ໂຮງຮຽນຢູ່ເຂດຫ່າງໄກ ເປ່ເພ
2020.11.30

ນັກຮຽນ ເຂດຫ່າງໄກສອກຫຼີກ ຢູ່ ໂຮງຮຽນປະຖົມ ບ້ານໂນນອຸດົມ ເມືອງບາຈຽງ ແຂວງຈໍາປາສັກ 100 ປາຍຄົນ ຕ້ອງການໂຮງຮຽນຫຼັງໃໝ່ ທີ່ໄດ້ມາຕຖານ ຍ້ອນປັດຈຸບັນ ໂຮງຮຽນຫຼັງເກົ່າ ຊຶ່ງສ້າງມາແຕ່ປີ 1998 ນັ້ນ ຊຸດໂຊມ ແລະ ເປ່ເພ ຫຼາຍແລ້ວ, ດັ່ງຊາວບ້ານ ຢູ່ບ້ານໂນນອຸດົມ ເມືອງບາຈຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນ ວັນທີ 30 ພຶສຈິກາ ນີ້ວ່າ:
“ຄັນວ່າຊ່ວຍໄດ້ ກະຢາກໃຫ້ຊ່ວຍເຣື່ອງໂຮງຮຽນ ຫັ່ນແຫຼະ ຢາກໃຫ້ເຮັດໃໝ່ພຸ້ນ ແຫຼະເນາະ ເພາະວ່າມັນ ຊຸມໂຊມແຮງ ໂຮງຮຽນມັນເປັນຫຼັງໄມ້ ແລ້ວມີສັງກະສີ ໄມ້ມັນກໍຜຸອອກ ໝົດແລ້ວ ບາດຍາມຝົນມາ ມັນກໍຮົ່ວ ບາດນີ້ ຄັນຍາມລົມພະຍຸເຂົ້າ ຊ່ວງແລ້ວນີ້ ປີກາຍ ກໍສ້ອມແປງ ຢູ່ດອກ ມັນກໍພໍຊໍາຊາຫັ່ນແຫຼະ.”
ຊາວບ້ານອີກຄົນນຶ່ງ ເວົ້າວ່າ ນອກຈາກສັງກະສີຮົ່ວ ແລະໄມ້ແອ້ມຝາຫ້ອງຮຽນເກົ່າ ຊຸດໂຊມ ແລ້ວນັ້ນ ຝາຂັ້ນຫ້ອງຮຽນ ທີ່ໃຊ້ແຜ່ນລຽບມາກັ້ນຣະຫວ່າງຊັ້ນຮຽນ ກໍແຕກຫັກນໍາອີກ ເຮັດໃຫ້ການຮຽນ ຂອງເດັກນ້ອຍນັກຮຽນ ບໍ່ໄດ້ປະສິດຕິພາບ ຍ້ອນມີສຽງລົບກວນຂ້າມຊັ້ນຮຽນ:
“ເອົາແຜ່ນລຽບມາກັ້ນຫ້ອງແລ້ວມັນບໍ່ຢູ່ ເດັກນ້ອຍມັນກໍໄປທຸບ ໄປອັນນັ້ນນະ ຊັ້ນປໍ 1 ຫາ ປໍ 5 ມັນ ດັງຮອດ ປໍ 5 ມັນ ກໍສັບສົນຢູ່ ເອີ່ຢາກໃຫ້ ໄດ້ມາຕຖານຫັ້ນແລ້ວ ຄັນວ່າ ພາກຣັຖ ເພິ່ນ ອັນນັ້ນເນາະ ເຄີຍສເນີຢູ່ດອກ ທາງອັນນັ້ນ (ອໍານາດການປົກຄອງບ້ານ) ບາດນີ້ ເພິ່ນກໍບໍ່ໄດ້ວ່າຈັ່ງໃດ.”
