ໄມ້ 800 ແມັດກ້ອນ ສ້າງ ເຮືອນພັກ ຊົ່ວຄາວ
2018.08.29
ທາງການແຂວງອັດຕະປື ອະນຸມັດ ໄມ້ ຈໍານວນ 800 ປາຍ ແມັດກ້ອນ ເພື່ອສ້າງເຮືອນພັກຊົ່ວຄາວ ໃຫ້ແກ່ ຜູ້ປະສົບພັຍນໍ້າຖ້ວມ ຢູ່ ເມືອງສນາມໄຊ, ຊຶ່ງໄມ້ດັ່ງກ່າວນີ້ ສ່ວນໃຫຍ່ ເປັນໄມ້ທີ່ຍຶດໄດ້ ພາຍໃນແຂວງ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງຜູ້ບໍ່ປະສົງ ອອກຊື່ ກ່າວຕໍ່ວິທຍຸ ເອເຊັຍເສຣີວ່າ:
“ມີທັງໝົດຢູ່ປະມານຫລາຍຢູ່ໃດ ປະມານ 800ປາຍແມັດກ້ອນ ໄມ້ຍຶດມັນແລ້ວ ຄະດີມິຫຍັງໝົດແລ້ວ ຄະດີພາຍໃນນີ້ດອກ ຄະດີ ເຂົາລັກໄມ້ ລັກລັກຊ່ອນແລ້ວ ເຮົາກໍກັກເອົາມາເປັນຂອງຣັຖສິນະ ແນວນີ້ສ່ວນຫລາຍ ມັນສິຈັບໄດ້ເທື່ອລະ 2-3 ແມັດກ້ອນ ວ່າຊິນະ ແບບໄມ້ທີ່ວ່າລັກລອບ ອອກຕ່າງປະເທດຫັ້ນນະ."
ທ່ານກ່າວຕື່ມວ່າ ສໍາຫລັບໄມ້ຈໍານວນ 800 ປາຍແມັດກ້ອນນີ້ ມີຫລາຍປະເພດນໍາກັນ ເປັນຕົ້ນ: ໄມ້ເສົາ, ໄມ້ຊາງຄູ່, ໄມ້ຕົງ, ແລະໄມ້ ຮາວຄວາຍ ທາງການແຂວງອັດຕະປື ໄດ້ສັ່ງໃຫ້ພາກສ່ວນກ່ຽວຂ້ອງ ເອົາໄມ້ຈໍານວນດັ່ງກ່າວ ຈາກສນາມໄມ້ຕົກຄ້າງ ແຂວງເອົາໄປແປຮູບ ສ້າງເປັນເຮືອນ ພັກຊົ່ວຄາວ ຈໍານວນ 121 ຫລັງ ໃຫ້ປະຊາຊົນ ເຂດບ້ານທ່າແສງຈັນ ແລະບ້ານອື່ນໆ ຢູ່ເຂດດົງບາກ ທີ່ໄດ້ຮັບຜົນກະທົບ ຈາກພັຍນໍ້າຖ້ວມ ໂດຍຄາດວ່າ ຈະກໍ່ສ້າງສໍາເຣັດ ພາຍໃນເດືອນຕຸລານີ້. ສ່ວນຮູບແບບເຮືອນ ທີ່ຈະປູກ ໃຫ້ຜູ້ໄດ້ຮັບຜົນກະທົບນັ້ນ ເປັນ ເຮືອນຊົງລາວ ມີກ້ອງຕະລ່າງ ຂນາດ 6 x 7 ແມັດ ເພື່ອໃຫ້ງ່າຍ ຕໍ່ການຮື້ມ້າງ ເມື່ອນໍ້າຫລຸດລົງແລ້ວ.
ສໍາລັບຣາຍລະອຽດ ຕ່າງໆ ກ່ຽວກັບການສ້າງ ເຮືອນພັກຊົ່ວຄາວ ໃຫ້ຜູ້ປະສົບພັຍນໍ້າຖ້ວມ ບ່ອນອື່ນໆນັ້ນ ເຈົ້າໜ້າທີ່ ທ່ານນີ້ ກ່າວວ່າ ປັຈຈຸບັນ ຢູ່ບ້ານຫາດຍາວ ໄດ້ສ້າງ 140 ຫ້ອງ ຊື່ງສາມາດຮອງຮັບ ປະຊາຊົນໄດ້ 500 ປາຍຄົນ ແລະສ້າງສໍາເຣັດໄປແລ້ວ ກ່ວາ 75% ເປີເຊັນ ຄາດວ່າ ຈະສ້າງສໍາເຣັດ ພາຍໃນເດືອນ ກັນຍານີ້.
ທ່ານວ່ານອກຈາກທີ່ ກ່າວມາຂ້າງເທິງນີ້ແລ້ວ ເຈົ້າໜ້າທີ່ກ່ຽວຂ້ອງ ກໍຍັງຈະສຶບຕໍ່ ປູກເຮືອນຊົ່ວຄາວຕື່ມອີກ 390 ຫລັງຄາເຮືອນ ເພື່ອເປັນທີ່ຟື້ນຟູ ຈິດໃຈ ແລະອໍານວຍຄວາມສດວກ ໃຫ້ແກ່ປະຊາຊົຍ ທີ່ໄດ້ຮັບຜົນກະທົບ ຈາກພັຍນໍ້າຖ້ວມ ທີ່ຍັງຂາດບ່ອນຢູ່ ໄດ້ມີເຮືອນຢູ່ ແລະມີຊີວິດການເປັນຢູ່ ທີ່ດີຂື້ນນໍາອີກ.