ບ້ານຈຸນລາ 18 ຄອບຄົວ ບໍ່ພໍໃຈ ຄ່າຊົດເຊີຽ

ຈໍາປາທອງ
2021.01.26
ບ້ານຈຸນລາ 18 ຄອບຄົວ ບໍ່ພໍໃຈ ຄ່າຊົດເຊີຽ ເດັກນ້ອຍລາວ ໃນແຂວງເຊກອງ
ພາບປະກອບ: ນັກຂ່າວພົລເມືອງ

ຊາວບ້ານຈຸນລາ ເມືອງທ່າແຕງ ແຂວງເຊກອງ 18 ຄອບຄົວ ທີ່ໄດ້ສູນເສັຽດິນໄຮ່່ດິນສວນ ຍ້ອນການສ້າງຄອງສົ່ງນໍ້າຫ້ວຍເທີນ ໃຫ້ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ໄດ້ຮັບຄ່າຊົດເຊີຍໄປແລ້ວ ໃນມື້ວັນທີ 21 ມົກກະຣາ 2021 ນີ້ ແຕ່ພວກເຂົາເຈົ້າບໍ່ພໍໃຈ ທີ່ໄດ້ຮັບຄ່າຊົດເຊີຍໜ້ອຍ ແບບບໍ່ສົມເຫດສົມຜົລ ດັ່ງຊາວບ້ານຜູ້ນຶ່ງ ທີ່ໄດ້ຮັບ ຜົລກະທົບຈາກໂຄງການດັ່ງກ່າວ ເວົ້າຕໍ່ວິທຍຸ ເອເຊັຽເສຣີໃນມື້ວັນທີ 26 ມົກກະຣາ ນີ້ວ່າ:

“ຮັບກະຄືເວົ້າຫັ້ນແລ້ວ ເຈົ້າ, ການຊ່ວຍເຫລືອນີ້ກໍບໍ່ໄດ້ເຕັມ ເມັດເຕັມໜ່ວຍດອກ, ມັນອັນນັ້ນນະ ພໍຢຽວຢາໄປຊັ້ນແຫຼະ ມັນບໍ່ໄດ້ ຕາມຄາດໝາຍ ຂອງໂຄສະນາດອກ. ຄັນດິນແຄມທາງ ປະມານເຮັກຕານຶ່ງ ກະປະມານ 25 ລ້ານ ຫຼື 30 ລ້ານ. ຖ້ານອກທາງ ດໍາເນີນໄປ ກະສິປະມານ 10 ປານກວ່າລ້ານນີ້ແລ້ວ.”

ຊາວບ້ານຜູ້ນີ້ເວົ້າວ່າ ບ້ານຈຸນລາ ຕັ້ງຢູ່ແຄມທາງເລກ 16 ແລະ ຫ່າງຈາກເມືອງທ່າແຕງບໍ່ເຖິງ 10 ຫລັກ ແລະວ່າ ເຖິງຊາວບ້ານ ຈະບໍ່ມີໃບຕາດິນຖາວອນ ແຕ່ກໍໄດ້ເສັຽພາສີໃຫ້ຣັຖ ທຸກປີບໍ່ເຄີຍຂາດ, ຊາວບ້ານພາກັນເຮັດໃຮ່ ເຮັດສວນ ປູກຕົ້ນໄມ້ ປູກມັນ ແລະກາເຟ ພໍມີຣາຍໄດ້ກຸ້ມຢູ່ກຸ້ມກິນ, ເງິນຊົດເຊີຍທີ່ໄດ້ຮັບ ກໍພຽງເລັກນ້ອຍ ບໍ່ພໍທີ່ຈະເອົາໄປຫາຊື້ດິນ ບ່ອນອື່ນພໍທໍາມາຫາກິນໄດ້.

ຜົລກະທົບທີ່ວ່ານັ້ນ ສ່ວນໃຫຍ່ເປັນດິນໄຮ່ ດິນສວນ ທີ່ໄດ້ຮັບຄ່າຊົດເຊີຍຕໍ່າ ສະເລັ່ຽປະມານ 5 ລ້ານຫາ 10 ລ້ານກີບຕໍ່ເຮັກຕາ ຂນະທີ່ຊາວບ້ານເວົ້າວ່າ ເພື່ອຄວາມເປັນທັມ ຄວນຈະໄດ້ເຮັກຕານຶ່ງ 15 ລ້ານກີບ ຍັງບໍ່ທັນລວມທັງຕົນໄມ້ທີ່ໄດ້ປູກ ແລະຊັພສິນ ອື່ນໆເຂົ້ານໍາ.

