ຊາວໜຸ່ມລາວນັກສຶກສາ ກັງວົນ ນໍາວຽກງານ

ສຸພັດຕາ
2021.05.07
ຊາວໜຸ່ມລາວນັກສຶກສາ ກັງວົນ ນໍາວຽກງານ ຊາວລາວພາກັນ ອອກຕຶກເບັດ ຫາປາ ພໍກຸ້ມຄາບເຂົ້າ ຍ້ອນຂາດຣາຍໄດ້ ໃນໄລຍະ ປິດບ້ານ-ປິດເມືອງ ຕ້ານໂຄວິດ-19
RFA

ຊາວລາວທີ່ຫວ່າງງານ ແລະ ຊາວໜຸ່ມນັກສຶກສາໃນລາວ ກັງວົນວ່າ ຈະຊອກວຽກເຮັດຍາກຂຶ້ນ ຫຼັງຈາກການຣະບາດຂອງເຊື້ອ ໂຄວິດ-19. ຕໍ່ກັບເຣື່ອງດັ່ງກ່າວນີ້ ຊາວລາວຈາກ ຕ່າງແຂວງ ທີ່ເຂົ້າມາເຮັດວຽກ ຢູ່ນະຄອນຫຼວງວຽງຈັນ ຜູ້ນຶ່ງເວົ້າວ່າ ໄລຍະ ທີ່ຜ່ານມາ ການໄປຊອກວຽກເຮັດ ນັ້ນຍາກຫຼາຍ ຍ້ອນທາງການ ສັ່ງປິດບ້ານປິດເມືອງ ເພື່ອປ້ອງກັນ ການແຜ່ຣະບາດ ຂອງ ເຊື້ອໂຄວິດ-19 ຈຶ່ງກັງວົນວ່າ ໃນອະນາຄົດ ຫາກໂຄວິດ-19 ຍັງບໍ່ເຊົາຣະບາດ ກໍຍິ່ງຈະຊອກວຽກເຮັດຍາກຂຶ້ນ, ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 6 ພຶສພາ ນີ້ວ່າ:

“ມັນກະຍາກແດ່ ເພາະວ່າອອກໄປໃສມາໃສ ກະບໍ່ໄດ້ ກະກັງວົນຫຼາຍແນວ ຫຼາຍປັນຫາ ເຮົາເປັນຄົນຕ່າງແຂວງ ເຂົ້າມາຢູ່ໃນນະ ຄອນຫຼວງນີ້ ນຶ່ງມາ ບັນຫາຫຼັກໆມັນກະຄື ເຮືອນເຊົ່າເຂົ້າຊື້ ຖືວ່າມັນ ຂາດເຂີນຫັ້ນແຫຼະ ກະຍາກໃຫ້ມີວຽກເຮັດງານທໍາ ສ່ວນຫຼາຍ ກະເຮົາສົ່ງຟອມນັ້ນນີ້ໄປ ກໍມີແຕ່ເອີ່ ບອກວ່າ ຮອດມື້ນັດສັມພາດອິຫຍັງ ຈະຕິດຕໍ່ຫາເດີ້ ກະຍັງບໍ່ທັນມີ.”

ຊາວລາວ ຢູ່ເມືອງວັງວຽງ ແຂວງວຽງຈັນ ກໍເວົ້າວ່າ ໄລຍະທີ່ຜ່ານມາ 7 ເດືອນ ທີ່ຕົນເອງໄດ້ສມັກວຽກຕາມໂຮງແຮມ ແລະບໍຣິສັດ ຫຼາຍບ່ອນ ກໍບໍ່ມີໃຜເອີ້ນໄປສັມພາດ ແລະຕົນ ກໍກັງວົນໃຈຫຼາຍ ເພາະມີຣາຍຈ່າຍຫຼາຍແນວ ທີ່ຕ້ອງຮັບຜິດຊອບ ບໍ່ວ່າຈະເປັນຄ່າ ເຊົ່າຫ້ອງ ແລະ ຄ່າອາຫານການກິນ ໃນແຕ່ລະມື້ນໍາ:

“ຍາກໆ ເພາະວ່າຮ້ານຄ້າ ຫຼືວ່າມິຫຍັງ ມັນກໍປິດໝົດເດ້ ຊິໄປຊອກວຽກຢູ່ໃສ ກະບໍ່ໄດ້ດອກ ກໍຮູ້ສຶກກັງວົນໃຈ ຖ້າຢູ່ໃນວຽກມັນກະ ກັງວົນວ່າ ອ້າວ ຄ່າຢູ່ຄ່າກິນ ຕື່ນມາມັນຕ້ອງໄດ້ ຈ່າຍເງິນເດ້ ເງິນກະບໍ່ມີ.”

