ຊາວຈໍາປາສັກ ກັງວົນ ອາຫານ ຂາດຕລາດ
2021.01.27
ພາຍຫລັງມີຄົນງານລາວ ທີ່ເດີນທາງມາຈາກປະເທດໄທຍ ທີ່ຕິດໂຄວິດ-19 ຢູ່ ແຂວງຈໍາປາສັກ, ທາງການແຂວງຈໍາປາສັກ ກໍໄດ້ ສັ່ງໃຫ້ປິດດ່ານຕ່າງໆ ແລະ ເຂັ້ມງວດໃນການ ນໍາສິນຄ້າມາຈາກ ປະເທດໄທຍ, ເຮັດໃຫ້ປະຊາຊົນຢູ່ແຂວງນີ້ ຫລາຍຄົນກັງວົນວ່າ ເຄື່ອງອຸປໂພກ-ບໍຣິໂພກ ຈະບໍ່ພຽງພໍ ໃນຂນະທີ່ ອາຫານທະເລ ໄດ້ຂາດຕລາດແລ້ວ ຍ້ອນ ທາງການ ບໍ່ອະນຸຍາດໃຫ້ນໍາເຂົ້າ, ແລະ ຣາຄາສິນຄ້າປະເພດ ຊີ້ນໝູ, ຊີ້ນງົວ, ກໍແພງຂຶ້ນ, ເຈົ້າໜ້າທີ່ກວດກາສິນຄ້າຄັກແນ່ ຕາມມາຕການປ້ອງກັນໂຄວິດ-19, ດັ່ງ ຊາວຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ມົກກະຣາ ນີ້ວ່າ:
“ກໍຕື່ນຕົກໃຈຫັ້ນແຫລ້ວ ມີຊື້ເດ໋, ໃຜກະກົວກະຢ້ານແຫລ້ວ, ບໍ່ໄດ້ໃຫ້ຣົດຂົນສົ່ງເຂົາເຂົ້າມາຫັ້ນນ່າ, ທາງຊ່ອງເມັກ ສ່ວນຫຼາຍສິນຄ້າ ມັນກໍບໍ່ທົ່ວເຖິງ ຫັ້ນແລ້ວ. ປະຊາຊົນຈົ່ມຢູ່ ອາຫານການກິນ ກະຂາດເຂີນ ອາຫານທະເລ ປາທູ ກະຍັງບໍ່ມີ. ຊີ້ນໝູ ໂລນຶ່ງ 50 ພັນ ກະແພງເພາະເຄື່ອງບໍຣິໂພກ ມັນຂາດຕລາດ.”
ທ່ານກ່າວຕື່ມວ່າ ຣາຄາສິນຄ້າທີ່ ຂຶ້ນຫລາຍ ກໍແມ່ນຊີ້ນໝູ, ແຕ່ກ່ອນປະມານ 40 ພັນກີບຕໍ່ກິໂລ, ມາດຽວນີ້ ປະມານ 50 ພັນກີບ. ແລະ ຊີ້ນງົວ ແຕ່ກ່ອນປະມານ 60 ພັນກີບຕໍ່ກິໂລ ມາດຽວນີ້ 70-80 ພັນກີບ. ສໍາລັບຜັກ ແມ່ນຣາຄາບໍ່ແພງ ຍ້ອນຊາວບ້ານ ສ່ວນໃຫຍ່ປູກກິນເອງໄດ້. ແລະວ່າ ເບື້ອງຕົ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍລົງມາກວດກາ ແຕ່ກໍແກ້ໄຂຫຍັງ ບໍ່ໄດ້, ຣາຄາກໍແພງຂຶ້ນ ຄືເກົ່າ:
“ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະລົງຢູ່ດອກ ກວດກະບໍ່ໄດ້ມາຕຖານນະ, ແກ້ບໍ່ໄດ້ແກ້ບໍ່ຕົກ, ເຂົາເຈົ້າຊື້ແພງ ເຂົາກະຂາຍແພງ ເຂົາກໍວ່າໄດ໋.”
ຊາວຈໍາປາສັກ ອີກທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ຣາຄາສິນຄ້າ ເຄຶື່ອງອຸປໂພກບໍຣິໂພກ ແພງຂຶ້ນ ຫຼາຍ, ແຕ່ກໍຈໍາເປັນຕ້ອງໄດ້ຊື້ກິນ ຊື້ໃຊ້:
“ເພີ່ມຫລາຍ ຕົວຢ່າງວ່າ ນໍ້າມັນກຸ໋ກເນາະ 11 ພັນ, ດຽວນີ້ໄຂ່ໜ່ວຍລະພັນ ດຽວນີ້ກະເປັນ 14 ໜ່ວຍ 5 ພັນ ແພງຂຶ້ນ. ຊີ້ນກໍ ຣາຄາ ເພີ່ມຂຶ້ນ ຊີ້ນໝູເນາະ 40 ເປັນ 55 ພັນ 60 ພັນ. ຊີ້ນງົວ 70 ເປັນ 80 ແບບນີ້ເລີຍ ຕ້ອງຍອມ ແຕ່ບໍ່ໄດ້ຊື້ຫລາຍ.”