ໃນຂນະດຽວກັນ ນາຍຄຣູ ຢູ່ໂຮງຮຽນປະຖົມ ບ້ານໂນນອຸດົມ ເມືອງບາຈຽງ ກໍເວົ້າຄືກັນວ່າ ແມ່ນແທ້ ໂຮງຮຽນປະຖົມ ບ້ານໂນນອຸດົມ ເກົ່າ ແລະ ຊຸດໂຊມ ອີກທັງທີ່ຜ່ານມາ ກໍມີແຕ່ ສ້ອມແປງ ຕໍ່ເຕີມເລັກໆໜ້ອຍໆຊື່ໆ, ດັ່ງທີ່ທ່ານກ່າວວ່າ:
“ເທິງເພ ຊຸດໂຊມຫັ່ນແຫຼະ ເພາະວ່າ ປຸກຕັ້ງແຕ່ປີ 98 ມີແຕ່ຕໍ່ເຕີມແບບ ເລັກໆໜ້ອຍໆຊື່ໆ ເປັນສັງກະສີ ລຸ້ນເກົ່າ ເວລາລົມມາ ເປັນຕາຢ້ານຫັ້ນແຫຼະ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ເມືອງບາຈຽງ ກ່າວວ່າ ເປັນເວລາ 2 ປີ ແລ້ວ ທີ່ຫ້ອງການສຶກສາ ແລະ ກິລາເມືອງ ບໍ່ໄດ້ຮັບຊ່ອຍເຫຼືອ ຈາກອົງການ ຕ່າງປະເທດ ຫຼື ທາງການ ເພື່ອມາຊ່ອຍສ້າງໂຮງຮຽນ ຫຼັງໃໝ່, ຈຶ່ງຢາກໃຫ້ໂຮງຮຽນປະຖົມ ບ້ານໂນນອຸດົມ ລໍຖ້າໂຄງການໄປກ່ອນ ເນື່ອງຈາກພາກຣັຖ ກໍບໍ່ມີງົບປະມານ ໃນການ ສນອງກ່ຽວກັບເຣື່ອງນີ້:
“ພວກເຮົາກໍເອົາເຂົ້າແຜນຢູ່ ມັນບໍ່ທັນອອກມາ ມີແຕ່ລໍຖ້ານັ້ນແຫຼະ ເພິ່ນຊິແກ້ຫຼືວ່າຈັ່ງໃດ ເຮົາກໍບໍ່ເຂົ້າໃຈ ແຕ່ວ່າ ແຜນພວກເຮົາ ກໍເຮັດໄປຢູ່ເນາະ ເຮັດເປັນແຟ້ມ ເປັນໂຄງການ ເປັນຣະອຽດຫັ່ນແຫຼະ ເພິ່ນສເນີໃຫ້ເຮັດໄປສົ່ງຈັ່ງຊີ້ ມັນບໍ່ອອກມາ ມັນກໍມີທຶນກໍ່ສ້າງ ໄລ່ຕໍ່າ ກໍປະມານ 300 ປາຍກວ່າລ້ານ ເຮັດ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາພາກສ່ວນທີ່ກ່ຽວຂ້ອງ ໄດ້ສ້າງໂຮງຮຽນ ອະນຸບານໃຫ້ແລ້ວ ໃນປີ 2019, ສ່ວນໂຄງການຕ່າງປະເທດ ແມ່ນອົງການຄວາມຮ່ວມມື ຣະຫວ່າງ ປະເທດ ແຫ່ງ ຍີ່ປຸ່ນ ຫຼື JICA ກໍໄດ້ເຂົ້າມາຊ່ອຍ ສ້າງໂຮງຮຽນ ຢູ່ບ້ານບ້ານແກ້ງເກີ້ຍ, ບ້ານເມິງ ແລະ ບ້ານຫຼົ່ມສັກໃຕ້ ແຕ່ບ້ານໂນນອຸດົມ ຍັງບໍ່ທັນເຂົ້າເງື່ອນໄຂ ທີ່ຈະໄດ້ຮັບທຶນຊ່ອຍເຫຼືອ ຈາກໂຄງການຕ່າງປະເທດເທື່ອ ຈຶ່ງເຮັດໃຫ້ໂຮງຮຽນປະຖົມ ບ້ານໂນນອຸດົມ ບໍ່ທັນໄດ້ຮັບທຶນສ້າງ ໂຮງຮຽນຫຼັງໃໝ່ນັ້ນເທື່ອ.
ເຖິງຢ່າງໃດກໍຕາມ ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາເມືອງ ແລ້ວແມ່ນວ່າ ທຶນຊ່ອຍເຫຼືອ ສ້າງໂຮງຮຽນ ຈາກຣັຖບານ ສ່ວນໃຫຍ່ທົ່ວ ແຂວງ ຈໍາປາສັກ ຈະໄດ້ 3-4 ປີ ຕໍ່ເທື່ອ ຈຶ່ງເຮັດໃຫ້ເປັນການຍາກ ທີ່ ທຶນດັ່ງກ່າວ ຈະເປັນຕົກມາເປັນ ຂອງເມືອງບາຈຽງ ຍ້ອນທົ່ວແຂວງ ຈໍາປາສັກ ກໍມີຕັ້ງ 9 ເມືອງ ແລະ 1 ນະຄອນແລ້ວ.