ລາວຂາດແຮງງານ ທີ່ເປັນຄົນລາວ


2013.04.25
F-workers ຊາວລາວໃນລາວ
RFA

 

ສປປ ລາວ ກຳລັງ ຂາດເຂີນ ຄົນງານ ແລະ ແຮງຈະຂາດເຂີນ ໄປອີກຫລາຍ ໃນວັນ ຂ້າງໜ້າ.

ໂຮງຮຽນ ວິຊາຊີພ ຍັງບໍ່ສາມາດ ຜລິດຄົນງານ ທີ່ມີ ຄວາມສາມາດ ອອກມາທັນ ກັບ ຄວາມຕ້ອງການໄດ້. ຕົວຢ່າງ ສູນພັທນາ ສີມືແຮງງານ ດົງບັງ ທີ່ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ຜລິດຄົນງານ ໄດ້ພຽງແຕ່ 300 ຄົນ ຕໍ່ປີ ເທົ່ານັ້ນ. ເມື່ອບໍ່ດົນ ມານີ້ ທາງ ການລາວ ແຈ້ງວ່າ ລາວ ຈະຕ້ອງການ ຄົນງານ ເຖິງເຄິ່ງລ້ານ ຄົນ ພາຍໃນ 2-3 ປີ ຂ້າງໜ້າ. ເຈົ້າໜ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ທີ່ບໍ່ປະສົງ ອອກຊື່ ເວົ້າວ່າ:

“ກໍມີແຕ່ວ່າ ຂນາດນ້ອຍ ບໍ່ໃຫຍ່ ກໍບໍ່ສາມາດ ຮັບໄດ້ຫລາຍ ສູນສ້າງ ຝີມີແຮງງານ ໃນວິຊາ ອາຊີບ ຈຳນວນນຶ່ງ ແຕ່ກໍບໍ່ ສາມາດ ຮັບໄດ້ຫລາຍ ເພາະວ່າ ເນື່ອງຈາກວ່າ ງົບປະມານ ທີ່ ຈະມາສນອງ ກໍບໍ່ພຽງພໍ ດຽວນີ້ກໍ ກຳລັງເລີ້ມ ພັທນາ ນັກຮຽນເຂົ້າ ແຕ່ລະຄັ້ງກໍ 200-300 ຄົນ ປະມານນັ້ນ ສູງສຸດ.”

ເຈົ້າໜ້າທີ່ ທາງການລາວ ອີກ ທ່ານນຶ່ງເວົ້າວ່າ ນັກລົງທຶນ ລາວ ແລະ ຈີນ ຈະໃຫ້ການ ຊ່ວຍເຫລືອ ເພື່ອຂຍາຍ ສູນຝຶກອົບຮົມ ສີມືແຮງງານ ຢູ່ ນະຄອນຫລວງ ວຽງຈັນ ເພື່ອໃຫ້ ສາມາດ ຜລິດຄົນງານ ໃຫ້ໄດ້ 6,000 ຄົນຕໍ່ປີ ແຕ່ເຖິງຢ່າງໃດ ກໍຕາມ ແຜນການ ຊ່ວຍເຫລືອ ດັ່ງກ່າວ ກໍຍັງບໍ່ທັນ ເຊັນສັນຍາ ກັນເທື່ອ ຍັງບໍ່ຮູ້ຢ່າງ ຄັກແນ່ວ່າ ຈະມີການ ຊ່ວຍເຫລືອ ແທ້ຫລືບໍ່.

ໃນຣະຍະ ສອງສາມປີ ຜ່ານມາ ເສຖກິດ ຂອງລາວ ຂຍາຍຕົວເຖິງ 8 ສ່ວນຮ້ອຍ ຕ່າງປະເທດ ເຂົ້າມາ ລົງທຶນ ຫລາຍ ເປັນຕົ້ນ ລົງທຶນປູກ ຢາງພາລາ ສ້າງເຂື່ອນ ໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່ ແຕ່ ປັດຈຸບັນ ບໍຣິສັດ ຕ່າງປະເທດ ເຫລົ່ານີ້ ກໍຫາ ຄົນງານລາວ ຍາກຫຼາຍ ຈຳເປັນຕ້ອງ ນຳເອົາຄົນງານ ຈາກ ຕ່າງປະເທດ ເຂົ້າມາ, ຊຶ່ງສ່ວນຫລາຍ ກໍແມ່ນ ຄົນງານ ວຽດນາມ ແລະ ຈີນ.

ຄົນລາວ ຫວ່າງງານ ກໍມີຫລາຍຢູ່ ແຕ່ບໍ່ມີ ຄວາມຮູ້ ຄວາມສາມາດ ແລະ ຄວາມຊຳນິ ຊຳນານ ໃນໜ້າວຽກຕ່າງໆ ແລະ ຄົນງານລາວ ສ່ວນຫລາຍ ມັກອອກໄປ ເຮັດວຽກຢູ່ ໄທ ຫລາຍກວ່າ ຈະເຮັດວຽກ ຢູ່ ໃນປະເທດ ຂອງຕົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.