ມີຊາວບ້ານອີກຫລາຍຄົນ, ພາຍຫລັງຮູ້ຂ່າວວ່າ ແຂວງຈໍາປາສັກ ມີຄົນຕິດໂຄວິດ-19 ມາຈາກປະເທດໄທຍ ກໍບໍ່ໄດ້ຕື່ນຕົກໃຈ ຫຍັງຫລາຍ ແຕ່ກໍມີສະຕິຣະມັດຣະວັງເອົາໄວ້, ເວລາເຂົ້າໄປຊື້ເຄື່ອງຊື້ຂອງ ຢູ່ຕລາດ ກໍຕ້ອງໄດ້ປ້ອງກັນໂຕເອງ ໃສ່ຜ້າອັດປາກ ອັດດັງ. ແລະວ່າ ເຖິງແມ່ນຣາຄາເຄື່ອງຂອງ ຈະແພງຂຶ້ນ ແຕ່ຫລາຍຄົນ ກໍຍັງທໍາມາຫາກິນ ປົກກະຕິ ຢູ່, ດັ່ງຊາວຈໍາປາສັກ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ມົກກະຣາ ນີ້ວ່າ:
“ຖ້າມີແຕ່ຢ້ານ ມັນຈະທໍາມາຫາກິນຫຍັງໄດ້ເນາະ, ໄປເຂົ້າກຸ່ມຫລາຍຄົນ ເຮົາກະຕ້ອງຮັກສາລະເນາະ, ແມັສກະຕ້ອງໃສ່, ສະບູ ກໍຕ້ອງລ້າງມື.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຈໍາປາສັກ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ປັດຈຸບັນ ເຄື່ອງອຸປໂພກ ບໍຣິໂພກ ຍັງມີພຽງພໍ ບໍ່ຂາດຕລາດ, ເຖິງແມ່ນວ່າຈະມີການປິດດ່ານ, ແຕ່ທາງການ ກໍຍັງນໍາສິນຄ້າເຫລົ່ານັ້ນ ເຂົ້າມາໃນປະເທດ ເປັນປົກກະຕິຢູ່:
“ໂອ໋ຍ ບໍ່ຂາດດອກ ເຕັມຕລາດຢູ່ ຈະກິນສໍ່າໃດ, ຈະເປັນອິຫຍັງເຂົາຂຶ້ນປົກກະຕິຢູ່, ບໍ່ໄດ້ເຮັດສໍ່າຊຸດກ່ອນຊໍ້າ, ເຂົາກວດນໍາບ້ານ ນໍາເມືອງ ບໍ່ໄດ້ປິດ ບໍ່ໄດ້ລັອກດາວນ່າ.”
ແລະເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຈໍາປາສັກ ອີກທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕາມການແຈ້ງການເພີ່ມຕື່ມ ຂອງແຂວງຈໍາປາສັກ ວັນທີ 23 ມົກກະຣາ 2021 ຫ້າມຣົດຂົນມັນຕົ້ນ ຈາກປະເທດໄທຍ ເຂົ້າມາຂົນເອົາມັນຕົ້ນໄປຈາກແຂວງນີ້ ຍ້ອນມີຄວາມສ່ຽງ ຕໍ່ການທີ່ຈະນໍາເຊື້ອໂຄວິດ-19 ເຂົ້າມາແພ່ ຢູ່ໃນແຂວງນີ້, ສິນຄ້າອື່ນໆ ຍັງນໍາເຂົ້າ ມາປົກກະຕິ ແຕ່ຕ້ອງໄດ້ ປະຕິບັດຕາມມາຕການປ້ອງກັນໂຄວິດ-19.
ອີງຕາມການຣາຍງານຂອງ ທ່ານ ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ, ຫົວໜ້າຜແນກ ອຸດສາຫະກັມ ແລະການຄ້າ ແຂວງ ຈໍາປາສັກ ໃນວັນທີ 25 ມົກກະຣາ 2021, ເຖິງແມ່ນວ່າ ແຂວງຈໍາປາສັກ ຈະມີການປິດດ່ານຊາຍແດນ ທັງດ່ານສາກົລ ແລະ ດ່ານທ້ອງຖິ່ນ, ຫ້າມບໍ່ໃຫ້ຄົນເຂົ້າ-ອອກ ຍ້ອນການຣະບາດຂອງໂຄວິດ-19 ແຕ່ທາງການແຂວງ ກໍຍັງນໍາສິນຄ້າ ເຂົ້າມາຢູ່ ເປັນເຄື່ອງອຸປໂພກ ບໍຣິໂພກ, ແລະ ສົ່ງສິນຄ້າບາງປະເພດອອກໄປເປັນປົກກະຕິ ແລະ ຢືນຢັນວ່າສິນຄ້າດັ່ງກ່າວ ພຽງພໍຕໍ່ການ ບໍຣິໂພກ ແນ່ນອນ.
ເຈົ້າໜ້າທີ່ໄດ້ລົງກວດກາພໍ່ຄ້າແມ່ຄ້າ ຢູ່ຕາມຕລາດ ເພື່ອບໍ່ໃຫ້ສວຍໂອກາດຂຶ້ນຣາຄາສິນຄ້າ ໃນໄລຍະນີ້ ແລະກໍໄດ້ເຮັດບົດບັນທຶກ ກັບຜູ້ທີ່ ສວຍໂອກາດ ຂຶ້ນຣາຄາ ແລ້ວສ່ວນນຶ່ງ.
ສໍາລັບອາຫານທະເລ ທາງກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ອອກແຈ້ງການ ໃນວັນທີ 23 ທັນວາ 2020 ຫ້າມນໍາອາຫານ ທະເລ ຈາກ ປະເທດໄທ ແລະ ວຽດນາມ ເຂົ້າມາ ລາວ ໂດຍສະເພາະຈາກປະເທດໄທຍ ຍ້ອນອາຫານທະເລ ມີການເຈືອປົນເຊື້ອ ໂຄວິດ-19.