ຊາວເມືອງຫົງສາຈະຢູ່ ສະບາຍພາຍໃນ 3 ປີ

ໂຄງການ ໄຟຟ້າ ຫົງສາ ລິກໄນຕ໌ ໃຫ້ສັນຍາວ່າ ຈະຊ່ວຍຊາວບ້ານ ໃຫ້ພົ້ນຈາກ ຄວາມທຸກຍາກ ພາຍໃນ 3 ປີ.
ສົມເນ
2013.01.22
F-hongsa-lignite ໂຮງງານ ໄຟຟ້າ ຫົງສາ ລິກໄນຕ໌ ແຂວງ ໄຊຍະບຸຣີ ທີ່ກໍາລັງ ກໍ່ສ້າງ
RFA/Mekdara

ບໍຣິສັດລົງທຶນ ໂຄງການ ໄຟຟ້າ ພະລັງຖ່ານຫີນ ລິກໄນຕ໌ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ໃຫ້ສັນຍາ ກັບປະຊາຊົນ 450 ຄອບຄົວ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ແລະ ຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນ ວ່າ ທາງຝ່າຍຮັບຜິດຊອບ ໂຄງການ ຈະພຍາຍາມ ຫາວິທີຫລຸດຜ່ອນ ຄວາມທຸກຍາກ ຫຼືພົ້ນຈາກ ຣະດັບ ຄວາມທຸກຍາກ ໃຫ້ໄດ້ພາຍໃນ 3 ປີ. ຕາມຄໍາເວົ້າຂອງ ທ່ານ ຄໍາສິງ ສໍລະສຸກ ເຈົ້າເມືອງໆ ຫົງສາ:

"ການສ້າງ ໂຮງງານໄຟຟ້າ ນີ້ ໄດ້ໂຍກຍ້າຍ ປະຊາຊົນ 450 ຄອບຄົວ ແຕ່ກໍຈະໄດ້ ຟື້ນຟູອາຊີພ ໃຫ້ຂະເຈົ້ານີ້ ໃຫ້ມີວຽກເຮັດ ງານທໍາ ອາຊີພ ທີ່ໝັ້ນທ່ຽງ ໃຫ້ມັນກຸ້ມ ໂຕເອງໄດ້ ແລະ ກໍບໍ່ໃຫ້ເປັນທີ່ ທຸກຍາກ".

ສິ່ງທີ່ທາງ ໂຄງການສັນຍາ ຈະຊ່ວຍປະຊາຊົນ ນັ້ນ ກໍມີຄື ຈັດສັນພື້ນທີ່ ປູກຝັງ ໃຫ້ຄອບຄົວລະ 2 ເຮັກຕາ ສົ່ງເສີມ ວຽກງານ ຈັກສານ ປູກເຫັດ ສ້ອມແປງຣົດ ຜລິດສະບູລ້າງຖ້ວຍ ໃຫ້ຊາວບ້ານ ໄດ້ເຮັດວຽກ ນໍາໂຄງການ ຄອບຄົວລະ ນຶ່ງແຮງງານ ແລະ ຈະສົ່ງເສີມ ແນວພັນ ຕົ້ນຢາງພາຣາ ເພື່ອປະຊາຊົນ ປູກເປັນສ່ວນ ຂອງຕົນເອງ.

ນອກນັ້ນ ທາງໂຄງການ ຍັງຈະສ້າງສູນ ກະສິກັມ ສໍາລັບປູກພືດ ຢູ່ໃນພື້ນທີ່ ໂນນສູງ ຈັດສັນທີ່ດິນ 30 ha  ສໍາລັບເຮັດເປັນແຫ່ລງ ທ່ອງທ່ຽວ ນິເວດ ແລະວາງແຜນ ຈັດສັນພື້ນທີ່  500 ha ສໍາລັບລ້ຽງສັດ. ກ່ຽວກັບ ໂຄງການນີ້ ຫຼາຍຄົນ ກໍສົງສັຍຢູ່ ຖ້າຫາກວ່າ ມອບໃຫ້ທາງຣັດ ເປັນຜູ້ເຮັດເອງ ເວັ້ນເສັຽຈາກວ່າ ທາງ ບໍຣິສັດ ຈະລົງມື ປະຕິບັດເອງ ຈຶ່ງຈະພໍເຫັນ ຜົນສໍາເຣັດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.