ນັກສຶກສາ ຄະນະວິທຍາສາດສັງຄົມ ພາກວິຊາປວັດສາດ ແລະ ການຄຸ້ມຄອງມໍຣະດົກ ມະຫາວິທຍາລັຍແຫ່ງຊາດລາວຜູ້ນຶ່ງ ເວົ້າວ່າຈົນຮອດທ້າຍປີນີ້ ການຊອກວຽກເຮັດຈະ ຍາກຂຶ້ນ ເນື່ອງຈາກປັດຈຸບັນ ປະເທດລາວ ຍັງເກີດການແຜ່ຣະບາດຂອງ ເຊື້ອໂຄວິດ-19 ເພີ້ມຂຶ້ນ ແລະຕ້ອງໃຊ້ເວລາ ຟື້ນຟູເສຖກິຈ ໃຫ້ກັບມາເປັນປົກກະຕິ ອີກທັງພາກວິຊາ ທີ່ຕົນຮຽນຈົບມານັ້ນ ຍັງບໍ່ເປັນທີ່ຕ້ອງການຂອງຕລາດ.

ຜ່ານມາ ໂຕເອງ ແລະ ໝູ່ຄູ່ຫຼາຍຄົນ ກໍໄດ້ໄປຊອກວຽກເຮັດ ຈໍານວນນຶ່ງ ກໍໄດ້ເຮັດແຕ່ບໍ່ຖືກກັບສາຍທີ່ຮຽນຈົບມາ ເປັນຕົ້ນ ເຮັດວຽກ ເປັນພະນັກງານເສີບ, ກັມມະກອນກໍ່ສ້າງ ແລະ ຈໍານວນນຶ່ງ ກໍກັບໄປເຮັດໄຮ່ ເຮັດສວນນໍາພໍ່ແມ່, ອີກຈໍານວນນຶ່ງ ແມ່ນຫວ່າງງານ ໂຕເອງກໍເຊັ່ນກັນ ປັດຈຸບັນນີ້ ກໍຍັງຫວ່າງງານຢູ່ ໄປສມັກວຽກຢູ່ບ່ອນໃດ ກໍບໍ່ມີໃຜຮັບ, ແມ້ແຕ່ ອາຊີບເສີມ ທີ່ເຄີຍເຮັດເປັນ ພີອາ ໃນຮ້ານອາຫານ ຢູ່ເດີນເຕະບານ ກໍຕ້ອງຢຸດກິຈການຊົ່ວຄາວ ເພື່ອປ້ອງກັນການຣະບາດ ຂອງເຊື້ອ ໂຄວິດ-19:

“ສະເພາະສາຂານ້ອງ ຊອກວຽກຍາກໜ້ອຍນຶ່ງ ເພາະວ່າ ຮຽນກ່ຽວກັບເຣື່ອງບູຮານນະຄະດີ ກັງວົນຢູ່ ເພາະວ່າຊ່ວງນີ້ຫັ້ນເນາະ ໂຄວິດ-19 ກໍຍັງຣະບາດຢູ່ ເພາະວ່າຊິໄປໃສ ກໍໄປບໍ່ໄດ້ ເຮັດວຽກຫຍັງກໍເຮັດບໍ່ໄດ້ ກະເຮັດວຽກເສີມໄປນໍາຫັ້ນນາ ແບບຊ່ວງນີ້ ເຂົາເຈົ້າພັກ ກະເລີຍບໍ່ມີຫຍັງເຮັດ.”

ນັກສຶກສາ ທີ່ຈົບຈາກຄະນະແພດ ຫຼັກສູດແພດທົ່ວໄປຊັ້ນສູງ ມະຫາວິທຍາລັຍ ສວັນນະເຂດ ກໍເວົ້າວ່າ ປັດຈຸບັນນີ້ ໂຕເອງຍັງ ຫວ່າງງານຢູ່, ທີ່ຜ່ານມາການໄປສມັກຕໍາແໜ່ງ ທ່ານໝໍ ຢູ່ໂຮງໝໍຕ່າງໆນັ້ນຍາກຫຼາຍ ເນື່ອງຈາກໂຮງໝໍ ຍັງບໍ່ມີນະໂຍບາຍຮັບ ພະນັກງານເພີ້ມ ແລະປັດຈຸບັນ ໂຕເອງກໍເຮັດອາຊີບເສີມ ບໍ່ໄດ້ຮັບຄ່າຈ້າງ ຄືເປັນຄົນຈັດຢາ ໃຫ້ຜູ້ປ່ວຍ ຢູ່ຄລີນິກຂອງນ້າສາວ ເພື່ອເກັບປະສົບການ ລໍຖ້າໂຮງໝໍ ທີ່ຕົນຍື່ນເອກກະສານ ໄປນັ້ນ ຮ້ອງໄປສັມພາດຢູ່:

“ອັນ ຍັງຖ້າເຂົ້າວຽກຢູ່ ຍື່ນໃບສມັກຫັ້ນບໍ ໄປຍື່ນແລ້ວເພິ່ນບອກວ່າ ຊ່ວງເສຖກິຈໂຄວິດນີ່ ຍັງບໍ່ທັນໄດ້ຮັບຄົນຫັ້ນນ່າອັນນີ້ນ້ອງ ໄປເຮັດຢູ່ທ່າແຂກ.”

