ຈໍາປາສັກຈະມີເຂດອຸດສາ ຫະກັມ


2014.02.13
f-champassak ທິວທັດ ທີ່ສວຍງາມ ແຂວງຈໍາປາສັກ ເບິ່ງໄປຈາກ ເທິງ ພູສາເຫລົ້າ
RFA

 

ທາງການລາວ ເຊັນບັນທຶກຄວາມເຂົ້າໃຈ MOU ກັບບໍຣິສັດເອກຊົນ 2 ແຫ່ງ ເພື່ອສຶກສາສໍາຣວດ ຄວາມເປັນໄປໄດ້ ໃນການສ້າງຕັ້ງເຂດ ອຸດສາຫະກັມ ໃນ ແຂວງຈໍາປາສັກ ເມື່ອຕົ້ນເດືອນ ກຸມພາ 2014 ນີ້. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງແຜນການ ແລະການລົງທຶນ:

"ສ້າງຕັ້ງເຂດອຸດສາຫະກັມ ເພາະວ່າມັນມີລັກສນະນຶ່ງ ເຂົາສໍາຣວດເຂດພິເສດຫັ້ນນະ ກໍຍັງສຶກສາຢູ່ດຽວນີ້ ອຸດສາຫະກັມນີ້ມັນເປັນລັກສນະ ເບື້ອງຕົ້ນ ນີ້ເຂົາເຮັດເປັນ ໂຮງງານ ຈັດປະກອບເຄື່ອງຣົດຍົນ ອີ່ສັງນີ້ນະ ລັກສນະສ່ວນນຶ່ງ".

ທ່ານເວົ້າວ່າ ທາງການຈະໃຫ້ບໍຣິສັດ ໄຊຊະນະກຣຸປ ແລະບໍຣິສັດສະຫວັນທີວີແອັສ ຂອງລາວ ສຶກສາສໍາຣວດ ເນື້ອທີ່ 625 ເຮັກຕາໃນເຂດ ເມືອງປະທຸມພອນ ບາຈຽງ ຈະເຣີນສຸກ ແລະເມືອງໂພນທອງ ໃນຣະຍະເວລາ 6 ເດືອນ ຖ້າຫາກບໍ່ສໍາເຣັດ ອາຈຂຍາຍ ສັນຍາສໍາຣວດ ອອກໄປ ອີກ 3 ເດືອນ.

ແລະວ່າ ຂໍ້ດີຂອງເຂດອຸດສາຫະກັມນີ້ ຈະຊ່ວຍສ້າງໜ້າວຽກ ໃຫ້ປະຊາຊົນ ທ້ອງຖີ່ນ ແລະເພີ່ມຄຸນນະພາບ ຂອງໂຄງສ້າງພື້ນຖານ ແລະການ ບໍຣິການ ເພາະໃນສັນຍາ ຣະບຸວ່າ ຖ້າໂຄງການ ສາມາດດໍາເນີນໄດ້ແທ້ ຈະຕ້ອງມີການສ້າງ ທີ່ພັກສໍາລັບຄົນງານ ສ້າງໂຮງລ້ຽງເດັກ ໂຮງຮຽນ ທຸກຣະດັບຊັ້ນ ສ້າງສຸຂສາລາ ໂຮງໝໍ ສວນສາທາຣະນະ ແລະສະໂມສອນຕ່າງໆ ໃຫ້ເມືອງ.

ທ່ານເວົ້າຕື່ມວ່າ ຄາດວ່າຈະມີປະຊາຊົນຈໍານວນນຶ່ງ ຍ້າຍອອກຈາກພື້ນທີ່ ແຕ່ໃນຈໍານວນເທົ່າໃດນັ້ນ ຈະຮູ້ໄດ້ຫລັງຈາກ ການສໍາຣວດ ຊຶ່ງທາງ ການ ຈະຊົດເຊີຍ ຄ່າທີ່ດິນ ແລະຈັດສັນດິນ ບ່ອນໃໝ່ໃຫ້ ຢ່າງເໝາະສົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.