ບັນຫາຄົນຫວ່າງງານເພີ້ມທະວີ
2013.10.15

ປະຈຸບັນຊາວໜຸ່ມນັກສຶກສາລາວ ທັງທີ່ຮຽນຈົບໃໝ່ໆ ຫຼືຈົບມາໄດ້ລະຍະໜຶ່ງແລ້ວເປັນຈໍານວນຫຼວງຫຼາຽ ຕ້ອງພົບກັບການຫວ່າງງານ ໃນທົ່ວ ປະເທດ ຍ້ອນວ່າບໍ່ມີວຽກຮອງຮັບແລະມີການແຂ່ງຂັນສູງ. ນອກຈາກນັ້ນນາຍຈ້າງ ໃນບໍລິສັດຕ່າງໆທັງພາກລັດແລະເອກກະຊົນ ສ່ວນໃຫຍ່ ກໍ່ມັກຈ້າງແຕ່ຜູ້ທີ່ມີຄວາມຮູ້ຄວາມສາມາດ ໃນລະດັບດີ ແລະມີປະສົພການ ຫຼາຽກ່ວາທີ່ຈະຈ້າງນັກສຶກສາ ທີ່ຫາກໍ່ຮຽນຈົບ ທີ່ຂາດປະສົພການ ໃນໜ້າວຽກ. ດັ່ງນັກສຶກສາ ມະຫາວິທຍາໄລແຫ່ງຊາດລາວ ທີ່ດົງໂດກຄນະເສຖສາດ ແລະບໍຣິຫານທຸຣະກິດ ທີ່ມາຈາກແຂວງສວັນນະເຂດ ຊຶ່ງຫາກໍ່ຮຽນຈົບໃໝ່ເວົ້າວ່າ:
"ຕັ້ງແຕ່ຈົບມາຫັ້ນ ເຮົາກໍ່ໄປສະໝັກ ຢູ່ຫຼາຽບ່ອນແຫຼະ ເວລາໄປສະໝັກເຂົາກະຮັບຢູ່ ຮັບຟອມເຮົາຫັ້ນນ່ະ. ເຂົາຮັບແລ້ວເຂົາກະບອກວ່າແລ້ວ ເຂົາກະຊິຕິດຕໍ່ກັບມາ ບາງທີຄັນເຂົາບໍ່ ຕິດຕໍ່ກັບມາ ເຮົາກະຖາມເນາະວ່າ ມີເປີເຊັນເປັນໄປໄດ້ບໍ່ ທີ່ວ່າຈະໄດ້ເຂົ້າເຮັດວຽກຫັ້ນນ່ະ ເຂົາກະມີ ແຕ່ວ່າຕ້ອງການ ຄົນທີ່ມີປະສົພການ ແຕ່ວ່າເຮົາຫາກະຊິຈົບໃໝ່ໆຫັ້ນເຮົາບໍ່ມີປະສົພການ ຖ້າວ່າບໍ່ໃຫ້ໂອກາດເຮົາ ລະເຮົາຊິໄປເອົາ ປະສົພ ການມາແຕ່ໃສ?".
ບັນຫາເຣື້ອງຄົນຫວ່າງງານທະວີຄູນຂຶ້ນເລື້ອຽໆ ໃນບັນດາຊາວໜຸ່ມນັກສຶກສາທີ່ຮຽນຈົບໃໝ່ຢູ່ລາວ ຍ້ອນມີນັກສຶກສາຮຽນຈົບມະຫາວິທຍາໄລ ຫຼື ວິທຍາໄລແຫ່ງຕ່າງໆ ເປັນຈໍານວນຫຼວງຫຼາຽ ໃນແຕ່ລະປີ ແຕ່ຍັງຂາດປະສົພການ ໃນຂແນງວິຊາ ທີ່ຕລາດຕ້ອງການ. ໃນຂນະດຽວກັນ ຣັຖບານກໍບໍ່ມີນະໂຍບາຽທີ່ແນ່ນອນໃນການພັທນາເສຖກິດ ທີ່ສົ່ງເສີມການສ້າງວຽກເຮັດງານທໍາ ໃຫ້ຄົນພາຽໃນປະເທດມີແຕ່ເນັ້ນສ້າງໃຫ້ຕົວ ເລກຂອງ GDP ຂຍາຍຕົວຫລາຍກວ່າ.
ຈຶ່ງເຮັດໃຫ້ບໍ່ມີວຽກງານພຽງພໍ ເພື່ອມາຮອງຮັບການຂະຫຍາຽຕົວ ຂອງຈໍານວນນັກຮຽນນັກສຶກສາທີ່ຮຽນຈົບໃໝ່ຂນະທີ່ຫຼາຍຫົວໜ່ວຍທຸຣະກິດ ຂອງນັກລົງທຶນພາຍໃນແລະຕ່າງປະເທດມີຄວາມຂັດຂ້ອງວ່າມາລົງທຶນແລ້ວ ພັດຊອກຫາຄົນງານມາເຮັດວຽກ ບໍ່ໄດ້ຕາມຄວາມຕ້ອງການ.