ແລະຊາວບ້ານອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບຄືກັນນັ້ນ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຊາວບ້ານທີ່ສູນເສັຍດິນໄຮ່ ດິນສວນ ເຂົ້າໃຈເຣື່ອງການພັທນາ ຂອງຣັຖບາລ ນັ້ນດີ ແລະບໍ່ມີຈັກຄອບຄົວອອກມາຄັດຄ້ານການພັທນານັ້ນ ແຕ່ກໍຄວນຄິດໄລ່ ຄ່າຊົດເຊີຍໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບນັ້ນ ຢ່າງສົມເຫດສົມຜົລ ແລະເປັນທັມ:

“ການພັທນາຂອງພັກ ຂອງຣັຖ ກະບໍ່ວ່າຫຍັງ ແຕ່ວ່າໃຫ້ພໍໃຈປານໃດ ເຂົາກະບໍ່ພໍໃຈໄປຈັ່ງຊັ້ນຫັ້ນແລ້ວ ເພາະຖືກ ເຮັດຈັ່ງໃດມັນ ຈໍາເປັນວ່າຈັ່ງຊັ້ນຊະ ທາງເຈົ້າແຂວງໄລ່ມາເບາະ ຫຼື ແນວໃດແຫຼະ ຄັນພໍ່ແມ່ປະຊາຊົນ ເຮົາບໍ່ພໍໃຈກະບໍ່ໄດ້.”

ທ່ານກ່າວຕື່ມວ່າ ພາຍຫລັງທີ່ໄດ້ຮັບເງິນຄ່າຊົດເຊີຍນັ້ນໄປແລ້ວ ຊາວບ້ານແຕ່ລະຄອບຄົວຮູ້ສຶກວ່າຕົນໄດ້ໜ້ອຍຫຼາຍ ແຕ່ກໍບໍ່ມີ ຜູ້ໃດອອກມາຄັດຄ້ານ ຫຼື ຮຽກຮ້ອງຂໍຄວາມເປັນທັມ ເພາະຢ້ານວ່າມັນຈະກາຍເປັນເຣື່ອງໃຫຍ່ໂຕ.

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ໄປຫາ ບໍຣິສັດເຂື່ອນໄຟ ຟ້າຫ້ວຍລໍາພັນຕອນລຸ່ມ ພາວເວີຈໍາກັດ ເພື່ອ ຂໍຮູ້ຣາຍລະອຽດ ແຕ່ບໍ່ສາມາດຕິດຕໍ່ໄດ້.

ແຕ່ເຈົ້າໜ້າທີ່ຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມແຂວງເຊກອງທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ມື້ວັນທີ 26 ມົກກະຣາ ນີ້ວ່າ ຊາວບ້ານ 18 ຄອບຄົວ ທີ່ໄດ້ຮັບ ຜົລກະທົບຈາກໂຄງການກໍ່ສ້າງຄອງສົ່ງນໍ້າຫ້ວຍເທີນ ໃຫ້ເຂື່ອນໄຟຟ້າຫ້ວຍ ລໍາພັນຕອນລຸ່ມນັ້ນ ບໍ່ໄດ້ຖືກໃຫ້ໂຍກຍ້າຍອອກຈາກບ້ານ ມີພຽງແຕ່ໄດ້ເສັຽດິນໄຮ່ ດິນສວນ ລວມກັນແລ້ວບໍ່ຮອດ 10 ເຮັກຕາ, ເປັນເງິນທັງໝົດ 182 ລ້ານປາຍກີບ ຊຶ່ງແຕ່ລະຄອບຄົວຈະໄດ້ຮັບເງິນຄ່າຊົດເຊີຍແຕກຕ່າງກັນໄປຕາມສັດສ່ວນຂອງດິນທີ່ເສັຽໄປ ແລະ ຊາວບ້ານທີ່ວ່ານັ້ນ ກໍບໍ່ມີໃບຕາດິນຖາວອນ ດັ່ງທີ່ທ່ານກ່າວວ່າ:

“ບໍ່ໄດ້ຍ້າຍເພາະວ່າ ເຂື່ອນຫ້ວຍລໍາພັນຕອນລຸ່ມນີ້ ມັນໄປຖືກຜົລກະທົບສໍາລັບທີ່ດິນ ຜລິດຂອງປະຊາຊົນ. ເຮົາບໍ່ໄດ້ໂຍກຍ້າຍ ປະຊາຊົນເດ໋ ປະຊາຊົນກະແມ່ນຍັງຢູ່ບ່ອນເກົ່າຢູ່. ຢູ່ບ້ານເກົ່າຫັ້ນແຫຼະ ເຂົາໄປຖົມດິນນາຂະເຈົ້າເດ໋ ເຂົາໄປຖົມດິນໄຮ່ຂະເຈົ້າເດ໋ ດິນສວນເຮົາກະຄິດໄລ່ຕາມຣະບຽບ ຂອງກະສິກັມຂະເຈົ້າແຫຼະ ຄິດໄລ່ຜົລຜລິດ ແລ້ວກະຊົດເຊີຍ ຕາມນັ້ນ ກະເບິ່ງໂຕຈິງຂະເຈົ້າ ມີໃບແຈ້ງເສັຽພາສີຊື່ໆ.”