ຜູ້ປະກອບການໂຮງແຮມ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ຈົນຮອດທ້າຍນີ້ ທາງໂຮງແຮມ ກໍຍັງບໍ່ມີແຜນທີ່ຈະຮັບພະນັກ ງານເພີ້ມ ຫາກສະຖານະການໂຄວິດ-19 ດີຂຶ້ນ ກໍຈະຮ້ອງເອົາພະນັກງານ ເກົ່າທີ່ສັ່ງໃຫ້ຢຸດວຽກ ໃນໄລຍະໂຄວິດ-19 ຣະບາດນັ້ນ ກັບມາເຮັດວຽກຄືນ, ດັ່ງທ່ານກ່າວວ່າ:

“ບໍ່ ຍັງບໍ່ທັນໄດ້ຮັບ (ຄົນເພີ່ມ) ເທື່ອ ເພາະວ່າຍັງບໍ່ມີແຜນເທື່ອ ເພາະວ່າເພິ່ນຍັງ ກະຊໍ່າວ່າປິດແຫຼະ ມັນບໍ່ໄດ້ມີແຂກ ພະນັກງານ ເກົ່າ ກໍໄດ້ໃຫ້ເຂົາເຈົ້າຢຸດ ຄັນແມ່ນອັນນັ້ນ (ສະຖານະການ ໂຄວິດ-19 ດີຂຶ້ນ) ກໍຕ້ອງໄດ້ໃຫ້ນ້ອງເຂົາກັບມາ.”

ຜູ້ປະກອບການ ຮ້ານຕັດແກ້ວ-ອາລູມິນ້ຽມ ຢູ່ນະຄອນຫຼວງວຽງຈັນ ກໍເວົ້າວ່າ ຈົນຮອດທ້າຍປີນີ້ ກໍຍັງບໍ່ມີແຜນຮັບ ພະນັກງານເພີ່ມ ເນື່ອງຈາກພະນັກງານ ພາຍໃນຮ້ານເຕັມແລ້ວ ແລະຍັງມີພັກນັກງານ ຈໍານວນນຶ່ງ ທີ່ທາງຮ້ານສັ່ງໃຫ້ ເຂົາເຈົ້າຢຸດວຽກກ່ອນ ເນື່ອງຈາກທາງຮ້ານ ບໍ່ມີເງິນຈ້າງ ຍ້ອນໄດ້ຮັບຜົລກະທົບ ຈາກໂຄວິດ-19:

“ຊ້ວງນີ້ ມັນເປັນໂຄວິດ ອ້າຍບໍ່ທັນໄດ້ຮັບຄົນງານເດີ້ ເອີ່ມັນເຕັມແລ້ວນ້ອງ ຮັບບໍ່ໄດ້ແລ້ວ ບໍ່ມີແຜນນະນ້ອງ ບໍ່ມີເພາະວ່າ ຄົນງານ ເຮົາກໍເຕັມເດ້ ຊ່ວງນີ້ ກໍເປັນໂຄວິດ-19 ເຮົາກໍບໍ່ໄດ້ຮັບຄົນ ໃຫ້ເຂົ້າພັກຜ່ອນກ່ອນນ່າ ຄືຊິບໍ່ໄດ້ຮັບດອກຊ້ວງນີ້ ຄືຊິບໍ່ໄດ້ຮັບຄົນ ງານດອກ.”

ອີງຕາມການຣາຍງານ ຂອງສໍານັກຂ່າວ ວຽງຈັນທາມສ໌ ພາກພາສາອັງກິດ ໃນວັນທີ 6 ພຶສພາ 2021 ນີ້, ຍານາງ ຄໍາໃບ ຂັດຕິຍະ ຣັຖມົນຕຣີກະຊວງແຮງງານ ແລະ ສວັດດດີການ ສັງຄົມ ໄດ້ກ່າວປະກອບຄໍາເຫັນ ເນື່ອງໃນໂອກາດ ວັນກັມມະກອນ ສາກົລ ຄົບຮອບ 135 ປີ ກ່ຽວກັບຄົນລາວ ຫວ່າງງານ ເນື່ອງຈາກ ຜົລກະທົບ ຂອງໂຄວິດ-19 ມີປະມານ 63 ພັນຄົນ ໃນນັ້ນ ທີ່ຫວ່າງງານ ສ່ວນໃຫຍ່ ເປັນກຸ່ມຄົນງານລາວ ທີ່ເດີນທາງມາຈາກ ປະເທດເພື່ອນບ້ານ ກັບມາລາວພາຍຫຼັງທຸຣະກິຈ ໃນປະເທດ ເພື່ອນບ້ານ ນັ້ນ ປິດກິຈການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.