ຄົນງານລາວອອກວຽກງານ
2014.04.16
ຜູ້ຊ່ຽວຊານ ດ້ານ ແຮງງານ ລາວ ທ່ານນຶ່ງ ກ່າວວ່າ ປັດຈຸບັນ ແຮງງານ ລາວ ທີ່ເຮັດວຽກ ຕາມ ໂຮງຈັກ ໂຮງງານ ເລີ່ມອອກ ຈາກ ວຽກງານ ຫລາຍຂຶ້ນ ເຮັດໃຫ້ ເກີດຊ່ອງ ວ່າງ ປ່ອຍໂອກາດ ໃຫ້ ແຮງງານ ຕ່າງຊາດ ທີ່ ບໍ່ມີວຽກ ເຮັດ ງານທຳ ເຂົ້າມາ ເຮັດວຽກ ຫລາຍຂຶ້ນ ນັບແຕ່ ຊ້ວງເລີ່ມຕົ້ນ ການເຂົ້າ ເປັນ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015 ເປັນຕົ້ນໄປ, ດັ່ງທ່ານ ໄດ້ກ່າວວ່າ:
"ຄົນເຮົາ ກະເລີ່ມ ເປັນຄົນ ບໍ່ມີ ວຽກເຮັດ ງານທຳ ບໍ່ມີ ເງິນເດືອນ ບໍ່ມີຣາຍຮັບ ໄປເລື້ອຍໆ ເດ ເຮົາເປັນ ເອອີຊີ ແລ້ວ ມັນຟຣີ ມັນຕ້ອງມາ ບາດນີ້".
ການທີ່ ຄົນງານລາວ ອອກຈາກ ວຽກງານ ນັ້ນ ມີຫລາຍ ສາເຫດ ເປັນຕົ້ນ ໝົດຄວາມ ທ້າທາຍ ຕໍ່ວຽກ ແຮງງານ, ຫັນໄປເຮັດ ວຽກອື່ນ ແທນ ເພາະຄິດວ່າ ໄດ້ຣາຍຮັບ ດີກວ່າ ຍິ່ງໄປ ກວ່ານັ້ນ ຫລາຍຄົນ ນາຍຈ້າງ ກໍບໍ່ຕ້ອງ ການ ຍ້ອນວ່າ ຂາດວຽກ ເປັນປະຈຳ ແລະ ຂາດຄວາມ ດຸໝັ່ນ. ທ່ານ ກ່າວຕື່ມ ອີກວ່າ ເມື່ອເຖີງ ເວລາ ທີ່ມີການ ຮວມຕົວ ກັນ ເປັນ ປະຊາຄົມ ເສຖກິດ ອາຊຽນ ການຫລັ່ງໄຫລ ຂອງ ແຮງງານ ຕ່າງຊາດ ເຂົ້າມາ ປະເທດລາວ ກໍຈະ ສະດວກ ຂຶ້ນ, ເຖີງວ່າ ສປປລາວ ຈະມີ ກົດໝາຍ ຄວບຄຸມ ການນຳເຂົ້າ ແຮງງານ ຕ່າງຊາດ ບໍ່ໃຫ້ ເກີນ 10 ສ່ວນຮ້ອຍ ຂອງ ແຮງງານ ທັງໝົດ,
ແຕ່ເມື່ອເຖີງ ເວລານັ້ນ ນັກລົງທຶນ ກໍຈະ ສະເໜີຕໍ່ ຣັຖບານ ລາວ ເພື່ອຂໍນຳເຂົ້າ ແຮງງານ ຕ່າງຊາດ ຫລາຍກວ່າ 10 ສ່ວນຮ້ອຍ ເພາະ ເຂົາເຈົ້າ ຈະອ້າງວ່າ ແຮງງານ ບໍ່ພຽງພໍ ດັ່ງທີ່ເຄີຍ ເກີດຂຶ້ນ ໃນຫລາຍ ໂຄງການ.