ທ່ານກ່າວຕື່ມວ່າ ການຊົດເຊີຍເງິນໃຫ້ຊາວບ້ານ 18 ຄອບຄົວ ແມ່ນໄດ້ປະເມີນຄວາມເສັຽຫາຍຕາມມູນຄ່າຈິງ ອີງໃສ່ດໍາຣັຖເລກທີ 84 ວ່າດ້ວຍການທົດແທນຄ່າເສັຽຫາຍ ແລະ ການຈັດສັນໂຍກຍ້າຍປະຊາຊົນ ຈາກໂຄງການພັທນານັ້ນທຸກຢ່າງ, ບໍ່ໄດ້ຄິດໄລ່ຄ່າ ເສັຽຫາຍທີ່ບໍ່ເປັນທັມແຕ່ຢ່າງໃດ.

ກ່ຽວກັບເຮື່ອງທີ່ວ່ານີ້ ນັກວິຊາການດ້ານຊັພຍາກອນທີ່ດິນໃນປະເທດລາວ ຜູ້ບໍ່ປະສົງອອກຊື່ ແລະອົງການ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສາເຫດທີ່ເຮັດໃຫ້ປະຊາຊົນ ເກີດຄວາມບໍ່ພໍໃຈໃນເຣື່ອງເງິນຄ່າຊົດເຊີຍນັ້ນ ອັນສໍາຄັນຄືການປະເມີນຣາຄາດິນ ແລະ ຊັພສິນອື່ນໆ ບໍ່ເປັນໄປຕາມຣາຄາຕລາດ ຍ້ອນການປະເມີນຣາຄາຂອງທາງການລາວ ຕໍ່າຫຼາຍ ໂດຍສະເພາະແມ່ນໂຄງການ ພັທນາຂອງຣັຖ ແລະອີກປັດໃຈນຶ່ງຄື ໃນການປະເມີນຣາຄານັ້ນ ປະຊາຊົນບໍ່ມີສ່ວນຮ່ວມໃດໆ.

ມັນກໍແນ່ນອນວ່າປະຊາຊົນບໍ່ໄດ້ຮັບຄວາມເປັນທັມ ຂນະທີ່ປະຊາຊົນທຸກຍາກ ບໍ່ໄດ້ຮັບການສຶກສາພໍເທົ່າໃດ, ບໍ່ມີສິດແລະອໍານາດ ໃນການໂຕ້ແຍ້ງ ກໍຍິ່ງຖືກເອົາປຽບຫຼາຍ:

“ການກໍານົດຣາຄາເນາະ ຊຶ່ງມັນບໍ່ຕົງກັບຣາຄາຕລາດ. ຖ້າເວົ້າຕາມຄວາມຈິງ ມັນຕໍ່າຫຼາຍສະນັ້ນ ມັນຈິ່ງເຮັດໃຫ້ເກີດຄວາມ ບໍ່ພໍໃຈ ປານໃດຈາກຝັ່ງປະຊາຊົນ ໃນເຣື່ອງຂອງການ ກໍານົດຣາຄາ. ແລ້ວກໍເຣື່ອງຂອງຫົວໜ່ວຍການກໍານົດຣາຄາ ການປຶກສາຫາລືກັນ ແທ້ໆບໍ່ ອັນນີ້ມັນຈະຕ້ອງໄປເບິ່ງໂຕນັ້ນ ເພາະວ່າປະເມີນອອກມາແລ້ວ ທາງປະຊາຊົນຂະເຈົ້າ ເວົ້າຈັ່ງໃດຫັ້ນນະເນາະ.”

ໂຄງການເຂື່ອນໄຟຟ້າຫ້ວຍລໍາພັນ ຕອນລຸ່ມຂນາດ 15 ເມກາວັດ, ຕັ້ງຢູ່ບ້ານລາວິລໍາພັນ ເມືອງລະມາມ ຫ່າງຈາກເຂດເທສບານ ແຂວງເຊກອງໄປທາງທິດຕາເວັນຕົກປະມານ 24 ຫລັກ, ເປັນເຂື່ອນດິນໜຽວ ສູງ 55 ແມັດ.

ເຂື່ອນແຫ່ງນີ້ ມີມູນຄ່າການກໍ່ສ້າງ 48 ລ້ານປາຍໂດລາສະຫະຣັຖ, ໄດ້ຮັບອະນຸຍາດຈາກແຂວງເຊກອງ ໃຫ້ 2 ບໍຣິສັດ ສ້າງຄື; ບໍຣິສັດ ຜລິດໄຟຟ້າລາວມະຫາຊົນ ທີ່ຖືຮຸ້ນ 60% ແລະບໍຣິສັດ Vientiane Automation and Solution Engineering ທີ່ຖືຮຸ້ນ 40% ໂດຍມີກຸ່ມ ບໍຣິສັດ China Gezhouba Group ຂອງຈີນ ເປັນຜູ້ອອກແບບ ແລະ ຮັບເໝົາກໍ່ສ້າງ ໄດ້ຜລິດກະແສໄຟຟ້າ ມາແຕ່ ເດືອນທັນວາ ປີກາຍ ແລະ ຂາຍກະແສໄຟຟ້າທັງໝົດທີ່ຜລິດໄດ້ ໃຫ້ ຣັຖວິສາຫະກິດໄຟຟ້າລາວ ເພື່ອໃຊ້ພາຍໃນປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.