ່ງ ຢູ່ແຂວງຈໍາປາສັກ ເວົ້າວ່າ ເຖິງແມ່ນວ່າ ທາງການໄດ້ຍົກເວັ້ນເກັບພັນທະ ໃນໄລຍະທີ່ມີການແຜ່ຣະບາດ ຂອງໄວຣັສໂຄວິດ-19 ເປັນເວລາ 3 ເດືອນແລ້ວກໍຕາມ ຄືຕັ້ງແຕ່ເດືອນເມສາ ຮອດເດືອນມິຖຸນາ, ແຕ່ຫຼັງຈາກນັ້ນ ກໍຕ້ອງໄດ້ເສັຍຄືເກົ່າ ເຖິງແມ່ນວ່າຣາຍຮັບ ຂອງບໍຣິສັດ ຈະຫຼຸດລົງຫຼາຍກໍຕາມ ຫາກຢຸດເສັຍພັນທະ ເດືອນໃດເດືອນນຶ່ງ ກໍຈະຖືວ່າເຮັດຜິດກົດຣະບຽບ ແລະ ຈະຖືກລົງໂທດ ຕາມຂັ້ນຕອນ, ດັ່ງທີ່ທ່່ານກ່າວວ່າ:
“ເພິ່ນຍົກເວັ້ນ 3 ເດືອນເດ້ ເດືອນ 4, ເດືອນ 5, ເດືອນ 6 ຍົກເວັ້ນຢູ່ ແຕ່ໄດ້ຈ່າຍໃຫ້ຣັຖຄືເກົ່າຫັ່ນແຫຼະ ຄັນເພິ່ນເກັບເນາະ ເດືອນ 7 ນີ່ ເພິ່ນໃຫ້ຈ່າຍ ເຣື່ອງຣາຍໄດ້ນິ່ ແມ່ນບໍ່ມີ ຣາຍໄດ້ ແຫຼະ ຊ່ວງນີ້ກະຍາກ ຂາຍເຄື່ອງກະບໍ່ພໍໄດ້ຂາຍໃດ໋.”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາຜແນກການເງິນ ແຂວງຈໍາປາສັກ ເພື່ອຖາມຣາຍລະອຽດ ເພີ້ມຕື່ມ ໂດຍເຈົ້າໜ້າທີ່ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ຊີ້ແຈງສັ້ນໆວ່າ ທາງຜແນກ ການເງິນ ກໍາລັງປະຕິບັດຕາມຄໍາຊີ້ນໍາ ຂອງທ່ານເຈົ້າແຂວງ ໃນການແກ້ໄຂບັນຫາ ດັ່ງກ່າວ, ແຕ່ບໍ່ ສາມາດໃຫ້ຣາຍລະອຽດ ຫຼາຍໄປກວ່ານີ້ໄດ້.
ອີງຕາມກົດໝາຍວ່າດ້ວຍ ສ່ວຍສາອາກອນ ສະບັບປັບປຸງ ມາຕຣາ 73 ຣະບຸວ່າ ການຣາຍງານບັນຊີ ບໍ່ຖືກ, ບໍ່ແຈ້ງຣາຍຮັບ, ບໍ່ແຈ້ງເສັຍ ອາກອນ ບໍ່ຍອມໃຫ້ເຈົ້າໜ້າທີ່ກວດກາ, ບໍ່ສເນີ ເອກກະສານ ບັນຊີປະຈໍາປີ ຈະຖືກປັບໃໝ ດັ່ງນີ້:
ຣະເມີດຄັ້ງທີ່ 1 ເສັຍອາກອນກໍາໄລ ແບບບັງຄັບ ແລະເສັຍອາກອນເພີ່ມຮ້ອຍລະ 30 ພ້ອມທັງປັບໃໝ.
ຣະເມີດຄັ້ງທີ່ 2 ເສັຍອາກອນກໍາໄລ ແບບບັງຄັບ ແລະເສັຍອາກອນເພີ່ມ 100 ສ່ວນ 100 ພ້ອມທັງຖືກປັບໃໝ.
ຣະເມີດຄັ້ງທີ່ 3 ເສັຍອາກອນກໍາໄລແບບບັງຄັບ ແລະເສັຍອາກອນເພີ່ມ 100 ສ່ວນ 100 ພ້ອມທັງໃຫ້ຢຸດເຊົາກິຈການ ແລະດໍາເນີນຄະດີ ຕາມກົດໝາຍ.