ການພັທນາທີ່ສນອງ ປະຊາຊົນ

ພາກກາງ ຂອງ ລາວ ແຂວງ ສວັນນະເຂດ
ພາກກາງ ຂອງ ລາວ ແຂວງ ສວັນນະເຂດ (Art photo Asia)

0:00 / 0:00

ປະຊາຊົນ ແຂວງ ສວັນນະເຂດ ມີຄວາມຍິນດີ ຕໍ່ການພັທນາ ທີ່ຈະມີຂຶ້ນ ພາຍໃນແຂວງ ເພາະພວກຕົນ ຈະມີວຽກເຮັດ ຈະບໍ່ໄດ້ ໄປເຮັດວຽກ ຢູ່ ປະເທດໄທ ອີກຕໍ່ໄປ. 

ຊາວເມືອງ ໄກສອນ ພົມວິຫານ ແຂວງ ສວັນນະເຂດ ທ່ານນຶ່ງ ເວົ້າວ່າ ເຂົາເຫັນດີ ຕໍ່ການພັທນາ ໃນຕົວເມືອງ ໃນປັດຈຸບັນ ຫລັງຈາກ ທີ່ມີຄົນ ຕ່າງຊາດ ເຂົ້າມາລົງທຶນ ຕັ້ງໂຮງງານ ເປັນຈຳນວນ ຫລວງຫລາຍ ຈະສ້າງ ວຽກເຮັດ ງານທຳ ໃຫ້ຄົນ ທ້ອງຖິ່ນ ຈະບໍ່ຕ້ອງ ໄດ້ໄປຊອກຫາ ວຽກຢູ່ໄທ ອີກຕໍ່ໄປ. ດັ່ງທ່ານ ເວົ້າວ່າ:

"ປະມານ 25-26 ປະເທດ ແຫລະ ມາລົງທຶນ ເຮັດ ທຸຣະກິດ ມັນກໍດີ ຫັ້ນແຫລະ ເພາະວ່າ ມີຊາວ ຕ່າງຊາດ ມາລົງທຶນ ປະຊາຊົນ ຄົນລາວ ຊາວຫນຸ່ມ ກໍຈະມີ ວຽກງານທຳ ແລະ ກໍຫລຸດຜ່ອນ ການຊອກຫາງານ ຢູ່ຕ່າງປະເທດ ໄປປະເທດໄທ ຄົນລາວ ດຽວນີ້ ກໍເປັນຈຳນວນ ຫລວງຫລາຍ ມີໂຮງຈັກ ໂຮງງານ ໃນລາວ ກໍຈະsລຸດຜ່ອນ ການໄປ ທຳງານ ຢູ່ໄທ".

ທ່ານເວົ້າ ຕໍ່ໄປວ່າ ທີ່ຜ່ານມາ ຄົນລາວ ຈາກ ເມືອງໄກສອນ ພົມວິຫານ ອອກໄປ ເຮັດວຽກຢູ່ ປະເທດໄທ ເປັນຈຳນວນ ຫລວງຫລາຍ ໄດ້ຄ່າຈ້າງ ພຽງແຕ່ 200 ບາດ ຕໍ່ມື້ ເທົ່ານັ້ນ ຊຶ່ງ ເປັນຄ່າຈ້າງ ແຮງງານ ເທົ່າກັບການ ເຮັດວຽກ ໃນແຂວງ ແລະ ຫລາຍຄົນ ໃນເວລານີ້ ກໍບອກວ່າ ເຂົາບໍ່ຢາກໄປ ເຮັດວຽກ ໃນໄທອີກ ລໍຖ້າ ການຈ້າງງານ ໃນແຂວງ ດີກວ່່າ. ທ່ານວ່າ ຖ້າໂຄງການ ຣົຖໄຟ ຄວາມໄວສູງ ຣະຫວ່າງ ລາວກັບວຽດນາມ ທີ່ ຈະສ້າງ ຜ່ານ ເມືອງໄກສອນ ພົມວິຫານ ໄປຫາ ດ່່ານລາວບາວ ຫາກ ສ້້າງເມື່ອໃດ ຄົນລາວ ກໍຈະມີ ວຽກເຮັດ ງານທຳ ຫລາຍຂຶ້ນ ຊຶ່ງ ປັດຈຸບັນ ນີ້ ກໍມີຄົນ ລາວ ຫລາຍຄົນ ຖືກຈ້າງ ເຮັດວຽກ ໃນການກໍ່ສ້າງ ໂຄງການ ດັ່ງກ່າວ ແລ້ວ.

ບັນຫາ ທີ່ພົບເຫັນ ໃນເວລານີ້ ກໍແມ່ນວ່າ ມີແຮງງານ ຈີນ ແລະ ວຽດນາມ ເຂົ້າມາ ຍາດວຽກ ຄົນລາວ ໃນໂຄງການ ດັ່ງກ່າວ ເພາະຂະເຈົ້າ ມີຝີມື ດີກວ່າ.